ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ພຣະ​ນິມິດ 12


ປຈສ, ພຣະ​ນິມິດ 12:1–17. ປຽບ​ທຽບ​ໃສ່​ກັບ ພຣະ​ນິມິດ 12:1–17

ໂຢຮັນ​ອະ​ທິ​ບາຍ​ເຄື່ອງ​ໝາຍ​ກ່ຽວ​ກັບ​ແມ່​ຍິງ, ເດັກ​ນ້ອຍ, ຄ້ອນ​ເຫລັກ, ພະຍາ​ນາກ, ແລະ ມີຄາເອນ. ສົງ​ຄາມ​ທີ່​ໄດ້​ເລີ່ມ​ຕົ້ນ​ຢູ່​ສະຫວັນ ຍັງ​ດຳ​ເນີນ​ຕໍ່​ໄປ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ໃຫ້​ສັງ​ເກດ​ເບິ່ງ​ການ​ປ່ຽນ​ລຳ​ດັບ​ຂໍ້​ພຣະ​ຄຳ​ພີ ໃນ ປຈສ.

1 ແລະ ມີ​ເຄື່ອງໝາຍ​ສຳ​ຄັນອັນ​ໃຫຍ່​ປະກົດ​ຂຶ້ນ​ໃນ​ສະຫວັນ, ໃນ​ຄວາມ​ເປັນ​ເໝືອນ​ດັ່ງ​ສິ່ງ​ທັງ​ຫລາຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ຄື​ຍິງ​ຜູ້​ໜຶ່ງ​ມີ​ດວງ​ອາ​ທິດ​ປົກ​ຄຸມ​ຕົວ​ເໝືອນ​ນຸ່ງ​ເສື້ອ​ຜ້າ, ແລະ ມີ​ດວງ​ເດືອນ​ຢູ່​ໃຕ້​ຕີນ, ແລະ ຢູ່​ເທິງ​ຫົວ​ຂອງ​ນາງ ມີ​ມົງ​ກຸດ​ພ້ອມ​ດ້ວຍ​ດາວ​ສິບ​ສອງ​ດວງ.

2 ແລະ ຍິງຜູ້​ນັ້ນ​ຖື​ພາ, ຮ້ອງ​ຄາງ, ເພາະ​ເຈັບ​ທ້ອງ, ແລະ ເຈັບ​ປວດ​ຢູ່ ກຳ​ລັງ​ຈະ​ເກີດ​ລູກ.

3 ແລະ ນາງ​ໄດ້​ຄອດ​ລູກ​ເປັນ​ຜູ້​ຊາຍ, ຜູ້​ຈະ​ຕ້ອງ​ປົກ​ຄອງ​ປະ​ຊາ​ຊາດ​ທັງ​ປວງ​ດ້ວຍ​ຄ້ອນ​ເຫລັກ; ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະ​ເຈົ້າ ແລະ ເຖິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ.

4 ແລະ ມີ​ເຄື່ອງໝາຍ​ສຳ​ຄັນອີກ​ຢ່າງ​ໜຶ່ງ​ປະກົດ​ຂຶ້ນ​ໃນ​ສະຫວັນ; ແລະ ຈົ່ງ​ເບິ່ງ, ມີ​ພະຍາ​ນາກ​ໃຫຍ່​ສີ​ແດງ​ໂຕ​ໜຶ່ງ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ, ແລະ ມີ​ມົງ​ກຸດ​ເຈັດ​ອັນ​ຢູ່​ເທິງ​ຫົວ​ຂອງ​ມັນ. ແລະ ຫາງ​ຂອງ​ພະຍາ​ນາກ​ໄດ້​ຟາດ​ດວງ​ດາວ​ໜຶ່ງ​ສ່ວນ​ສາມ​ຈາກ​ຟ້າ​ສະຫວັນ ລົງ​ໃສ່​ແຜ່ນ​ດິນ​ໂລກ. ແລະ ພະຍາ​ນາກ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ນາງ​ຜູ້​ກຳ​ລັງ​ຈະ​ຄອດ​ລູກ, ຕຽມ​ພ້ອມທີ່​ຈະ​ກິນ​ລູກ​ຂອງ​ນາງ ເມື່ອເກີດ​ແລ້ວ.

5 ແລະ ຍິງ​ຄົນ​ນັ້ນ​ໄດ້​ປົບ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ໄປ​ຫາ​ບ່ອນ​ທີ່​ພຣະ​ເຈົ້າໄດ້ຕຽມ​ໄວ້​ສຳ​ລັບ​ນາງ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ທີ່​ນັ້ນ ເປັນ​ເວລາ​ໜຶ່ງ​ພັນ​ສອງ​ຮ້ອຍ​ຫົກ​ສິບປີ.

6 ແລະ ມີ​ສົງ​ຄາມ​ໃນ​ສະຫວັນ; ມີຄາເອນ ແລະ ເຫລົ່າ​ທູດ​ຂອງ​ລາວ​ໄດ້​ຕໍ່​ສູ້​ກັບ​ພະຍາ​ນາກ; ແລະ ພະຍາ​ນາກ ແລະ ບໍ​ລິ​ວານ​ຂອງ​ມັນໄດ້​ຕໍ່​ສູ້​ກັບ​ມີຄາເອນ;

7 ແລະ ພະຍາ​ນາກບໍ່​ສາ​ມາດ​ເອົາ​ຊະນະມີຄາເອນ, ຫລື ເດັກ​ນ້ອຍ, ຫລື ແມ່​ຍິງ ຊຶ່ງ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄວາມ​ເຈັບ​ປວດ​ຂອງ​ນາງ, ແລະ ໄດ້​ຖືກ​ພາ​ມາ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແລະ ຂອງ​ພຣະ​ຄຣິດ​ຂອງ​ພຣະ​ອົງ.

8 ທັງ​ບໍ່​ມີບ່ອນຢູ່​ໃນ​ສະຫວັນສຳ​ລັບພະ​ຍາ​ນາກ​ໃຫຍ່, ຜູ້ຖືກ​ຊັດ​ຖິ້ມ​ລົງ​ເສຍ; ງູ​ແຕ່​ດຶກ​ດຳ​ບັນ​ທີ່​ຖືກ​ເອີ້ນ​ວ່າ ມານ​ຮ້າຍ, ແລະ ຖືກເອີ້ນ​ອີກ​ວ່າ ຊາຕານ, ຊຶ່ງ​ຫລອກ​ລວງ​ມະນຸດ​ທັງ​ໂລກ; ມັນ​ຖືກ​ຊັດ​ລົງ​ເທິງ​ແຜ່ນ​ດິນ​ໂລກ; ແລະ ບໍ​ລິ​ວານ​ຂອງ​ມັນ​ກໍ​ຖືກ​ຊັດ​ລົງ​ຖິ້ມ​ໄປ​ພ້ອມ​ກັບ​ມັນ.

9 ແລະ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ສະຫວັນ​ວ່າ ບັດ​ນີ້ ຄວາມ​ລອດ, ແລະ ພະ​ລັງ, ແລະ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ແລະ ອຳນາດ​ຂອງ​ພຣະ​ຄຣິດ​ຂອງ​ພຣະ​ອົງ ໄດ້​ມາ​ເຖິງ​ແລ້ວ;

10 ເພາະ​ວ່າ​ຜູ້​ທີ່​ກ່າວ​ໂທດ​ພີ່​ນ້ອງ​ຂອງ​ພວກ​ເຮົາ ໄດ້​ຖືກ​ຊັດ​ຖິ້ມ​ລົງ​ແລ້ວ, ຊຶ່ງ​ໄດ້​ກ່າວ​ໂທດ​ພວກ​ເຂົາ ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ທັງ​ກາງ​ເວັນ ແລະ ກາງ​ຄືນ.

11 ເພາະພວກ​ເຂົາໄດ້​ເອົາ​ຊະນະພະຍາ​ນາກ​ແລ້ວ ໂດຍ​ໂລ​ຫິດ​ຂອງ​ພຣະ​ເມສາ​ນ້ອຍ, ແລະ ໂດຍ​ຖ້ອຍ​ຄຳ​ຂອງ ປະຈັກ​ພະຍານ​ຂອງ​ພວກ​ເຂົາ; ເພາະພວກ​ເຂົາ​ບໍ່​ເສຍ​ດາຍ​ຊີ​ວິດ​ຂອງ​ຕົນ​ເອງ, ແຕ່​ໄດ້​ຮັກ​ສາ​ປະຈັກ​ພະຍານ ແມ່ນ​ແຕ່​ເຖິງ​ແກ່​ຄວາມ​ຕາຍ. ສະນັ້ນ, ຈົ່ງ​ປິ​ຕິ​ຍິນ​ດີ​ເຖີດ ສະຫວັນ, ແລະ ພວກ​ທ່ານ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ.

12 ແລະ ຫລັງ​ຈາກ​ສິ່ງ​ເຫລົ່າ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ອີກ​ສຽງ​ໜຶ່ງ​ກ່າວ​ວ່າ ວິບັດ​ແກ່​ຜູ້​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ຜູ້​ທີ່​ອາ​ໄສ​ຢູ່​ຕາມ​ເກາະໃນ​ທະເລ! ເພາະ​ມານ​ຮ້າຍ​ກຳ​ລັງ​ລົງ​ມາ​ຫາ​ພວກ​ເຈົ້າ, ດ້ວຍ​ຄວາມ​ຄຽດ​ແຄ້ນ​ອັນ​ໃຫຍ່, ເພາະ​ມັນ​ຮູ້​ວ່າ ເວລາ​ຂອງ​ມັນ​ມີ​ໜ້ອຍ.

13 ເພາະເມື່ອ​ພະຍາ​ນາກ​ໄດ້​ເຫັນ​ວ່າ ມັນ​ໄດ້​ຖືກ​ຊັດ​ຖິ້ມ​ລົງ​ມາ​ຍັງ​ແຜ່ນ​ດິນ​ໂລກ, ມັນ​ໄດ້​ເລີ່ມ​ຂົ່ມ​ເຫັງ​ຍິງ​ທີ່​ໄດ້​ເກີດ​ລູກ​ຊາຍ​ນັ້ນ.

14 ສະນັ້ນ, ຍິງ​ຜູ້​ນັ້ນ​ຈຶ່ງ​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກ​ອິນ​ຊີ​ໃຫຍ່, ເພື່ອ​ວ່າ​ນາງ​ຈະ​ໄດ້ບິນ​ໜີເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ໄປ​ຫາ​ບ່ອນ​ຂອງ​ນາງ, ບ່ອນ​ທີ່​ນາງ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ຊົ່ວ​ໄລ​ຍະ​ໜຶ່ງ, ແລະ ຫລາຍ​ໄລ​ຍະ, ແລະ ຕື່ມ​ອີກ​ເຄິ່ງ​ໄລ​ຍະ​ໜຶ່ງ, ຈາກ​ການ​ໂຈມ​ຕີ​ຂອງ​ງູ.

15 ແລະ ພະຍາ​ນາກ​ນັ້ນ​ໄດ້​ພົ່ນ​ນ້ຳ​ອອກ​ມາ​ຈາກ​ປາກ​ເໝືອນ​ແມ່​ນ້ຳ ໄຫລ​ຕາມ​ຍິງ​ນັ້ນ, ເພື່ອ​ມັນ​ຈະ​ເຮັດ​ໃຫ້​ນາງ​ຖືກ​ກະ​ແສ​ນ້ຳ​ພັດ​ໄປ.

16 ແລະ ແຜ່ນ​ດິນໄດ້​ຊ່ວຍ​ເຫລືອນາງ, ແລະ ແຜ່ນ​ດິນໄດ້​ເປີດປາກ​ຂອງ​ມັນ, ແລະ ກືນ​ກິນນ້ຳ ທີ່​ພະຍາ​ນາກໄດ້​ພົ່ນອອກ​ມາ​ຈາກ​ປາກ​ຂອງ​ມັນ.

17 ສະນັ້ນ, ພະຍາ​ນາກ​ກໍ​ຄຽດ​ແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ, ແລະ ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ນາງ, ຄື​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ມີ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ.