ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ພຣະ​ນິມິດ 19


ປຈສ, ພຣະ​ນິມິດ 19:15, 21. ປຽບ​ທຽບ​ໃສ່​ກັບ ພຣະ​ນິມິດ 19:15, 21

ພຣະ​ເຈົ້າ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ຄຣິດ ເພື່ອ​ລົງ​ທັນ​ປະ​ຊາ​ຊາດ​ທັງ​ປວງ.

15 ແລະ ມີ​ພຣະ​ຄຳ​ຂອງ​ພຣະ​ເຈົ້າອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ, ແລະ ດ້ວຍ​ພຣະ​ຄຳ​ນີ້ ພຣະ​ອົງຈະລົງ​ທັນ​ປະ​ຊາ​ຊາດ​ທັງ​ປວງ; ແລະ ພຣະ​ອົງຈະປົກ​ຄອງ​ພວກ​ເຂົາ​ດ້ວຍພຣະ​ຄຳ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ​ເອງ; ແລະ ພຣະ​ອົງ​ຈະ​ຢຽບ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນໃນຄວາມ​ຮ້າຍ​ກາດ ແລະ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

21 ແລະ ສ່ວນ​ທີ່​ເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍພຣະ​ຄຳຂອງ​ພຣະ​ອົງ ຜູ້​ນັ່ງ​ຢູ່​ເທິງ​ຫລັງ​ມ້າ, ຊຶ່ງພຣະ​ຄຳໄດ້​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ; ແລະ ຝູງ​ນົກ​ທັງ​ຫລາຍ​ກໍ​ໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫລົ່າ​ນັ້ນ​ຈົນ​ອີ່ມ.