ພຣະ​ຄຳ​ພີ
ສຳ​ເນົາ ເລກ​ທີ 2


ສຳ​ເນົາ​ຈາກ​ໜັງ​ສື​ອັບ​ຣາ​ຮາມ

ເລກ​ທີ 2

ຮູບ​ພາບ
ສຳ​ເນົາ ເລກ​ທີ 2

ຄຳ​ອະ​ທິ​ບາຍ

ຮູບ​ທີ 1. ໂຄ​ລອບ, ໝາຍ​ເຖິງ​ການ​ສ້າງ​ຄັ້ງ​ທຳ​ອິດ, ໃກ້​ໂລກ​ຊັ້ນ​ສູງ, ຫລື ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ອັນ​ດັບ​ໜຶ່ງ​ໃນ​ການ​ປົກ​ຄອງ, ອັນ​ດັບ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ວັດ​ແທກ​ເວລາ. ວັດ​ແທກ​ເວລາ​ຕາມ​ຂອງ​ໂລກ​ຊັ້ນ​ສູງ, ຊຶ່ງ​ເວລາ​ຂອງ​ໂລກ​ຊັ້ນ​ສູງ​ໝາຍ​ເຖິງ​ໜຶ່ງ​ວັນ​ເທົ່າ​ກັບ​ໜຶ່ງ​ສອກ. ໜຶ່ງ​ວັນ​ໃນ​ໂຄ​ລອບ​ແມ່ນ​ເທົ່າ​ກັບ​ໜຶ່ງ​ພັນ​ປີ ຕາມ​ການ​ວັດ​ແທກ​ເວລາ​ຂອງ​ແຜ່ນ​ດິນ​ໂລກ​ນີ້, ຊຶ່ງ​ຖືກ​ເອີ້ນ​ໂດຍ​ຊາວ​ເອຢິບ​ວ່າ ຢາ-​ໂອ-​ເອ.

ຮູບ​ທີ 2. ຕັ້ງ​ຢູ່​ຖັດ​ຈາກ​ໂຄ​ລອບ, ຖືກ​ເອີ້ນ​ໂດຍ​ຊາວ​ເອຢິບ​ວ່າ ໂອ​ລິບ​ລິດ, ຊຶ່ງ​ເປັນ​ການ​ປົກ​ຄອງ​ແຫ່ງ​ການ​ສ້າງ​ອັນ​ຍິ່ງ​ໃຫຍ່​ທີ່​ລອງ​ລົງ​ມາ ຢູ່​ໃກ້​ໂລກ​ຊັ້ນ​ສູງ ຫລື ສະຖານ​ທີ່​ບ່ອນ​ພຣະ​ເຈົ້າ​ປະ​ທັບ​ຢູ່; ມີ​ຂໍ​ກະແຈ​ແຫ່ງ​ອຳນາດ​ນຳ​ອີກ, ກ່ຽວ​ກັບ​ດາວ​ພະ​ເຄາະ​ດວງ​ອື່ນໆ; ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ອັບ​ຣາ​ຮາມ, ໃນ​ຂະນະ​ທີ່​ລາວ​ຖວາຍ​ເຄື່ອງ​ບູຊາ​ຢູ່​ທີ່​ແທ່ນ​ບູຊາ, ຊຶ່ງ​ລາວ​ໄດ້​ສ້າງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

ຮູບ​ທີ 3. ຖືກ​ເຮັດ​ຂຶ້ນ​ເພື່ອ​ສະແດງ​ເຖິງ​ພຣະ​ເຈົ້າ, ປະ​ທັບ​ນັ່ງ​ຢູ່​ເທິງ​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ, ຫຸ້ມ​ຫໍ່​ດ້ວຍ​ອຳນາດ ແລະ ສິດ​ອຳນາດ; ໂດຍ​ມີ​ມົງ​ກຸດ​ແຫ່ງ​ຄວາມ​ສະ​ຫວ່າງ​ນິ​ລັນ​ດອນ​ຢູ່​ເທິງ​ພຣະ​ສຽນ​ຂອງ​ພຣະ​ອົງ; ສະແດງ​ເຖິງ​ຄຳ​ໄຂ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຖານະ​ປະ​ໂລ​ຫິດ​ສັກ​ສິດ​ນຳ​ອີກ, ດັ່ງ​ທີ່​ໄດ້​ເປີດ​ເຜີຍ​ຕໍ່​ອາດາມ​ຢູ່​ໃນ​ສວນ​ເອເດນ, ຕໍ່​ເຊດ​ນຳ​ອີກ, ໂນອາ, ເມນ​ຄີ​ເສ​ເດັກ, ອັບ​ຣາ​ຮາມ, ແລະ ທຸກ​ຄົນ​ຜູ້​ທີ່​ຖານະ​ປະ​ໂລ​ຫິດ​ໄດ້​ຖືກ​ເປີດ​ເຜີຍ​ຕໍ່.

ຮູບ​ທີ 4. ກົງ​ກັບ​ຄຳ​ຂອງ​ເຮັບເຣີ​ທີ່​ວ່າ ຣໍ​ຄີ​ຢາງ, ໝາຍ​ເຖິງ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ, ຫລື ທ້ອງ​ນະ​ພາ​ແຫ່ງ​ຟ້າ​ສະຫວັນ; ເປັນ​ຕົວ​ເລກ​ນຳ​ອີກ, ໃນ​ພາ​ສາ​ເອຢິບ​ໝາຍ​ເຖິງ​ໜຶ່ງ​ພັນ​ປີ; ກົງ​ກັບ​ການ​ວັດ​ແທກ​ເວລາ​ຂອງ​ໂອ​ລິບ​ລິດ, ຊຶ່ງ​ເທົ່າ​ກັນ​ກັບ​ໂຄ​ລອບ​ໃນ​ການ​ໝຸນ​ວຽນ​ຂອງ​ມັນ ແລະ ໃນ​ການ​ວັດ​ແທກ​ເວລາ​ຂອງ​ມັນ.

ຮູບ​ທີ 5. ຖືກ​ເອີ້ນ​ໃນ​ພາ​ສາ​ເອຢິບ​ວ່າ ອີ​ນິຊ໌-​ໂກ-ອອນ-ດອຊ໌; ນີ້​ເປັນ​ດາວ​ພະ​ເຄາະ​ປົກ​ຄອງ​ດວງ​ໜຶ່ງ​ຄື​ກັນ, ແລະ ຖືກ​ເອີ້ນ​ໂດຍ​ຊາວ​ເອຢິບ​ວ່າ ດວງ​ຕາ​ເວັນ, ແລະ ຢືມ​ຄວາມ​ສະ​ຫວ່າງ​ຈາກ​ໂຄ​ລອບ​ຜ່ານ​ທາງ ແຄ-ອີ-​ວັນ​ແຣຊ໌, ຊຶ່ງ​ເປັນ​ຂໍ​ກະແຈ​ທີ່​ສຳ​ຄັນ, ຫລື, ອີກ​ຄຳ​ໜຶ່ງ, ອຳນາດ​ປົກ​ຄອງ, ຊຶ່ງ​ປົກ​ຄອງ​ດາວ​ພະ​ເຄາະ ຫລື ດວງ​ດາວ​ອື່ນໆ​ສິບ​ຫ້າ​ດວງ, ດັ່ງ​ຟະ​ໂລ​ອີ​ຊີ ຫລື ດວງ​ເດືອນ​ນຳ​ອີກ, ແຜ່ນ​ດິນ​ໂລກ ແລະ ດວງ​ຕາ​ເວັນ​ໃນ​ການ​ໝຸນ​ວຽນ​ປະ​ຈຳ​ປີ​ຂອງ​ມັນ. ດາວ​ພະ​ເຄາະ​ດວງ​ນີ້​ໄດ້​ຮັບ​ພະ​ລັງ​ຂອງ​ມັນ​ຜ່ານ ຄລິ-ຟລອສ໌-ອິສ໌-​ເອສ໌, ຫລື ຮາ-​ໂຄ-ຄໍ-ບິມ, ດວງ​ດາວ​ທີ່​ສະແດງ​ໃຫ້​ເຫັນ​ໂດຍ​ເລກ​ທີ 22 ແລະ 23, ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຈາກ​ການ​ໝຸນ​ວຽນ​ຂອງ​ໂຄ​ລອບ.

ຮູບ​ທີ 6. ສະແດງ​ເຖິງ​ແຜ່ນ​ດິນ​ໂລກ​ນີ້​ໃນ​ສີ່​ມຸມ​ຂອງ​ມັນ.

ຮູບ​ທີ 7. ສະແດງ​ເຖິງ​ພຣະ​ເຈົ້າ​ປະ​ທັບ​ນັ່ງ​ຢູ່​ເທິງ​ພຣະ​ບັນ​ລັງ​ຂອງ​ພຣະ​ອົງ, ເປີດ​ເຜີຍ​ຜ່ານ​ຟ້າ​ສະຫວັນ​ເຖິງ​ຄຳ​ໄຂ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຖານະ​ປະ​ໂລ​ຫິດ; ດັ່ງ​ເຊັ່ນ, ເຄື່ອງ​ໝາຍ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແກ່​ອັບ​ຣາ​ຮາມ, ເຊັ່ນ​ກັນ, ໃນ​ຮູບ​ຂອງ​ນົກ​ເຂົາ.

ຮູບ​ທີ 8. ບັນ​ຈຸ​ການ​ຂຽນ​ທີ່​ບໍ່​ສາ​ມາດ​ເປີດ​ເຜີຍ​ແກ່​ໂລກ; ແຕ່​ສາ​ມາດ​ຮັບ​ໄດ້​ຢູ່​ໃນ​ພຣະ​ວິນ​ຍານ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ.

ຮູບ​ທີ 9. ບໍ່​ຄວນ​ເປີດ​ເຜີຍ​ໃນ​ເວລາ​ປະ​ຈຸ​ບັນ.

ຮູບ​ທີ 10. ເຊັ່ນ​ດຽວ​ກັນ.

ຮູບ​ທີ 11. ເຊັ່ນ​ດຽວ​ກັນ. ຖ້າ​ຫາກ​ໂລກ​ສາ​ມາດ​ຄົ້ນ​ພົບ​ເລກ​ເຫລົ່າ​ນີ້, ກໍ​ໃຫ້​ເປັນ​ໄປ​ຕາມ​ນັ້ນ. ອາແມນ.

ຮູບ​ທີ 12, 13, 14, 15, 16, 17, 18, 19, 20, ແລະ 21 ຈະ​ຖືກ​ມອບ​ໃຫ້​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ແປ​ເບື້ອງ​ເທິງ​ໄດ້​ໃຫ້​ໄວ້​ເທົ່າ​ທີ່​ພວກ​ເຮົາ​ສາ​ມາດ​ມີ​ສິດ​ມອບ​ໃຫ້​ໃນ​ເວລາ​ປະ​ຈຸ​ບັນ.