ພຣະ​ເຢ​ຊູ​ຄຣິດ
ບົດ​ສວດ​ເຂົ້າ​ຈີ່​ສິນ​ລະ​ລຶກ


ບົດ​ສວດ​ເຂົ້າ​ຈີ່​ສິນ​ລະ​ລຶກ

ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ,
ພວກ​ຂ້າ​ພຣະ​ອົງ ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ
ໂປດ​ປະທານ​ພອນ ແລະ ເຮັດ​ໃຫ້​ເຂົ້າ​ຈີ່​ນີ້​ສັກ​ສິດ
ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ ຜູ້​ທີ່​ຮັບ​ສ່ວນ,
ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະທານ​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ,
ແລະ ເປັນ​ສັກ​ຂີ​ພະຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ,
ວ່າ​ເຂົາ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ
ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະທານ​ໃຫ້​ເຂົາ;
ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ.
ອາແມນ.