ພຣະ​ເຢ​ຊູ​ຄຣິດ
ບົດ​ສວດ​ນ້ຳ​ສິນ​ລະ​ລຶກ


ບົດ​ສວດ​ນ້ຳ​ສິນ​ລະ​ລຶກ

ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ,
ພວກ​ຂ້າ​ພຣະ​ອົງ ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ,
ໂປດ​ປະທານ​ພອນ ແລະ ເຮັດ​ໃຫ້​ນ້ຳ​ນີ້​ສັກ​ສິດ
ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ດື່ມ,
ເພື່ອ​ເຂົາ​ຈະ​ເຮັດ​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ໂລ​ຫິດ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ,
ຊຶ່ງ​ຫລັ່ງ​ເພື່ອ​ເຂົາ;
ເພື່ອ​ເຂົາ​ຈະ​ເປັນ​ສັກ​ຂີ​ພະຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ,
ວ່າ​ເຂົາ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະຫລອດ​ເວລາ,
ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ.
ອາແມນ.