ໜັງສື​ນີ​ໄຟ​ສະບັບ​ທີໜຶ່ງ

ບົດ​ທີ 17

ນີ​ໄຟ​ໄດ້​ຖືກ​ບັນຊາ​ໃຫ້​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ—ພວກ​ອ້າຍ​ຂອງ​ເພິ່ນຂັດຂວາງ​ເພິ່ນ—ເພິ່ນ​ຊັກ​ຊວນ​ພວກ​ເຂົາ​ໂດຍ​ການ​ເລົ່າ​ປະຫວັດສາດ​ທີ່​ພຣະ​ເຈົ້າ​ໄດ້​ກະທຳ​ກັບ​ອິດ​ສະ​ຣາ​ເອນ—ນີ​ໄຟເຕັມ​ໄປ​ດ້ວຍ​ອຳນາດ​ຂອງ​ພຣະ​ເຈົ້າ—ພວກ​ອ້າຍ​ຂອງ​ເພິ່ນ​ຖືກ​ຫ້າມ​ບໍ່​ໃຫ້​ແຕະຕ້ອງ​ຮ່າງກາຍ​ຂອງ​ເພິ່ນ, ຖ້າ​ບໍ່​ດັ່ງນັ້ນພວກ​ເຂົາ​ຈະ​ຫ່ຽວ​ແຫ້ງ​ເໝືອນ​ດັ່ງ​ຕົ້ນອໍ້​ແຫ້ງ. ປະມານ 592–591 ປີ ກ່ອນ ຄ.ສ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຮົາ​ໄດ້​ອອກ​ເດີນທາງ​ອີກ​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານ; ແລະ ນັບ​ແຕ່​ເວລາ​ນັ້ນພວກ​ເຮົາ​ໄດ້​ເດີນທາງ​ເກືອບ​ຈະ​ໄປ​ທາງ​ຕາ​ເວັນ​ອອກ. ແລະ ພວກ​ເຮົາ​ໄດ້​ເດີນທາງ ແລະ ລຸຍ​ໄປ​ກັບ​ຄວາມທຸກ​ທໍລະມານ​ທີ່​ສຸດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ; ແລະ ພວກ​ຜູ້ຍິງ​ຂອງ​ພວກ​ເຮົາ​ໄດ້​ເກີດ​ລູກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 ແລະ ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ປະທານ​ໃຫ້​ແກ່​ພວກ​ເຮົາ​ນັ້ນຍິ່ງ​ໃຫຍ່​ເຫລືອ​ທີ່​ສຸດ, ຄື​ເວລາ​ນັ້ນພວກ​ເຮົາ​ໄດ້​ດຳລົງ​ຊີວິດ​ຢູ່​ດ້ວຍ​ຊີ້ນ​ດິບ​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານ, ພວກ​ຜູ້ຍິງ​ຂອງ​ພວກ​ເຮົາ​ກໍ​ມີນ້ຳນົມ​ຢ່າງ​ຫລວງຫລາຍ​ໃຫ້​ລູກ​ຂອງ​ພວກ​ເຂົາ, ແລະ ແຂງ​ແຮງດີ, ແທ້​ຈິງ​ແລ້ວ, ແມ່ນ​ເທົ່າ​ທຽມ​ກັບ​ພວກ​ຜູ້​ຊາຍ; ແລະ ພວກ​ເຂົາ​ອົດທົນ​ຕໍ່​ການ​ເດີນທາງ​ໂດຍ​ບໍ່​ໄດ້​ຈົ່ມ​ວ່າ.

 ແລະ ດັ່ງນັ້ນພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າຕ້ອງ​ສຳ​ເລັດ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ລູກ​ຫລານ​ມະນຸດ​ຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ແລ້ວ​ພຣະ​ອົງ​ຍ່ອມ​ບຳລຸງ​ລ້ຽງ​ດູ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ຂຶ້ນ, ແລະ ຈັດ​ຫາ​ທາງຊຶ່ງ​ໂດຍ​ທາງນັ້ນພວກ​ເຂົາ​ຈະສຳ​ເລັດ​ໄດ້​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນຊາ​ພວກ​ເຂົາ; ດັ່ງນັ້ນ, ພຣະ​ອົງ​ໄດ້​ຈັດ​ຫາ​ທາງ​ໃຫ້​ພວກ​ເຮົາ​ໃນ​ເວລາ​ທີ່​ພວກ​ເຮົາ​ຢູ່​ໃນຖິ່ນ​ແຫ້ງ​ແລ້ງກັນດານ.

 ແລະ ພວກ​ເຮົາ​ໄດ້​ຢູ່​ມາ​ເປັນ​ເວລາ​ຫລາຍ​ປີ, ແທ້​ຈິງ​ແລ້ວ, ແມ່ນ​ເຖິງ​ແປດ​ປີ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 ແລະ ພວກ​ເຮົາ​ໄດ້​ມາ​ເຖິງ​ແຜ່ນດິນ ຊຶ່ງພວກ​ເຮົາ​ເອີ້ນ​ວ່າ ອຸດົມ​ສົມບູນ, ເພາະ​ມັນ​ມີ​ໝາກ​ໄມ້​ນາງໆ​ຊະນິດ ແລະ ມີນ້ຳ​ເຜິ້ງປ່ານຳອີກ; ແລະ ທັງ​ໝົດ​ນີ້​ພຣະ​ຜູ້​ເປັນ​ເຈົ້າຕຽມ​ໄວ້​ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕາຍ. ແລະ ພວກ​ເຮົາ​ເຫັນ​ທະ​ເລ ຊຶ່ງພວກ​ເຮົາ​ເອີ້ນ​ວ່າ ອິ​ຣິ​ອານ​ທຳ, ຊຶ່ງພວກ​ເຮົາ​ແປ​ວ່າ ຜືນ​ນ້ຳອັນ​ກວ້າງ​ໃຫຍ່.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຮົາ​ໄດ້​ຕັ້ງຜ້າ​ເຕັ້ນຂຶ້ນ​ໃນ​ແຄມ​ຝັ່ງ​ທະ​ເລ; ແລະ ເຖິງ​ແມ່ນ​ພວກ​ເຮົາ​ໄດ້​ອົດທົນ​ຮັບ​ຄວາມທຸກ​ທໍລະມານ ແລະ ຄວາມ​ລຳບາກ​ມາ​ຫລາຍ​ແລ້ວ, ແທ້​ຈິງ​ແລ້ວ, ເຖິງ​ຂະໜາດ​ຂ້າພະ​ເຈົ້າຂຽນ​ໄວ້​ໝົດ​ບໍ່​ໄດ້, ພວກ​ເຮົາກໍ​ປິ​ຕິ​ຍິນ​ດີຢ່າງ​ຍິ່ງ​ເມື່ອ​ພວກ​ເຮົາ​ມາ​ເຖິງ​ຝັ່ງ​ທະ​ເລ ແລະ ພວກ​ເຮົາ​ເອີ້ນ​ບ່ອນ​ນັ້ນວ່າ ອຸດົມ​ສົມບູນ ເພາະ​ມັນ​ມີ​ໝາກ​ໄມ້​ຫລາຍໆ​ຊະນິດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຫລັງ​ຈາກ​ຂ້າພະ​ເຈົ້ານີ​ໄຟ​ໄດ້​ພັກຜ່ອນຢູ່​ໃນ​ແຜ່ນດິນ​ອຸດົມ​ສົມບູນເປັນ​ເວລາ​ຫລາຍ​ມື້, ສຸລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ຂ້າພະ​ເຈົ້າ, ມີ​ຄວາມ​ວ່າ: ລຸກຂຶ້ນ ແລະ ຈົ່ງ​ຂຶ້ນ​ໄປ​ເທິງ​ພູ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ລຸກຂຶ້ນ ແລະ ໄດ້​ຂຶ້ນ​ໄປ​ເທິງ​ພູ ແລະ ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ສ້າງ​ເຮືອ​ລຳ​ໜຶ່ງ ຕາມ​ວິທີ​ທີ່​ເຮົາ​ຈະ​ສະ​ແດງ​ແກ່​ເຈົ້າ, ເພື່ອ​ເຮົາຈະ​ນຳ​ຜູ້​ຄົນ​ຂອງ​ເຈົ້າຂ້າມ​ນ້ຳນີ້​ໄປ.

 ແລະ ຂ້າພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະ​ອົງ​ເຈົ້າ, ຂ້ານ້ອຍ​ຈະ​ໄປ​ທາງ​ໃດ​ເພື່ອ​ຈະ​ໄດ້​ຫາ​ແຮ່​ມາ​ຫລໍ່​ຫລອມ ເພື່ອ​ຈະ​ເຮັດ​ເຄື່ອງມື​ສ້າງ​ເຮືອ​ຕາມ​ວິທີ​ພຣະ​ອົງ​ໄດ້​ສະ​ແດງ​ແກ່​ຂ້ານ້ອຍ?

 10 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້​ວ່າ​ຈະ​ໄປ​ຫາ​ແຮ່​ຢູ່​ບ່ອນ​ໃດ ເພື່ອ​ຈະ​ໄດ້​ມັນ​ມາ​ເຮັດ​ເປັນ​ເຄື່ອງມື.

 11 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເຮັດ​ເຄື່ອງ​ເປົ່າ​ລົມ​ດ້ວຍ​ໜັງ​ສັດ​ເພື່ອ​ໃຊ້​ເປົ່າ​ໄຟ ແລະ ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ເຮັດ​ເຄື່ອງ​ເປົ່າ​ລົມ​ເພື່ອ​ຈະ​ໄດ້​ໃຊ້​ເປົ່າ​ໄຟ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ເອົາ​ຫີນ​ສອງ​ກ້ອນ​ມາ​ຕ່ອຍ​ກັນ​ເພື່ອ​ຈະ​ໄດ້​ກໍ່​ໄຟ.

 12 ເພາະ​ຕັ້ງ​ແຕ່​ຕົ້ນມາ​ພຣະ​ຜູ້​ເປັນ​ເຈົ້າບໍ່ຍອມ​ໃຫ້​ພວກ​ເຮົາກໍ່​ໄຟ​ຫລາຍ​ໃນ​ເວລາ​ທີ່​ພວກ​ເຮົາ​ເດີນທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານ; ເພາະ​ພຣະ​ອົງ​ບອກ​ວ່າ: ເຮົາ​ຈະ​ເຮັດ​ໃຫ້​ອາຫານ​ຂອງ​ເຈົ້າກັບ​ເປັນ​ຫວານເພື່ອ​ເຈົ້າຈະ​ບໍ່​ໄດ້​ຫຸງຕົ້ມ;

 13 ແລະ ເຮົາຈະ​ເປັນ​ແສງ​ສະຫວ່າງ​ໃຫ້​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ນຳ​ອີກ; ແລະ ເຮົາ​ຈະ​ຕຽມ​ທາງ​ໄວ້​ກ່ອນ​ເຈົ້າຖ້າ​ຫາກ​ເຈົ້າຈະ​ຮັກສາ​ພຣະ​ບັນຍັດ​ຂອງ​ເຮົາ; ດັ່ງນັ້ນ, ຕາບ​ໃດ​ທີ່​ເຈົ້າຈະຮັກສາ​ພຣະ​ບັນຍັດ​ຂອງ​ເຮົາ ເຈົ້າຈະ​ຖືກ​ພາ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ແລະ ເຈົ້າຈະ​ຮູ້​ວ່າ​ເຮົາ​ເປັນ​ຜູ້ນຳ​ເຈົ້າ​ໄປ.

 14 ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄວ້​ອີກ​ວ່າ: ຫລັງ​ຈາກ​ເຈົ້າ​ໄປ​ເຖິງ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ແລ້ວ, ເຈົ້າຈະ​ຮູ້​ວ່າ ເຮົາ​ພຣະຜູ້​ເປັນ​ເຈົ້າ​ເປັນພຣະ​ເຈົ້າ; ແລະວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າໄດ້​ປົດ​ປ່ອຍ​ເຈົ້າ​ໃຫ້​ພົ້ນຈາກ​ຄວາມ​ພິນາດ; ແທ້​ຈິງ​ແລ້ວ, ເຮົາພຣະ​ເຈົ້າ​ໄດ້​ພາ​ເຈົ້າອອກ​ມາ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ.

 15 ດັ່ງນັ້ນ, ຂ້າພະ​ເຈົ້ານີ​ໄຟ​ໄດ້​ພະ​ຍາ​ຍາມ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຂ້າພະ​ເຈົ້າ​ໄດ້​ຊັກ​ຊວນ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ​ໃຫ້​ມີ​ຄວາມ​ຊື່ສັດ ແລະ ພາກ​ພຽນ.

 16 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ເຮັດ​ເຄື່ອງ​ມື​ຈາກ​ແຮ່​ທີ່​ຂ້າພະ​ເຈົ້າ​ໄດ້​ຫລອມ​ອອກ​ຈາກ​ຫີນ.

 17 ແລະ ເມື່ອ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ​ເຫັນ​ວ່າ ຂ້າພະ​ເຈົ້າ​ກຳລັງ​ຈະ​ສ້າງ​ເຮືອ​ຢູ່, ພວກ​ເຂົາ​ເລີ່ມ​ຈົ່ມ​ໃຫ້​ຂ້າພະ​ເຈົ້າ, ໂດຍ​ກ່າວ​ວ່າ: ນ້ອງ​ຂອງ​ພວກ​ເຮົາ​ເປັນ​ຄົນ​ໂງ່, ມັນ​ຄິດ​ວ່າ​ມັນ​ຈະ​ສ້າງ​ເຮືອ​ໄດ້; ແທ້​ຈິງ​ແລ້ວ, ແລະ ມັນ​ຄິດ​ອີກ​ວ່າ ມັນ​ສາມາດ​ຂ້າມ​ນ້ຳ​ກວ້າງ​ໃຫຍ່​ນີ້​ໄປ​ໄດ້.

 18 ແລະ ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ຈົ່ມ​ໃຫ້​ຂ້າພະ​ເຈົ້າດັ່ງນັ້ນ, ແລະ ປາ​ຖະໜາ​ທີ່​ຈະ​ບໍ່​ເຮັດ​ວຽກ​ເພາະ​ພວກ​ເຂົາ​ບໍ່​ເຊື່ອ​ວ່າ​ຂ້າພະ​ເຈົ້າຈະ​ສ້າງ​ເຮືອ​ໄດ້; ທັງ​ບໍ່​ເຊື່ອ​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ຂ້າພະ​ເຈົ້າ​ແລ້ວ.

 19 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ເລີ່ມ​ເສົ້າ​ສະຫລົດ​ໃຈ​ຢ່າງ​ຍິ່ງ​ເພາະ​ຄວາມ​ແຂງ​ກະ​ດ້າງ​ໃຈ​ຂອງ​ພວກ​ເຂົາ; ແລະ ບັດ​ນີ້​ເມື່ອ​ພວກ​ເຂົາ​ເຫັນ​ວ່າ ຂ້າພະ​ເຈົ້າ​ເລີ່ມ​ເສົ້າສະຫລົດ​ໃຈ​ຫລາຍ ພວກ​ເຂົາ​ກໍ​ຍິນ​ດີ​ໃນ​ໃຈ​ຢ່າງ​ຍິ່ງ, ເຖິງ​ຂະໜາດ​ທີ່​ພວກ​ເຂົາໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີໃສ່​ຂ້າພະ​ເຈົ້າ​ໂດຍ​ກ່າວ​ວ່າ: ພວກ​ເຮົາ​ຮູ້​ວ່າ​ເຈົ້າ​ເຮັດ​ເຮືອ​ບໍ່​ໄດ້, ເພາະ​ພວກ​ເຮົາ​ຮູ້​ວ່າ​ເຈົ້າຕັດສິນ​ໃຈ​ບໍ່​ເປັນ; ດັ່ງນັ້ນ, ເຈົ້າຈະ​ເຮັດ​ວຽກ​ງານ​ໃຫຍ່​ເຊັ່ນ​ນີ້​ໃຫ້​ສຳເລັດ​ບໍ່​ໄດ້.

 20 ແລະ ເຈົ້າ​ເປັນ​ຄື​ກັນ​ກັບ​ບິດາ​ຂອງ​ພວກ​ເຮົາ, ຊຶ່ງຖືກ​ພາ​ໄປ​ໂດຍ​ຄວາມ​ຄິດຝັນ​ອັນ​ໂງ່​ຈ້າ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ເພິ່ນ​ນຳພວກເຮົາ​ອອກ​ມາ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ ແລະ ພວກ​ເຮົາ​ໄດ້​ເລື່ອນ​ລອຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ມາ​ຫລາຍ​ປີ​ແລ້ວ; ແລະ ພວກ​ຜູ້ຍິງ​ຂອງ​ພວກ​ເຮົາ​ກໍ​ໄດ້​ເຮັດວຽກ​ໜັກ​ໃນ​ຂະນະ​ທີ່​ຖືພາ; ແລະ ພວກ​ເຂົາ​ໄດ້​ເກີດ​ລູກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ແລະ ໄດ້​ອົດທົນ​ທຸກ​ສິ່ງ​ທຸກ​ຢ່າງ​ນອກ​ຈາກ​ຄວາມ​ຕາຍ​ເທົ່າ​ນັ້ນ; ແລ້ວຖ້າ​ພວກ​ເຂົາ​ຕາຍ​ເສຍ​ກ່ອນ​ອອກ​ຈາກ​ເຢຣູ​ຊາເລັມ​ກໍ​ຄົງ​ເປັນ​ການ​ດີກວ່າ​ທີ່​ຈະ​ຕ້ອງ​ມາ​ທົນ​ທຸກທໍລະມານ​ເຊັ່ນ​ນີ້.

 21 ຈົ່ງ​ເບິ່ງ, ຫລາຍ​ປີຜ່ານມາ​ທີ່​ພວກ​ເຮົາ​ໄດ້​ອົດທົນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ຊຶ່ງ​ເປັນ​ເວລາ​ທີ່​ພວກ​ເຮົາ​ຄວນ​ຈະ​ຊື່ນ​ຊົມ​ຢູ່​ກັບ​ຊັບ​ສົມບັດ​ຂອງ​ພວກ​ເຮົາ ແລະ ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍລະດົກ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ແລະ ພວກ​ເຮົາ​ຄວນ​ຈະ​ມີ​ຄວາມສຸກ.

 22 ແລະ ພວກ​ເຮົາ​ຮູ້​ວ່າ ຜູ້​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ເຢຣູ​ຊາເລັມ​ເປັນ​ຄົນ​ຊອບ​ທຳ; ເພາະ​ພວກ​ເຂົາ​ໄດ້​ຮັກສາ​ຂໍ້ກຳນົດ ແລະ ຄຳ​ພິພາກສາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ບັນຍັດ​ທຸກ​ປະການ​ຂອງ​ພຣະ​ອົງ​ຕາມ​ກົດ​ຂອງ​ໂມ​ເຊ; ດັ່ງນັ້ນ, ພວກ​ເຮົາ​ຈຶ່ງ​ຮູ້​ວ່າ ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ; ແລະ ພວກ​ເຂົາ​ຖືກ​ຕັດສິນ​ໂດຍ​ບິດາ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ອອກ​ມາ​ເພາະ​ພວກ​ເຮົາ​ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ; ແທ້​ຈິງ​ແລ້ວ, ແລະ ນ້ອງ​ຊາຍ​ຂອງ​ພວກ​ເຮົາ​ກໍ​ເປັນ​ຄື​ກັນ​ກັບ​ເພິ່ນ. ແລະ ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ຈົ່ມ ແລະ ຕໍ່​ວ່າ​ຕໍ່​ຂານ​ພວກ​ເຮົາ​ໂດຍ​ໃຊ້​ພາສາ​ຢ່າງ​ນີ້.

 23 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເວົ້າກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ພວກ​ເຈົ້າ​ເຊື່ອ​ບໍ່​ວ່າ ບັນພະ​ບຸລຸດ​ຂອງ​ພວກ​ເຮົາ​ຜູ້​ເປັນ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ ຈະ​ຖືກ​ນຳພາ​ໄປ​ໃຫ້​ພົ້ນຈາກ​ກຳມື​ຂອງ​ຊາວ​ເອຢິບ​ບໍ່​ໄດ້​ຖ້າ​ຫາກ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

 24 ແທ້​ຈິງ​ແລ້ວ, ພວກ​ເຈົ້າຄິດ​ບໍ່​ວ່າ ພວກ​ເຂົາ​ຈະ​ຖືກ​ນຳ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ​ບໍ່​ໄດ້ ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າບໍ່​ບັນຊາ​ໂມ​ເຊ​ໃຫ້​ນຳ​ພວກ​ເຂົາ​ໄປ​ໃຫ້​ພົ້ນຈາກ​ຄວາມ​ເປັນ​ທາດ?

 25 ບັດ​ນີ້ພວກ​ເຈົ້າຮູ້​ວ່າ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ເຄີຍ​ເປັນ​ທາດ​ມາ​ແລ້ວ; ແລະ ພວກ​ເຈົ້າຮູ້​ວ່າ ພວກ​ເຂົາ​ຕ້ອງ​ເຮັດ​ວຽກ​ໜັກ ຊຶ່ງ​ເປັນ​ພາລະ​ເຫລືອ​ທີ່​ຈະ​ທົນ​ໄດ້; ດັ່ງ​ນັ້ນ, ພວກ​ເຈົ້າຮູ້​ວ່າ​ພວກ​ເຂົາ​ຖືກ​ນຳ​ໄປ​ໃຫ້​ພົ້ນຈາກ​ຄວາມ​ເປັນ​ທາດ​ຍ່ອມ​ຕ້ອງ​ເປັນ​ການ​ດີ​ສຳລັບ​ພວກ​ເຂົາ.

 26 ບັດ​ນີ້ພວກ​ເຈົ້າຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ໃຫ້​ໂມ​ເຊ​ເຮັດ​ວຽກ​ທີ່​ຍິ່ງ​ໃຫຍ່​ນັ້ນ; ແລະ ພວກ​ເຈົ້າຮູ້​ວ່າ ດ້ວຍ​ຄຳ​ເວົ້າຂອງ​ເພິ່ນນ້ຳ​ໃນ​ທະ​ເລ​ແດງ​ຈຶ່ງ​ແຍກ​ອອກ​ໄປ​ທາງນັ້ນທາງ​ນີ້, ແລະ ພວກ​ເຂົາ​ຈຶ່ງ​ເດີນ​ຜ່ານ​ໄປ​ໄດ້​ເທິງ​ແຜ່ນດິນ​ແຫ້ງ.

 27 ແລະ ພວກ​ເຈົ້າຮູ້​ວ່າ​ຊາວ​ເອຢິບ​ຊຶ່ງ​ເປັນ​ກອງທັບ​ຂອງ​ຟາ​ຣາ​ໂອ​ໄດ້​ຈົມ​ຢູ່​ໃນ​ນ້ຳທະ​ເລ​ແດງ​ນັ້ນ.

 28 ແລະ ພວກ​ເຈົ້າຮູ້​ອີກ​ວ່າ​ພວກ​ເຂົາ​ຖືກ​ລ້ຽງ​ດູ​ດ້ວຍ​ມາ​ນາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 29 ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າຮູ້ອີກ​ວ່າດ້ວຍ​ຄຳ​ເວົ້າຂອງ​ໂມ​ເຊ​ຕາມ​ອຳນາດ​ຂອງ​ພຣະ​ເຈົ້າຊຶ່ງຢູ່​ກັບ​ເພິ່ນ, ເພິ່ນ​ຕີ​ຫີນ ແລະ ນ້ຳ​ໄດ້​ໄຫລ​ອອກ​ມາ​ເພື່ອ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ຈະ​ໄດ້​ດື່ມ​ແກ້ຄວາມ​ຫິວ​ກະຫາຍ.

 30 ແລະ ທັງ​ທີ່​ພວກ​ເຂົາ​ຖືກ​ນຳ​ໄປ ພຣະ​ຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ​ຍັງ​ສະ​ເດັດ​ໄປ​ທາງ​ໜ້າ​ພວກ​ເຂົາ ໂດຍ​ນຳ​ພວກ​ເຂົາ​ໄປ​ໃນ​ຕອນ​ກາງ​ເວັນ ແລະ ປະທານ​ແສງ​ສະຫວ່າງ​ໃຫ້​ພວກ​ເຂົາ​ໃນ​ຕອນ​ກາງຄືນ, ແລະ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ແກ່​ພວກ​ເຂົາ ຊຶ່ງຕາມ​ແບບ​ມະນຸດ​ຈະ​ໄດ້​ຮັບ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະດ້າງ ແລະ ເຮັດ​ຈິດ​ໃຈ​ມືດ​ມົນ ແລະ ໝິ່ນ​ປະໝາດ​ໂມ​ເຊ ແລະ ພຣະ​ເຈົ້າອົງ​ທ່ຽງ​ແທ້ ແລະ ຊົງ​ພຣະ​ຊົນ​ຢູ່.

 31 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ອົງ​ໄດ້​ທຳລາຍ​ພວກ​ເຂົາ​ຕາມຄຳ​ຂອງ​ພຣະ​ອົງ ແລະ ຕາມ​ຄຳ​ຂອງ​ພຣະ​ອົງ​ໄດ້​ນຳພາ​ພວກ​ເຂົາ ແລະ ຕາມ​ຄຳ​ຂອງ​ພຣະ​ອົງ​ໄດ້​ກະທຳ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ພວກ​ເຂົາ; ແລະ ບໍ່​ມີ​ຫຍັງ​ເປັນ​ໄປ​ນອກ​ຈາກ​ຕາມ​ຄຳ​ຂອງ​ພຣະ​ອົງ.

 32 ແລະ ຫລັງ​ຈາກ​ພວກ​ເຂົາ​ຂ້າມ​ແມ່ນ້ຳ​ຢໍ​ແດນ​ແລ້ວ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຍິ່ງ​ໃຫຍ່​ຈົນ​ໄດ້​ຂັບ​ໄລ່​ລູກ​ຫລານ​ຂອງ​ແຜ່ນດິນ​ໄປ, ແທ້​ຈິງ​ແລ້ວ, ຈົນ​ພວກ​ນັ້ນກະຈັດກະຈາຍ​ໄປ​ສູ່​ຄວາມ​ພິນາດ.

 33 ແລະ ບັດ​ນີ້, ພວກ​ເຈົ້າຄິດ​ບໍ່​ວ່າ​ລູກ​ຫລານ​ຂອງ​ແຜ່ນດິນ​ນີ້ ຊຶ່ງຢູ່​ໃນ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ ຊຶ່ງບັນພະບຸລຸດ​ຂອງ​ພວກ​ເຂົາ​ຂັບ​ໄລ່​ໄປ, ພວກ​ເຈົ້າຄິດບໍ່​ວ່າ​ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ? ຈົ່ງ​ເບິ່ງ, ເຮົາ​ເວົ້າກັບ​ພວກ​ເຈົ້າວ່າ, ບໍ່​ເລີຍ.

 34 ພວກ​ເຈົ້າ​ຄິດ​ບໍ່​ວ່າ​ບັນ​ພະບຸລຸດ​ຂອງ​ພວກ​ເຮົາ​ຈະ​ເປັນ​ທີ່​ໂປດ​ປານ​ຫລາຍ​ກວ່າ​ພວກ​ເຂົາ ຖ້າ​ຫາກ​ພວກ​ເຂົາ​ເປັນ​ຄົນ​ຊອບ​ທຳ? ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ບໍ່​ເລີຍ.

 35 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າຖື​ວ່າ ເນື້ອ​ໜັງ​ທັງຫລາຍ​ເປັນອັນ​ດຽວ; ຄົນ​ທີ່​ຊອບ​ທຳ​ຍ່ອມ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ຜູ້ຄົນ​ພວກ​ນີ້​ປະຕິ​ເສດ​ຄຳ​ຂອງ​ພຣະ​ເຈົ້າທຸກ​ຂໍ້ຄວາມ; ແລະ ພວກ​ເຂົາ​ສຸກ​ໃນຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ບໍລິບູນ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າຢູ່​ເໜືອ​ພວກ​ເຂົາ​ແລ້ວ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ​ແຜ່ນດິນ​ສຳລັບ​ພວກ​ເຂົາ ແລະ ປະທານ​ມັນ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ພຣະ​ອົງ​ໄດ້​ສາບ​ແຊ່ງ​ມັນ​ສຳລັບ​ພວກ​ເຂົາຈົນ​ເຖິງ​ຄວາມ​ພິນາດ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ປະທານ​ມັນ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກ​ເຮົາ​ຈົນ​ເຖິງ​ການ​ມີ​ອຳນາດ​ເໜືອ​ກວ່າ​ມັນ.

 36 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ໂລກ​ເພື່ອ​ໃຫ້​ເປັນ​ທີ່​ຢູ່​ອາ​ໄສ; ແລະ ພຣະ​ອົງ​ໄດ້​ສ້າງ​ລູກຂອງ​ພຣະ​ອົງ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເປັນ​ເຈົ້າຂອງ​ມັນ.

 37 ແລະ ພຣະ​ອົງ​ໄດ້​ຍົກ​ປະຊາ​ຊາດ​ທີ່​ຊອບ​ທຳ​ຂຶ້ນ ແລະ ທຳລາຍ​ປະຊາ​ຊາດ​ຂອງ​ຄົນ​ຊົ່ວ.

 38 ແລະ ພຣະ​ອົງ​ໄດ້​ນຳ​ຄົນ​ຊອບ​ທຳ​ໄປ​ຫາ​ແຜ່ນດິນ​ທີ່​ມີຄ່າ, ແລະ ພຣະ​ອົງ​ໄດ້​ທຳລາຍ​ຄົນ​ຊົ່ວ, ແລະ ສາບ​ແຊ່ງ​ແຜ່ນດິນ​ສຳລັບ​ຄົນ​ຊົ່ວ​ເພື່ອ​ເຫັນ​ແກ່​ພວກ​ເຂົາ.

 39 ພຣະ​ອົງ​ໄດ້​ປົກຄອງ​ຢູ່​ສູງ​ໃນ​ສະ​ຫວັນ, ເພາະ​ບ່ອນ​ນັ້ນຄື​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ, ແລະ ແຜ່ນດິນ​ໂລກ​ນີ້​ຄື​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ.

 40 ແລະ ພຣະ​ອົງ​ຮັກ​ຜູ້​ທີ່​ຮັບ​ຮູ້​ພຣະ​ອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ. ຈົ່ງ​ເບິ່ງ, ພຣະ​ອົງ​ຮັກ​ບັນພະບຸລຸດ​ຂອງ​ພວກ​ເຂົາ, ແລະ ພຣະ​ອົງ​ເຮັດ​ພັນທະ​ສັນຍາ​ໄວ້​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ; ແລະ ພຣະ​ອົງ​ຈື່​ຈຳ​ພັນທະ​ສັນຍາ​ທີ່​ໄດ້​ກະທຳ​ໄວ້; ດັ່ງນັ້ນ, ພຣະ​ອົງ​ຈຶ່ງ​ໄດ້​ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນດິນ​ເອຢິບ.

 41 ແລະ ພຣະ​ອົງ​ໄດ້​ຕີ​ສອນ​ພວກ​ເຂົາ​ດ້ວຍ​ໄມ້​ແສ້​ຂອງ​ພຣະ​ອົງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ເພາະ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະດ້າງ​ເຖິງ​ແມ່ນ​ດັ່ງ​ທີ່​ພວກ​ເຈົ້າ​ເຮັດ​ຢູ່; ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີ​ສອນ​ພວກ​ເຂົາ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ສົ່ງ​ງູ​ພິດ​ບິນ​ພົ່ນ​ໄຟ​ລົງ​ມາ​ເທິງບັນດາ​ພວກ​ເຂົາ; ແລະ ຫລັງ​ຈາກ​ຖືກ​ງູ​ຕອດ​ແລ້ວ ພຣະ​ອົງ​ໄດ້​ຕຽມ​ທາງ​ໄວ້​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປິ່ນປົວ; ແລະ ວຽກ​ທີ່​ພວກ​ເຂົາ​ຕ້ອງ​ເຮັດ​ຄື​ຫລຽວ​ເບິ່ງ; ແລະ ເພາະ​ຄວາມ​ລຽບ​ຂອງ​ທາງ, ຫລື ຄວາມ​ງ່າຍດາຍ​ຂອງ​ມັນ, ຈຶ່ງ​ມີ​ຄົນ​ຕາຍ​ເປັນ​ຈຳນວນ​ຫລວງຫລາຍ.

 42 ແລະ ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະດ້າງ​ເປັນ​ບາງ​ຄັ້ງ, ແລະ ພວກ​ເຂົາ​ໄດ້​ໝິ່ນ​ປະໝາດ​ໂມ​ເຊ​ກັບ​ພຣະ​ເຈົ້ານຳ​ອີກ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າຍັງ​ຮູ້​ວ່າ​ພວກ​ເຂົາ​ຖືກ​ນຳ​ອອກ​ມາ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ​ໂດຍ​ອຳນາດ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະ​ອົງ.

 43 ແລະ ບັດ​ນີ້, ຫລັງ​ຈາກ​ເຫດການ​ທັງ​ໝົດ​ນີ້​ແລ້ວ, ເວລາ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຂົາ​ກັບ​ເປັນ​ຄົນ​ຊົ່ວ, ແທ້​ຈິງ​ແລ້ວ, ເກືອບສຸກ; ແລະ ເຮົາກໍ​ບໍ່​ຮູ້​ແຕ່​ທຸກ​ວັນນີ້ພວກເຂົາ​ໃກ້​ຈະ​ຖືກ​ທຳລາຍ​ແລ້ວ; ເພາະ​ເຮົາ​ຮູ້​ວ່າ ວັນນັ້ນຕ້ອງ​ມາ​ເຖິງ​ແນ່ນອນ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ຖືກ​ທຳລາຍ, ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນຊຶ່ງຈະ​ຖືກ​ນຳ​ໄປ​ສູ່​ການ​ເປັນ​ຊະ​ເລີຍ.

 44 ດັ່ງນັ້ນ, ພຣະ​ຜູ້​ເປັນ​ເຈົ້າຈຶ່ງ​ບັນຊາ​ບິດາ​ຂອງ​ເຮົາ​ວ່າ​ເພິ່ນ​ຄວນ​ອອກ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ ແລະ ຊາວ​ຢິວກໍ​ພະຍາຍາມ​ທີ່​ຈະ​ເອົາ​ຊີວິດ​ຂອງ​ເພິ່ນ​ນຳ​ອີກ; ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າກໍ​ພະຍາຍາມ​ທີ່​ຈະ​ເອົາ​ຊີວິດ​ຂອງ​ເພິ່ນ​ເໝືອນ​ກັນ; ດັ່ງນັ້ນ, ພວກ​ເຈົ້າຈຶ່ງ​ມີ​ໃຈ​ເປັນ​ຄາດ​ຕະກອນ ແລະ ພວກ​ເຈົ້າກໍ​ປຽບ​ເໝືອນ​ດັ່ງ​ຄົນ​ພວກ​ນັ້ນ.

 45 ພວກ​ເຈົ້າ​ວ່ອງ​ໄວ​ທີ່​ສຸດ​ໃນ​ການ​ເຮັດ​ຄວາມ​ຊົ່ວ ແຕ່​ຊັກ​ຊ້າ​ທີ່​ຈະ​ລະນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າອົງ​ເປັນພຣະ​ເຈົ້າ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ເຫັນ​ທູດ​ແລ້ວ, ແລະ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ພຣະ​ອົງ​ເປັນ​ບາງ​ຄັ້ງ; ແລະ ພຣະ​ອົງ​ໄດ້​ຮັບ​ສັ່ງ​ກັບ​ພວກ​ເຈົ້າ​ດ້ວຍ​ສຽງ​ອັນ​ເບົາໆ, ແຕ່​ພວກ​ເຈົ້າ​ມີ​ໃຈ​ແຂງ​ເກີນ​ກວ່າ​ທີ່​ຈະ​ຮູ້ສຶກ, ພວກ​ເຈົ້າ​ຈຶ່ງ​ຮູ້ສຶກ​ໃນ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້; ດັ່ງນັ້ນ, ພຣະ​ອົງ​ຈຶ່ງ​ຮັບ​ສັ່ງ​ກັບ​ພວກ​ເຈົ້າດ້ວຍ​ສຽງ​ເໝືອນ​ຟ້າ​ຮ້ອງ ຊຶ່ງ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ສັ່ນ​ສະ​ເທືອນ​ເໝືອນ​ກັບ​ວ່າ​ຈະ​ແຍກ​ອອກ​ຈາກ​ກັນ.

 46 ແລະ ພວກ​ເຈົ້າຮູ້ອີກ​ວ່າ ໂດຍ​ອຳນາດ​ແຫ່ງ​ຄຳ​ອັນ​ມີລິດ​ເດດຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ໂລກ​ສູນ​ສິ້ນ​ໄປ​ໄດ້; ແທ້​ຈິງ​ແລ້ວ, ແລະ ພວກ​ເຈົ້າຮູ້​ວ່າ ໂດຍ​ຄຳຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເຮັດ​ໃຫ້​ບ່ອນ​ຫລຸບ​ໂນນ​ກາຍ​ເປັນ​ບ່ອນ​ຮາບ​ພຽງ​ໄດ້, ແລະ ເຮັດ​ໃຫ້​ບ່ອນ​ຮາບ​ພຽງ​ແຕກ​ຄຸ​ຄະ​ໄດ້. ໂອ້, ແລ້ວ​ດ້ວຍ​ເຫດ​ໃດ ພວກ​ເຈົ້າຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ເຊັ່ນ​ນັ້ນ​ໄດ້?

 47 ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ເຮົາ​ສີກ​ຂາດ​ດ້ວຍ​ຄວາມ​ເຈັບ​ປວດ​ເພາະ​ພວກ​ເຈົ້າ, ແລະ ໃຈ​ຂອງ​ເຮົາ​ເຈັບ​ປວດ​ເພາະ​ເຮົາ​ຢ້ານວ່າ ພວກ​ເຈົ້າຈະ​ຖືກ​ປະ​ຖິ້ມ​ຕະຫລອດ​ໄປ; ຈົ່ງ​ເບິ່ງ, ເຮົາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ເຖິງ​ຂະໜາດ​ທີ່​ຮ່າງກາຍ​ຂອງ​ເຮົາ​ໝົດ​ກຳລັງ.

 48 ແລະ ບັດ​ນີ້ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ຂ້າພະ​ເຈົ້າ​ໄດ້​ເວົ້າຂໍ້ຄວາມ​ນີ້​ແລ້ວ ພວກ​ເຂົາ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າພະ​ເຈົ້າ ແລະ ປາ​ຖະໜາ​ທີ່​ຈະ​ໂຍນ​ຂ້າພະ​ເຈົ້າລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະ​ເລ; ແລະ ເມື່ອ​ພວກ​ເຂົາ​ເຂົ້າມາ​ຫວັງ​ທີ່​ຈະ​ຈັບ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ຜູ້ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ເຮົາບັນຊາ​ພວກ​ເຈົ້າວ່າ ຢ່າ​ໄດ້​ແຕະຕ້ອງ​ເຮົາ​ເປັນ​ເດັດຂາດ ເພາະ​ເຮົາ​ເຕັມ​ໄປ​ດ້ວຍ​ອຳນາດ​ຂອງ​ພຣະ​ເຈົ້າ​ເຖິງ​ຂະໜາດ​ເກືອບ​ຈະ​ໄໝ້​ເນື້ອ​ໜັງ​ຂອງ​ເຮົາ ແລະ ຜູ້​ໃດ​ທີ່​ເອົາ​ມື​ມາ​ແຕະຕ້ອງ​ເຮົາ ຜູ້ນັ້ນຈະ​ຫ່ຽວ​ແຫ້ງ​ໄປ​ຄື​ກັນ​ກັບຕົ້ນອໍ້​ແຫ້ງ; ແລະ ຜູ້ນັ້ນຈະ​ສູນ​ສິ້ນ​ໄປ​ຕໍ່ອຳນາດ​ຂອງ​ພຣະ​ເຈົ້າ ເພາະ​ພຣະ​ເຈົ້າຈະ​ລົງ​ທັນ​ຜູ້ນັ້ນ.

 49 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເວົ້າກັບ​ພວກ​ເຂົາ​ວ່າ ບໍ່​ໃຫ້​ຈົ່ມ​ໃຫ້​ບິດາ​ຂອງ​ພວກ​ເຂົາ​ອີກຕໍ່​ໄປ; ທັງ​ຈະ​ບໍ່​ປະຕິ​ເສດ​ວຽກງານ​ທີ່​ຂ້າພະ​ເຈົ້າ​ໃຫ້​ເຮັດ, ເພາະວ່າ​ພຣະ​ເຈົ້າ​ໄດ້​ບັນຊາ​ຂ້າພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳ​ໜຶ່ງ.

 50 ແລະ ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ພວກ​ເຂົາ​ວ່າ: ຖ້າ​ຫາກ​ພຣະ​ເຈົ້າບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ສິ່ງ​ໃດ​ກໍ​ຕາມ ຂ້າພະ​ເຈົ້າຍ່ອມ​ເຮັດ​ໄດ້ ຖ້າ​ຫາກ​ພຣະ​ອົງ​ໄດ້​ບັນຊາ​ຂ້າພະ​ເຈົ້າ​ໃຫ້​ເວົ້າກັບ​ນ້ຳນີ້​ວ່າ ຈົ່ງ​ເປັນ​ແຜ່ນດິນ ມັນ​ກໍ​ຈະ​ເປັນ​ແຜ່ນດິນ, ແລະ ຖ້າ​ຫາກ ຂ້າພະ​ເຈົ້າຈະ​ກ່າວ​ແນວ​ໃດ ມັນ​ຈະ​ເປັນ​ໄປ​ຕາມ​ນັ້ນ.

 51 ແລະ ບັດ​ນີ້, ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າມີ​ອຳນາດ​ຍິ່ງ​ໃຫຍ່​ເຊັ່ນ​ນັ້ນ, ແລະ ກະທຳ​ສິ່ງ​ມະຫັດສະຈັນຫລາຍ​ຕໍ່​ຫລາຍ​ຢ່າງ​ໃນ​ບັນດາ​ລູກ​ຫລານ​ມະນຸດ, ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈະ​ສອນ​ຂ້າພະ​ເຈົ້າ​ໃຫ້​ສ້າງ​ເຮືອ​ລຳໜຶ່ງ​ບໍ່​ໄດ້?

 52 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້ານີ​ໄຟ​ໄດ້​ເວົ້າ​ຫລາຍ​ເລື່ອງ​ກັບ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ອັບ​ອາຍ ແລະ ໂຕ້​ຕອບ​ຂ້າພະ​ເຈົ້າ​ບໍ່​ໄດ້ ທັງ​ບໍ່​ກ້າ​ຈັບ​ຂ້າພະ​ເຈົ້າ ຫລື ແຕະ​ຕ້ອງ​ຂ້າພະ​ເຈົ້າ​ດ້ວຍ​ນິ້ວ​ມື​ເລີຍ, ເຖິງ​ແມ່ນ​ເປັນ​ເວລາ​ຫລາຍ​ມື້​ແລ້ວ​ພວກ​ເຂົາ​ກໍ​ຍັງ​ບໍ່​ກ້າ​ເຮັດ​ຢ່າງ​ນັ້ນ ເພາະ​ຢ້ານ​ວ່າ​ຕົນ​ຈະ​ຫ່ຽວ​ແຫ້ງ​ໄປ​ຕໍ່ໜ້າ​ຂ້າພະ​ເຈົ້າ. ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າມີ​ອຳນາດ​ເຊັ່ນ​ນັ້ນ ແລະ ກະທຳ​ກັບ​ພວກ​ເຂົາ​ດັ່ງນັ້ນ.

 53 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ຜູ້​ເປັນ​ເຈົ້າກ່າວ​ກັບ​ຂ້າພະ​ເຈົ້າວ່າ: ຢຽດ​ມື​ຊື່​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າອີກ, ແລະ ພວກ​ເຂົາ​ຈະ​ບໍ່​ຫ່ຽວ​ແຫ້ງ​ໄປ​ຕໍ່ໜ້າ​ເຈົ້າ, ພຣະ​ເຈົ້າກ່າວ​ດັ່ງ​ນີ້, ແລະ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ສະ​ດຸ້ງ​ຕື່ນ, ແລະ ເຮົາຈະ​ກະທຳ​ການ​ນີ້​ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຂົາ.

 54 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຂ້າພະ​ເຈົ້າ​ໄດ້​ຢຽດ​ມື​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ, ແລະ ພວກ​ເຂົາ​ບໍ່​ໄດ້​ຫ່ຽວ​ແຫ້ງ​ໄປ​ຕໍ່ໜ້າ​ຂ້າພະ​ເຈົ້າ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຕົວ​ສັ່ນ​ເຖິງ​ແມ່ນ​ເປັນ​ດັ່ງ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າຮັບ​ສັ່ງ​ໄວ້.

 55 ແລະ ບັດ​ນີ້, ພວກ​ເຂົາ​ໄດ້​ເວົ້າວ່າ: ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າສະຖິດ​ຢູ່​ກັບ​ເຈົ້າ, ເພາະວ່າ​ພວກ​ເຮົາ​ຮູ້​ວ່າ ມັນ​ເປັນ​ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ເຮັດ​ໃຫ້​ຕົວ​ພວກ​ເຮົາ​ສັ່ນ. ແລະ ພວກ​ເຂົາ​ຊຸດ​ຕົວ​ລົງ​ຕໍ່ໜ້າ​ຂ້າພະ​ເຈົ້າ ແລະ ກຳລັງ​ຈະ​ກາບ​ໄຫວ້ຂ້າພະ​ເຈົ້າ, ແຕ່​ຂ້າພະ​ເຈົ້າບໍ່​ຍອມ​ໃຫ້​ພວກ​ເຂົາ​ເຮັດ, ໂດຍ​ກ່າວ​ວ່າ: ເຮົາ​ເປັນ​ນ້ອງ​ຂອງ​ພວກ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ເປັນ​ນ້ອງ​ຊາຍ​ຂອງ​ພວກ​ເຈົ້າ; ດັ່ງນັ້ນ, ຈົ່ງ​ນະມັດສະການພຣະ​ຜູ້​ເປັນ​ເຈົ້າອົງເປັນພຣະ​ເຈົ້າຂອງ​ພວກ​ເຈົ້າພຸ້ນ, ແລະ ຈົ່ງ​ນັບຖື​ບິດາ​ມານ​ດາ​ຂອງ​ພວກ​ເຈົ້າເພື່ອ​ວັນ​ເວລາ​ຂອງ​ພວກ​ເຈົ້າຈະ​ຍືນ​ຍົງ​ຢູ່​ໃນ​ແຜ່ນດິນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປະທານ​ໃຫ້.