ສິ່ງ​ຊ່ວຍ​ສຶກ​ສາ
ພັນທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ


ພັນທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ

ອັບ​ຣາ​ຮາມ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ ແລະ ໄດ້​ຖືກ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ (ຄພ 84:14; ອຣຮ 2:11), ແລະ ເພິ່ນ​ໄດ້​ແຕ່ງ​ງານ​ລະ​ດັບ​ຊັ້ນ​ສູງ, ຊຶ່ງ​ເປັນ​ພັນທະ​ສັນ​ຍາ​ແຫ່ງ​ຄວາມ​ສູງ​ສົ່ງ (ຄພ 131:1–4; 132:19, 29). ອັບ​ຣາ​ຮາມ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ພອນ​ທັງ​ໝົດ​ຂອງ​ພັນທະ​ສັນ​ຍາ​ເຫລົ່າ​ນີ້​ຈະ​ຖືກ​ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ເພິ່ນ​ຢູ່​ໃນ​ຊ່ວງ​ມະຕະ​ນີ້ (ຄພ 132:29–31; ອຣຮ 2:6–11). ພ້ອມ​ດຽວ​ກັນ​ນີ້, ພັນທະ​ສັນ​ຍາ ແລະ ຄຳ​ສັນ​ຍາ​ເຫລົ່າ​ນີ້​ຖືກ​ເອີ້ນ​ວ່າ​ພັນທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ. ການ​ຟື້ນ​ຟູ​ພັນທະ​ສັນ​ຍາ​ນີ້​ເປັນ​ການ​ຟື້ນ​ຟູ ພຣະ​ກິດ​ຕິ​ຄຸນ​ໃນ​ຍຸກ​ສຸດ​ທ້າຍ, ເພາະ​ຜ່ານ​ການ​ຟື້ນ​ຟູ​ນີ້ ປະ​ຊາ​ຊາດ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ (ຄລຕ 3:8–9, 29; ຄພ 110:12; 124:58; ອຣຮ 2:10–11).