ພາກທີ 5
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງຮາມໂມນີ ລັດເພັນໂຊເວເນຍ, ເດືອນມີນາ 1829, ຕາມຄຳຂໍຮ້ອງຂອງມາຕິນ ແຮຣິສ.
1–10, ຄົນລຸ້ນນີ້ ຈະໄດ້ຮັບພຣະຄຳຂອງພຣະຜູ້ເປັນເຈົ້າຜ່ານໂຈເຊັບ ສະມິດ; 11–18, ພະຍານສາມຄົນຈະເປັນພະຍານເຖິງພຣະຄຳພີມໍມອນ; 19–20, ພຣະຄຳຂອງພຣະຜູ້ເປັນເຈົ້າຈະຖືກພິສູດດັ່ງເມື່ອກ່ອນ; 21–35, ມາຕິນ ແຮຣິສ ອາດກັບໃຈ ແລະ ເປັນພະຍານຄົນໜຶ່ງ.
1 ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ ດັ່ງທີ່ຜູ້ຮັບໃຊ້ຂອງເຮົາ ກມາຕິນ ແຮຣິສ ມີຄວາມປາດຖະໜາການເປັນພະຍານຈາກມືຂອງເຮົາ, ວ່າເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ ສະມິດ, ຜູ້ລູກ, ມີ ຂແຜ່ນຈາລຶກ ຊຶ່ງເຈົ້າໄດ້ເປັນພະຍານ ແລະ ກ່າວພະຍານວ່າເຈົ້າໄດ້ຮັບມັນຈາກເຮົາ;
2 ແລະ ບັດນີ້, ຈົ່ງເບິ່ງ, ໃຫ້ເຈົ້າກ່າວສິ່ງນີ້ແກ່ລາວ—ພຣະອົງຜູ້ໄດ້ກ່າວແກ່ເຈົ້າ, ກ່າວແກ່ເຈົ້າວ່າ: ເຮົາພຣະຜູ້ເປັນເຈົ້າ, ຄືພຣະເຈົ້າ, ແລະ ໄດ້ມອບສິ່ງເຫລົ່ານີ້ແກ່ເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ ສະມິດ, ຜູ້ລູກ, ແລະ ໄດ້ບັນຊາເຈົ້າວ່າ ເຈົ້າຄວນຢືນ ກເປັນພະຍານເຖິງສິ່ງເຫລົ່ານີ້;
3 ແລະ ເຮົາເຮັດໃຫ້ເຈົ້າ ເພື່ອເຈົ້າຈະເຂົ້າເຮັດພັນທະສັນຍາກັບເຮົາ, ເພື່ອເຈົ້າຈະບໍ່ສະແດງມັນ ຍົກເວັ້ນແຕ່ກັບຄົນເຫລົ່ານັ້ນ ກຜູ້ຊຶ່ງເຮົາໄດ້ບັນຊາເຈົ້າໃຫ້ເຮັດ; ແລະ ເຈົ້າບໍ່ມີ ຂອຳນາດເໜືອມັນ ຍົກເວັ້ນແຕ່ເຮົາມອບມັນ ໃຫ້ເຈົ້າ.
4 ແລະ ເຈົ້າມີຂອງປະທານເພື່ອແປແຜ່ນຈາລຶກ; ແລະ ສິ່ງນີ້ເປັນຂອງປະທານຢ່າງທຳອິດທີ່ເຮົາໄດ້ມອບໃຫ້ເຈົ້າ; ແລະ ເຮົາໄດ້ບັນຊາວ່າ ເຈົ້າບໍ່ຄວນອ້າງເຖິງຂອງປະທານອື່ນໃດຈົນກວ່າຈຸດປະສົງຂອງເຮົາຈະສຳເລັດກ່ຽວກັບເລື່ອງນີ້; ເພາະເຮົາຈະບໍ່ມອບຂອງປະທານອື່ນໃຫ້ເຈົ້າຈົນກວ່າວຽກງານນີ້ສຳເລັດ.
5 ຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ ວິບັດຈະມາເຖິງຜູ້ອາໄສຂອງແຜ່ນດິນໂລກ ຖ້າເຂົາຈະ ກບໍ່ເຊື່ອຟັງຄຳຂອງເຮົາ;
6 ເພາະຫລັງຈາກນີ້ ເຈົ້າຈະຖືກ ກແຕ່ງຕັ້ງ ແລະ ອອກໄປ ແລະ ກ່າວ ຂຄຳຂອງເຮົາແກ່ລູກຫລານມະນຸດ.
7 ຈົ່ງເບິ່ງ, ຖ້າເຂົາຈະບໍ່ ກເຊື່ອຄຳຂອງເຮົາ, ເຂົາຈະບໍ່ເຊື່ອເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ, ເຖິງແມ່ນຖ້າເປັນໄປໄດ້ທີ່ເຈົ້າຈະສາມາດສະແດງໃຫ້ເຂົາເຫັນສິ່ງເຫລົ່ານີ້ທັງໝົດ ຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ.
8 ໂອ້, ຄົນລຸ້ນນີ້ທີ່ ກບໍ່ເຊື່ອ ແລະ ຂແຂງຄໍ—ພຣະພິໂລດຂອງເຮົາໄດ້ເກີດກັບເຂົາແລ້ວ.
9 ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າວ່າ ເຮົາໄດ້ ກສະຫງວນສິ່ງຊຶ່ງເຮົາໄດ້ຝາກຝັງໄວ້ນຳເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ, ເພື່ອຈຸດປະສົງທີ່ສະຫລາດໃນເຮົາ, ແລະ ມັນຈະຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ຄົນລຸ້ນຫລັງ;
10 ແຕ່ ຄົນລຸ້ນນີ້ ຈະໄດ້ຮັບຄຳຂອງເຮົາຜ່ານເຈົ້າ;
11 ແລະ ນອກເໜືອໄປຈາກ ກປະຈັກພະຍານຂອງເຈົ້າແລ້ວ, ປະຈັກພະຍານຂອງອີກສາມຄົນຂອງຜູ້ຮັບໃຊ້ຂອງເຮົາ, ຜູ້ຊຶ່ງເຮົາຈະເອີ້ນ ແລະ ແຕ່ງຕັ້ງ, ຜູ້ຊຶ່ງເຮົາຈະສະແດງສິ່ງເຫລົ່ານີ້ແກ່ເຂົາ, ແລະ ເຂົາຈະອອກໄປ ດ້ວຍຄຳຂອງເຮົາທີ່ມອບໃຫ້ຜ່ານເຈົ້າ.
12 ແທ້ຈິງແລ້ວ, ເຂົາຈະຮູ້ແນ່ນອນວ່າສິ່ງເຫລົ່ານີ້ເປັນຄວາມຈິງ, ເພາະຈາກຟ້າສະຫວັນເຮົາຈະປະກາດມັນແກ່ເຂົາ.
13 ເຮົາຈະມອບອຳນາດໃຫ້ເຂົາ ເພື່ອເຂົາຈະໄດ້ເຫັນ ແລະ ເບິ່ງສິ່ງເຫລົ່ານີ້ດັ່ງທີ່ມັນເປັນຢູ່;
14 ແລະ ກບໍ່ມີໃຜອີກທີ່ເຮົາຈະມອບອຳນາດນີ້ໃຫ້, ທີ່ຈະໄດ້ຮັບປະຈັກພະຍານຢ່າງດຽວກັນນີ້ໃນບັນດາຄົນລຸ້ນນີ້, ໃນຕອນເລີ່ມຕົ້ນໃໝ່ ແລະ ຕອນ ຂສາດສະໜາຈັກຂອງເຮົາອອກມາຈາກຖິ່ນແຫ້ງແລ້ງກັນດານ—ແຈ່ມແຈ້ງດັ່ງ ຄດວງເດືອນ, ແລະ ງົດງາມດັ່ງດວງຕາເວັນ, ແລະ ເປັນໜ້າຢ້ານກົວດັ່ງກອງທັບມາພ້ອມກັບທຸງ.
15 ແລະ ດ້ວຍປະຈັກພະຍານຂອງ ກພະຍານສາມຄົນ ເຮົາຈະສົ່ງຄຳຂອງເຮົາອອກໄປ.
16 ແລະ ຈົ່ງເບິ່ງ, ຜູ້ໃດກໍຕາມທີ່ ກເຊື່ອໃນຄຳຂອງເຮົາ, ເຮົາຈະໄປ ຂຢ້ຽມຢາມເຂົາດ້ວຍ ຄການສະແດງໃຫ້ປະຈັກໂດຍ ງພຣະວິນຍານຂອງເຮົາ; ແລະ ເຂົາຈະໄດ້ ຈເກີດຈາກເຮົາ, ແມ່ນແຕ່ດ້ວຍນ້ຳ ແລະ ດ້ວຍພຣະວິນຍານ—
17 ແລະ ເຈົ້າຕ້ອງລໍຖ້າໄປຊົ່ວໄລຍະໜຶ່ງ, ເພາະເຈົ້າຍັງບໍ່ໄດ້ຖືກ ກແຕ່ງຕັ້ງເທື່ອ—
18 ແລະ ປະຈັກພະຍານຂອງເຂົາຈະອອກໄປຄືກັນ ເພື່ອ ກກ່າວໂທດຄົນລຸ້ນນີ້ ຖ້າເຂົາເຮັດໃຈແຂງກະດ້າງຕໍ່ຕ້ານສິ່ງເຫລົ່ານີ້;
19 ເພາະ ກໄມ້ແສ້ແຫ່ງການກວາດລ້າງຈະອອກໄປ ໃນບັນດາຜູ້ອາໄສຂອງແຜ່ນດິນໂລກ, ແລະ ຈະສືບຕໍ່ ຂ້ຽນຕີເປັນບາງຄັ້ງ, ຖ້າເຂົາ ຂບໍ່ກັບໃຈ, ຈົນກວ່າແຜ່ນດິນໂລກຈະ ຄເປົ່າແປນ, ແລະ ຜູ້ອາໄສຢູ່ໃນນັ້ນຈິບຫາຍ ແລະ ຖືກທຳລາຍຈົນໝົດສິ້ນເພາະຄວາມແຈ້ງສະຫວ່າງຂອງ ງການມາຂອງເຮົາ.
20 ຈົ່ງເບິ່ງ, ເຮົາບອກເລື່ອງເຫລົ່ານີ້ກັບເຈົ້າ, ແມ່ນແຕ່ດັ່ງທີ່ເຮົາໄດ້ ກບອກຜູ້ຄົນເຖິງຄວາມພິນາດຂອງເຢຣູຊາເລັມນັ້ນ; ແລະ ຂຄຳຂອງເຮົາຈະຖືກພິສູດໃນວັນເວລານີ້ ດັ່ງທີ່ມັນໄດ້ຖືກພິສູດຜ່ານມາຈົນເຖິງບັດນີ້.
21 ແລະ ບັດນີ້ ເຮົາບັນຊາເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ, ເພື່ອໃຫ້ກັບໃຈ ແລະ ເດີນໄປຢ່າງຊື່ຕົງຫລາຍຂຶ້ນຕໍ່ໜ້າເຮົາ, ແລະ ຢ່າຍອມຕໍ່ການຊັກຊວນຂອງມະນຸດອີກຕໍ່ໄປ;
22 ແລະ ວ່າເຈົ້າຈະຍຶດໝັ້ນໃນ ກການຮັກສາບັນຍັດ ຊຶ່ງເຮົາໄດ້ບັນຊາເຈົ້າ; ແລະ ຖ້າເຈົ້າເຮັດສິ່ງນີ້, ຈົ່ງເບິ່ງ ເຮົາຈະປະທານຊີວິດນິລັນດອນໃຫ້ແກ່ເຈົ້າ, ເຖິງແມ່ນເຈົ້າຈະຖືກ ຂຂ້າ.
23 ແລະ ບັດນີ້, ອີກເທື່ອໜຶ່ງ, ເຮົາກ່າວກັບເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ, ກ່ຽວກັບ ກຊາຍຄົນທີ່ປາດຖະໜາການເປັນພະຍານ—
24 ຈົ່ງເບິ່ງ, ເຮົາກ່າວແກ່ລາວວ່າ ລາວໄດ້ຍົກຕົວເອງຂຶ້ນ ແລະ ບໍ່ຖ່ອມຕົວພຽງພໍຢູ່ຕໍ່ໜ້າເຮົາ; ແຕ່ຖ້າ ລາວກົ້ມຂາບລົງຕໍ່ໜ້າເຮົາ, ແລະ ຖ່ອມຕົວໃນຄຳອະທິຖານ ແລະ ໃນສັດທາທີ່ມີພະລັງ, ດ້ວຍນ້ຳໃສໃຈຈິງຂອງລາວແລ້ວ, ຈາກນັ້ນ ເຮົາຈະອະນຸຍາດໃຫ້ລາວ ກເຫັນສິ່ງທີ່ລາວປາດຖະໜາຢາກຈະເຫັນ.
25 ແລະ ຈາກນັ້ນ ລາວຈະກ່າວກັບຜູ້ຄົນຂອງຄົນລຸ້ນນີ້ວ່າ: ຈົ່ງເບິ່ງ, ເຮົາໄດ້ເຫັນສິ່ງຊຶ່ງພຣະຜູ້ເປັນເຈົ້າ ໄດ້ສະແດງແກ່ໂຈເຊັບ ສະມິດ, ຜູ້ລູກ, ແລະ ເຮົາ ກຮູ້ຢ່າງແນ່ນອນວ່າມັນເປັນຄວາມຈິງ, ເພາະເຮົາໄດ້ເຫັນມັນ, ເພາະມັນໄດ້ຖືກສະແດງໃຫ້ເຮົາເຫັນ ໂດຍອຳນາດຂອງພຣະເຈົ້າ ແລະ ບໍ່ແມ່ນຂອງມະນຸດ.
26 ແລະ ເຮົາພຣະຜູ້ເປັນເຈົ້າບັນຊາລາວ, ມາຕິນ ແຮຣິສ ຜູ້ຮັບໃຊ້ຂອງເຮົາ, ວ່າລາວຈະບໍ່ກ່າວສິ່ງໃດກັບພວກເຂົາກ່ຽວກັບສິ່ງເຫລົ່ານີ້, ນອກຈາກລາວຈະກ່າວວ່າ: ເຮົາໄດ້ເຫັນມັນ, ແລະ ມັນໄດ້ຖືກສະແດງໃຫ້ເຮົາເຫັນໂດຍອຳນາດຂອງພຣະເຈົ້າ; ແລະ ນີ້ຄືຖ້ອຍຄຳຊຶ່ງລາວຈະກ່າວ.
27 ແຕ່ຖ້າລາວປະຕິເສດສິ່ງນີ້ ລາວຈະຝ່າຝືນພັນທະສັນຍາ ຊຶ່ງລາວໄດ້ເຮັດພັນທະສັນຍາກັບເຮົາມາກ່ອນ, ແລະ ຈົ່ງເບິ່ງ, ລາວຈະຖືກກ່າວໂທດ.
28 ແລະ ບັດນີ້, ຍົກເວັ້ນແຕ່ລາວຈະຖ່ອມຕົວ ແລະ ຍອມຮັບກັບເຮົາເຖິງສິ່ງທີ່ລາວໄດ້ເຮັດຜິດໄປນັ້ນ, ແລະ ເຮັດພັນທະສັນຍາກັບເຮົາວ່າ ລາວຈະຮັກສາບັນຍັດຂອງເຮົາ, ແລະ ໃຊ້ສັດທາໃນເຮົາ, ຈົ່ງເບິ່ງ, ເຮົາກ່າວແກ່ລາວ, ລາວຈະບໍ່ມີການມອງເຫັນເຊັ່ນນັ້ນ, ເພາະເຮົາຈະບໍ່ໃຫ້ລາວເຫັນສິ່ງທີ່ເຮົາໄດ້ກ່າວໄວ້.
29 ແລະ ຖ້າຫາກເປັນເຊັ່ນນີ້, ເຮົາບັນຊາເຈົ້າ, ຜູ້ຮັບໃຊ້ຂອງເຮົາໂຈເຊັບ, ວ່າເຈົ້າຈະກ່າວກັບລາວ, ວ່າ ລາວຈະບໍ່ເຮັດອີກ, ທັງບໍ່ລົບກວນເຮົາອີກກ່ຽວກັບເລື່ອງນີ້.
30 ແລະ ຖ້າຫາກເປັນເຊັ່ນນັ້ນ, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າໂຈເຊັບ, ເມື່ອເຈົ້າແປໄດ້ຕື່ມອີກໜ້ອຍໜຶ່ງ ໃຫ້ເຈົ້າຢຸດຊົ່ວໄລຍະໜຶ່ງ, ແມ່ນແຕ່ຈົນກວ່າເຮົາຈະບັນຊາເຈົ້າອີກ; ຈາກນັ້ນເຈົ້າຈຶ່ງແປຕື່ມອີກ.
31 ແລະ ຍົກເວັ້ນແຕ່ເຈົ້າຈະເຮັດສິ່ງນີ້, ຈົ່ງເບິ່ງ, ເຈົ້າຈະບໍ່ມີຂອງປະທານອີກຕໍ່ໄປ, ແລະ ເຮົາຈະເອົາສິ່ງຊຶ່ງເຮົາໄດ້ຝາກຝັງໄວ້ນຳເຈົ້າໄປຈາກເຈົ້າ.
32 ແລະ ບັດນີ້, ເພາະເຮົາເຫັນລ່ວງໜ້າເຖິງການຊຸມຕົວລໍຖ້າເພື່ອທຳລາຍເຈົ້າ, ແທ້ຈິງແລ້ວ, ເຮົາເຫັນລ່ວງໜ້າວ່າ ຖ້າມາຕິນ ແຮຣິສ ຜູ້ຮັບໃຊ້ຂອງເຮົາບໍ່ຖ່ອມຕົວ ແລະ ຮັບການເປັນພະຍານຈາກມືຂອງເຮົາ, ແລ້ວລາວຈະຕົກໄປສູ່ການລ່ວງລະເມີດ;
33 ແລະ ມີຫລາຍຄົນຊຸມຕົວລໍຖ້າ ກທຳລາຍເຈົ້າຢູ່ໃຫ້ສິ້ນໄປຈາກຜືນແຜ່ນດິນໂລກ; ແລະ ດ້ວຍເຫດນີ້, ວັນເວລາຂອງເຈົ້າຈຶ່ງຖືກຕໍ່ອອກໄປ, ເຮົາໄດ້ມອບຄຳບັນຊາເຫລົ່ານີ້ແກ່ເຈົ້າ.
34 ແທ້ຈິງແລ້ວ, ດ້ວຍເຫດນີ້ ເຮົາຈຶ່ງໄດ້ກ່າວວ່າ: ຢຸດ, ແລະ ຢືນຢູ່ຊື່ໆ ຈົນກວ່າເຮົາບັນຊາເຈົ້າ, ແລະ ເຮົາຈະ ກຈັດຫາວິທີ ຊຶ່ງໂດຍວິທີນັ້ນ ເຈົ້າຈະສຳເລັດສິ່ງທີ່ເຮົາໄດ້ບັນຊາເຈົ້າ.
35 ແລະ ຖ້າເຈົ້າ ກຊື່ສັດໃນການຮັກສາບັນຍັດຂອງເຮົາ, ເຈົ້າຈະຖືກ ຂຍົກຂຶ້ນໃນວັນສຸດທ້າຍ. ອາແມນ.