ພຣະ​ຄຳ​ພີ
2 ນີໄຟ 12


ບົດ​ທີ 12

ເອຊາ​ຢາ​ເຫັນ​ພຣະ​ວິຫານ​ໃນ​ຍຸກ​ສຸດ​ທ້າຍ, ການ​ເຕົ້າ​ໂຮມ​ຂອງ​ອິດສະ​ຣາເອນ, ການ​ພິ​ພາກ​ສາ​ໃນ​ພັນ​ປີ ແລະ ສັນ​ຕິ​ສຸກ—ຄົນ​ອວດ​ດີ​ກັບ​ຄົນ​ຊົ່ວ​ຈະ​ຖືກ​ນຳ​ລົງ​ຕ່ຳ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ—ປຽບ​ທຽບ​ກັບ​ເອຊາ​ຢາ 2. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ຄຳ​ເວົ້າ​ທີ່ ເອຊາ​ຢາ​ຊຶ່ງ​ເປັນ​ລູກ​ຊາຍ​ຂອງ​ອາ​ໂມດ ໄດ້​ເຫັນ​ກ່ຽວ​ກັບ​ຢູ​ດາ ແລະ ເຢຣູ​ຊາເລັມ.

2 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ, ເມື່ອ​ຈະ​ມີ ພູ​ທີ່​ເປັນ​ບ່ອນ​ຕັ້ງ ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ເທິງ​ຈອມ ພູ​ທັງ​ຫລາຍ ຊຶ່ງ​ມັນ​ຈະ​ສູງ​ກວ່າ​ເນີນ​ພູ​ທຸກໆ​ໜ່ວຍ ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຫລັ່ງ​ໄຫລ​ໄປ​ບ່ອນ​ນັ້ນ.

3 ແລະ ຜູ້​ຄົນ​ຈຳນວນ​ຫລວງ​ຫລາຍ​ຈະ​ໄປ ແລະ ເວົ້າ​ວ່າ ມາ​ເຖີດ​ພວກ​ທ່ານ, ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ຍັງ​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທາະ ໄປ​ຫາ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ​ຂອງ​ຢາໂຄບ ແລະ ພຣະ​ອົງ​ຈະ​ສິດ​ສອນ​ພວກ​ເຮົາ​ເຖິງ​ທາງ​ຂອງ​ພຣະ​ອົງ ແລະ ພວກ​ເຮົາ​ຈະ ເດີນ​ຕາມ​ທາງ​ຂອງ​ພຣະ​ອົງ; ເພາະ ກົດ​ຈະ​ອອກ​ມາ​ຈາກ​ຊີໂອນ, ແລະ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອອກ​ມາ​ຈາກ​ເຢຣູ​ຊາເລັມ.

4 ແລະ ພຣະ​ອົງ​ຈະ ພິ​ພາກ​ສາ​ໃນ​ບັນ​ດາ​ປະ​ຊາ​ຊາດ ແລະ ຈະ​ຕິ​ຕຽນ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ ແລະ ພວກ​ເຂົາ​ຈະ​ຕີ​ດາບ​ຂອງ​ພວກ​ເຂົາ​ໃຫ້​ເປັນ​ໝາກ​ສົບ​ໄຖ, ແລະ ຕີ​ຫອກ​ຂອງ​ພວກ​ເຂົາ​ໃຫ້​ເປັນ​ກ່ຽວ—​ປະ​ຊາ​ຊາດ​ຈະ​ບໍ່​ຍົກ​ດາບ​ຕໍ່​ສູ້​ກັນ, ທັງ​ພວກ​ເຂົາ​ຈະ​ບໍ່​ຮຽນ​ເລື່ອງ​ສົງ​ຄາມ​ອີກ​ຕໍ່​ໄປ.

5 ໂອ້ ເຊື້ອ​ສາຍ​ຂອງ​ຢາໂຄບ, ຈົ່ງ​ມາ​ເຖີດ​ພວກ​ທ່ານ​ເອີຍ ແລະ ໃຫ້​ພວກ​ເຮົາ​ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຈົ່ງ​ມາ​ເຖີດ, ເພາະ​ທ່ານ​ທັງ​ຫລາຍ ຫລົງ​ທາງ​ໄປ, ທຸກ​ຄົນ​ໄປ​ຕາມ​ທາງ​ຊົ່ວ​ຮ້າຍ​ຂອງ​ຕົນ.

6 ສະນັ້ນ, ໂອ້ ພຣະຜູ້ເປັນເຈົ້າ, ພຣະ​ອົງ​ໄດ້​ປະ​ຖິ້ມ​ຜູ້​ຄົນ​ຂອງ​ພຣະ​ອົງ, ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ຢາໂຄບ​ເສຍ​ແລ້ວ, ເພາະ​ພວກ​ເຂົາ​ໄດ້ ພາ​ມາ​ທາງ​ຕາ​ເວັນ​ອອກ, ແລະ ເຊື່ອ​ຟັງ​ຄຳ​ໝໍ​ດູ​ຄື​ກັນ​ກັບ ຊາວ​ຟີລິດ​ສະຕິນ, ແລະ ພວກ​ເຂົາ​ສ້າງ ຄວາມ​ພໍ​ໃຈ​ກັບ​ຄົນ​ແປກ​ໜ້າ.

7 ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ເງິນ ແລະ ຄຳ, ທັງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ຢ່າງ​ລົ້ນ​ເຫລືອ; ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ມ້າ, ທັງ​ລົດ​ມ້າ​ຂອງ​ພວກ​ເຂົາ​ຢ່າງ​ລົ້ນ​ເຫລືອ.

8 ແຜ່ນ​ດິນ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ ຮູບ​ບູຊາ; ພວກ​ເຂົາ​ກາບ​ໄຫວ້​ສິ່ງ​ທີ່​ເຮັດ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ​ເອງ ຊຶ່ງ​ແມ່ນ​ນິ້ວ​ມື​ຂອງ​ພວກ​ເຂົາ​ເຮັດ​ຂຶ້ນ.

9 ແລະ ຄົນ​ຕ່ຳ​ຊ້າ​ບໍ່​ກົ້ມ​ຫົວ ລົງ ແລະ ຄົນ​ສູງ​ສົ່ງ​ບໍ່​ຖ່ອມ​ຕົວ, ສະນັ້ນ ຢ່າ​ໃຫ້​ອະ​ໄພ​ພວກ​ເຂົາ​ເລີຍ.

10 ໂອ້ ເຈົ້າ​ຜູ້​ຊົ່ວ​ຮ້າຍ, ຈົ່ງ​ເຂົ້າ​ໄປ​ໃນ​ຫລືບ​ຫີນ ແລະ ລີ້​ຊ່ອນ​ຕົວ​ຢູ່​ໃນ​ຂີ້​ຝຸ່ນ, ເພາະ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ ແລະ ລັດ​ສະ​ໝີ​ພາບ​ແຫ່ງ​ເດ​ຊາ​ນຸ​ພາບ​ຂອງ​ພຣະ​ອົງ​ຈະ​ລົງ​ທັນ​ເຈົ້າ.

11 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຄວາມ​ທະນົງ​ຕົວ​ຂອງ​ມະນຸດ​ຈະ​ຖືກ​ເຮັດ​ໃຫ້​ອ່ອນ​ນ້ອມ​ລົງ, ແລະ ຄວາມ​ຈອງ​ຫອງ​ຈະ​ຖືກ​ປາບ, ໃນ​ມື້​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ສູງ​ສົ່ງ.

12 ເພາະ ວັນ​ຂອງ​ຈອມ​ໂຍທາ​ຈະ​ມາ​ເທິງ​ປະ​ຊາ​ຊາດ​ທັງ​ປວງ​ໃນ​ບໍ່​ຊ້າ, ແທ້​ຈິງ​ແລ້ວ, ເທິງ​ຄົນ​ທຸກ​ຄົນ; ແທ້​ຈິງ​ແລ້ວ, ເທິງ ຄົນ​ຈອງ​ຫອງ ແລະ ຄົນ​ຫຍິ່ງ​ຍະ​ໂສ, ແລະ ເທິງ​ຄົນ​ທີ່​ຍົກ​ຕົວ​ຂຶ້ນ, ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ລົງ​ຕ່ຳ.

13 ແທ້​ຈິງ​ແລ້ວ, ແລະ ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເທິງ​ຕົ້ນ​ສົນ​ສີ​ດາ​ທັງ​ໝົດ​ຂອງ​ເລ​ບາ​ນອນ, ເພາະ​ມັນ​ສູງ ແລະ ຍົກ​ຕົວ; ແລະ ເທິງ​ຕົ້ນ​ໂອກ​ທັງ​ໝົດ​ຂອງ​ບາ​ຊານ;

14 ແລະ ເທິງ​ພູ​ເຂົາ​ສູງ​ທັງ​ໝົດ, ແລະ ເທິງ​ເນີນ​ພູ​ທັງ​ໝົດ, ແລະ ເທິງ​ປະ​ຊາ​ຊາດ​ທັງ​ປວງ​ທີ່​ຍົກ​ຕົວ​ຂຶ້ນ ແລະ ເທິງ​ມະນຸດ​ທຸກ​ຄົນ.

15 ແລະ ເທິງ​ຫໍ​ສູງ​ທຸກ​ຫໍ, ແລະ ເທິງ​ກຳ​ແພງ​ທີ່​ມີ​ສິ່ງ​ກີດ​ຂວາງ​ທຸກ​ແຫ່ງ;

16 ແລະ ເທິງ​ເຮືອ​ທັງ​ໝົດ​ໃນ ທະເລ ແລະ ເທິງ​ເຮືອ​ທັງ​ໝົດ​ຂອງ​ທາ​ຣາ​ສິດ, ແລະ ເທິງ​ຮູບ​ທີ່​ໜ້າ​ຊົມ​ທັງ​ໝົດ.

17 ແລະ ຄວາມ​ທະນົງ​ຕົວ​ຂອງ​ມະນຸດ​ຈະ​ຖືກ​ປາບ​ລົງ, ແລະ ຄວາມ​ຈອງ​ຫອງ​ຂອງ​ມະນຸດ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ; ແລະ ໃນ​ມື້ ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ສູງ​ສົ່ງ.

18 ແລະ ພຣະ​ອົງ​ຈະ​ລົບ​ລ້າງ​ຮູບ​ບູຊາ​ທັງ​ໝົດ.

19 ແລະ ພວກ​ເຂົາ​ຈະ​ເຂົ້າ​ໄປ​ໃນ​ຫລືບ​ຫີນ ແລະ ໃນ​ຖ້ຳ​ຂອງ​ແຜ່ນ​ດິນ​ໂລກ ເພາະ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເກີດ​ກັບ​ພວກ​ເຂົາ ແລະ ລັດ​ສະ​ໝີ​ພາບ​ແຫ່ງ​ເດ​ຊາ​ນຸ​ພາບ​ຂອງ​ພຣະ​ອົງ​ຈະ​ລົງ​ທັນ​ພວກ​ເຂົາ ເມື່ອ​ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ສັ່ນ​ແຜ່ນ​ດິນ​ໂລກ​ຢ່າງ​ຮ້າຍ​ແຮງ.

20 ແລະ ໃນ​ມື້​ນັ້ນ ມະນຸດ​ຜູ້​ໜຶ່ງ​ຈະ ໂຍນ​ຮູບ​ບູຊາ​ຂອງ​ພວກ​ເຂົາ​ທີ່​ເຮັດ​ດ້ວຍ​ເງິນ ແລະ ຮູບ​ບູຊາ​ຂອງ​ພວກ​ເຂົາ​ທີ່​ເຮັດ​ດ້ວຍ​ຄຳ, ຊຶ່ງ​ພວກ​ເຂົາ​ເຮັດ​ຂຶ້ນ ເພື່ອ​ຕົນ​ຈະ​ໄດ້​ກາບ​ໄຫວ້​ລົງ​ໄປ​ຢູ່​ກັບ​ຕົວ​ຕຸ່ນ​ກັບ​ຕົວ​ເຈຍ.

21 ເພື່ອ​ເຂົ້າ​ໄປ​ໃນ​ຫລືບ​ຫີນ​ແຕກ ແລະ ບ່ອນ​ຫີນ​ກະ​ບຸ​ກະ​ບ່ຳ ເພາະ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເກີດ​ກັບ​ພວກ​ເຂົາ ແລະ ເດ​ຊາ​ນຸ​ພາບ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ຈະ​ລົງ​ທັນ​ພວກ​ເຂົາ​ເວລາ​ພຣະ​ອົງ​ລຸກ​ຂຶ້ນ ແລະ ສັ່ນ​ແຜ່ນ​ດິນ​ໂລກ​ຢ່າງ​ຮ້າຍ​ແຮງ.

22 ທ່ານ​ຈົ່ງ ຕັດ​ຂາດ​ຈາກ​ມະນຸດ, ຊຶ່ງ​ລົມ​ຫາຍ​ໃຈ​ຂອງ​ເຂົາ​ຢູ່​ໃນ​ຮູ​ດັງ; ເພາະ​ຢູ່​ໃນ​ນັ້ນ​ບໍ​ທີ່​ເຂົາ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ?