ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ວິຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ


ພຣະ​ວິຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຕາມ​ຈິງ​ແລ້ວ ເປັນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ສະເໝີ ໃຫ້​ສ້າງ​ພຣະ​ວິຫານ, ເປັນ​ອາ​ຄານ​ທີ່​ສັກ​ສິດ ຊຶ່ງ​ໃນ​ນັ້ນ​ໄພ່​ພົນ​ທີ່​ມີ​ຄ່າ​ຄວນ​ຂອງ​ພຣະ​ເຈົ້າ ໄດ້​ປະ​ຕິ​ບັດ​ພິ​ທີ​ສະ​ຫລອງ ຫລື ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ​ສຳ​ລັບ​ຕົນ​ເອງ ແລະ ສຳ​ລັບ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ພຣະ​ວິຫານ​ຂອງ​ພຣະ​ອົງ, ແລະ ອາ​ຄານ​ເຫລົ່າ​ນີ້​ເປັນ​ອາ​ຄານ​ທີ່​ສັກ​ສິດ ຫລາຍ​ກວ່າ​ສະຖານ​ທີ່​ນະມັດ​ສະການ​ແຫ່ງ​ອື່ນໆ​ທັງ​ໝົດ.

ສະຖານ​ທີ່​ນະມັດ​ສະການ​ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ໂມເຊ ແລະ ລູກ​ຫລານ​ຂອງ​ອິດສະ​ຣາເອນ ເປັນ​ພຣະ​ວິຫານ​ທີ່​ຍົກ​ຍ້າຍ​ໄປ​ໄດ້. ຊາວ​ອິດສະ​ຣາເອນ​ໄດ້​ໃຊ້​ມັນ​ໃນ​ລະຫວ່າງ​ການ​ອົບ​ພະ​ຍົບ​ຈາກ​ປະເທດ​ເອຢິບ.

ພຣະ​ວິຫານ​ແຫ່ງ​ທີ່​ຮູ້​ຈັກ​ກັນ​ດີ ຊຶ່ງ​ກ່າວ​ເຖິງ​ໃນ​ພຣະ​ຄຳ​ພີ​ເດີມ ແມ່ນ​ພຣະ​ວິຫານ​ຫລັງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ ໂຊ​ໂລ​ໂມນ ໃນ​ເຢຣູ​ຊາເລັມ (2 ຂຄ 2–5). ມັນ​ໄດ້​ຖືກ​ທຳລາຍ 600 ປີ ກ່ອນ ຄ.ສ. ໂດຍ ຊາວ​ບາ​ບີ​ໂລນ ແລະ ໄດ້​ຖືກ​ສ້ອມ​ແປງ​ຄືນ​ໃໝ່​ໂດຍ ເຊຣຸບ​ບາເບນ ປະ​ມານ 70 ປີ​ຕໍ່ມາ (ອຊຣ 1–6). ພາກ​ສ່ວນ​ໜຶ່ງ​ຂອງ​ພຣະ​ວິຫານ​ແຫ່ງ​ນີ້​ໄດ້​ຖືກ​ເຜົາ 37 ປີ ກ່ອນ ຄ.ສ., ແລະ ຕໍ່​ມາ​ເຮໂຣດ​ຜູ້​ຍິ່ງ​ໃຫຍ່ ໄດ້​ສ້າງ​ມັນ​ຂຶ້ນ​ໃໝ່. ຊາວ​ໂຣມ​ໄດ້​ທຳ​ລາຍ​ພຣະ​ວິຫານ ໃນ ຄ.ສ. 70.

ໃນ​ພຣະ​ຄຳ​ພີ​ມໍມອນ, ຜູ້​ຕິດ​ຕາມ​ທີ່​ຊອບ​ທຳ​ຂອງ​ພຣະ​ເຈົ້າ ໄດ້​ຖືກ​ນຳ​ພາ​ໃຫ້​ສ້າງ ແລະ ນະມັດ​ສະການ ໃນ​ພຣະ​ວິຫານ (2 ນຟ 5:16; ມຊຢ 1:18; 3 ນຟ 11:1). ການ​ສ້າງ ແລະ ການ​ໃຊ້​ພຣະ​ວິຫານ​ຢ່າງ​ຖືກ​ຕ້ອງ ເປັນ​ເຄື່ອງ​ໝາຍ​ຂອງ​ພຣະ​ວິຫານ​ທີ່​ແທ້​ຈິງ ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ, ລວມ​ທັງ​ການ​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຄືນ​ມາ​ໃໝ່​ໃນ​ວັນ​ເວລາ​ຂອງ​ເຮົາ. ພຣະ​ວິຫານ​ເຄີດແລນ​ເປັນ​ພຣະ​ວິຫານ​ແຫ່ງ​ທຳ​ອິດ ທີ່​ຖືກ​ສ້າງ​ຂຶ້ນ ແລະ ອຸ​ທິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຍຸກ​ສະ​ໄໝ​ນີ້. ນັບ​ແຕ່​ນັ້ນ​ມາ ພຣະ​ວິຫານ​ຫລາຍ​ຕໍ່​ຫລາຍ​ແຫ່ງ ໄດ້​ຖືກ​ອຸ​ທິດ​ໃນ​ຫລາຍ​ປະເທດ ຕະຫລອດ​ທົ່ວ​ໂລກ.