ສິ່ງ​ຊ່ວຍ​ສຶກ​ສາ
ຊີໂອນ


ຊີໂອນ

ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ (ຄພ 97:21). ຊີໂອນ​ຍັງ​ໝາຍ​ເຖິງ ສະຖານ​ທີ່​ຂອງ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ​ອາ​ໄສ​ຢູ່. ເມືອງ​ທີ່​ເອນົກ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ສ້າງ​ຂຶ້ນ ແລະ ໃນ​ທີ່​ສຸດ​ໄດ້​ຖືກ​ຍົກ​ຂຶ້ນ​ສະຫວັນ ເພາະ​ຄວາມ​ຊອບ​ທຳ ຈຶ່ງ​ຖືກ​ເອີ້ນ​ວ່າ ຊີໂອນ (ຄພ 38:4; ມຊ 7:18–21, 69). ໃນ​ຍຸກ​ສຸດ​ທ້າຍ ເມືອງ​ທີ່​ຊື່​ວ່າ ຊີໂອນ ຈະ​ຖືກ​ສ້າງ​ຂຶ້ນ​ໃກ້ ເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ (ສະ​ຫະ​ລັດ​ອາ​ເມ​ຣິ​ກາ), ຊຶ່ງ​ເຜົ່າ​ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ໃນ​ທີ່​ນັ້ນ (ຄພ 103:11–22; 133:18). ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ແນະນຳ​ໃຫ້​ສ້າງ​ເມືອງ​ຊີໂອນ​ຂຶ້ນ ບ່ອນ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່​ໃນ​ໂລກ.