ບົດທີ 28
ສາດສະໜາຈັກທີ່ບໍ່ຖືກຕ້ອງຈະຖືກສະຖາປະນາຂຶ້ນໃນຍຸກສຸດທ້າຍ—ພວກເຂົາຈະສິດສອນຄຳສອນທີ່ຜິດ, ບໍ່ມີປະໂຫຍດ, ແລະ ໂງ່ຈ້າ—ຈະມີການປະຖິ້ມຄວາມເຊື່ອຢູ່ທົ່ວໄປຍ້ອນຜູ້ສອນປອມ—ມານຈະເຮັດໃຫ້ໃຈຂອງຄົນໂຫດຮ້າຍ—ມັນຈະສິດສອນຄຳສອນທີ່ຜິດໃນທຸກວິທີທາງ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ຈົ່ງເບິ່ງພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າກັບພວກທ່ານແລ້ວຕາມທີ່ພຣະວິນຍານບັນຊາຂ້າພະເຈົ້າ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າມັນຕ້ອງເກີດຂຶ້ນຢ່າງແນ່ນອນ.
2 ແລະ ເລື່ອງຂອງມັນຈະຖືກບັນທຶກອອກຈາກ ກໜັງສື ຊຶ່ງ ຂມີຄຸນຄ່າ ຢ່າງໃຫຍ່ຫລວງຕໍ່ລູກຫລານມະນຸດ, ແລະ ໂດຍສະເພາະກັບລູກຫລານຂອງພວກເຮົາ, ຊຶ່ງເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ.
3 ເພາະເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື ກສາດສະໜາຈັກທີ່ຖືກສ້າງຂຶ້ນຈະບໍ່ແມ່ນເພື່ອພຣະຜູ້ເປັນເຈົ້າ, ແຕ່ລະແຫ່ງຈະກ່າວຕໍ່ຕ້ານຊຶ່ງກັນແລະກັນວ່າ: ຈົ່ງເບິ່ງຂ້າພະເຈົ້າ, ຂ້າພະເຈົ້າເປັນຂອງພຣະຜູ້ເປັນເຈົ້າ ແລະ ແຫ່ງອື່ນໆຈະເວົ້າວ່າ: ຂ້າພະເຈົ້າເປັນຂອງພຣະຜູ້ເປັນເຈົ້າ; ແລະ ທຸກຄົນທີ່ສ້າງສາດສະໜາຈັກຂຶ້ນທີ່ບໍ່ແມ່ນເພື່ອພຣະຜູ້ເປັນເຈົ້າຈະເວົ້າດັ່ງນັ້ນ—
4 ແລະ ພວກເຂົາຈະຂັດແຍ້ງກັນ; ແລະ ປະໂລຫິດຂອງພວກເຂົາຈະຂັດແຍ້ງກັນ, ແລະ ພວກເຂົາຈະສິດສອນດ້ວຍ ກການຮຽນຮູ້ຂອງພວກເຂົາ, ແລະ ປະຕິເສດພຣະວິນຍານບໍລິສຸດທີ່ປະທານການເວົ້າອອກມາ.
5 ແລະ ພວກເຂົາຈະ ກປະຕິເສດ ຂອຳນາດຂອງພຣະເຈົ້າ, ພຣະຜູ້ບໍລິສຸດຂອງອິດສະຣາເອນ ແລະ ພວກເຂົາເວົ້າກັບຜູ້ຄົນວ່າ: ຈົ່ງເຊື່ອຟັງພວກເຮົາ, ແລະ ພວກທ່ານຈົ່ງຟັງກົດເກນຂອງພວກເຮົາ; ເພາະຈົ່ງເບິ່ງ, ທຸກມື້ນີ້ ຄບໍ່ມີພຣະເຈົ້າ, ເພາະວ່າພຣະຜູ້ເປັນເຈົ້າ ແລະ ພຣະຜູ້ໄຖ່ໄດ້ທຳງານຂອງພຣະອົງແລ້ວ, ແລະ ພຣະອົງໄດ້ປະທານອຳນາດຂອງພຣະອົງໃຫ້ມະນຸດ;
6 ຈົ່ງເບິ່ງ, ພວກທ່ານຈົ່ງເຊື່ອຟັງກົດເກນຂອງຂ້າພະເຈົ້າ; ຖ້າຫາກຜູ້ໃດຈະກ່າວວ່າມີສິ່ງມະຫັດສະຈັນກະທຳ ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າແລ້ວ, ຢ່າເຊື່ອເຂົາ; ເພາະທຸກມື້ນີ້ພຣະອົງບໍ່ແມ່ນພຣະເຈົ້າແຫ່ງ ກສິ່ງມະຫັດສະຈັນ; ພຣະອົງໄດ້ທຳງານຂອງພຣະອົງແລ້ວ.
7 ແທ້ຈິງແລ້ວ, ຈະມີຄົນເປັນຈຳນວນຫລວງຫລາຍທີ່ຈະເວົ້າວ່າ: ຈົ່ງ ກກິນ, ຈົ່ງດື່ມ, ແລະ ຈົ່ງມ່ວນຊື່ນເຖີດ, ເພາະວ່າມື້ອື່ນນີ້ພວກເຮົາກໍຈະຕາຍແລ້ວ; ແລະ ມັນຈະດີສຳລັບພວກເຮົາ.
8 ແລະ ຈະມີຄົນເປັນຈຳນວນຫລວງຫລາຍທີ່ຈະເວົ້າອີກວ່າ: ຈົ່ງກິນ, ຈົ່ງດື່ມ, ຈົ່ງມ່ວນຊື່ນເຖີດ; ເຖິງຢ່າງໃດກໍຕາມ, ຈົ່ງຢ້ານກົວພຣະເຈົ້າ—ພຣະອົງ ກຈະຍອມແກ່ການກະທຳບາບເລັກໜ້ອຍ; ແທ້ຈິງແລ້ວ, ຈົ່ງ ຂຕົວະໜ້ອຍໜຶ່ງ, ຈົ່ງເອົາປຽບຜູ້ອື່ນເພາະຄຳເວົ້າຂອງເຂົາ, ຈົ່ງຂຸດ ຄຂຸມດັກເພື່ອນບ້ານ; ບໍ່ມີອັນຕະລາຍແນວໃດໃນການເຮັດສິ່ງນີ້, ແລະ ຈົ່ງເຮັດສິ່ງທັງໝົດນີ້, ເພາະມື້ອື່ນພວກເຮົາກໍຈະຕາຍແລ້ວ, ແລະ ຖ້າຫາກຈະເປັນໄປວ່າພວກເຮົາຜິດ, ພຣະເຈົ້າຈະຕີສອນພວກເຮົາສອງສາມເທື່ອ ແລະ ພາຍຫລັງມາ, ພວກເຮົາກໍຈະລອດຢູ່ໃນອານາຈັກຂອງພຣະເຈົ້າ.
9 ແທ້ຈິງແລ້ວ, ຈະມີຄົນເປັນຈຳນວນຫລວງຫລາຍທີ່ຈະສິດສອນຕາມວິທີນີ້, ກຄຳສອນ ຂທີ່ຜິດ ແລະ ບໍ່ມີປະໂຫຍດ ແລະ ໂງ່ຈ້າ ແລະ ອວດອົ່ງຢູ່ໃນໃຈຂອງພວກເຂົາ, ແລະ ຈະພະຍາຍາມຢ່າງໜັກ ເພື່ອເຊື່ອງແຜນຂອງພວກເຂົາໃຫ້ພົ້ນຈາກພຣະຜູ້ເປັນເຈົ້າ; ແລະ ວຽກງານຂອງພວກເຂົາຈະຢູ່ໃນຄວາມມືດ.
10 ແລະ ກເລືອດຂອງໄພ່ພົນຂອງພຣະເຈົ້າຈະຮ້ອງຈາກພື້ນດິນເພື່ອຕໍ່ຕ້ານພວກເຂົາ.
11 ແທ້ຈິງແລ້ວ, ພວກເຂົາທັງໝົດອອກໄປຈາກ ກທາງແລ້ວ; ພວກເຂົາກັບ ຂເນົ່າເປື່ອຍ.
12 ຍ້ອນວ່າ ກຄວາມທະນົງໃຈ, ແລະ ຍ້ອນວ່າຜູ້ສອນປອມ ແລະ ຄຳສອນຜິດ, ສາດສະໜາຈັກຂອງພວກເຂົາຈຶ່ງກັບທຸຈະລິດ, ແລະ ສາດສະໜາຈັກຂອງພວກເຂົາອວດອ້າງ; ຍ້ອນຄວາມທະນົງໃຈ ພວກເຂົາຈຶ່ງອວດອົ່ງ.
13 ພວກເຂົາ ກປຸ້ນ ຂຄົນຍາກຈົນເພາະບ່ອນລີ້ໄພອັນສວຍງາມ; ພວກເຂົາປຸ້ນສະດົມຄົນຍາກຈົນເພາະເສື້ອຜ້າອັນສວຍງາມຂອງພວກເຂົາ; ແລະ ພວກເຂົາຂົ່ມເຫັງຄົນອ່ອນໂຍນ ແລະ ຄົນຕ່ຳຕ້ອຍໃນໃຈ, ຍ້ອນພວກເຂົາ ຄທະນົງໃຈຂອງພວກເຂົາ, ພວກເຂົາຈຶ່ງອວດອົ່ງ.
14 ພວກເຂົາ ກແຂງຄໍ ແລະ ຫລຽວໜ້າຂຶ້ນ; ແທ້ຈິງແລ້ວ, ແລະ ເພາະຄວາມທະນົງໃຈ ແລະ ຄວາມຊົ່ວຮ້າຍ, ແລະ ຄວາມໜ້າກຽດຊັງ ແລະ ການໂສເພນີ, ພວກເຂົາຈຶ່ງ ຂຫລົງທາງໄປໝົດນອກຈາກບໍ່ເທົ່າໃດຄົນ, ຊຶ່ງເປັນຜູ້ຕິດຕາມທີ່ຖ່ອມຕົວຂອງພຣະຄຣິດ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງຖືກພາໄປຈົນເຮັດຜິດຫລາຍເທື່ອຍ້ອນວ່າພວກເຂົາຖືກສິດສອນດ້ວຍກົດເກນຂອງມະນຸດ.
15 ໂອ້ ຄົນ ກສະຫລາດ, ແລະ ຄົນມີການສຶກສາ, ແລະ ຄົນຮັ່ງມີທີ່ອວດອົ່ງ, ຍ້ອນ ຂຄວາມທະນົງໃຈຂອງພວກເຂົາ, ແລະ ຄົນທັງຫລາຍທີ່ສັ່ງສອນຄຳສອນຜິດ, ແລະ ຄົນທັງຫລາຍທີ່ທຳການໂສເພນີ, ແລະ ບິດເບືອນທາງທີ່ຖືກຕ້ອງຂອງພຣະຜູ້ເປັນເຈົ້າ, ຄວິບັດ, ວິບັດ, ວິບັດແກ່ພວກນັ້ນ, ອົງພຣະຜູ້ເປັນເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້, ເພາະພວກເຂົາຈະຖືກຊຸກລົງນະລົກ!
16 ວິບັດແກ່ພວກເຂົາທີ່ ກຫັນສິ່ງທີ່ທ່ຽງທຳໄປເພື່ອສິ່ງທີ່ບໍ່ມີຄຸນຄ່າ ແລະ ໝິ່ນປະໝາດສິ່ງທີ່ດີ ແລະ ກ່າວວ່າ ສິ່ງນັ້ນເປັນສິ່ງທີ່ບໍ່ມີຄຸນຄ່າ! ເພາະມື້ນັ້ນຈະມາເຖິງ ເມື່ອອົງພຣະຜູ້ເປັນເຈົ້າຈະສະເດັດມາຢ້ຽມຢາມ ຜູ້ອາໄສຂອງແຜ່ນດິນໂລກຢ່າງວ່ອງໄວ; ແລະ ໃນມື້ນັ້ນ ເມື່ອພວກເຂົາສຸກ ຂເຕັມທີ່ໃນຄວາມຊົ່ວຮ້າຍແລ້ວ ພວກເຂົາກໍຈະຕາຍ.
17 ແຕ່ຈົ່ງເບິ່ງ, ຖ້າຫາກຜູ້ອາໄສຂອງແຜ່ນດິນໂລກຈະກັບໃຈຈາກຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຕົນ ພວກເຂົາຈະບໍ່ຖືກທຳລາຍ, ຈອມໂຍທາໄດ້ກ່າວ.
18 ແຕ່ຈົ່ງບິ່ງ, ສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງນັ້ນແມ່ນ ກໂສເພນີຂອງແຜ່ນດິນໂລກທັງໝົດ, ຕ້ອງ ຂພັງທະລາຍລົງສູ່ແຜ່ນດິນ ແລະ ການຕົກຂອງມັນຕ້ອງໃຫຍ່ຫລວງ.
19 ເພາະວ່າອານາຈັກຂອງມານຕ້ອງ ກສັ່ນສະເທືອນ ແລະ ຄົນທີ່ເປັນຂອງມັນຈຶ່ງຈຳຕ້ອງຖືກກະຕຸ້ນໃຫ້ໄປສູ່ ການກັບໃຈ, ຖ້າບໍ່ດັ່ງນັ້ນ ຂມານຈະຈັບພວກເຂົາໄວ້ດ້ວຍ ຄໂສ້ອັນເປັນນິດຂອງມັນ, ແລະ ພວກເຂົາຈະຖືກຍຸຍົງໃຫ້ຮ້າຍກາດ ແລະ ຕາຍໄປ;
20 ເພາະຈົ່ງເບິ່ງ, ໃນມື້ນັ້ນມານຈະ ກແຜ່ເຂົ້າໄປໃນໃຈຂອງລູກຫລານມະນຸດ, ແລະ ຍຸຍົງພວກເຂົາໃຫ້ຄຽດແຄ້ນໃຫ້ສິ່ງທີ່ດີ.
21 ແລະ ມານຈະເຮັດໃຫ້ຄົນອື່ນໆ ກສະຫງົບ ແລະ ກ່ອມພວກນັ້ນໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມຈົນວ່າພວກນັ້ນຈະເວົ້າວ່າ: ທຸກຢ່າງດີໃນຊີໂອນ; ແທ້ຈິງແລ້ວ, ຊີໂອນຮຸ່ງເຮືອງໃນທຸກດ້ານ—ແລະ ຂມານກ່ອມຈິດວິນຍານຂອງພວກເຂົາດັ່ງນີ້, ແລະ ພາພວກເຂົາລົງໄປຫານະລົກຢ່າງລະມັດລະວັງ.
22 ແລະ ຈົ່ງເບິ່ງ, ມານຍົກຍໍຄົນອື່ນໆໄປ, ແລະ ບອກວ່າບໍ່ມີ ກນະລົກ; ແລະ ມານກ່າວກັບພວກນີ້ວ່າ: ເຮົາບໍ່ແມ່ນມານ ເພາະວ່າບໍ່ມີມານເລີຍ—ແລະ ມັນຈະສື່ມໃສ່ໃນຫູຂອງພວກນີ້ເຊັ່ນນັ້ນ, ຈົນວ່າມັນຈັບພວກນີ້ໄວ້ ດ້ວຍ ຂໂສ້ອັນເປັນຕາຢ້ານຂອງມັນ, ຊຶ່ງຈາກນັ້ນຍ່ອມບໍ່ມີການປົດປ່ອຍ.
23 ແທ້ຈິງແລ້ວ, ພວກເຂົາຈະຖືກຈັບໄວ້ດ້ວຍຄວາມຕາຍ ແລະ ນະລົກ; ແລະ ຄວາມຕາຍ, ແລະ ນະລົກ, ແລະ ມານ, ແລະ ທຸກຢ່າງທີ່ຖືກຍຶດໄວ້ນັ້ນຕ້ອງຢືນຢູ່ຕໍ່ໜ້າພຣະທີ່ນັ່ງຂອງພຣະເຈົ້າ, ແລະ ຮັບ ກການພິພາກສາຕາມວຽກງານຂອງພວກເຂົາ, ຊຶ່ງຫລັງຈາກນັ້ນພວກເຂົາຕ້ອງໄປຫາບ່ອນທີ່ຕຽມໄວ້ໃຫ້ພວກເຂົາ, ເຖິງແມ່ນໄປສູ່ ຂທະເລໄຟ ແລະ ມາດ, ຊຶ່ງເປັນຄວາມທໍລະມານທີ່ບໍ່ມີວັນສິ້ນສຸດ.
24 ສະນັ້ນ ວິບັດແກ່ຜູ້ຊຶ່ງຢູ່ຢ່າງບໍ່ທຸກຮ້ອນໃນຊີໂອນ!
25 ວິບັດແກ່ຜູ້ທີ່ຮ້ອງອອກມາວ່າ: ທຸກຢ່າງດີ!
26 ແທ້ຈິງແລ້ວ, ວິບັດແກ່ຜູ້ທີ່ ກເຊື່ອຟັງກົດເກນຂອງມະນຸດ ແລະ ປະຕິເສດອຳນາດຂອງພຣະເຈົ້າ, ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ!
27 ແທ້ຈິງແລ້ວ, ວິບັດແກ່ຜູ້ທີ່ກ່າວວ່າ: ເຮົາໄດ້ຮັບແລ້ວ ແລະ ບໍ່ ກຕ້ອງການອີກ!
28 ແລະ ໂດຍສະຫລຸບ, ວິບັດແກ່ຄົນທັງຫລາຍທີ່ຕົວສັ່ນ ແລະ ກໃຈຮ້າຍຍ້ອນວ່າຄວາມຈິງຂອງພຣະເຈົ້າ! ເພາະຈົ່ງເບິ່ງ, ຄົນທີ່ຖືກສ້າງຂຶ້ນເທິງ ຂດານຫີນຍ່ອມຮັບມັນດ້ວຍຄວາມດີ; ແລະ ຄົນທີ່ຖືກສ້າງຂຶ້ນໃນຮາກຖານທີ່ເປັນດິນຊາຍ ຍ່ອມຕົວສັ່ນຢ້ານວ່າຕົນຈະຕົກ.
29 ວິບັດແກ່ຜູ້ທີ່ກ່າວວ່າ: ເຮົາໄດ້ຮັບພຣະຄຳຂອງພຣະເຈົ້າແລ້ວ, ແລະ ເຮົາ ກບໍ່ຕ້ອງການພຣະຄຳຂອງພຣະເຈົ້າ ຂອີກ, ເພາະວ່າເຮົາມີພໍແລ້ວ!
30 ເພາະຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາຈະໃຫ້ແກ່ລູກຫລານມະນຸດເປັນບັນທັດ, ເປັນ ກຂໍ້ເລັກໆໜ້ອຍໆ, ນີ້ໜ້ອຍໜຶ່ງ ແລະ ນັ້ນໜ້ອຍໜຶ່ງ; ແລະ ຜູ້ທີ່ເຊື່ອຟັງກົດເກນຂອງເຮົາ ແລະ ງ່ຽງຫູຟັງຄຳແນະນຳຂອງເຮົາ ຍ່ອມເປັນສຸກ, ເພາະວ່າເຂົາຈະຮຽນຮູ້ເຖິງ ຂປັນຍາ; ເມື່ອເຂົາ ຄຮັບໄວ້ ເຮົາຈະໃຫ້ເຂົາ ງອີກ; ແລະ ສຳລັບຜູ້ທີ່ຈະກ່າວວ່າ ເຮົາມີພໍແລ້ວ, ມັນຈະຖືກເອົາໄປຈາກເຂົາເຖິງແມ່ນສິ່ງທີ່ເຂົາມີຢູ່ກໍຈະຖືກເອົາໄປ.
31 ຜູ້ທີ່ ກໄວ້ເນື້ອເຊື່ອໃຈໃນມະນຸດ ຫລື ເຮັດໃຫ້ເນື້ອໜັງເປັນແຂນຂອງເຂົາ, ຫລື ຈະເຊື່ອຟັງກົດເກນຂອງມະນຸດ, ຍ່ອມຖືກສາບແຊ່ງ, ນອກຈາກຈະມີກົດເກນໃຫ້ເຂົາໂດຍອຳນາດຂອງພຣະວິນຍານບໍລິສຸດ.
32 ອົງພຣະຜູ້ເປັນເຈົ້າຈອມໂຍທາໄດ້ກ່າວໄວ້ວ່າ, ກວິບັດແກ່ຄົນຕ່າງຊາດ! ເພາະວ່າເຖິງແມ່ນເຮົາຈະຍື່ນແຂນຂອງເຮົາອອກໄປໃຫ້ພວກເຂົາທຸກໆວັນ, ພວກເຂົາຍັງປະຕິເສດເຮົາ; ອົງພຣະຜູ້ເປັນເຈົ້າໄດ້ກ່າວ, ເຖິງຢ່າງໃດກໍຕາມ, ເຮົາກໍຈະເມດຕາພວກເຂົາຖ້າຫາກພວກເຂົາຈະກັບໃຈ ແລະ ມາຫາເຮົາ; ເພາະວ່າ ຂແຂນຂອງເຮົາຍື່ນອອກໄປຕະຫລອດທັງວັນ, ອົງພຣະຜູ້ເປັນເຈົ້າ, ຈອມໂຍທາໄດ້ກ່າວ.