ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຳ​ພີ​ມໍມອນ


ພຣະ​ຄຳ​ພີ​ມໍມອນ

ໜຶ່ງ​ໃນ​ພຣະ​ຄຳ​ພີ​ສີ່​ເຫລັ້ມ ຊຶ່ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮັບ​ຮູ້. ມັນ​ເປັນ​ການ​ຫຍໍ້​ບັນ​ທຶກ​ໂດຍ​ສາດ​ສະ​ດາ​ມໍມອນ​ກ່ຽວ​ກັບ​ບັນ​ທຶກ​ຂອງ​ຜູ້​ຄົນ​ໃນ​ສະ​ໄໝ​ບູຮານ​ທີ່​ອາ​ໄສ​ຢູ່​ອາ​ເມ​ຣິ​ກາ. ມັນ​ໄດ້​ຖືກ​ຂຽນ​ໄວ້​ເພື່ອ​ເປັນ​ພະຍານ​ວ່າ​ພຣະ​ເຢຊູ​ຄື​ພຣະ​ຄຣິດ. ກ່ຽວ​ກັບ​ບັນ​ທຶກ​ນີ້, ສາດ​ສະ​ດາ​ໂຈເຊັບ ສະມິດ, ຜູ້​ໄດ້​ແປ​ມັນ​ໂດຍ​ຂອງ​ປະທານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ, ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ບອກ​ບັນ​ດາ​ອ້າຍ​ນ້ອງ​ວ່າ ພຣະ​ຄຳ​ພີ​ມໍມອນ​ເປັນ​ໜັງ​ສື​ທີ່​ຖືກ​ຕ້ອງ​ຫລາຍ​ກວ່າ​ໜັງ​ສື​ໃດໆ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ເປັນ​ຫີນ​ເສົາ​ເອກ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ, ແລະ ມະນຸດ​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ໂດຍ​ການ​ຍຶດ​ໝັ້ນ​ກັບ​ກົດ​ເກນ​ຂອງ​ໜັງ​ສື​ເຫລັ້ມ​ນີ້” (ເບິ່ງ ຄຳ​ນຳ​ຢູ່​ທາງ​ໜ້າ​ຂອງພຣະ​ຄຳ​ພີ​ມໍມອນ).

ພຣະ​ຄຳ​ພີ​ມໍມອນ​ເປັນ​ບັນ​ທຶກ​ທາງ​ສາດ​ສະ​ໜາ​ຂອງ​ຜູ້​ຄົນ​ສາມ​ກຸ່ມ ຊຶ່ງ​ໄດ້​ຍົກ​ຍ້າຍ​ຈາກ​ໂລກ​ເກົ່າ​ໄປ​ຫາ​ທະ​ວີບ​ອາ​ເມ​ຣິ​ກາ. ກຸ່ມ​ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ຖືກ​ນຳ​ພາ​ໂດຍ​ສາດ​ສະ​ດາ ຜູ້​ໄດ້​ບັນ​ທຶກ​ປະຫວັດ​ສາດ​ທາງ​ສາດ​ສະ​ໜາ ແລະ ທາງ​ໂລກ​ຂອງ​ພວກ​ເຂົາ​ໄວ້​ໃນ​ແຜ່ນ​ຈາລຶກ. ພຣະ​ຄຳ​ພີ​ມໍມອນ​ບັນ​ທຶກ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ເຢຊູ​ຄຣິດ​ຕໍ່​ຜູ້​ຄົນ​ໃນ​ອາ​ເມຣິ​ກາ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ມີ​ສັນ​ຕິ​ສຸກ​ເປັນ​ເວລາ​ສອງ​ຮ້ອຍ​ປີ​ຫລັງ​ຈາກ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ຄຣິດ.

ໂມ​ໂຣ​ໄນ, ສາດ​ສະ​ດາ ແລະ ນັກ​ປະຫວັດ​ສາດ​ຄົນ​ສຸດ​ທ້າຍ​ຂອງ​ຊາວ​ນີໄຟ, ໄດ້​ຜະ​ນຶກ​ບັນ​ທຶກ​ສະບັບ​ຫຍໍ້​ຂອງ​ຜູ້​ຄົນ​ເຫລົ່າ​ນີ້ ແລະ ໄດ້​ເຊື່ອງ​ມັນ​ໄວ້ ເມື່ອ​ປະ​ມານ ຄ.ສ. 421. ໃນ​ປີ 1823, ໂມ​ໂຣ​ໄນ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ​ໄດ້​ມາ​ຢ້ຽມ​ຢາມ​ໂຈເຊັບ ສະມິດ ແລະ ຕໍ່​ມາ​ໄດ້​ມອບ​ບັນ​ທຶກ​ບູຮານ ແລະ ສັກ​ສິດ​ເຫລົ່າ​ນີ້​ໃຫ້​ເພິ່ນ​ເພື່ອ​ແປ ແລະ ນຳ​ອອກ​ມາ​ສູ່​ໂລກ​ໃນ​ຖານະ​ເປັນ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢຊູ​ຄຣິດ.