ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ເຢຊູ​ຄຣິດ


ພຣະ​ເຢຊູ​ຄຣິດ

ພຣະຄຣິດ (ພາສາ​ກຣີກ) ແລະ ພຣະ​ເມ​ຊີ​ອາ (ພາສາ​ເຮັບເຣີ) ໝາຍ​ເຖິງ “ຜູ້​ທີ່​ຖືກ​ເຈີມ.” ພຣະ​ເຢຊູ​ຄຣິດ ເປັນ​ລູກ​ກົກ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ (ຮຣ 1:6; ຄພ 93:21). ພຣະ​ອົງ​ເປັນ​ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ​ໃນ​ເນື້ອ​ໜັງ (ຢຮ 1:14; 3:16). ພຣະ​ອົງ​ເປັນ​ພຣະ​ເຢ​ໂຮ​ວາ (ຄພ 110:3–4) ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຕໍ່​ການ​ເອີ້ນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ກ່ອນ​ການ​ສ້າງ​ໂລກ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິດາ, ພຣະ​ເຢຊູ​ໄດ້​ສ້າງ​ແຜ່ນ​ດິນ​ໂລກ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ (ຢຮ 1:3, 14; ມຊ 1:31–33). ພຣະອົງ​ໄດ້​ມາ​ກຳ​ເນີດ​ນຳ​ນາງ​ມາຣີ ໃນ​ເບັດ​ເລ​ເຮັມ, ໄດ້​ໃຊ້​ຊີ​ວິດ​ທີ່​ປາດ​ສະ​ຈາກ​ບາບ, ແລະ ໄດ້​ທຳ​ການ​ຊົດ​ໃຊ້​ທີ່​ດີ​ເລີດ​ແທນ​ບາບ​ຂອງ​ມະນຸດ​ຊາດ​ທັງ​ປວງ ໂດຍ​ການ​ຫລັ່ງ​ໂລ​ຫິດ ແລະ ປະທານ​ຊີ​ວິດ​ຢູ່​ເທິງ​ໄມ້​ກາງ​ແຂນ (ມທ 2:1; 1 ນຟ 11:13–33; 3 ນຟ 27:13–16; ຄພ 76:40–42). ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ດັ່ງ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ປະ​ກັນ​ວ່າ​ມະນຸດ​ຊາດ​ທັງ​ປວງ​ກໍ​ຈະ​ຟື້ນ​ຄືນ​ຊີ​ວິດ​ຄື​ກັນ. ຜ່ານ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢຊູ, ຜູ້​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ຕົນ ແລະ ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຈະ​ສາ​ມາດ​ອາ​ໄສ​ຢູ່​ນຳ​ພຣະ​ເຢຊູ ແລະ ພຣະ​ບິດາ​ຕະຫລອດ​ການ (2 ນຟ 9:10–12; 21–22; ຄພ 76:50–53, 62).

ພຣະ​ເຢຊູ​ຄຣິດ​ເປັນ​ພຣະ​ຜູ້​ຍິ່ງ​ໃຫຍ່ ທີ່​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ​ນີ້. ຊີ​ວິດ​ຂອງ​ພຣະ​ອົງ​ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ ເຖິງ​ວິ​ທີ​ທີ່​ມະນຸດ​ຊາດ​ທັງ​ປວງ​ຄວນ​ດຳ​ລົງ​ຊີ​ວິດ. ຄຳ​ອະ​ທິ​ຖານ, ພອນ, ແລະ ພິ​ທີ​ການ​ຂອງ​ຖານະ​ປະ​ໂລ​ຫິດ​ທັງ​ໝົດ ຄວນ​ເປັນ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ບັນ​ດາ​ພຣະ​ຜູ້​ເປັນ​ເຈົ້າ​ທັງ​ຫລາຍ, ເປັນ​ມະຫາ​ກະສັດ​ຂອງ​ບັນ​ດາ​ກະສັດ​ທັງ​ຫລາຍ, ເປັນ​ພຣະ​ຜູ້​ສ້າງ, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເປັນ​ພຣະ​ເຈົ້າ​ຂອງ​ທັງ​ແຜ່ນ​ດິນ​ໂລກ.

ພຣະ​ເຢຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ໃນ​ອຳນາດ ແລະ ລັດ​ສະ​ໝີ​ພາບ ເພື່ອ​ປົກ​ຄອງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ໃນ​ໄລ​ຍະ​ພັນ​ປີ. ໃນ​ວັນ​ສຸດ​ທ້າຍ, ພຣະ​ອົງ​ຈະ​ພິ​ພາກ​ສາ​ມະນຸດ​ຊາດ​ທັງ​ປວງ (ແອວ 11:40–41; ຈສ—ມ 1).

ການ​ສະ​ຫລຸບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ (ໃນ​ລຳ​ດັບ​ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ)

ການ​ທຳ​ນາຍ​ກ່ຽວ​ກັບ​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢຊູ​ຄຣິດ

ການ​ປະກົດ​ຕົວ​ຂອງ​ພຣະ​ຄຣິດ​ຫລັງ​ຈາກ​ຊີ​ວິດ​ມະຕະ

ການ​ເປັນ​ຢູ່​ຂອງ​ພຣະຄຣິດ​ກ່ອນ​ມະຕະ

ການ​ປົກ​ຄອງ​ຂອງ​ພຣະ​ຄຣິດ​ໃນ​ລະຫວ່າງ​ພັນ​ປີ

ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ​ໄວ້​ກັບ​ເຮົາ

ສິດ​ອຳນາດ

ຕົວ​ຢ່າງ​ຂອງ​ພຣະ​ເຢຊູ​ຄຣິດ

ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ

ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ

ພິ​ພາກ​ສາ

ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຢຊູ​ຄຣິດ

ຮູບ​ແບບ ຫລື ເຄື່ອງ​ໝາຍ​ເຖິງ​ພຣະ​ຄຣິດ