ພຣະ​ຄຳ​ພີ
ຢາໂຄບ 1


ໜັງ​ສື​ຢາໂຄບ
ນ້ອງ​ຊາຍ​ຂອງ​ນີໄຟ

ຂໍ້​ຄວາມ​ທີ່​ເພິ່ນ​ສັ່ງ​ສອນ​ພີ່​ນ້ອງ​ຂອງ​ເພິ່ນ. ເພິ່ນ​ເຮັດ​ໃຫ້​ຊາຍ​ຄົນ​ໜຶ່ງ​ຊຶ່ງ​ພະ​ຍາ​ຍາມ​ໂຄ່ນ​ລົ້ມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຍອມ​ຈຳ​ນົນ. ຂໍ້​ຄວາມ​ສັ້ນໆ​ກ່ຽວ​ກັບ​ປະຫວັດ​ສາດ​ຂອງ​ຜູ້​ຄົນ​ຂອງ​ນີໄຟ.

ບົດ​ທີ 1

ຢາໂຄບ ແລະ ໂຢເຊັບ​ພະ​ຍາ​ຍາມ​ຊັກ​ຊວນ​ຄົນ​ທັງ​ປວງ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ—ນີໄຟ​ເສຍ​ຊີ​ວິດ—ຄວາມ​ຊົ່ວ​ຮ້າຍ​ແຜ່​ຂະ​ຫຍາຍ​ອອກ​ໄປ​ໃນ​ບັນ​ດາ​ຊາວ​ນີໄຟ. ປະ​ມານ 544–421 ປີ ກ່ອນ ຄ.ສ.

1 ເພາະ​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫ້າ​ສິບ​ຫ້າ​ປີ​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລີໄຮ​ໄດ້​ໜີ​ຈາກ​ເຢຣູ​ຊາເລັມ​ມາ; ດັ່ງ​ນັ້ນ, ນີໄຟ​ໃຫ້ ບັນ​ຍັດ​ໄວ້​ກັບ​ຂ້າ​ພະ​ເຈົ້າ ຢາໂຄບ​ກ່ຽວ​ກັບ​ແຜ່ນ​ຈາລຶກ ນ້ອຍ ຊຶ່ງ​ໃນ​ແຜ່ນ​ຈາລຶກ​ນັ້ນ​ມີ​ເລື່ອງ​ເຫລົ່າ​ນີ້​ບັນ​ທຶກ​ໄວ້.

2 ແລະ ນີໄຟ​ໃຫ້​ບັນ​ຍັດ​ກັບ​ຂ້າ​ພະ​ເຈົ້າ​ຢາໂຄບ​ວ່າ​ຂ້າ​ພະ​ເຈົ້າ ຄວນ​ບັນ​ທຶກ​ອີກ​ສອງ​ສາມ​ເລື່ອງ​ໄວ້​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມັນ​ມີ​ຄຸນ​ຄ່າ​ທີ່​ສຸດ; ວ່າ​ຂ້າ​ພະ​ເຈົ້າ​ບໍ່​ຄວນ​ແຕະ​ຕ້ອງ​ນອກ​ຈາກ​ພຽງ​ເລັກ​ໜ້ອຍ​ກ່ຽວ​ກັບ​ປະຫວັດ​ສາດ​ຂອງ​ຜູ້​ຄົນ​ພວກ​ນີ້ ຊຶ່ງ​ມີ​ຊື່​ວ່າ ຜູ້​ຄົນ​ຂອງ​ນີໄຟ.

3 ເພາະ​ເພິ່ນ​ໄດ້​ເວົ້າ​ວ່າ ປະຫວັດ​ສາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ຄວນ​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ອີກ​ຊຸດ​ໜຶ່ງ​ຂອງ​ເພິ່ນ, ແລະ ຂ້າ​ພະ​ເຈົ້າ​ຄວນ​ຮັກ​ສາ​ແຜ່ນ​ຈາລຶກ​ເຫລົ່າ​ນີ້ ແລະ ມອບ​ໃຫ້​ແກ່​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ, ຈາກ​ລຸ້ນ​ສູ່​ລຸ້ນ.

4 ແລະ ຖ້າ​ຫາກ​ມີ​ການ​ສັ່ງ​ສອນ​ອັນ​ສັກ​ສິດ ຫລື ການ​ເປີດ​ເຜີຍ​ອັນ​ຍິ່ງ​ໃຫຍ່ ຫລື ການ​ທຳ​ນາຍ, ວ່າ​ຂ້າ​ພະ​ເຈົ້າ​ຕ້ອງ​ບັນ​ທຶກ ຫົວ​ຂໍ້​ເລື່ອງ​ໄວ້​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ແລະ ບັນທຶກ​ມັນ​ໃຫ້​ຫລາຍ ຄື​ກັບ​ວ່າ ເທົ່າ​ທີ່​ຈະ​ເຮັດ​ໄດ້, ເພື່ອ​ເຫັນ​ແກ່​ພຣະ​ຄຣິດ ແລະ ເພື່ອ​ເຫັນ​ແກ່​ຜູ້​ຄົນ​ຂອງ​ພວກ​ເຮົາ.

5 ເພາະ​ເປັນ​ຍ້ອນ​ສັດທາ ແລະ ຄວາມ​ກັງ​ວົນ​ອັນ​ໃຫຍ່​ຫລວງ, ສິ່ງ​ເຫລົ່າ​ນີ້​ຈຶ່ງ​ຖືກ​ສະແດງ​ໃຫ້​ປະຈັກ​ແທ້ໆ​ແກ່​ພວກ​ເຮົາ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ພວກ​ເຮົາ, ວ່າ​ສິ່ງ​ໃດ​ຈະ ເກີດ​ຂຶ້ນ​ກັບ​ພວກ​ເຂົາ.

6 ແລະ ພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ອີກ, ແລະ ມີ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ​ຫລາຍ​ຢ່າງ; ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຮູ້​ຈັກ​ເລື່ອງ​ຂອງ ພຣະ​ຄຣິດ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ທີ່​ຈະ​ມາ​ເຖິງ.

7 ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພວກ​ເຮົາ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ຊັກ​ຊວນ​ພວກ​ເຂົາ​ໃຫ້ ມາ​ຫາ​ພຣະ​ຄຣິດ, ແລະ ມີ​ສ່ວນ​ຮັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ອົງ ຍົກ​ເວັ້ນ​ແຕ່​ພຣະ​ອົງ​ປະ​ຕິ​ຍານ​ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ວ່າ​ບໍ່​ໃຫ້​ພວກ​ເຂົາ ເຂົ້າ​ໄປ ດັ່ງ​ເຊັ່ນ​ພຣະ​ອົງ​ໄດ້ ຂຸ່ນ​ເຄືອງ​ໃນ​ວັນ​ແຫ່ງ​ການ​ທົດ​ລອງ​ຂອງ​ລູກ​ຫລານ​ອິດສະ​ຣາເອນ​ຂະນະ​ທີ່​ເຂົາ​ເຈົ້າ​ຢູ່​ໃນ ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

8 ດັ່ງ​ນັ້ນ, ພວກ​ເຮົາ​ປາດ​ຖະ​ໜາ​ຕໍ່​ພຣະ​ເຈົ້າ​ວ່າ ພວກ​ເຮົາ​ຈະ​ຊັກ​ຊວນ​ຄົນ​ທັງ​ປວງ​ບໍ່​ໃຫ້ ກະ​ບົດ​ຕໍ່​ພຣະ​ເຈົ້າ​ທີ່​ຈະ ກໍ່​ກວນ​ພຣະ​ອົງ​ໃຫ້​ພຣະ​ພິ​ໂລດ, ແຕ່​ເພື່ອ​ຄົນ​ທັງ​ປວງ​ຈະ​ເຊື່ອ​ໃນ​ພຣະ​ຄຣິດ ແລະ ເຫັນ​ແກ່​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ ແລະ ທົນ​ຮັບ​ເອົາ ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ ແລະ ຍອມ​ຮັບ​ເອົາ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ຂອງ​ໂລກ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຢາໂຄບ​ຈຶ່ງ​ຖື​ວ່າ ມັນ​ເປັນ​ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເຮັດ​ຕາມ​ບັນ​ຍັດ​ຂອງ​ນີໄຟ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ.

9 ບັດ​ນີ້​ນີໄຟ​ໄດ້​ເຖົ້າ​ແກ່​ລົງ, ແລະ ເພິ່ນ​ເຫັນ​ວ່າ​ເພິ່ນ​ຈະ ຕາຍ​ໄປ​ໃນ​ໄວໆ​ນີ້; ດັ່ງ​ນັ້ນ, ເພິ່ນ​ຈຶ່ງ ເຈີມ​ຊາຍ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ​ຄົນ​ຕໍ່​ໄປ ແລະ ປົກ​ຄອງ​ຜູ້​ຄົນ​ຂອງ​ເພິ່ນ​ຕາມ​ການ​ສືບ​ຄອງ​ລາ​ຊາ​ບັນ​ລັງ​ຂອງ ກະສັດ.

10 ຜູ້​ຄົນ​ມີ​ຄວາມ​ຮັກ​ແພງ​ຕໍ່​ນີໄຟ​ຢ່າງ​ເຫລືອ​ລົ້ນ, ເພາະ​ເພິ່ນ​ເປັນ​ຜູ້​ປົກ​ປັກ​ຮັກ​ສາ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ, ໂດຍ​ທີ່​ປັດ​ປ່າຍ ດາບ​ຂອງ​ລາ​ບານ​ເພື່ອ​ປ້ອງ​ກັນ​ພວກ​ເຂົາ, ແລະ ໂດຍ​ການ​ອອກ​ແຮງ​ງານ​ຕະຫລອດ​ວັນ​ເວລາ​ຂອງ​ເພິ່ນ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຂົາ—

11 ດັ່ງ​ນັ້ນ, ຜູ້​ຄົນ​ຈຶ່ງ​ປາດ​ຖະ​ໜາ​ຈະ​ເກັບ​ກຳ​ຊື່​ຂອງ​ເພິ່ນ​ໄວ້​ໃນ​ຄວາມ​ຊົງ​ຈຳ. ແລະ ຜູ້​ໃດ​ທີ່​ຈະ​ຂຶ້ນ​ປົກ​ຄອງ​ແທນ​ເພິ່ນ, ຜູ້​ຄົນ​ກໍ​ຈະ​ເອີ້ນ​ວ່າ​ນີໄຟ​ທີ​ສອງ, ນີໄຟ​ທີ​ສາມ, ແລະ ຕໍ່ໆ​ກັນ​ໄປ​ຕາມ​ການ​ສືບ​ຄອງ​ລາ​ຊາ​ບັນ​ລັງ​ຂອງ​ກະສັດ; ແລະ ຜູ້​ຄົນ​ເອີ້ນ​ກະສັດ​ວ່າ​ແນວ​ນີ້ ເຖິງ​ວ່າ​ຈະ​ມີ​ຊື່​ອັນ​ອື່ນ​ກໍ​ຕາມ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ໄດ້​ສິ້ນ​ຊີ​ວິດ.

13 ບັດ​ນີ້​ຜູ້​ຄົນ​ຊຶ່ງ​ບໍ່​ແມ່ນ ຊາວ​ເລມັນ​ກໍ​ເປັນ ຊາວ​ນີໄຟ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ຖືກ​ເອີ້ນ​ວ່າ ຊາວ​ນີໄຟ, ຊາວ​ຢາໂຄບ, ຊາວ​ໂຢເຊັບ, ຊາວ​ໂຊຣຳ, ຊາວ​ເລມັນ, ຊາວ​ເລ​ມູ​ເອນ, ແລະ ຊາວ​ອິດ​ຊະ​ມາ​ເອນ.

14 ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຢາໂຄບ​ຈະ​ບໍ່​ແບ່ງ​ແຍກ​ພວກ​ເຂົາ​ຕາມ​ຊື່​ເຫລົ່າ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ຈະ ເອີ້ນ​ພວກ​ທີ່​ພະ​ຍາ​ຍາມ​ປອງ​ຮ້າຍ​ຜູ້​ຄົນ​ຂອງ​ນີໄຟ​ວ່າ ຊາວ​ເລມັນ, ສ່ວນ​ຄົນ​ທີ່​ເປັນ​ເພື່ອນ​ມິດ​ກັບ​ນີໄຟ, ຂ້າ​ພະ​ເຈົ້າ​ຈະ​ເອີ້ນ​ວ່າ ຊາວ​ນີໄຟ, ຫລື ຜູ້​ຄົນ​ຂອງ​ນີໄຟ​ຕາມ​ການ​ສືບ​ຄອງ​ລາ​ຊາ​ບັນ​ລັງ​ຂອງ​ກະສັດ.

15 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີໄຟ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກະສັດ​ອົງ​ທີ​ສອງ​ເລີ່ມ​ມີ​ໃຈ​ແຂງ​ກະ​ດ້າງ, ແລະ ຍອມ​ຕົນ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ບາງ​ຢ່າງ​ເໝືອນ​ກັນ​ກັບ​ດາວິດ​ໃນ​ສະ​ໄໝ​ກ່ອນ​ທີ່​ຢາກ​ມີ ມະ​ເຫ​ສີ ແລະ ນາງ​ສະ​ໜົມ​ຫລາຍ​ຄົນ, ແລະ ໂຊ​ໂລ​ໂມນ​ລູກ​ຊາຍ​ຂອງ​ເພິ່ນ​ກໍ​ເໝືອນ​ກັນ.

16 ແທ້​ຈິງ​ແລ້ວ, ພວກ​ເຂົາ​ເລີ່ມ​ຕົ້ນ​ສະແຫວງ​ຫາ​ຄຳ ແລະ ເງິນ​ເປັນ​ຈຳນວນ​ຫລວງ​ຫລາຍ, ແລະ ເລີ່ມ​ຕົ້ນ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ຕົວ.

17 ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຢາໂຄບ​ຈຶ່ງ​ໃຫ້​ຂໍ້​ຄວາມ​ເຫລົ່າ​ນີ້​ແກ່​ພວກ​ເຂົາ​ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ສິດ​ສອນ​ພວກ​ເຂົາ​ໃນ ພຣະ​ວິຫານ, ໂດຍ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ.

18 ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຢາໂຄບ ແລະ ໂຢເຊັບ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ມື​ຂອງ​ນີໄຟ​ໃຫ້​ເປັນ​ປະ​ໂລ​ຫິດ ແລະ ຜູ້​ສອນ​ຜູ້​ຄົນ​ພວກ​ນີ້.

19 ແລະ ພວກ​ເຮົາ​ໄດ້​ຂະ​ຫຍາຍ ໜ້າ​ທີ່​ຂອງ​ພວກ​ເຮົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຮົາ​ຕ້ອງ​ມີ ຄວາມ​ຮັບ​ຜິດ​ຊອບ​ຮັບ​ເອົາ​ບາບ​ຂອງ​ຜູ້​ຄົນ​ໄວ້​ເທິງ​ຫົວ​ຂອງ​ພວກ​ເຮົາ​ເອງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ພວກ​ເຂົາ​ດ້ວຍ​ຄວາມ​ພາກ​ພຽນ​ຢ່າງ​ເຕັມ​ທີ່; ດັ່ງ​ນັ້ນ ໂດຍ​ການ​ອອກ​ແຮງ​ງານ​ດ້ວຍ​ກຳ​ລັງ​ຂອງ​ພວກ​ເຮົາ ເລືອດ​ຂອງ​ພວກ​ເຂົາ​ຈະ​ບໍ່​ມາ​ເປື້ອນອາພອນ​ຂອງ​ພວກ​ເຮົາ; ຖ້າ​ບໍ່​ດັ່ງ​ນັ້ນ ເລືອດ​ຂອງ​ພວກ​ເຂົາ​ຈະ​ເປິ​ເປື້ອນອາພອນ​ຂອງ​ພວກ​ເຮົາ, ແລະ ຈະ​ເຫັນ​ວ່າ​ພວກ​ເຮົາ​ບໍ່​ປາດ​ສະ​ຈາກ​ມົນ​ທິນ​ໃນ​ວັນ​ສຸດ​ທ້າຍ.