ສິ່ງ​ຊ່ວຍ​ສຶກ​ສາ
ເຈີມ, ການ​ເຈີມ


ເຈີມ, ການ​ເຈີມ

ໃນ​ສະ​ໄໝ​ບູຮານ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຈີມ ດ້ວຍ​ນ້ຳ​ມັນ​ໃຫ້​ແກ່​ຜູ້​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ພິ​ເສດ, ດັ່ງ​ເຊັ່ນ​ອາໂຣນ ຫລື ປະ​ໂລ​ຫິດ ຫລື ກະສັດ ຜູ້​ຈະ​ປົກ​ຄອງ​ອິດສະ​ຣາເອນ. ໃນ​ສາດ​ສະ​ໜາ​ຈັກ​ທຸກ​ວັນ​ນີ້, ການ​ເຈີມ​ແມ່ນ​ການ​ຢອດ​ນ້ຳ​ມັນ​ທີ່​ໄດ້​ອຸ​ທິດ​ແລ້ວ​ຢອດ​ໜຶ່ງ ຫລື ສອງ​ຢອດ​ໃສ່​ຫົວ​ຂອງ​ບຸກ​ຄົນ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພອນ​ພິ​ເສດ. ສິ່ງ​ນີ້​ສາ​ມາດ​ກະ​ທຳ​ໄດ້​ພຽງ​ແຕ່​ພາຍ​ໃຕ້​ສິດ​ອຳນາດ ແລະ ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ຫລັງ​ຈາກ​ການ​ເຈີມ, ບຸກ​ຄົນ​ທີ່​ກະ​ທຳ​ໂດຍ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ດຽວ​ກັນ​ນັ້ນ ອາດ​ຜະ​ນຶກ​ການ​ເຈີມ ແລະ ມອບ​ພອນ​ພິ​ເສດ​ໃຫ້​ແກ່​ຜູ້​ທີ່​ຖືກ​ເຈີມ.