ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 16


ປຈສ, ມັດທາຍ 16:25–29. ປຽບ​ທຽບ​ໃສ່​ກັບ ມັດທາຍ 16:24–26

ພຣະ​ເຢຊູ​ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ການ “ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ” ດັ່ງ​ນີ້: ຄື​ທີ່​ຈະ​ປະ​ຕິ​ເສດ​ຕົນ​ເອງ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ພຣະ​ເຈົ້າ ແລະ ຄວາມ​ໄຄ່​ທັງ​ໝົດ​ຂອງ​ໂລກ ແລະ ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

25 ຈາກ​ນັ້ນ​ພຣະ​ເຢຊູ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ, ໃຫ້​ຜູ້​ນັ້ນ​ປະ​ຕິ​ເສດ​ຕົນ​ເອງ, ແລະ ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ.

26 ແລະ ບັດ​ນີ້​ໃນ​ການ​ທີ່​ມະນຸດ​ຈະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ເອງ​ນັ້ນ, ໝາຍ​ເຖິງ​ການ​ປະ​ຕິ​ເສດ​ຕົນ​ເອງ​ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ພຣະ​ເຈົ້າ, ແລະ ຄວາມ​ໄຄ່​ທັງ​ໝົດ​ຂອງ​ໂລກ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.

27 ຈົ່ງ​ຢ່າ​ລະເມີດ​ບັນ​ຍັດ​ຂອງ​ເຮົາ ເພື່ອ​ຈະ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ; ເພາະ​ຜູ້​ໃດ​ຢາກ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ​ໄວ້​ໃຫ້​ລອດໃນ​ໂລກ​ນີ້, ຜູ້​ນັ້ນ​ຈະ​ເສຍ​ຊີ​ວິດ ໃນ​ໂລກ​ໜ້າ.

28 ແລະ ຜູ້​ໃດ​ທີ່​ຈະ​ເສຍ​ຊີ​ວິດ​ຂອງ​ຕົນໃນ​ໂລກ​ນີ້, ເພື່ອ​ເຫັນ​ແກ່​ເຮົາ, ຜູ້​ນັ້ນ​ຈະ​ໄດ້​ພົບ​ຊີ​ວິດ ໃນ​ໂລກ​ໜ້າ.

29 ສະນັ້ນ, ຈົ່ງ​ປະ​ຖິ້ມ​ໂລກ​ນີ້, ແລະ ຮັກ​ສາ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ໄວ້; ເພາະ​ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບ​ສົມ​ບັດ, ຖ້າ​ຫາກ​ເຂົາ​ຈະ​ໄດ້​ໝົດ​ທັງ​ໂລກ, ແຕ່​ຕ້ອງ​ເສຍ​ຈິດ​ວິນ​ຍານ​ຂອງ​ຕົນ ຄົນ​ນັ້ນ​ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກ​ເອົາ​ຈິດ​ວິນ​ຍານ​ຂອງ​ຕົນ​ຄືນ​ໄດ້?