​2010–2019
ເຮົາ​ສາ​ມາດ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ ແລະ ເປັນ​ຄົນ​ດີ​ກວ່າ​ເກົ່າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ເຮົາ​ສາ​ມາດ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ ແລະ ເປັນ​ຄົນ​ດີ​ກວ່າ​ເກົ່າ

ໃຫ້​ເອົາ​ໃຈ​ໃສ່ຕໍ່​ການ​ກັບ​ໃຈທຸກວັນຂອງ​ທ່ານ ຈົນ​ມັນ​ເປັນ​ສິ່ງ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ດ້ວຍອຳ​ນາດ​ທີ່​ຍິ່ງ​ໃຫຍ່ກວ່າທີ່ຜ່ານ​ມາ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊ່າງ​ເປັນ​ພາບ​ທີ່​ດົນ​ໃຈ​ແທ້ໆ ເມື່ອ​ຫລຽວ​ອອກ​ໄປ​ເບິ່ງ​ກອງ​ທັບ​ຈຳ​ນວນ​ຫລວງ​ຫລາຍ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ຂອງ​ພຣະ​ຜູ້​ເປັນ​ເຈົ້າ​. ພວກ​ທ່ານ​ຊ່າງ​ເປັນ​ພະ​ລັງ​ອັນມະ​ຫາ​ສານ ເພື່ອ​ຄວາມ​ດີ​ແທ້ໆ! ພວກ​ເຮົາ​ຮັກ​ພວກ​ທ່ານ​. ພວກ​ເຮົາອະ​ທິ​ຖານ​ເພື່ອພວກ​ທ່ານ. ແລະ ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍຕໍ່​ພວກ​ທ່ານ.

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ຄຸ້ນຄິດ ກ່ຽວ​ກັບ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໄດ້​ມອບ​ໃຫ້​ແກ່​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ທີ່​ວ່າ ຢ່າ​ກ່າວ​ສິ່ງ​ໃດ​ນອກ​ຈາກ​ການ​ກັບ​ໃຈ​ແກ່​ຄົນ​ລຸ້ນນີ້.1 ການ​ປະ​ກາດນີ້ ມີ​ຢູ່​ໃນ​ພຣະ​ຄຳ​ພີ​ຫລາຍໆ​ເທື່ອ.2 ມັນກະ​ຕຸ້ນ​ຄຳຖາມ​ທີ່​ແຈ່ມ​ແຈ້ງວ່າ: “ທຸກ​ຄົນ ຈຳ​ເປັນ​ຕ້ອງ​ກັບ​ໃຈ​ບໍ?” ຄຳຕອບກໍຄື ຕ້ອງ​ກັບ​ໃຈ.

ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຄິດ​ວ່າ ການ​ກັບ​ໃຈ​ເປັນ​ການ​ລົງ​ໂທດ—ເປັນ​ບາງ​ສິ່ງ​ທີ່​ຕ້ອງ​ຫລີກ​ເວັ້ນ ນອກ​ຈາກ​ໃນ​ສະ​ພາບ​ການທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ. ແຕ່​ຄວາມ​ຮູ້​ສຶກວ່າ​ ຕົວ​ເອງຖືກ​ລົງ​ໂທດ​ ແມ່ນ​ມາ​ຈາກ​ຊາ​ຕານ. ມັນ​ພະ​ຍາ​ຍາມ​ກີດ​ກັນ​ເຮົາ​ບໍ່​ໃຫ້​ຫວັງ​ເພິ່ງພຣະ​ເຢ​ຊູຄຣິດ,3 ຜູ້​ຢືນ​ວາ​ແຂນຢູ່,4 ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ເຕັມ​ພຣະ​ໄທ ທີ່​ຈະ​ປິ່ນ​ປົວ, ໃຫ້​ອະ​ໄພ, ຊຳ​ລະ​ລ້າງ, ຊູ​ກຳ​ລັງ, ເຮັດ​ໃຫ້​ເຮົາສະ​ອາດ, ແລະ ບໍ​ລິ​ສຸດ.

ຄຳ​ວ່າ ກັບ​ໃຈ ໃນ​ພຣະ​ຄຳ​ພີ​ໃໝ່​ພາ​ສາກ​ຣີກ ແມ່ນ metanoeo. ຄຳ​ຕື່ມ​ໜ້າ meta- ໝາຍ​ເຖິງ “ການ​ປ່ຽນ​ແປງ.” ຄຳ​ຕື່ມ​ທ້າຍ -noeo ກ່ຽວ​ພັນ​ກັບ​ສັບ​ພາ​ສາກຣີກ ໝາຍ​ຄວາມ​ວ່າ “ຄວາມ​ຄິດ,” “ຄວາມ​ຮູ້,” “ວິນ​ຍານ,” ແລະ “ລົມ​ຫາຍ​ໃຈ.”5

ດັ່ງ​ນັ້ນ, ເມື່ອ​ພຣະ​ເຢ​ຊູ​ຂໍ​ໃຫ້​ທ່ານ ແລະ ຂ້າ​ພະ​ເຈົ້າ “ກັບ​ໃຈ,”6 ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ປ່ຽນ​ຄວາມ​ຄິດ, ຄວາມ​ຮູ້, ວິນ​ຍານ​ຂອງ​ເຮົາ—ແມ່ນ​ແຕ່​ວິ​ທີ​ທີ່​ເຮົາ​ຫາຍໃຈ. ພຣະ​ອົງ​ຂໍ​ໃຫ້​ເຮົາ​ປ່ຽນ​ແປງວິ​ທີ​ທີ່​ເຮົາ​ຮັກ, ຄິດ, ຮັບ​ໃຊ້, ໃຊ້​ເວ​ລາ, ປະ​ຕິ​ບັດ​ກັບ​ພັນ​ລະ​ຍາ, ສິດ​ສອນ​ລູກໆ, ແລະ ແມ່ນ​ແຕ່​ການດູ​ແລ​ຮ່າງ​ກາຍ​ຂອງ​ຕົວ​ເຮົາ​ເອງ.

ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ອິດ​ສະ​ລະ, ຍົກ​ລະ​ດັບ​ຈິດ​ໃຈ, ຫລື ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ ຫລາຍ​ໄປ​ກວ່າ​ການ​ເອົາ​ໃຈ​ໃສ່​ທຸກວັນ ຕໍ່ການ​ກັບ​ໃຈ​ເປັນ​ປະ​ຈຳຂອງ​ເຮົາ. ການ​ກັບ​ໃຈ​ ບໍ່​ແມ່ນ​ເຫດ​ການໃດ​ໜຶ່ງ; ມັນ​ເປັນຂັ້ນ​ຕອນ. ມັນ​ເປັນ​ສິ່ງ​ທີ່​ນຳ​ເຮົາໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ. ເມື່ອ​ລວມ​ໃສ່​ກັບ​ສັດ​ທາ, ການ​ກັບ​ໃຈ​ຈະ​ເປີດ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.7

ບໍ່​ວ່າ​ທ່ານ​ກຳ​ລັງ​ເດີນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ ຢ່າງ​ພາກ​ພຽນ​ຫລືບໍ່​ກໍ​ຕາມ, ຫລື​ໄດ້​ເດີນ​ອອກ​ໄປ​ຈາກ​ເສັ້ນ​ທາງ ຫລື ຫລຽວບໍ່​ເຫັນ​ເສັ້ນ​ທາງ ຈາກ​ຈຸດ​ທີ່​ທ່ານຢູ່​ໃນ​ເວ​ລານີ້ຫລືບໍ່​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ກັບ​ໃຈ. ສຳ​ພັດ​ພະ​ລັງທີ່​ເສີມ​ກຳ​ລັງ​ຂອງ​ການ​ກັບ​ໃຈ​ທຸກວັນ—ການ​ເຮັດ ແລະ ການ​ເປັນ​ຄົນ​ທີ່ດີ​ຂຶ້ນ​ເລັກ​ນ້ອຍ ໃນ​ແຕ່​ລະ​ວັນ.

ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ເຮົາ​ເລືອກ​ທີ່​ຈະ​ປ່ຽນ​ແປງ! ເຮົາ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ເຮົາ​ເປັນ​ບຸກ​ຄົນ​ທີ່​ດີ​ທີ່​ສຸດ. ເຮົາ​ເລືອກ​ທີ່​ຈະ​ເຕີບ​ໂຕ​ທາງວິນ​ຍານ ແລະ ຮັບ​ເອົາ​ຄວາມ​ຊື່ນ​ຊົມ—ເປັນ​ຄວາມ​ຊື່ນ​ຊົມ​ຂອງ​ການ​ໄຖ່ ໃນ​ພຣະ​ອົງ.8 ເມື່ອ​ເຮົາ​ເລືອກ​ທີ່​ຈະ​ກັບ​ໃຈ, ເຮົາ​ເລືອກ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ!9

ອ້າຍ​ນ້ອງ​ທັງ​ຫລາຍ, ເຮົາ​ຕ້ອງ ເຮັດ ໃຫ້​ດີກວ່າ​ເກົ່າ ແລະ ເປັນ ຄົນ​ດີກວ່າ​ເກົ່າ ເພາະ​ວ່າ​ເຮົາ​ຢູ່​ໃນ​ສະ​ໜາມ​ຮົບ. ການ​ຕໍ່​ສູ້​ກັບ​ບາບ​ເປັນ​ເລື່ອງ​ຈິງ. ຜູ້​ປໍ​ລະ​ປັກ​ໄດ້​ເພີ່ມ​ກຳ​ລັງ​ຢ່າງ​ຫລວງ​ຫລາຍ ເພື່ອ​ລົບ​ກວນ​ປະ​ຈັກ​ພະ​ຍານ ແລະ ຂັດ​ຂວາງວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ກຳ​ລັງ​ຕຽມ​ບໍ​ລິ​ວານ​ຂອງ​ມັນ ດ້ວຍ​ອາ​ວຸດ​ທີ່​ມີ​ພະ​ລັງ ເພື່ອ​ກີດ​ກັນ​ເຮົາ​ຈາກ​ການ​ຮັບ​ເອົາ​ຄວາມ​ຊື່ນ​ຊົມ ແລະ ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.10

ການ​ກັບ​ໃຈ​ເປັນ​ສິ່ງຊ່ວຍ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ຄວາມ​ໂສກ​ເສົ້າ ທີ່​ເກີດ​ຈາກ​ກັບ​ດັກຂອງ​ຜູ້​ປໍ​ລະ​ປັກ. ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ດີ​ພ້ອມ ໃນ​ເວ​ລານີ້ ໃນ​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ. ແຕ່​ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ ກາຍ​ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ. ການ​ກັບ​ໃຈ​ທຸກວັນ ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ບໍ​ລິ​ສຸດ, ແລະ ຄວາມ​ບໍ​ລິ​ສຸດ​ຈະ​ນຳ​ພະ​ລັງ​ມາ​ໃຫ້. ຄວາມ​ບໍ​ລິ​ສຸດ​ສ່ວນ​ຕົວ ສາ​ມາດ​ເຮັດ​ໃຫ້​ເຮົາ​ເປັນ​ເຄື່ອງ​ມື​ທີ່​ມີ​ພະ​ລັງ ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າໄດ້. ການ​ກັບ​ໃຈ​ຂອງ​ເຮົາ—ຄວາມ​ບໍ​ລິ​ສຸດ​ຂອງ​ເຮົາ—ຈະ​ຊ່ວຍ​ເຮົາ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ສາດ​ສະ​ດາໂຈ​ເຊັບ ສະ​ມິດ ວ່າສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ກ່ຽວ​ຂ້ອງ​ກັບ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຢ່າງ​ແຍກ​ອອກ​ຈາກ​ກັນບໍ່ໄດ້, ແລະ ວ່າ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຈະ​ຖືກ​ບັງ​ຄັບ​ບໍ່​ໄດ້ ຫລື ຖືກ​ໃຊ້​ບໍ່​ໄດ້​ນອກ​ຈາກ​ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ.11

ເຮົາ​ຮູ້​​ວ່າ​ສິ່ງ​ໃດສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ສະ​ຫວັນ. ເຮົາ​ກໍ​ຮູ້​ອີກວ່າ ສິ່ງ​ໃດ​ຈະ​ກີດ​ກັນ​ຄວາມ​ກ້າ​ວໜ້າ​ຂອງ​ເຮົາ—ສິ່ງ​ທີ່​ເຮົາ​ຕ້ອງ​ເຊົາ​ເຮັດ ເພື່ອວ່າເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ສະ​ຫວັນ​ໄດ້. ອ້າຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ສະ​ແຫວງ​ຫາ​ດ້ວຍ​ການ​ອະ​ທິ​ຖານ ເພື່ອ​ຈະ​ໄດ້ເຂົ້າ​ໃຈ​ວ່າ ແມ່ນ​ຫຍັງ​ທີ່​ກີດ​ກັນ​ທ່ານບໍ່​ໃຫ້​ກັບ​ໃຈ. ລະ​ບຸ​ສິ່ງ​ທີ່ ຢຸດຢັ້ງ ທ່ານ​ຈາກ​ການ​ກັບ​ໃຈ. ແລະ ແລ້ວ​ໃຫ້​ປ່ຽນ! ໃຫ້​ກັບ​ໃຈ! ເຮົາ​ທຸກ​ຄົນ​ສາ​ມາດ​ເຮັດ​ໃຫ້​ດີກວ່າ​ເກົ່າ ແລະ ເປັນ​ຄົນ​ດີກວ່າ​ເກົ່າ ຫລາຍກວ່າ​ທີ່​ຜ່ານ​ມາ​ໄດ້.12

ມີ​ວິ​ທີ​ການ​ສະ​ເພາະ ທີ່​ເຮົາ​ສາ​ມາດ​ປັບ​ປຸງ​. ຢ່າງ​ໜຶ່ງ​ແມ່ນ​ວິ​ທີ​ທີ່​ເຮົາ​ເຮັດ​ກັບ​ຮ່າງ​ກາຍ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ງຶດ​ງໍ້​ກັບ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງ​ຮ່າງ​ກາຍ​ມະ​ນຸດ. ມັນ​ເປັນ​ການ​ສ້າງ​ທີ່​ງົດ​ງາມ, ຈຳ​ເປັນ​ຕໍ່​ການ​ກ້າວ​ຂຶ້ນ​ສູ່​ສັກ​ກະ​ຍະ​ພາບ​ທີ່​ສູງ​ສົ່ງ​ຂອງ​ເຮົາ. ເຮົາ​ບໍ່​ສາ​ມາດ​ກ້າວ​ໜ້າ​ປາດ​ສະ​ຈາກ​ມັນ. ໃນ​ການມອບ​ຂອງ​ປະ​ທານ​ທີ່​ເປັນ​ຮ່າງ​ກາຍ​ໃຫ້​ເຮົາ, ພຣະ​ເຈົ້າ​ໄດ້​ອະ​ນຸ​ຍາດ​ໃຫ້​ເຮົາ ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ສຳ​ຄັນ ໃນ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ຊາ​ຕານ​ເຂົ້າ​ໃຈ​ເລື່ອງນີ້. ມັນ​ໃຈ​ຮ້າຍ ເພາະ​ການ​ຖືກ​ຂັບ​ໄລ່​ໜີ​ຕອນ​ຢູ່​ໃນ​ໂລກ​ກ່ອນ​ເກີດ ໄດ້​ເຮັດ​ໃຫ້​ມັນ​ໝົດ​ສິດ​ຕະ​ຫລອດ​ການ ຈາກ​ສິດ​ທິ​ພິ​ເສດນີ້, ຈຶ່ງ​ເຮັດ​ໃຫ້​ມັນ​ມີ​ແຕ່​ຄວາມ​ອິດ​ສາ​ບັງ​ບຽດ ແລະ ຄວາມແຄ້ນ​ໃຈ. ສະ​ນັ້ນ, ການ​ລໍ້​ລວງ​ຢ່າງ​ຫລວງ​ຫລາຍ, ຖ້າບໍ່​ແມ່ນ​ເກືອບ​ທັງ​ໝົດ, ທີ່​ມັນ​ໄດ້​ວາງ​ຂວາງ​ທາງ​ໄວ້ ແມ່ນ​ເພື່ອ​ເຮັດ​ໃຫ້​ເຮົາ​ທຳ​ຮ້າຍຮ່າງ​ກາຍ​ຕົວ​ເອງ ຫລື ​ຂອງ​ຄົນ​ອື່ນ. ເພາະ​ວ່າ​ຊາ​ຕານ​ໂສກ​ເສົ້າ ທີ່ບໍ່​ມີ ຮ່າງ​ກາຍ, ມັນ​ຈຶ່ງ​ຢາກ​ໃຫ້​ເຮົາ​ໂສກ​ເສົ້າ ຍ້ອນ ຮ່າງ​ກາຍ​ຂອງ​ເຮົາ.13

ຮ່າງ​ກາຍ​ຂອງ​ທ່ານ ເປັນ​ວິ​ຫານ​ສ່ວນ​ຕົວ​ຂອງ​ທ່ານ, ຖືກ​ສ້າງ​ຂຶ້ນ​ເພື່ອ​ເປັນ​ເຮືອນ​ໃຫ້​ແກ່​ວິນ​ຍານ​ນິ​ລັນ​ດອນ​ຂອງ​ທ່ານ.14 ການ​ຮັກ​ສາ​ວິ​ຫານນັ້ນ ແມ່ນ​ສຳ​ຄັນ​ຫລາຍ. ​ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຖາມ​ທ່ານ, ອ້າຍ​ນ້ອງ​ທັງ​ຫລາຍ​ວ່າ: ທ່ານ​ສົນ​ໃຈ​ນຸ່ງ​ຖື ແລະ ດູ​ແລຮ່າງ​ກາຍ​ຂອງ​ທ່ານ​ໃຫ້​ໜ້າ​ສົນ​ໃຈ​ຕໍ່​ໂລກ ຫລາຍກວ່າ​ທີ່​ຢາກ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ​ບໍ? ຄຳ​ຕອບ​ຂອງ​ທ່ານຕໍ່​ຄຳ​ຖາມນີ້ ໄດ້​ສົ່ງ​ຂໍ້​ຄວາມ​ໂດຍ​ກົງ​ເຖິງ​ພຣະ​ອົງ ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ກ່ຽວ​ກັບ​ຂອງ​ປະ​ທານ​ອັນ​ລ້ຳ​ຄ່າ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ທ່ານ. ໃນ​ຄວາມ​ເຄົາ​ລົບ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮົາ​ສາ​ມາດ​ເຮັດ​ໃຫ້​ດີກວ່າ​ເກົ່າ ແລະ ເປັນ​ຄົນ​ດີກວ່າ​ເກົ່າ​ໄດ້.

ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໃຫ້​ດີກວ່າ​ເກົ່າ ແລະ ເປັນ​ຄົນ​ດີກວ່າ​ເກົ່າ ຄື​ວິ​ທີ​ທີ່​ເຮົາ​ໃຫ້​ກຽດ​ແກ່​ຜູ້​ຍິງ​ໃນ​ຊີ​ວິດ​ຂອງ​ເຮົາ, ເລີ່ມ​ຕົ້ນ​ຈາກ​ພັນ​ລະ​ຍາ ແລະ ລູກ​ສາວ​ຂອງ​ເຮົາ, ແມ່, ເອື້ອຍ, ແລະ ນ້ອງ​ສາວ​ຂອງ​ເຮົາ.15

ຫລາຍ​ເດືອນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ທີ່​ເຈັບ​ປວດ​ໃຈ ຈາກ​ເອື້ອຍ​ນ້ອງ​ທີ່​ດີ​ຄົນ​ໜຶ່ງ. ນາງ​ໄດ້​ຂຽນ​ວ່າ: “[ລູກ​ສາວກັບຂ້າ​ນ້ອຍ] ຮູ້​ສຶກວ່າ ພວກ​ຂ້າ​ນ້ອຍ​ກຳ​ລັງ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ ເພື່ອ​ຍາດ​ແຍ່ງ​ຊີງ​ເອົາ​ຄວາມ​ສົນ​ໃຈ​ຂອງ​ສາ​ມີ ແລະ ລູກ​ຊາຍ ຈາກ​ຂ່າວ​ກິ​ລາ​ຕະ​ຫລອດ​ຊາວ​ສີ່​ຊົ່ວ​ໂມງທຸກມື້, ວິ​ດີ​ໂອ​ເກມ, ຂ່າວ​ຕະ​ຫລາດ​ຫຸ້ນ, [ແລະ] ການ​ວິ​ເຄາະ ແລະ ການ​ເບິ່ງ​ກິ​ລາ​ [ທຸກ​ຊະ​ນິດ] ແບບບໍ່​ມີ​ທີ່​ສິ້ນ​ສຸດ. ພວກ​ຂ້າ​ນ້ອຍ​ຮູ້​ສຶກວ່າ ຕົວ​ເອງບໍ່​ມີ​ບ່ອນ​ນັ່ງ​ຢູ່​ແຖວ​ໜ້າ ເພາະ​ສາ​ມີ ແລະ ລູກ​ຊາຍ ນັ່ງຈອງ​ຕັ່ງ​ແຖວ​ໜ້າ​ຕະ​ຫລອດເວ​ລາ ກັບ [ການ​ເບິ່ງ​ກິ​ລາ ແລະ ການຫລິ້ນ​ເກມ].”16

ອ້າຍ​ນ້ອງ​ທັງ​ຫລາຍ, ໜ້າ​ທີ່​ທຳ​ອິດ ແລະ ສຳ​ຄັນ​ກວ່າ​ໝູ່​ໝົດ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ທີ່​ຈະ​ຮັກ ແລະ ດູ​ແລ​ພັນ​ລະ​ຍາ​ຂອງ​ທ່ານ. ໃຫ້​ເປັນ​ໜຶ່ງ​ກັບ​ນາງ. ໃຫ້​ເປັນ​ຄູ່​ຂອງ​ນາງ. ເຮັດ​ໃຫ້​ມັນ​ງ່າຍ​ສຳ​ລັບ​ນາງ ທີ່​ຢາກ​ຕ້ອງ​ການ​ເປັນ​ຂອງ​ທ່ານ. ຢ່າ​ໃຫ້​ຄວາມ​ສົນ​ໃຈ​ອື່ນ​ໃດ​ໃນ​ຊີ​ວິດ ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ ການ​ສ້າງ​ຄວາມ​ສຳ​ພັນ​ນິ​ລັນ​ດອນ​ກັບ​ນາງ. ຢ່າ​ໃຫ້ ໂທ​ລະ​ພາບ, ເຄື່ອງ​ມື​ຖື, ຫລື ຄອມ​ພິວ​ເຕີ ມີ​ຄວາມ​ສຳ​ຄັນ​ຫລາຍກວ່າ ຄວາມ​ຜາ​ສຸກ​ຂອງ​ນາງ. ໃຫ້​ສຳ​ຫລວດ​ເບິ່ງ​ວ່າ ທ່ານ​ໃຊ້​ເວ​ລາ​ເຮັດ​ຫຍັງ​ແດ່ ແລະ ສຸມ​ເຫື່ອ​ແຮງ​ເຮັດ​ຫຍັງ​ຢູ່​ໃສ. ສິ່ງນັ້ນ​ຈະ​ບອກວ່າ ຫົວ​ໃຈ​ຂອງ​ທ່ານ​ຢູ່​ກັບ​ສິ່ງ​ໃດ. ໃຫ້​ອະ​ທິ​ຖານ ຂໍ​ໃຫ້​ໃຈ​ທ່ານສອດ​ຄ່ອງ​ກັບ​ໃຈ​ພັນ​ລະ​ຍາ​​ຂອງທ່ານ. ພະ​ຍາ​ຍາມ​ເຮັດ​ໃຫ້​ນາງ​ມີ​ຄວາມ​ສຸກ. ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຂອງນາງ, ແລະ ຮັບຟັງ. ຄຳ​ແນະ​ນຳ​ຂອງນາງ ຈະ​ປັບ​ປຸງ​ການກະ​ທຳຂອງ​ທ່ານ.

ຖ້າ​ຫາກ​ທ່ານ​ມີ​ສິ່ງ​ທີ່​ຕ້ອງ​ກັບ​ໃຈ ເພາະ​ວິ​ທີ​ທີ່​ທ່ານ​ໄດ້​ປະ​ພຶດ​ຕໍ່​ຜູ້​ຍິງ​ທີ່​ຢູ່​ໃກ້​ທ່ານ​ທີ່​ສຸດ, ແລ້ວ​ໃຫ້​ເລີ່ມ​ຕົ້ນ ໃນ​ເວ​ລານີ້. ແລະ ຈົ່ງ​ຈື່​ຈຳ​ວ່າ ມັນເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ ຂອງ​ທ່ານ ທີ່​ຈະ​ຊ່ວຍ​ຜູ້​ຍິງ​ໃນ​ຊີ​ວິດ​ຂອງ​ທ່ານ ໃຫ້​ໄດ້​ຮັບ​ພອນ​ທີ່​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ​ຂອງ​ພຣະ​ເຈົ້າ. ບໍ່​ຄວນ​ເປັນເຫດ​ຜົນທີ່ເຮັດ​ໃຫ້​ຜູ້ຍິງ​ບໍ່​ສາ​ມາດຮັບ​ພອນ​ພຣະ​ວິ​ຫານ​ຂອງ​ນາງ.

ອ້າຍ​ນ້ອງ​ທັງ​ຫລາຍ, ເຮົາ​ທຸກ​ຄົນ​ຕ້ອງ​ກັບ​ໃຈ. ເຮົາ​ຕ້ອງ​ລຸກ​ຂຶ້ນ​ຈາກ​ຕັ່ງ​ສະ​ລົ້ງ, ວາງເຄື່ອງ​ເປີດ​ໂທ​ລະ​ທັດ, ແລະ ຕື່ນ​ຈາກ​ການ​ຫລັບ​​ນອນທາງວິນ​ຍານ. ມັນ​ເຖິງ​ເວ​ລາແລ້ວ ທີ່​ຈະ​ສວມ​ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດນີ້ ຢູ່​ໃນ​ໂລກ. ມັນ​ເຖິງ​ເວ​ລາ​ແລ້ວ ທີ່​ຈະເດ່​ກ່ຽວ​ຂອງ​ເຮົາ​ອອກ​ໄປ, ແລະ ເກັບ​ກ່ຽວ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ.17 ພຣະ​ລັງ​ຂອງ​ຄວາມ​ຊົ່ວ​ຮ້າຍບໍ່​ເຄີຍ​ຂະ​ຫຍາຍ​ຢ່າງກວ້າງໄກຫລາຍກວ່າ​ທຸກວັນ​ນີ້. ໃນ​ຖາ​ນະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ນອນ​ຫລັບ​ຢູ່ບໍ່​ໄດ້ ຂະ​ນະ​ທີ່​ການ​ຕໍ່​ສູ້​ຂະ​ຫຍາຍ​ອອກ​ໄປ​ຢ່າງກວ້າງ​ໄກ.

ຄອບ​ຄົວ​ຂອງ​ທ່ານ ຕ້ອງ​ການ​ຄວາມເປັນ​ຜູ້​ນຳ ແລະ ຄວາມ​ຮັກ​ຂອງ​ທ່ານ. ກຸ່ມ​ຂອງ​ທ່ານ ແລະ ຜູ້​ທີ່​ຢູ່​ໃນ​ຫວອດ ຫລື ສາ​ຂາ​ຂອງ​ທ່ານ ຕ້ອງ​ການ​ພະ​ລັງ​ຂອງ​ທ່ານ. ແລະ ທຸກ​ຄົນ ທີ່​ພົບ​ທ່ານ ຢາກ​ຮູ້​ວ່າ ການ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຄົນ​ຈັ່ງ​ໃດ ແລະ ທຳ​ຕົວ​ແບບ​ໃດ.

ອ້າຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າ​ພະ​ເຈົ້າ, ທ່ານ​ໄດ້​ຖືກ​ເລືອກ​ໂດຍ​ພຣະ​ບິ​ດາ​ຂອງ​ເຮົາ ໃຫ້​ມາ​ສູ່​ໂລກ ໃນ​ເວ​ລາ​ທີ່​ສຳ​ຄັນ​ນີ້ ເພາະ​ວິນ​ຍານທີ່​ກ້າ​ຫານຂອງ​ທ່ານ ຢູ່​ໃນ​ໂລກກ່ອນ​ເກີດ. ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ດີ​ເລີດ, ກ້າ​ຫານ​ທີ່​ສຸດ ໃນ​ບັນ​ດາ​ຜູ້​ເຄີຍ​ມາ​ສູ່​ໂລກນີ້. ຊາ​ຕານ​ຮູ້​ວ່າ​ທ່ານ​ເປັນ​ໃຜໃນ​ເວ​ລານີ້ ແລະ ໃນ​ໂລກ​ກ່ອນ​ເກີດ, ແລະ ມັນເຂົ້າ​ໃຈ​ວ່າຕ້ອງ​ເຮັດ​ຫຍັງ ກ່ອນ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລະ ຫລັງ​ຈາກ​ໄດ້​ເຝິກ​ຝົນ​ເລ່​ຫລ່ຽມ​ທີ່​ສະ​ຫລາດ​ແກມ​ໂກງ​ຂອງ​ມັນ​ເປັນ​ເວ​ລາ​ໜຶ່ງ​ພັນ​ປີ, ຜູ້​ປໍ​ລະ​ປັກ​ຈຶ່ງມີ​ປະ​ສົບ​ການ​ຫລາຍ ແລະ ປ່ຽນ​ແປງບໍ່​ໄດ້.

ໂຊກ​ດີ​ແຕ່ ຖາ​ນະ​ປະ​ໂລ​ຫິດ​ທີ່​ເຮົາ​ດຳ​ລົງ​ຢູ່ ມີ​ພະ​ລັງ​ຫລາຍກວ່າ​ກົນ​ອຸ​ບາຍ​ຂອງ​ຜູ້​ປໍ​ລະ​ປັກ. ຂ້າ​ພະ​ເຈົ້າ​ອ້ອນວອນ​ທ່ານ ໃຫ້​ເປັນ​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຕ້ອງ​ການ​ໃຫ້​ທ່ານ​ເປັນ. ໃຫ້​ເອົາ​ໃຈ​ໃສ່ຕໍ່​ການ​ກັບ​ໃຈ ທຸກວັນ ຂອງ​ທ່ານ ຈົນ​ມັນ​ເປັນ​ສິ່ງ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໃຊ້​ຖາ​ນະ​ປະ​ໂລ​ຫິດ ດ້ວຍອຳ​ນາດ​ທີ່​ຍິ່ງ​ໃຫຍ່ ຫລາຍກວ່າທີ່ຜ່ານ​ມາ. ນີ້​ຄື​ວິ​ທີ​ທາງ​ດຽວ ທີ່​ທ່ານ​ຈະ​ຮັກ​ສາ​ຕົວ​ເອງ ແລະ ຄອບ​ຄົວ ໃຫ້​ປອດ​ໄພ​ທາງວິນ​ຍານ ໃນ​ອະ​ນາ​ຄົດ​ທີ່​ທ້າ​ທາຍ​ທີ່​ສຸດນີ້.

ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ຜູ້​ຊາຍ​ທີ່ບໍ່​ເຫັນ​ແກ່​ຕົວ ຜູ້​ຄິດ​ເຫັນ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ຄົນ​ອື່ນ ກ່ອນ​ຂອງ​ຕົວ​ເອງ. ພຣະ​ອົງ​ຕ້ອງ​ການ​ຜູ້​ຊາຍ​ທີ່​ຕັ້ງ​ໃຈ​ພະ​ຍາ​ຍາມ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ ຢ່າງ​ແຈ່ມ​ແຈ້ງ. ພຣະ​ອົງ​ຕ້ອງ​ການ​ຜູ້​ຊາຍ​ແຫ່ງ​ພັນ​ທະ​ສັນ​ຍາ ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ດ້ວຍ​ຄວາມ​ຊື່​ສັດ. ພຣະ​ອົງ​ຕ້ອງ​ການ​ຜູ້​ຊາຍ​ທີ່​ຕັ້ງ​ໃຈ​ຮັກ​ສາ​ຕົວ​ເອງ​ໃຫ້​ບໍ​ລິ​ສຸດ​ທາງ​ເພດ—ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ ພ້ອມ​ສະ​ເໝີ​ທີ່​ຈະ​ໃຫ້​ພອນ​ແກ່​ຄົນ​ອື່ນ ໃນ​ທຸກ​ເວ​ລາ ດ້ວຍ​ໃຈ​ທີ່​ສະ​ອາດບໍ​ລິ​ສຸດ, ດ້ວຍ​ຄວາມ​ຄິດ​ທີ່​ແຈ່ມ​ແຈ້ງ, ແລະ ດ້ວຍ​ມື​ທີ່​ເຕັມ​ໃຈ​. ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ຜູ້​ຊາຍ​ທີ່​ຢາກ​ກັບ​ໃຈ​ໄວ—ຜູ້​ຊາຍ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮັບ​ໃຊ້ ແລະ ເປັນ​ພາກ​ສ່ວນ​ໃນ​ກອງ​ທັບ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມີ​ຄ່າ​ຄວນ ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ ເພື່ອ​ໃຫ້​ກາຍ​ເປັນ​ຜູ້​ຊາຍ​ເຊັ່ນ​ນັ້ນ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ ດ້ວຍ​ຄວາມ​ກ້າ​ຫານ​ທີ່​ຈະ​ກັບ​ໃຈ​ທຸກວັນ ແລະ ຮຽນ​ຮູ້​ວິ​ທີ​ທີ່​ຈະ​ໃຊ້​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ ໃຫ້​ສື່​ສານ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກັບ​ພັນ​ລະ​ຍາ ແລະ ລູກໆ​ຂອງ​ທ່ານ ແລະ ກັບ​ທຸກ​ຄົນ​ທີ່​ຮູ້​ຈັກ​ທ່ານ. ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ ເພື່ອ ເຮັດ ໃຫ້​ດີກວ່າ​ເກົ່າ ແລະ ເປັນ​ ຄົນ​ດີກວ່າ​ເກົ່າ. ແລະ ຂ້າ​ພະ​ເຈົ້າ​ອວຍ​ພອນ​ທ່ານ ວ່າ​ເມື່​ອ​ທ່ານ​ມຸ່ງ​ໝັ້ນ​ໃນ​ສິ່ງ​ເຫລົ່າ​ນີ້, ທ່ານ​ຈະ​ປະ​ສົບ​ກັບ​ການ​ມະ​ຫັດ​ສະ​ຈັນ ໃນ​ຊີ​ວິດ​ຂອງ​ທ່ານ.

ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່. ພຣະ​ເຢ​ຊູ ຄື​ພຣະ​ຄຣິດ. ເຮົາ​ແມ່ນ​ຜູ້​ຮັບ​ໃຊ້​ຂອງ​ພວກພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.