​2010–2019
ພຣະ​ຜູ້​ລ້ຽງ​ທີ່​ດີ, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ພຣະ​ຜູ້​ລ້ຽງ​ທີ່​ດີ, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ເຮົາດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ແລະ ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ​. ພຣະ​ອົງ​ຊອກ​ຫາ ແລະ ເຕົ້າ​ໂຮມ​ເຮົາ. ພຣະ​ອົງສິດ​ສອນເຮົາ​ເຖິງ​ວິ​ທີ​ທີ່​ຈະປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ທ່ານ​ເຄີຍນອນ​ຫລັບ​ຍາກ​ບໍ ແລະ ພະ​ຍາ​ຍາມ​ນັບ​ໂຕ​ແກະ​ຢູ່​ໃນ​ຫົວ? ຂະ​ນະ​ທີ່​ໂຕ​ແກະ​ທີ່​ອ່ອນ​​ນຸ້ມ​ກຳ​ລັງ​ເຕັ້ນ​ຂ້າມ​ຮົ້ວ, ທ່ານ​ນັບ​ວ່າ: 1, 2, 3, … 245, 246, … 657, 658 …1

ໃນ​ກໍ​ລະ​ນີ​ຂອງ​ຂ້າ​ພະ​ເຈົ້າ, ການ​ນັບ​ໂຕ​ແກະ ບໍ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ງ້ວງນອນເລີຍ. ຂ້າ​ພະ​ເຈົ້າ​ຢ້ານ​ນັບ​ຜິດ ຫລື ເສຍ​ໂຕ​ໃດໂຕ​ໜຶ່ງ​ໄປ, ມັນ​ກໍ​ເລີຍ​ເຮັດໃຫ້​ຂ້າ​ພະ​ເຈົ້າ​ນອນບໍ່​ຫລັບ.

ເຮົາ​ປະ​ກາດ​ກັບ​ຊາຍ​ໜຸ່ມ ຜູ້​ໄດ້​ກາຍ​ເປັນ​ກະ​ສັດ​ວ່າ:

“ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ລ້ຽງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ມີ​ທຸກ​ສິ່ງ​ທີ່​ຕ້ອງ​ການ.

“ພຣະ​ອົງ​ໃຫ້​ຂ້າ​ນ້ອຍ​ພັກ​ເຊົາ​ຢູ່​ໃນ​ທົ່ງ​ຫຍ້າ​ອັນ​ຂຽວ​ສົດ: ພຣະ​ອົງ​ນຳ​ພາ​ຂ້າ​ນ້ອຍ​ໄປ​ທີ່ບໍ່​ນ້ຳ​ອັນ​ສົດ​ໃສ ແລະ ມິດ​ງຽບ.

“ພຣະ​ອົງ​ໃຫ້​ຂ້າ​ນ້ອຍ​ມີ​ແຮງ​ຂຶ້ນ​ໃໝ່.”2

ຮູບ​ພາບ
ແຜ່ນ​ແກ້ວ​ທີ່​ເປັນ​ຮູບພຣະ​ຜູ້​ລ້ຽງ​ທີ່​ດີ

ໃນ​ຊ່ວງ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ເຮົາ​ສະ​ເຫລີມ​ສະ​ຫລອງ​ພຣະ​ຜູ້​ລ້ຽງ​ທີ່​ດີ, ຜູ້​ຊຶ່ງ​ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ໃນ​ຕຳ​ແໜ່ງ​ສັກ​ສິດທັງ​ໝົດ​ຂອງ​ພຣະ​ອົງ, ບໍ່​ມີ​ຕຳ​ແໜ່ງ​ໃດ​ທີ່​ອ່ອນ​ໂຍນກວ່າ ຫລື ສຳ​ຄັນ​ກວ່ານີ້. ເຮົາ​ຮຽນ​ຮູ້​ຫລາຍຢ່າງ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້ອ້າງ​​ເຖິງ​ພ​ຣະ​ອົງ​ເອງ​ວ່າ ພຣະ​ອົງເປັນ​ພຣະ​ຜູ້​ລ້ຽງ​ທີ່​ດີ ແລະ ຈາກ​ປະ​ຈັກ​ພະ​ຍານ​ຂອງ​ບັນ​ດາ​ສ​າດ​ສະ​ດາ​ເຖິງ​ພຣະ​ອົງວ່າ ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ. ບົດ​ບາດ ແລະ ເຄື່ອງ​ໝາຍເຫລົ່າ​ນີ້ ໄດ້​ຕື່ມ​ເຕັມ​ໃຫ້​ກັນ​ແລະ​ກັນ—ມີ​ໃຜ​ແ​ດ່​ທີ່​ສາ​ມາດ​ຊ່ວຍ​ເຫລືອ​ແກະ​ແຕ່​ລະ​ໂຕ​ໄດ້​ດີ​ໄປກວ່າ​ພຣະ​ຜູ້​ລ້ຽງ​ທີ່​ດີ, ແລະ ມີ​ໃຜ​ແດ່​ທີ່​ສາ​ມາດ​ເປັນ​ພຣະ​ຜູ້​ລ້ຽງ​ທີ່​ດີຂອງ​ເຮົາ ທີ່​ດີ​ໄປກວ່າ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ?

ເພາະ​ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ, ແລະ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ ໄດ້​ສະ​ລະ​ພຣະ​ຊົນ​ຊີບ ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ.3 ພຣະ​ເຢ​ຊູ​ເປັນ​ພະ​ຍານ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ: ຜູ້​ລ້ຽງ​ທີ່​ດີ​ຍ່ອມ​ສະ​ລະ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຝູງ​ແກະ.”4 ພຣະ​ເຢ​ຊູ​ສາ​ມາດ​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ, ແລະ ສາ​ມາດ​ຮັບ​ເອົາ​ມັນ​ຄືນ​ໄດ້.5 ໃນ​ການ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ກັບ​ພຣະ​ບິ​ດາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ປະ​ທານ​ພອນ​ພິ​ເສດ​ໃຫ້ແກ່​ເຮົາ, ທັ​ງ​ເປັນ​ພຣະ​ຜູ້​​ລ້ຽງ​ທີ່​ດີຂອງ​ເຮົາ ແລະ ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

ໃນ​ຖາ​ນະ​ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ເຮົາດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ແລະ ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ. ພຣະ​ອົງ​ຊອກ​ຫາ ແລະ ເຕົ້າ​ໂຮມ​ເຮົາ. ພຣະ​ອົງສິດ​ສອນເຮົາ​ເຖິງ​ວິ​ທີ​​ທີ່​ຈະປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ຮັກ. ໃຫ້​ເຮົາ​ພິ​ຈາ​ລະ​ນາ​ເບິ່ງ​ສາມ​ຫົວ​ຂໍ້​ເຫລົ່າ​ນີ້, ເລີ່ມ​ຕົ້ນ​ດ້ວຍ ພຣະ​ອົງ​ເອີ້ນ​ເຮົາ​ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ແລະ ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ.

ຢ່າງ​ທຳ​ອິດ, ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ “ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່. … ຝູງ​ແກະ​ຮູ້​ຈັກ​ສຸ​ລະສຽງ​ຂອງ​ພຣະ​ອົງ.”6 ແລະ “ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ເອງທີ່​ພຣະ​ອົງ​ເອີ້ນ​ຫາ​ພວກ​ທ່ານ, ຊຶ່ງຄື​ພຣະ​ນາມ​ຂອງ​ພຣະ​ຄຣິດ”7 ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ແລ້ວ​ການ​ເປີດ​ເຜີຍ​ຈະ​ມີ​ມາ ເພື່ອ​ເຮັດ​ຄວາມ​ດີ, ເພື່ອ​ຮັກ​ພຣະ​ເຈົ້າ, ແລະ ເພື່ອ​ຮັບ​ໃຊ້​ພຣະ​ອົງ.8 ເມື່ອ​ເຮົາ​ສຶກ​ສາ, ໄຕ່​ຕອງ, ແລະ ອະ​ທິ​ຖານ; ເມື່ອ​ເຮົາຕໍ່​ພັນ​ທ​ະ​ສັນ​ຍາ​ສິນ​ລະ​ລຶກ ແລະ ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ; ແລະ ເມື່ອ​ເຮົາ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ມາ​ຫາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ພິ​ທີ​ການ​ຕ່າງໆ, ກໍ​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ເຊື່ອ​ຟັງ​ຕາມສຸ​ລະ​ສຽງ​ຂອງ​ພຣະ​ອົງ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ປະ​ທານ​ຣະໂຊ ເອັມ ແນວສັນ ແນະ​ນຳ​ເຮົາ​ໃຫ້​ເອີ້ນ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ ຕາມ​ຊື່ທີ່​ພຣະ​ເຢ​ຊູ​ຄຣິດໄດ້ເປີດ​ເຜີຍ: ນັ້ນ​ຄື ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.9 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ດັ່ງນັ້ນ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເຮັດ, ຈົ່ງ​ເຮັດ ໃນ​ນາມ​ຂອງ​ເຮົາ; ດັ່ງນັ້ນ ເຈົ້າ​ຈົ່ງ​ເອີ້ນ​ສາດສະໜາ​ຈັກ​ຕາມ ນາມ​ຂອງ​ເຮົາ; ແລະ ເຈົ້າ​ຈົ່ງ​ເອີ້ນ​ຫາ​ພຣະ​ບິດາ ໃນ​ນາມ​ຂອງ​ເຮົາ ເພື່ອ​ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ສາດສະໜາ​ຈັກ​ເພື່ອ​ເຫັນ​ແກ່​ເຮົາ.”10 ​ຕະ​ຫລອດທົ່ວ​ໂລກ, ຢູ່​ໃນ​ໃຈ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ, ເຮົາ​ເອີ້ນ​ຫາ​ພຣະ​ບິ​ດາ​ໃນພຣະນາມຂອງພຣະເຢຊູຄຣິດ. ເຮົາມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ຢ່າງ​ຫລວງ​ຫລາຍ ທີ່​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ​ນະ​ມັດ​ສະ​ການ, ການສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ແລະ ເຮັດ​ກິດ​ຈະ​ກຳ​ທີ່​ເປັນ​ປະ​ໂຫຍດ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະໜັບ​ສະ​ໜູນ.

ຢ່າງ​ທີ​ສອງ, ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ​ຊອກ​ຫາ ແລະ ເຕົ້າ​ໂຮມ​ເຮົາ ເຂົ້າ​ໃນ​ຄອກຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຖາມ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ ໂຕ​ໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງ​ຫຍ້າ ແລະ ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ ຈົນ​ພົບ​ບໍ?”11

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ບຸກ​ຄົນ​ໜຶ່ງ ແລະ ເກົ້າ​ສິບ​ເກົ້າ​​ຄົນ, ສ່ວນ​ຫລາຍ​ແລ້ວ​ແມ່ນ​ໃນ​ເວ​ລາ​ດຽວ​ກັນ. ຂະ​ນະ​ທີ່​ເຮົາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ເຮົາ​ຮັບ​ຮູ້​ເກົ້າ​ສິບ​ເກົ້າ​ຄົນວ່າ ເຂົາ​ເຈົ້າໝັ້ນ​ຄົງ ແລະ ບໍ່​ຫວັ່ນ​ໄຫວ, ແ​ມ່ນ​ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ເປັນ​ຫ່ວງ​ນຳ​ຜູ້​ທີ່​ຫລົງ​ທາງ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຊອກ​ຫາ ແລະ ປົດ​ປ່ອຍເຮົາ “ຈາກ​ທຸກ​ແຫ່ງ​ຫົນ,”12 “ຈາກ​ສີ່​ມຸມ​ຂອງ​ແຜ່ນ​ດິນ​ໂລກ.”13 ພຣະ​ອົງ​ເຕົ້າ​ໂຮມ​ເຮົາ ໂດຍ​ທາງ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ ແລະ ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ໂລ​ຫິດ.14

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາໄດ້​ບອກ​ສາ​ນຸ​ສິດ​ຢູ່​ໃນ​ພຣະ​ຄຳ​ພີ​ໃ​ໝ່​ວ່າ, “ມີ​ຝູງ​ແກະ​ອື່ນ​ອີກ ທີ່​ເປັນ​ຝູງ​ແກະ​ຂອງ​ເຮົາ, ແຕ່ບໍ່​ຢູ່​ໃນ​ຄອກນີ້.”15 ໃນ​ທະ​ວີບ​ອາ​ເມ​ຣິ​ກາ, ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ພຣະ​ຊົນ​ແລ້ວ ໄດ້​ເປັນ​ພະ​ຍານ​ຕໍ່​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ລີ​ໄຮ​ວ່າ, “ເຈົ້າ​ຄື​ແກະ​ຂອງ​ເຮົາ.”16 ແລະ ພຣະ​​ເຢ​ຊູ​ໄດ້​ກ່າວ​ວ່າ ແກະ​ອື່ນ​ອີກ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.17 ພຣະ​ຄຳ​ພີ​ມໍ​ມອນ​ຊ່າງ​ເປັນ​ພອນແທ້ໆ ໃນ​ຖາ​ນະ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ ເຖິງ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ​ຄຣິດ!

ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ສາດ​ສະ​ໜາ​ຈັກ​ໃຫ້​ຮັບ​ເອົາ​ທຸກ​ຄົນ ຜູ້​ທີ່​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ18 ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຄຳ​ສອນ​ຂອງ​ພຣະ​ຄຣິດ ແມ່ນ​ຮ່ວມ​ດ້ວຍ​ການ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍນ້ຳ ແລະ ດ້ວຍໄຟ ແລະ ​ດ້ວຍພຣະ​ວິນ​ຍານ​ບໍ​ລິ​ສຸດ.19 ນີ​ໄຟ​ຖາມ​ວ່າ, “ຖ້າ​ຫາກ​ລູກ​ແກະ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ພຣະ​ອົງ​ບໍລິສຸດ​ຍັງ​ຈຳ​ຕ້ອງ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ ເພື່ອ​ໃຫ້​ຄວາມ​ຊອບ​ທຳ​ທັງໝົດ​ສຳ​ເລັດ, ໂອ້ ແລ້ວ​ພວກ​ເຮົາ ໂດຍ​ທີ່​ບໍ່​ບໍລິສຸດ ຈະ​ຍັງ​ຕ້ອງ​ຮັບ​ບັບຕິສະ​ມາ​ຍິ່ງ​ກວ່າ​ນັ້ນພຽງ​ໃດ, ແທ້​ຈິງ​ແລ້ວ, ແມ່ນ​ດ້ວຍ​ນ້ຳ!20

ຮູບ​ພາບ
ໂຢ​ຮັນ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ

ມື້ນີ້ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ມີ​ພຣະ​ປະ​ສົງ​ວ່າ ສິ່ງ​ທີ່​ເຮົາ​ເຮັດ ແລະ ຜູ້​ທີ່​ເຮົາ​ກາຍ​ເປັນ ຈະ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຕິດ​ຕາມ​ພຣະ​ອົງ. ຈົ່ງ​ມາພົບ​ເຫັນ​ຄວາມ​ຮັກ, ການ​ປິ່ນ​ປົວ, ການ​ຕິດ​ຕໍ່, ແລະ ພັນ​ທະ​ສັນ​ຍາ ທີ່​ໄດ້​ຢູ່​ກັບ​ພຣະ​ອົງ, ຮ່ວມ​ທັງ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ, ບ່ອນ​ທີ່​ພິ​ທີ​ການ​ສັກ​ສິດ​ແຫ່ງ​ຄວາມ​ລອດ ສາ​ມາດ​ເປັນ​ພອນ​ໃຫ້​​ແກ່ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທຸກ​ຄົນ, ຊຶ່ງ​ເປັນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທັງ​ສອງ​ຟາກ​ມ່ານ.21

ຢ່າງ​ທີ​ສາມ, ໃນ​ຖາ​ນະ “ພຣະ​ຜູ້​ລ້ຽງ​ຂອງ​ອິດ​ສະ​ຣາ​ເອນ,”22 ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ເຖິງວິ​ທີ​ທີ່​ຜູ້​ລ້ຽງ​ໃນ​ອິດ​ສະ​ຣາ​ເອນ​ ຄວນປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ຮັກ​ແນວ​ໃດ. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ຖາມ​ວ່າ​ເຮົາ​ຮັກ​ພຣະ​ອົງ​ບໍ່, ດັ່ງ​ທີ່​ພຣະ​ອົງ​ໄດ້​ຖາມ​ຊີ​ໂມນເປ​ໂຕ, ພ​​ຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຂໍ​ຮ້ອງວ່າ: “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ. … ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ. … ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເດີ.”23 ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ຜູ້​ລ້ຽງ​ແກະ​ຂອງ​ພຣະ​ອົງ​ລ້ຽງ​ດູ​ແກະ​ຂອງ​ພຣະ​ອົງ, ໂຕ​ທີ່​ຢູ່​ໃນ​ຄອກຂອງ​ພຣະ​ອົງ “ຈະ​ບໍ່​ຢ້ານ, ຫລື ສະ​ທ້ານ​ຕົກ​ໃຈ​ກົວ​ອີກ​ຕໍ່ໄປ, ແລະ ເຮົາ​ກໍ​ຈະ​ບໍ່​ລົງ​ໂທດ​ພວກ​ເຂົາ​ອີກ.”24

ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ​ເຕືອນ​ວ່າ ຜູ້​ລ້ຽງ​ແກະ​ໃນ​ອິດ​ສະ​ຣາ​ເອນ ບໍ່​ຄວນນອນ​ຫລັບ​ໄປ,25 ຫລື ເຮັດ​ໃຫ້​ຝູງ​ແກະກະ​ຈັດ​ກະ​ຈາຍ ຫລື ຫລົງ​ທາງ,26 ຫລື ເຮັດ​ຕາມ​ໃຈ ແລະ ຊອກ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.27 ຜູ້​ລ້ຽງ​ແກະ​ຂອງ​ພຣະ​ເຈົ້າ​ຕ້ອງດູ​ແລ, ປິ່ນ​ປົວ, ພັນ​ບາດ​ແຜ, ນຳ​ໂຕ​ທີ່​ຫລົງ​ໄປ​ກັບ​ມາ, ຊອກ​ຫາ​ໂຕ​ທີ່​ຫລົງ​ເສຍ​ໄປ.28

ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ເຕືອນ​ກ່ຽວ​ກັບ​ຄົນ​ຮັບ​ຈ້າງ​ນຳ​ອີກ, ຜູ້ “ບໍ່​ຫ່ວງ​ໃຍ​ນຳ​ຝູງ​ແກະ,”29 ແລະ “ສາດ​ສະ​ດາ​ປອມ, ຜູ້​ທີ່​ປອມ​ຕົວ​ຄື​ແກະ​ມາ​ຫາ​ເຈົ້າ, ແຕ່​ພາຍ​ໃນ​ເຂົາ​ເປັນ​ໝາ​ໄນ​ຕົວ​ຮ້າຍ.”30

ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ​ປິ​ຕິ​ຍິນ​ດີ ເມື່ອ​ເຮົາ​ໃຊ້​ອຳ​ເພີ​ໃຈ​ສ່ວນ​ຕົວ​ໃນ​ທາງ​ສິນ​ທຳ ດ້ວຍ​ເຈດ​ຕະ​ນາ ແລະ ດ້ວຍ​ສັດ​ທາ. ແກະ​ໂຕ​ທີ່​ຢູ່​ໃນ​ຄອກ​ຂອງ​ພຣະ​ອົງ ໄດ້​ຫວັງ​ເພິ່ງພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ ສຳ​ລັບ​ການເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ບໍ່​ແມ່ນ​ແບບ​ຢູ່​ຊື່ໆ​, ແບບ​ຕາ​ບອດ, ຫລື “ແບບ​ອັບ​ອາຍ,” ແຕ່​ມີ​ຄວາມ​ປາດ​ຖະ​ໜາ​ໝົດ​ທັງ​ຈິດ​ໃຈ ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ເຮົາ, ແບ່ງ​ເບົາ​ພາ​ລະ​ຂອງ​ກັນ​ແລະ​ກັນ ແລະ ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊື່ນ​ຊົມ​ຂອງ​ກັນ​ແລະ​ກັນ. ດັ່ງ​ທີ່​ພຣະ​ຄຣິດ​ໄດ້​ອຸ​ທິດ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ, ສະ​ນັ້ນ ເຮົາ​ຈຶ່ງ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​ຢ່າງ​ຄາ​ລະ​ວະ. ເຮົາຍິນ​ດີ​ທີ່​ຈະ​ຮ່ວມ​ເຮັດ​ວຽກ​ງານ​ກັບ​ພຣະ​ອົງ ໃນ​ການ​ເຕົ້າ​ໂຮມ ແລະ ການປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ລ້ຽງ​ທີ່ດີ​ເລີດຂອງ​ເຮົາ. ເພາະ​ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ເພື່ອ​ເຮົາ ແລະ ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ພຣະ​ເຢ​ຊູ​ຈຶ່ງ​ໄດ້​ເປັນພຣະ​ເມ​ສາ​ນ້ອຍ​ທີ່​ດີ​ພ້ອມຂອງ​ພຣະ​ເຈົ້າ​ນຳ​ອີກ.31

ພຣະ​ເມ​ສາ​ນ້ອຍ​ທີ່​ເສຍ​ສະ​ລະຂອງ​ພຣະ​ເຈົ້າ ໄດ້​ຖືກບອກ​ໄວ້​ລ່ວງ​ໜ້າ​​ກ່ອນແລ້ວ ນັບ​ແຕ່​ຕອນ​ຕົ້ນ. ທູດສະ​ຫວັນ​ໄດ້​ບອກ​ອາ​ດາມ​ວ່າ ການ​ຖວາຍ​ຂອງ​ເພິ່ນ ເປັນແບບ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຈາກ​ພຣະ​ບິ​ດາ, ຊຶ່ງ​ເຊື້ອ​ເຊີນ​ເຮົາໃຫ້​ກັບ​ໃຈ ແລະ ເອີ້ນຫາ​ພຣະ​ເຈົ້າ​ ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຕະ​ຫລອດ​ໄປ.32

ອັບ​ຣາ​ຮາມ, ຜູ້​ໄດ້​ສ້າງ​ຕັ້ງ​ພອນ​ແຫ່ງ​ພັນ​ທະ​ສັນ​ຍາ​ສຳ​ລັບ​ທຸກ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ໄດ້​ຮູ້​ເຖິງຄວາມ​ໝາຍ​ຂອງ​ການ​ຍອມ​ມອບ​ລູກ​ຊາຍ​ຄົນ​ດຽວ​ໃຫ້ເປັນ​ເຄື່ອງ​ຖວາຍ ວ່າເປັນ​ຈັ່ງ​ໃດ.

“ອີ​ຊາກ​ເວົ້າ​ກັບ​ອັບ​ຣາ​ຮາມ​ວ່າ, ພໍ່​ເອີຍ. ພໍ່​ຈຶ່ງ​ຕອບ​ວ່າ ແມ່ນ​ຫຍັງ​ລູກ. ອີ​ຊາກ​ຖາມ​ວ່າ, ຟືນ​ກັບ​ໄຟ​ກໍ​ມີ​ແລ້ວ, ແຕ່​ລູກແກະ​ຢູ່​ໃສ …?

ອັບ​ຣາ​ຮາມ​ຕອບ​ວ່າ, ພຣະ​ເຈົ້າ​ຈະ​ຈັດ​ຫາ​ໃຫ້​ເອງ.”33

ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ ໄດ້​ບອກ​ລ່ວງ​ໜ້າ ແລະ ໄດ້​ປິ​ຕິ​ຍິນ​ດີກັບ​ພາ​ລະ​ກິດ​ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້​​ກ່ອນ​ແລ້ວ ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ. ໂຢ​ຮັນ​ໃນ​ໂລກ​ເກົ່າ ແລະ ນີ​ໄຟ​ໃນ​ໂລກ​ໃໝ່ ໄດ້​ເປັນ​ພະ​ຍານ​ເຖິງ “ພຣະ​ເມ​ສາ​ນ້ອຍຂອງ​ພຣະ​ເຈົ້າ,”34 “ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ນິ​ລັນ​ດອນ[,] … ພຣະ​ຜູ້​ໄຖ່​ຂອງ​ໂລກ.”35

ອະ​ບີ​ນາ​ໄດ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູຄຣິດວ່າ: “ພວກ​ເຮົາ​ທັງ​ໝົດ, ເໝືອນດັ່ງ​ໂຕ​ແກະ​ທີ່ໄດ້​ຫລົງ​ທາງ​ໄປ; ພວກ​ເຮົາ​ໄດ້​ໄປ​ຕາມ​ເສັ້ນທາງ​ຂອງ​ໃຜລາວ; ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ວາງ [ຄວາມ​ຊົ່ວ​ຮ້າຍ​] ທັງ​ໝົດ​ຂອງ​ພວກ​ເຮົາ​ໄວ້​ກັບ​ພຣະ​ອົງ.”36 ແອວ​ມາ​ໄດ້​ເອີ້ນ​ການ​ເສຍ​ສະ​ລະ​ທີ່​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ວ່າ “ແມ່ນຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່​ໝົດ.” ແອວ​ມາຊຸກ​ຍູ້​ວ່າ, “ຈົ່ງມີ​ສັດ​ທາ​ໃນ​ພຣະ​ເມ​ສາ​ນ້ອຍ”; “ຈົ່ງ​ມາ​ເຖີດ ຢ່າ​ສູ່​ຢ້ານ.”37

ເພື່ອນ​ທີ່​ຮັກ​ແພງ​ຄົນ​ໜຶ່ງ​ໄດ້​ເລົ່າ​ໃຫ້​ຂ້າ​ພະ​ເຈົ້າຟັງ ເຖິງວິ​ທີ​ທີ່​ນາງ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ. ນາງ​ໄດ້​ເຕີບ​ໂຕ​ຂຶ້ນ​ກັບ​ຄວາມ​ເຊື່ອ​ທີ່​ວ່າ ບາບຈະ​ນຳ​ການ​ລົງ​ໂທດ​​ອັນຮ້າຍ​ແຮງ​ມາ​ໃຫ້​ສະ​ເໝີ ທີ່​ເຮົາ​ຕ້ອງ​ຮັບ​ເອົາ. ນາງ​ໄດ້​ອ້ອນວອນ​ພຣະ​ເຈົ້າ ເພື່ອຢາກ​ຮູ້​ວ່າ ເປັນ​ໄປ​ໄດ້​ຢູ່​ບໍ ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. ນາງ​ໄດ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ເຂົ້າ​ໃຈ ແລະ ຮູ້​ເຖິງ​ຄວາມ​ສາ​ມາດ​ຂອງ​ພຣະ​ເຢ​ຊູ​ຄຣິດທີ່​ຈະ​ໃຫ້​ອະ​ໄພ​ຜູ້​ທີ່​ກັບ​ໃຈ, ເຖິງ​ຄວາມ​ເມດ​ຕາ​​ທີ່ສາ​ມາດ​ສະ​ໜອງ​ຄວາມ​ຍຸດ​ຕິ​ທຳ​.

ມື້​ໜຶ່ງ ຄຳ​ອະ​ທິ​ຖານ​ຂອງ​ນາງ​ໄດ້​ຮັບ​ຄຳ​ຕອບ ໃນ​ປະ​ສົບ​ການ​ທີ່​ປ່ຽນ​ແປງ​ທາງວິນ​ຍານ. ຊາຍ​ໜຸ່ມທີ່​ໝົດ​ຫົນ​ທາງ​ຄົນ​ໜຶ່ງ ໄດ້​ແລ່ນ​ອອກ​ມາ​ຈາກ​ຮ້ານ​ຄ້າ ພ້ອມ​ກັບ​ອາ​ຫານ​ສອງ​ຖົງ ທີ່​ລາວ​ໄດ້​ລັກ​ເອົາ. ລາວ​ໄດ້​ແລ່ນ​ໄປ​ຕາມ​ທາງທີ່​ອັ່ງ​ອໍ​ໄປ​ດ້ວຍ​ຜູ້​ຄົນ, ໂດຍ​ມີ​ຫົວ​ໜ້າ​​ຮ້ານ​ຄ້າ​ແລ່ນ​ຕາມ​ໄປ, ແລະ ຈັບ​ລາວ​ໄດ້ ແລ້ວ​ທັງ​ສອງ​ເລີ່ມ​ຕົ້ນ​ຮ້ອງ​ດ່າ ແລະ ຕົບ​ຕີ​ກັນ. ແທນ​ທີ່​ຈະຕັດ​ສິນ​ວ່າ ຊາຍ​ໜຸ່ມ​ທີ່​ຢ້ານ​ກົວ​ຄົນ​ນັ້ນ​ເປັນ​ຄົນ​ຂີ້​ລັກ, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ຮູ້​ສຶກ ເຫັນ​ອົກ​ເຫັນ​ໃຈ​ລາວ. ໂດຍ​ທີ່ບໍ່​ຄິດ​ຢ້ານ ຫລື ເປັນ​ຫ່ວງ​ກັບ​ຄວາມ​ປອດ​ໄພ​ຂອງ​ຕົວ​ເອງ, ນາງ​ໄດ້​ຍ່າງ​ຕົງ​ໄປ​ຫາ​ຊາຍ​ທັງ​ສອງ ທີ່​ກຳ​ລັງ​ຜິດ​ຖຽງ​ກັນ​ຢູ່. ນາງ​ໄດ້​ບອກ​ຊາຍ​ທັງ​ສອງວ່າ, “ຂ້ອຍ​ຊິ​ເປັນ​ຄົນ​ຈ່າຍ. ໃຫ້​ປ່ອຍ​ລາວ​ໄປ​ສາ. ຂໍ​ໃຫ້​ຂ້ອຍ​ເປັນ​ຄົນ​ຈ່າຍ​ແທນ​ສາ.”

ໂດຍ​ທີ່​ໄດ້​ຖືກ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ທີ່​ນາງບໍ່​ເຄີຍ​ຮູ້​ສຶກ​ມາ​ກ່ອນ, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ຂ້ອຍ​ພຽງ​ຢາກ​ຊ່ວຍ​ເຫລືອ​ຊາຍ​ໜຸ່ມ​ຄົນ​ນັ້ນ.” ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ ນາງ​ເລີ່ມ​ຕົ້ນ​ເຂົ້າ​ໃຈ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ—ວ່າ​ເປັນ​ດ້ວຍ​ວິ​ທີ​ໃດ ແລະ ເປັນ​ດ້ວຍ​ເຫດ​ໃດ ທີ່​ພຣະ​ເຢ​ຊູ​ຄຣິດ ໄດ້​ຍິນ​ດີ​ເສຍ​ສະ​ລະ ດ້ວຍ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ ແລະ ດີ​ພ້ອມ ເພື່ອ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ຜູ້​ໄຖ່​ຂອງ​ນາງ, ແລະ ດ້ວຍ​ເຫດ​ໃດ​ທີ່​ນາງ​ຢາກ​ໃຫ້​ພຣະ​ອົງ​ເປັນ.38

ດ້ວຍ​ເຫດນີ້ ເຮົາຈຶ່ງ​ຮ້ອງ​ເພງ​ທີ່​ວ່າ:

ພຣະ​ຜູ້​ລ້ຽງ​ແກະ​ທີ່​ດີ​ຕາມ​ຫາ,

ຕາມ​ຫາ​ລູກ​ແກະ​ທີ່​ເສຍ​ໄປ,

ນຳ​ມາ​ຮ່ວມ​ຝູງ ໃຈ​ແສນ​ປິ​ຕິ,

ລອດ​ໄດ້​ຈາກ​ຄ່າ​ຊົ່ວ​ນິດ​ນິ​ລັນ.39

ໃນ​ຖາ​ນະ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຮູ້​ຈັກ​ຕອນ​ເຮົາ​ຮູ້​ສຶກ​ເປົ່າ​ປ່ຽວ, ບໍ່​ສຳ​ຄັນ, ບໍ່​ໝັ້ນ​ໃຈ, ຫລື ຢ້ານ​ກົວ. ໃນ​ພາບ​ນິ​ມິດ, ນີໄຟ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ “[ລົງ​ມາ] ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ, ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ເຖິງ​ແມ່ນ “ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ, … ພວກ​ເຂົາ​ມີ​ອາວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະໝີ​ພາບ​ອັນ​ຍິ່ງ​ໃຫຍ່.”40

ຄຳ​ສັນ​ຍາ​ແຫ່ງ​ຄວາມ​ຫວັງ ແລະ ການ​ປອບ​ໂຍນນີ້ ແມ່ນ​ຮ່ວມ​ດ້ວຍ​ວັນ​ເວ​ລາ​ຂອງ​ເຮົາ.

ທ່ານ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພຽງ​ຄົນ​ດຽວ ຢູ່​ໃນ​ຄອບ​ຄົວ, ໂຮງ​ຮຽນ, ບ່ອນ​ທຳ​ງານ, ຫລື ໃນ​ຊຸມ​ຊົນ​ຂອງ​ທ່ານ​ບໍ? ສາ​ຂາ​ຂອງ​ທ່ານ​ເບິ່ງ​ຄື​ວ່າ​ນ້ອຍ ຫລື ຕັ້ງ​ຢູ່​ບ່ອນປ່ຽວ​ບໍ? ທ່ານ​ໄ​ດ້​ຍ້າຍ​ໄປ​ຢູ່​ບ່ອນ​ໃໝ່, ບາງ​ທີ​ປະ​ເຊີນ​ກັບ​ພາ​ສາ​ໃໝ່ ຫລື ວັດ​ທະ​ນະ​ທຳ​ໃໝ່​ບໍ? ບາງ​ທີ​ສະ​ພາບ​ການ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ປ່ຽນ​ໄປ, ແລະ ສິ່ງ​ທີ່​ທ່ານ​ຄິດ​ວ່າ ເປັນ​ໄປ​ບໍ່​ໄດ້ ບັດ​ນີ້​​ເກີດ​ຂຶ້ນ​ກັບ​ທ່ານ​ບໍ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ, ບໍ່​ວ່າສະ​ພາບ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ບໍ່​ວ່າເຮົາ​ຈະ​ເປັນ​​ໃຜ, ເອ​ຊາ​ຢາ​ກ່າວ​ວ່າ: “ພຣະ​ອົງ​ຈະ​ເຕົ້າ​ໂຮມ​ລູກ​ແກະ​ທຸກ​ໂຕ ແລະ ອູ້ມ​ເຂົາ​ໄວ້​ຢູ່​ໃນ​ອ້ອມກອດ​ຂອງ​ພຣະ​ອົງ, ຈະ​ນຳ​ລູກ​ແກະ​ເຫລົ່າ​ນັ້ນ​ໄປຢ່າງ​ອ່ອນ​ໂຍນ.”41

ຮູບ​ພາບ
ພຣະ​ຜູ້​ລ້ຽງ​ທີ່​ດີ​ກຳ​ລັງ​ເຕົ້າ​ໂຮມ​ແກະ​ຂອງ​ພຣະ​ອົງ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ ເອີ້ນ​ເຮົາ​ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ພຣະ​ອົງ​ຊອກ​ຫາ, ເຕົ້າ​ໂຮມ, ແລະ ມາ​ຫາ​ຜູ້​ຄົນ​ຂອງ​ພຣະ​ອົງ. ຜ່ານ​ທາງ​ສາດ​ສະ​ດາ​ທີ່ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ ແລະ ຜ່ານ​ທາງເຮົາ​ທຸກ​ຄົນ, ພຣະ​ອົງ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້ຊອກ​ຫາ​ຄວາມ​ສະ​ຫງົບ, ຈຸດ​ປະ​ສົງ, ການ​ປິ່ນ​ປົວ, ແລະ ຄວາມ​ຊື່ນ​ຊົມ ໃນ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ ແລະ ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ພຣະ​ອົງ​ສອນ​ຜູ້​ລ້ຽງ​ຂອງ​ອິດ​ສະ​ຣາ​ເອນ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​​ກິດ​ດ້ວຍ​ຕົວ​ຢ່າງ ແລະ ດ້ວຍ​ຄວາມ​ຮັກ.

ໃນ​ຖາ​ນະ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ພາ​ລະ​ກິດ ທີ່​ສູງ​ສົ່ງ​ຂອງ​ພຣະ​ເຢ​ຊູ ແມ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ກ່ອນ​ແລ້ວ ແລະ ບັນ​ດາ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາກໍ​ປິ​ຕິ​ຍິນ​ດີ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ທີ່​ເປັນ​ນິດ ແລະ ນິ​ລັນ​ດອນ ເປັນ​ຈຸດ​ໃຈ​ກາງ​ໃນ​ແຜນ​ແຫ່ງ​ຄວາມ​ລອດ ແລະ ໃນ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ. ພຣະ​ອົງ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ ພຣະ​ອົງ​ຈະຮັກ​ເຮົາ​ເລື້ອຍ​ໄປ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂໍ​ໃຫ້​ເຮົາ​ຈົ່ງ​ປາດ​ຖະ​ໜາ ທີ່​ຈະເປັນ “ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເມ​ສາ​ນ້ອຍ,”42 ບາງ​ທີມື້​ໜຶ່ງ ຊື່​ຂອງ​ເຮົາ​ຈະຖືກ​ຂຽນ​ໄວ້​ຢູ່​ໃນ ໜັງ​ສື​ທະ​ບຽນ​ແຫ່ງ​ຊີ​ວິດ​ຂອງ​ພຣ​ະ​ເມ​ສາ​ນ້ອຍ,43 ເພື່ອຮ້ອງ​ເພງ​ຂອງ​ພຣະ​ເມ​ສາ​ນ້ອຍ,44 ໄດ້​ຮັບ​ເຊີນ​ໄປ​ງານ​ລ້ຽງ​ຂອງ​ພຣະ​ເມ​ສາ​ນ້ອຍ.45

ໃນ​ຖາ​ນະ​ພຣະ​ຜູ້​ລ້ຽງ ແລະ ພຣະ​ເມ​ສາ​ນ້ອຍ, ພຣະ​ອົງ​ເອີ້ນບອກວ່າ: ໃຫ້​ມາ “ສູ່ຄວາມ​ຮູ້​ທີ່​ແທ້​ຈິງ … ເຖິງ​ພຣະ​ຜູ້​ໄຖ່ [ຂອງ​ເຈົ້າ], … ຜູ້​ລ້ຽງ​ຜູ້​ຍິ່ງ​ໃຫຍ່ ແລະ ແທ້​ຈິງ [ຂອງ​ເຈົ້າ].”46 ພຣະ​ອົງ​ສັນ​ຍາ​ວ່າ “ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ [ເຮົາ] ອາດ [ຈະ] ດີ​ພ້ອມ​ໃນ​ພຣະ​ຄຣິດ.”47

ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ອີດ​ສະ​ເຕີນີ້, ເຮົາ​ສັນ​ລະ​ເສີນ​ພຣະ​ອົງວ່າ:

“ພຣະ​ເມ​ສາ​ນ້ອຍ​ຜູ້​ສົມ​ຄວນ!”48

“ໂຮ​ຊັນ​ນາ​ແດ່​ພຣະ​ເຈົ້າ ແລະ ພຣະ​ເມ​ສາ​ນ້ອຍ!”49

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ, ພຣະ​ຜູ້​ລ້ຽງ​ທີ່​ດີ​ເລີດ, ພຣະ​ເມ​ສາ​ນ້ອຍ​ທີ່​ດີ​ພ້ອມ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເອີ້ນ​ເຮົາ​​ຕາມຊື່​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງ​ພຣະ​ອົງ—ແມ່ນ​ແຕ່​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ—ອາແມນ.