​2010–2019
ຈົ່ງ​ຕາມ​ເຮົາ​ມາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຈົ່ງ​ຕາມ​ເຮົາ​ມາ

ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ທ່ານ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເວັນດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າປິ​ຕິ​ຍິນ​ດີ​ຫລາຍ ທີ່​ໄດ້​ມາຮ່ວມ​ກັບ​ທ່ານ ໃນເຊົ້າ​ຂອງວັນ​ຊະ​ບາ​ໂຕມື້ນີ້. ຫລາຍ​ສິ່ງ​ໄດ້​ເກີດ​ຂຶ້ນ ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວນີ້. ພຣະ​ວິ​ຫານ​ຫລາຍ​ແຫ່ງ​ກໍ​ໄດ້​ຖືກ​ອຸ​ທິດ ຢູ່​ເມືອງ​ຄອນແຊັບຊີ, ປະເທດ​ຈີເລ; ເມືອງ​ບາຣາງ​ກີຢາ, ປະເທດ​ໂຄລຳເບຍ; ແລະ ກຸງໂຣມ, ປະເທດ​ອີຕາລີ. ພວກ​ເຮົາ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານຢ່າງ​ຫລວງ​ຫລາຍ ຢູ່ໃນເຫດ​ການ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ.

ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ຍິງ (ແລະ ຊາຍ) ທັງ​ຫລາຍ ທີ່​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ເມື່ອບໍ່​ດົນ​ມານີ້ ແລະ ໄດ້​ພົບ​ຄວາມ​ຊື່ນ​ຊົມ ແລະ ຊັບ​ສົມ​ບັດ​ທີ່​ເຊື່ອງ​ຊ້ອນ​ຢູ່. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການດົນ​ໃຈ ຈາກ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ​ທີ່​ໄດ້​ເກີດ​ຂຶ້ນ.

ຂ້າ​ພະ​ເຈົ້າ​ອັດ​ສະ​ຈັນ​ໃຈ​ກັບ​ກຸ່ມຊາຍ​ໜຸ່ມອາ​ຍຸ 11 ປີ ຊຶ່ງເວ​ລາ​ນີ້​ເປັນ​ມັກ​ຄະ​ນາ​ຍົກ, ໄດ້​ຢາຍ​ສິນ​ລະ​ລຶກ​ທຸກວັນ​ອາ​ທິດ ຢ່າງ​ມີ​ຄ່າ​ຄວນ. ພວກ​ເຂົາ​ໄປ​ພຣະ​ວິ​ຫານ ກັບ​ກຸ່ມ​ຍິງ​ໜຸ່ມ​ອາ​ຍຸ 11 ປີ, ​ຊຶ່ງ​ເວ​ລານີ້​ກຳ​ລັງ​ຮຽນ ແລະ ຮັບ​ໃຊ້​ໃນ​ຖາ​ນະ ດາລຸນີ. ທັງ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ກຳ​ລັງ​ສັ່ງ​ສອນ​ຄວາມ​ຈິງ​ຂອງ​ພຣະ​ກິດຕິ​ຄຸນ ດ້ວຍ​ຄວາມ​ແຈ່ມ​ແຈ້ງ ແລະ ດ້ວຍ​ຄວາມ​ເຊື່ອ​ໝັ້ນ.

ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ນຳເດັກ​ນ້ອຍ ແລະ ຊາວ​ໜຸ່ມ ຜູ້​ຊ່ວຍ​ສິດ​ສອນ​ພຣະ​ກິດຕິ​ຄຸນ ຢູ່​ໃນ​ບ້ານ​ເຮືອນຂອງ​ພວກ​ເຂົາ ຂະ​ນະ​ທີ່​ພວກ​ເຂົາ​ຮ່ວມ​ມື​ກັບ​ພໍ່​ແມ່ ເພື່ອ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ຊຶ່ງສະ​ໜັບ​ສະ​ໜູນ​ໂດຍ​ຫລັກ​ສູດ ຂອງ​ສາດ​ສະ​ໜາ​ຈັກ​.

ພວກ​ເຮົາ​ໄດ້​ຮັບ​ຮູບ​ຖ່າຍ​ຂອງທ້າວບະ​ເລກ ອາ​ຍຸ​ສີ່​ປີ, ຜູ້​ຊຶ່ງໃນ​ເຊົ້າ​ຂອງວັນ​ເສົາ​ມື້​ໜຶ່ງ ໄດ້​ຈັບ​ໜັງ​ສື​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ ແລ້ວ​ຮ້ອງ​ຂຶ້ນ​ວ່າ, “ເຮົາ​ຢາກບຳລຸງ​ລ້ຽງ​ວິນ​ຍານ​ຂອງ​ເຮົາ!”

ຮູບ​ພາບ
ທ້າວບະ​ເລກ​ບຳ​ລຸງ​ລ້ຽງ​ວິນ​ຍານ​ຂອງ​ລາວ

ທ້າວ​ບະ​ເລກເອີຍ, ພວກ​ເຮົາ​ດີ​ໃຈ​ຫລາຍ ທີ່​ເຈົ້າ ແລະ ຄົນ​ອື່ນໆ ເລືອກທີ່​ຈະ​ບຳ​ລຸງ​ລ້ຽງ​ວິນ​ຍານ​ຂອງ​ພວກ​ເຈົ້າ ໂດຍ​ການ​ຊື່ນ​ຊົມ​ໃນ​ຄວາມ​ຈິງ​ຂອງ​ພຣະ​ກິດຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລະ ພວກ​ເຮົາ​ດີ​ໃຈ​ຫລາຍ ທີ່​ຮູ້​ວ່າ​ຫລາຍ​ຄົນ​ກຳ​ລັງ​ໄດ້​ຮັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ນະ​ມັດ​ສະ​ການ ແລະ ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ.

ດັ່ງ​ທີ່​ພວກ​ທ່ານ​ຫລາຍ​ຄົນ​ຮູ້​ຈັກ, ຄອບ​ຄົວ​ຂອງ​ພວກ​ຂ້າ​ພະ​ເຈົ້າໄດ້ປະ​ສົບກັບ​ການ​ຈາກ​ໄປ​ທີ່ໂສກ​ເສົ້າ ເມື່ອ​ສາມ​ເດືອນຜ່ານ​ມານີ້ ຕອນນາງ​ເວັນ​ດີ ລູກ​ສາວ​ຂອງ​ພວກ​ຂ້າ​ພະ​ເຈົ້າ ໄດ້​ຈາກ​ຊີ​ວິດ​ມະ​ຕະ​ໄປ. ໃນ​ໄລ​ຍະ​ສຸດ​ທ້າຍ ທີ່​ນາງ​ໄດ້​ຕໍ່​ສູ້​ກັບ​ມະ​ເລັງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ ທີ່​ມີ​ໂອ​ກາດ​ເວົ້າ​ລົມ​ສັ່ງ​ລາກັບ​ນາງ ແບບ​ພໍ່ລູກລົມ​ກັນ​ພິ​ເສດ.

ຂ້າ​ພະ​ເຈົ້າ​ໄດ້​ຈັບ​ມື​ນາງ​ໄວ້ ແລະ ບອກ​ນາງວ່າ ຂ້າ​ພະ​ເຈົ້າ​ຮັກ​ນາງ ແລະ ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ໄດ້​ເປັນ​ພໍ່​ຂອງ​ນາງ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ: “ລູກໄດ້​ແຕ່ງ​ງານ​ຢູ່​ໃນ​ພຣະ​ວິ​ຫານ ແລະ ກໍ​ໄດ້​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ລູກຢ່າງຊື່​ສັດ. ລູກກັບ​ສາ​ມີ​ຂອງ​ລູກ ໄດ້ລ້ຽງ​ດູ​ລູກ​ເຕົ້າ​ນຳ​ກັນ​ເຈັດ​ຄົນ ເພື່ອ​ໃຫ້​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເປັນ​ສະ​ມາ​ຊິກທີ່​ກ້າ​ຫານ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເປັນ​ພົນ​ລະ​ເມືອງ​ດີ. ແລະ ພວກ​ເຂົາ​ໄດ້​ເລືອກ​ຄູ່​ຊີ​ວິດ​ຂອງ​ພວກ​ເຂົາ ໃນ​ທາງ​ດຽວ​ກັນ. ພໍ່​ກໍ​ພູມ​ໃຈ​ໃນ​ຕົວລູກ​ຫລາຍ​ທີ່​ສຸດ. ລູກ​ໄດ້​ນຳ​ຄວາມສຸກຢ່າງ​ຫລວງ​ຫລາຍມາ​ໃຫ້​ພໍ່!”

ນາງ​ໄດ້​ຕອບ​ຄ່ອຍໆ​ວ່າ, “ຂອບ​ໃຈເດີ້, ພໍ່.”

ມັນ​ເປັນຊ່ວງ​ເວ​ລາ​ທີ່​ອ່ອນ​ໂຍນ ແລະ ນ້ຳ​ຕາ​ໄຫລ​ສຳ​ລັບ​ພວກ​ເຮົາ. ໃນຊ່ວງເວ​ລາ 67 ປີ​ຂອງ​ນາງ, ພວກ​ເຮົາ​ໄດ້​ທຳ​ງານ​ນຳ​ກັນ, ໄດ້​ຮ້ອງ​ເພງ​ນຳ​ກັນ, ແລະ ໄດ້​ໄປ​ຫລິ້ນສະກີ ນຳ​ກັນ​ເລື້ອຍໆ. ແຕ່​ໃນ​ຄ່ຳ​ຄືນນັ້ນ, ພວກ​ເຮົາ​ໄດ້​ເວົ້າລົມ​ກັນ ເຖິງ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ດັ່ງ​ເຊັ່ນ ພັນ​ທະ​ສັນ​ຍາ, ພິ​ທີ​ການ, ການ​ເຊື່ອ​ຟັງ, ສັດ​ທາ, ຄອບ​ຄົວ, ຄວາມຊື່​ສັດ, ຄວາມ​ຮັກ, ແລະ ຊີ​ວິດ​ນິ​ລັນ​ດອນ.

ພວກ​ເຮົາ​ຄິດ​ຮອດ​ລູກ​ສາວ​ຂອງ​ພວກ​ເຮົາ​ຫລາຍ​ທີ່​ສຸດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພາະ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ຈຶ່ງບໍ່​ເປັນ​ຫ່ວງ​ກ່ຽວ​ກັບ​ນາງ. ເມື່ອ​ເຮົາ​ສືບ​ຕໍ່​ໃຫ້​ກຽດ​ພັນ​ທະ​ສັນ​ຍາຂອງ​ເຮົາ ທີ່​ໄດ້​ເຮັດ​ນຳ​ພຣະ​ເຈົ້າ, ແລ້ວ​ເຮົາ​ຈະມີ​ຊີ​ວິດ​ຢູ່​ຕໍ່​ໄປ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຢູ່​ກັບ​ນາງ​ອີກ. ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຮົາຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ພີ້ ແລະ ນາງ​ຈະ​ຮັບ​ໃຊ້​ພຣະ​ອົງ​ຢູ່​ພຸ້ນ—ໃນ​ແພຣາດາຍສ໌ ແປ​ວ່າ ທີ່​ສຸ​ຂະ​ເສີມ.1

ຕາມ​ຈິງ​ແລ້ວ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າໄດ້​ໄປ​ຢ້ຽມ​ຢາມ​ແພຣາດາຍສ໌​ແລ້ວ ໃນ​ຕົ້ນ​ປີນີ້—ຄືເມືອງ​ແພຣາດາຍສ໌, ລັດ​ແຄລີ​ໂຟເນຍ ນັ້ນ​ເອງ. ຕາມ​ທີ່​ເກີດ​ຂຶ້ນ, ພວກ​ເຮົາ​ໄດ້​ຮັບແຜນ​ການ​ໄປ​ຢ້ຽມ​ຢາມ​ບ່ອນນັ້ນ ໜ້ອຍກວ່າ 40 ຊົ່ວ​ໂມງ ຫລັງ​ຈາກ​ລູກ​ສາວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ໂລກນີ້​ໄປ. ພວກ​ເຮົາພ້ອມ​ດ້ວຍ ແອວເດີ ແຄວິນ ດັບເບິນຢູ ເພຍສັນ ແລະ ຈູນ ພັນ​ລະ​ຍາ​ຂອງ​ເພິ່ນ, ໄດ້ຮັບ​ກຳ​ລັງ​ໃຈ​ຈາກ​ໄພ່​ພົນ​ຂອງ​ສະ​ເຕກຈິໂກ ແຄລີ​ໂຟເນຍ. ພວກ​ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ສັດ​ທາ​ທີ່​ຍິ່ງ​ໃຫຍ່​ຂອງ​ເຂົາ​ເຈົ້າ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ, ແລະ ການ​ມະ​ຫັດ​ສະ​ຈັນ​ທີ່​ໄດ້​ເກີດ​ຂຶ້ນ ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມ​ສູນ​ເສຍ​ຢ່າງ​ໜັກ ຈາກ​ໄຟລຸກ​ລາມທີ່​ຮ້າຍ​ແຮງ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ລັດ​ແຄລີ​ໂຟເນຍ.

ຂະ​ນະ​ຢູ່​ທີ່ນັ້ນ, ພວກ​ເຮົາ​ໄດ້ເວົ້າ​ລົມດົນ​ເຕີບ ກັບ​ເຈົ້າ​ໜ້າ​ທີ່ຕຳ​ຫລວດຄົນ​ໜຶ່ງ ຊື່ ຈອນ, ຊຶ່ງ​ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ​ຜູ້ກ້າ​ຫານ ທີ່​ໄດ້ເຂົ້າ​ໄປ​ຊ່ວຍ​ເຫລືອ​ກ່ອນ​ໝູ່. ລາວໄດ້​ເລົ່າ​ໃຫ້​ຟັງ​ວ່າ ຄວາມ​ມືດ​ທີ່​ຕຶບ​ໜາ ໄດ້​ລົງ​ມາ​ເຖິງ​ເມືອງ​ແພຣາດາຍສ໌ ໃນ​ວັນທີ 8 ເດືອນ​ພະຈິກ, 2018, ຂະ​ນະ​ທີ່​ແປວ​ໄຟ ແລະ ຖ່ານ​ໄຟ ລາມ​ໄປ​ທົ່ວ​ຕົວ​ເມືອງ, ເຜົາ​ໄໝ້​ອາ​ຄານບ້ານ​ເຮືອນ ແລະ ສິ່ງ​ຂອງ ຄື​ກັນ​ກັບ​ໄພ​ພິ​ບັດ ແລະ ບໍ່ລະ​ເວັ້ນ​ສິ່ງ​ໃດ ​ຈົນເຫລືອ​ແຕ່​ຂີ້​ເທົ່າ ແລະ ເຕົາ​ໄຟ​ດິນຈີ່ທີ່ຕັ້ງ​ຢູ່.

ຮູບ​ພາບ
ຕຶກ​ໂບດ​ຫລັງ​ຈາກ​ໄຟໃໝ້

ເປັນ​ເວ​ລາ 15 ຊົ່ວ​ໂມງ ທີ່ທ້າວຈອນໄດ້​ຂັບ​ລົດ​ຜ່າ​ຄວາມ​ມືດ​ທີ່​ຕຶບ​ໜາ ເຂົ້າ​ໄປ​ຊ່ວຍ​ຜູ້​ຄົນ ທັງ​ຕ້ອງ​ຫລົບ​ຫລີກ​ຈາກຖ່ອນ​ໄຟ​ທີ່​ກຳ​ລັງ ຕົກ​ຫລົ່ນ​ລົງ​ມາ​ຢ່າງ​ໄວ ຂະ​ນະ​ທີ່​ລາວກຳ​ລັງ​ຊ່ວຍ​ຄົນ​ນັ້ນຄົນ​ນີ້, ຄອບ​ຄົວ​ນັ້ນ ຄອບ​ຄົວ​ນີ້ ໃຫ້ໜີ​ໄປ​ຫາ​ບ່ອນ​ປອດ​ໄພ—ທັງ​ໝົດ​ນັ້ນ ລາວ​ໄດ້​ເອົາ​ຊີ​ວິດ​ເຂົ້າ​ໄປ​ສ່ຽງ. ແຕ່​ໃນ​ລະ​ຫວ່າງ​ທີ່​ປະ​ສົບ​ກັບ​ບັນ​ຫາ​ທີ່​ຮ້າຍ​ແຮງ​ຢູ່ນັ້ນ, ຄຳ​ຖາມ​ໜຶ່ງ​ທີ່​ວົນ​ວຽນ​ຢູ່​ໃນ​ສະ​ໝອງ​ລາວ​ແມ່ນ: “ຄອບ​ຄົວ ຂ້ອຍ ຢູ່ ໃສ?” ຫລັງ​ຈາກ​ຫລາຍ​ຊົ່ວ​ໂມງ ທີ່​ໜ້າ​ຢ້ານ​ກົວ ແລະ ເປັນທຸກ​ໃຈ, ໃນ​ທີ່​ສຸດ​ລາວ​ຮູ້​ວ່າ ຄອບ​ຄົວ​ຂອງ​ລາວປອດ​ໄພ​ດີ.

ຄວາມ​ເປັນ​ຫ່ວງ​ຂອງທ້າວຈອນນຳ​ຄອບ​ຄົວ​ລາວ ໄດ້ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ໃຫ້​ກ່າວ​ໃນ​ມື້ນີ້ ໂດຍ​ສະ​ເພາະ ກັບ​ຜູ້​ທີ່​ເມື່ອ​ເຖິງທ້າຍ​ຊີ​ວິດ​ແຫ່ງ​ຄວາມ​ເປັນ​ມະ​ຕະ ຈະມີ​ຄຳ​ຖາມ​ ທີ່ວ່າ, “ຄອບ​ຄົວ ຂ້ອຍ ຢູ່ ໃສ?” ໃນ​ມື້ນັ້ນ ເມື່ອ​ທ່ານ​ຜ່ານຊີ​ວິດ​ມະ​ຕະ ແລະ ເຂົ້າ​ໄປ​ຫາ​ໂລກວິນ​ຍານ, ທ່ານ​ຈະ​ປະ​ເຊີນ​ກັບ​ຄຳ​ຖາມ ອັນເຈັບ​ປວດ​ໃຈ ທີ່ວ່າ: “ຄອບ​ຄົວ ຂ້ອຍ ຢູ່ ໃສ?”

ພຣະ​ເຢ​ຊູ​ຄຣິດໄດ້​ສິດ​ສອນ​ວິ​ທີ​ທາງ ເພື່ອໃຫ້​ເຮົາ​ສາ​ມາດກັບ​ຄືນ​ສູ່ບ້ານ​ນິ​ລັນ​ດອນ​ຂອງ​ເຮົາ. ພຣະ​ອົງ​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ກ້າວ​ໜ້ານິ​ລັນ​ດອນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ດີກວ່າພວກ​ເຮົາ​ທຸກ​ຄົນ. ເພາະພຣະ​ອົງ​ກໍ​ເປັນ​ຫີນ​ເສົາ​ເອກ​ຂອງ​ແຜນນັ້ນ​ຢູ່​ແລ້ວ. ພຣະ​ອົງ​ເປັນ​ພຣະ​ຜູ້​ໄຖ່, ​ພຣະຜູ້​ປິ່ນ​ປົວ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ນັບ​ແຕ່​ຕອນອາ​ດາມ ແລະ ເອ​ວາ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ເອເດນ, ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ເດ່​ແຂນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ອອກ​ມາຊ່ວຍ​ເຫລືອ​ທຸກ​ຄົນ ຜູ້​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ພຣະ​ຄຳ​ພີ​ມີ​ບັນ​ທຶກ​ຢູ່​ຫລາຍ​ບ່ອນ​ວ່າ, ເຖິງ​ແມ່ນ​ຈະ​ມີ​ບາບ​ທຸກ​ຊະ​ນິດ ຈາກ​ຜູ້ຄົນ​ທຸກ​ປະ​ເພດ, ແຕ່​ແຂນ​ຂອງ​ພຣະ​ອົງ​ຍັງ​ເດ່​ອອກ​ມາ​ຢູ່.2

ວິນ​ຍານ​ທີ່​ຢູ່​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ ຕາມ​ທຳ​ມະ​ຊາດ ກໍໃຝ່​ຝັນ​ຢາກ​ໃຫ້​ຄວາມ​ຮັກ​ໃນ​ຄອບ​ຄົວ​ຍືນ​ຍົງ​ໄປ​ຕະ​ຫລອດ​ການ. ເພງ​ຮັກ​ໄດ້​ປະ​ກາດ​ຄວາມ​ຫວັງ​ທີ່​ຜິດ ໂດຍທີ່ບອກວ່າ ຄວາມ​ຮັກເທົ່າ​ນັ້ນ​ທີ່​ເຈົ້າ​ຕ້ອງ​ການ ຖ້າ​ຫາກ​ເຈົ້າ​ຢາກ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ. ແລະ ບາງ​ຄົນ​ກໍ​ເຂົ້າ​ໃຈ​ຜິດ​ວ່າ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​ສັນ​ຍາ​ວ່າ ທຸກ​ຄົນ​ຈະ​ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ຕົນ ຫລັງ​ຈາກ​ຕາຍ​ໄປ.

ຄວາມ​ຈິງ​ແມ່ນ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ແລ້ວ​ວ່າ ເຖິງ​ແມ່ນ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ ຮັບ​ປະ​ກັນ​ວ່າ ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ ຈະ​ຟື້ນ​ຄືນ​ຊີ​ວິດ​ຢ່າງ​ແນ່ນອນ ແລະ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ໄປ,3 ແຕ່​ເຮົາຕ້ອງ​ເຮັດ​ຫລາຍກວ່ານັ້ນ ຖ້າ​ຫາກ​ເຮົາ​ຢາກ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ຂອງ​ຄວາມ​ສູງ​ສົ່ງ. ຄວາມ​ລອດ​ເປັນ​ເລື່ອງ​ສ່ວນ​ຕົວ, ແຕ່​ຄວາມສູງ​ສົ່ງ​ເປັນ​ເລື່ອງ​ຂອງ​ຄອບ​ຄົວ.

ໃຫ້​ເຮົາ​ມາ​ຟັງ ພຣະ​ຄຳ​ເຫລົ່າ​ນີ້ ທີ່​ກ່າວ​ໂດຍ​ພຣະ​ເຢ​ຊູ​ຄຣິດ ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ ທີ່​ວ່າ ພັນ​ທະສັນ​ຍາ, ການ​ສັນ​ຍາ, ພັນ​ທະ​ການ, ພັນ​ທະ, ຄຳ​ສາ​ບານ, ຄຳ​ປະ​ຕິ​ຍານ, ການ​ປະ​ຕິ​ບັດ, ຄວາມ​ກ່ຽວ​ພັນ, ຄວາມ​ສຳ​ພັນ, ຫລື ຄວາມ​ຄາດ​ຫວັງ​ທັງ​ປວງ, ທີ່ບໍ່​ໄດ້​ເຮັດ ແລະ ໄດ້​ເຂົ້າ​ສູ່ ແລະ ໄດ້​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ … ຈະ​ບໍ່​ເກີດ​ຜົນ, ບໍ່​ມີ​ປະ​ສິດ​ທິ​ພາບ, ຫລື ພະ​ລັງ ໃນ ແລະ ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ຄວາມ​ຕາຍ; ເພາະ​ສັນ​ຍາ​ທັງ​ປວງ​ທີ່ບໍ່​ໄດ້​ເຮັດ​ໄວ້​ເພື່ອ​ຈຸດ​ປະ​ສົງ​ນີ້​ຈະ​ສິ້ນ​ສຸດ​ລົງ ເມື່ອ​ຄົນ​ຕາຍ​ໄປ.4

ສະ​ນັ້ນ, ຕ້ອງ​ເຮັດ​ຫຍັງ​ແດ່​ກ່ອນ​ຄອບ​ຄົວ​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ຕະ​ຫລອດ​ໄປ? ເຮົາ​ເໝາະ​ສົມ​ຕໍ່ສິດ​ທິ​ພິ​ເສດ ນັ້ນ ໂດຍ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ, ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ, ແລະ ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ.

ສິ່ງນີ້​ເປັນ​ຄວາມ​ຈິງ ນັບ​ຕັ້ງ​ແຕ່​ດຶກ​ດຳ​ບັນ​ເປັນ​ຕົ້ນ​ມາ. ອາດາມ ແລະ ເອວາ, ໂນອາ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ອັບຣາຮາມ ແລະ ຊາຣາ, ລີໄຮ ແລະ ຊາໄຣຢາ, ແລະ ຄົນ​ອື່ນໆ ທີ່​ເປັນ​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ນັບ​ແຕ່​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ—ໄດ້​ເຮັດ​ພັນ​ທະ​ສັນ​ຍາ ຢ່າງ​ດຽວກັນ​ນີ້ ນຳ​ພຣະເຈົ້າ. ພວກ​ເພິ່ນ​ໄດ້​ຮັບພິ​ທີການ ຢ່າງ​ດຽວ​ກັນ​ນີ້ ທີ່​ເຮົາ ຜູ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ປະ​ຈຸ​ບັນໄດ້​ຮັບ: ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ທີ່​ເຮົາ​ໄດ້​ຮັບ ຕອນ​ຮັບ​ບັບ​ຕິ​ສະ​ມາ ແລະ ໃນ​ພຣະ​ວິ​ຫານ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຕິດ​ຕາມ​ພຣະ​ອົງ ລົງ​ໄປ​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ, ເມື່ອ​ເວ​ລາ​ຜ່ານ​ໄປ, ເຮັດ​ພັນ​ທະ​ສັນ​ຍາ​ເພີ່ມ​ເຕີມ​ນຳ​ພຣະ​ເຈົ້າ ຢູ່​ໃນ​ພຣະ​ວິ​ຫານ ແລະ ຮັບ​ເອົາ​ພິ​ທີ​ການ ແລະ ຊື່​ສັດ​ຕໍ່​ພິ​ທີ​ການ ທີ່​ສຳ​ຄັນ​ເຫລົ່າ​ນັ້ນຕໍ່​ໄປ. ທັງ​ໝົດ​ນີ້​ແມ່ນ​ຈຳ​ເປັນ ຖ້າ​ຫາກ​ເຮົາ​ຢາກ​ໄດ້​ຮັບຄວາມ​ສູງ​ສົ່ງກັບ​ຄອບ​ຄົວ​ຂອງ​ເຮົາ ແລະ ກັບ​ພຣະ​ເຈົ້າ​ຕະ​ຫລອດໄປ.

ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນທຸກ​ໃຈ​ແມ່ນ​ວ່າ ຫລາຍ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ, ຂ້າ​ພະ​ເຈົ້າຊົມ​ເຊີຍ, ແລະ ຂ້າ​ພະ​ເຈົ້ານັບ​ຖື ປະ​ຕິ​ເສດຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ. ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ກັບ​ຄຳ​ຂໍ​ຮ້ອງ​ຂອງ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ພຣະ​ອົງ​ເອີ້ນບອກວ່າ, “ຈົ່ງ​ຕາມ​ເຮົາ​ມາ.”5

ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ແລ້ວວ່າ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ກັນ​ແສງ.6 ຂ້າ​ພະ​ເຈົ້າ​ກໍ​ຮ້ອງ​ໄຫ້​ນຳໝູ່​ເພື່ອນ ແລະ ຍາດ​ພີ່​ນ້ອງ ທີ່​ເປັນ​ແບບນັ້ນ​ຄື​ກັນ. ເຂົາ​ເຈົ້າ​ເປັນ​ຄົນ​ດີ, ອຸ​ທິດ​ຕົນ​ຕໍ່​ຄອບ​ຄົວ ແລະ ໜ້າ​ທີ່​ພົນ​ລະ​ເມືອງ. ເຂົາ​ເຈົ້າ​ໄດ້​ເພື່ອ​ແຜ່ເວ​ລາ, ກຳ​ລັງ, ແລະ ຊັບ​ສິນຢ່າງ​ຫລວງ​ຫລາຍ. ແລະ ໂລກ​ກໍ​ດີ​ຂຶ້ນ ເພາະ​ຄວາມ​ມຸ່ງ​ໝັ້ນ​ຂອງ​ເຂົາ​ເຈົ້າ. ແຕ່​ເຂົາ​ເຈົ້າ ເລືອກ ບໍ່ ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ. ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ທີ່​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ລອດ​ກັບ​ຄອບ​ຄົວ ແລະ ຜູກ​ມັດ​ເຂົາ​ເຈົ້າ​ເຂົ້າ​ກັນ​ຕະ​ຫລອດ​ໄປ​.7

ຂ້າ​ພະ​ເຈົ້າ​ກໍ​ປາດ​ຖະ​ໜາ​ຢາກ​ເວົ້າ​ລົມ​ກັບ​ເຂົາ​ເຈົ້າ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ພິ​ຈາ​ລະ​ນາ​ຢ່າງ​ຈິງ​ຈັງ ເລື່ອງ​ກົດ​ທີ່​ຊ່ວຍ​ໃຫ້​ລອດຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຄິດ​ວ່າ ຕົວ​ເອງ​ຈະ​ເວົ້າ​ຫຍັງ​ກັບ​ເຂົາ​ເຈົ້າ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຂົາ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ ແລະ ຮູ້​ວ່າ​ຂ້າ​ພະ​ເຈົ້າ​ຮັກ​ເຂົາ​ເຈົ້າ​ຫລາຍ​ຂະ​ໜາດ​ໃດ, ແລະ ໃຫ້​ມາຮູ້​ຈັກ​ວິທີ​ທີ່​ຜູ້​ຮັກ​ສາພັນ​ທະ​ສັນ​ຍາ ສາ​ມາດ​ໄດ້​ຮັບ “ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ” ໄດ້​ແນວ​ໃດ.8

ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ໃຈ​ວ່າ ຂະ​ນະ​ທີ່ ມີ ບ່ອນ​ສຳ​ລັບ​ເຂົາ​ເຈົ້າ ຫລັງ​ຈາກ​ຊີ​ວິດນີ້—​ກັບ​ຄົນ​ອື່ນ​ທີ່​ດີເລີດ ຜູ້ ບໍ່ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ—ບ່ອນນັ້ນ ບໍ່ ໄດ້​ເປັນ​ບ່ອນ​ທີ່​ຄອບ​ຄົວ​ຈະໄດ້​ຢູ່​ນຳ​ກັນ ແລະ ໄດ້​ຮັບ​ສິດ​ທິ​ພິ​ເສດ ທີ່​ຈະ​ມີ​ຊີ​ວິດ​ຢູ່ ແລະ ກ້າວ​ໜ້າ​ຕໍ່​ໄປ ຕະ​ຫລອດ​ການ. ບ່ອນນັ້ນ ບໍ່ ແມ່ນ​ອາ​ນາ​ຈັກ ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ປະ​ສົ​ບ​ກັບຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ—ຄວາມ​ກ້າວ​ໜ້າ ແລະ ຄວາມ​ສຸກ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ.9 ພອນ​ທີ່​ສຸດຍອດ​ເຫລົ່າ​ນີ້ ສາ​ມາດ​ມາ​ເຖິງ​ພຽງ​ແຕ່​ໂດຍ​ການ​ດຳ​ລົງ​ຊີ​ວິດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ກັບ​ພຣະ​ເຈົ້າ​ເທົ່າ​ນັ້ນ, ທີ່​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ; ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; ແລະ ກັບ​ສະ​ມາ​ຊິກ​ຄອບ​ຄົວ​ທີ່​ດີ​ເລີດ, ມີ​ຄ່າ​ຄວນ, ແລະ ເໝາະ​ສົມ.

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢາກ​ເວົ້າ​ກັບ​ໝູ່​ເພື່ອນ​ທີ່​ລັງ​ເລ​ໃຈ​ຂອງ​ຂ້າ​ພະ​ເຈົ້າວ່າ:

“ໃນ​ຊີ​ວິດນີ້, ທ່ານບໍ່​ຢາກ​ເປັນ​ສອງ​ລອງ​ໃຜ. ແຕ່ເມື່ອ​ທ່ານບໍ່​ຍອມ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ກໍ​ໝາຍ​ຄວາມ​ວ່າ ທ່ານຍອມ​ເປັນ​ລອງ.

“ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ກ່າວ​ວ່າ, ‘ໃນຜາ​ສາດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ ​ມີທີ່​ຢູ່​ຫລາຍ​ບ່ອນ.’10 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອທ່ານ​ເລືອກ ບໍ່ ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ, ກໍ​ໝາຍ​ຄວາມ​ວ່າ ທ່ານຍອມ​ທີ່​ຈະ​ຊົ້ນ​ຫົວ​ຢູ່ໃນຕູບ​ນ້ອຍໆ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.”

ແຕ່​ຂ້າ​ພະ​ເຈົ້າ​ຢາກ​ອ້ອນວອນ​ໝູ່​ເພື່ອນ​ທີ່​ລັງ​ເລ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ ໂດຍ​ກ່າວ​ວ່າ:

“ຈົ່ງ​ເອີ້ນ​ຫາ​ພຣະ​ເຈົ້າ​ດ້ວຍ​ສຸດ​ໃຈ. ທູນ​ຖາມ​ພຣະ​ອົງ ຖ້າ​ຫາກວ່າ​ສິ່ງ​ເຫລົ່າ​ນີ້ ເປັນ​ຄວາມ​ຈິງ​ຫລືບໍ່. ຫາ​ເວ​ລາ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ອົງ. ຕັ້ງ​ໃຈ​ສຶກ​ສາ! ຖ້າ​ຫາກ​ທ່ານ​ຮັກ​ຄອບ​ຄົວ​ຂອງ​ທ່ານ​ແທ້ໆ ແລະ ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ກັບ​ເຂົາ​ເຈົ້າ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ, ແລ້ວ​ໃຫ້ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ໃນ​ເວ​ລານີ້—ຜ່ານ​ທາງ​ການ​ສຶກ​ສາ​ຢ່າງ​ຈິງ​ຈັງ ແລະ ການ​ອະ​ທິ​ຖານ​ຢ່າງ​ຕັ້ງ​ໃຈ—ເພື່ອ​ຈະ​ໄດ້​ຮູ້​ຈັກ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ແລ້ວ​ໃຫ້​ແນບ​ສະ​ໜິດ​ຢູ່​ກັບ​ມັນ.

“ຖ້າ​ຫາກ​ທ່ານບໍ່​ແນ່​ໃຈວ່າ ທ່ານ​ເຊື່ອ​ໃນ​ພຣະ​ເຈົ້າ​ຫລືບໍ່, ກໍ​ໃຫ້​ເລີ່ມ​ຕົ້ນ​ຈາກ​ຈຸດນັ້ນ. ໃຫ້​ເຂົ້າ​ໃຈວ່າ ຄົນ​ໃດ​ທີ່ບໍ່​ເຄີຍ​ມີ​ປະ​ສົບ​ການ​ກັບ​ພຣະ​ເຈົ້າ, ຄົນ​ນັ້ນ​ກໍ​ສາ​ມາດ​ສົງ​ໄສວ່າ ພຣະ​ເຈົ້າ​ມີ​ຈິງ​ຫລືບໍ່. ສະ​ນັ້ນ, ໃຫ້​ທ່ານເຂົ້າ​ໄປ​ຫາ​ຈຸດ​ນັ້ນ ແລະ ເລີ່ມ​ຕົ້ນ​ມີ​ປະ​ສົບ​ການ​ກັບພຣະ​ອົງ. ຖ່ອມ​ຕົວ​ລົງ. ອະ​ທິ​ຖານ​ຂໍ​ໃຫ້​ມີ​ຕາ ທີ່​ສາ​ມາດຫລຽວ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຢູ່​ໃນ​ໂລກ​ອ້ອມ​ຮອບ​ຕົວ​ທ່ານ. ທູນ​ຂໍ​ໃຫ້​ພຣະ​ອົງ​ບອກ​ທ່ານ ຖ້າ​ຫາກວ່າ​ພຣະ​ອົງ​ມີ​ຈິງ​ຫລືບໍ່—ຖ້າ​ຫາກວ່າ ພຣະ​ອົງ​ຮູ້​ຈັກ​ທ່ານ​ຫລືບໍ່. ທູນ​ຖາມ​ວ່າ ພຣະ​ອົງ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ທ່ານ. ແລະ ແລ້ວ​ໃຫ້ຮັບ​ຟັງ.”

ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ ກໍ​ບໍ່​ເຄີຍມີ​ປະ​ສົບ​ການ​ຫລາຍ​ປານ​ໃດ​ກັບ​ພຣະ​ເຈົ້າ. ແຕ່ລາວ​ຢາກ​ສາ​ມາດຢູ່​ກັບ​ພັນ​ລະ​ຍາ ທີ່​ເສຍ​ຊີ​ວິດ​ໄປ​ແລ້ວ​ຂອງ​ລາວ. ​ສະ​ນັ້ນ ລາວ​ຈຶ່ງໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຊ່ວຍ​ເຫລືອ​ລາວ. ຂ້າ​ພະ​ເຈົ້າ​ກໍ​ໄດ້ຊຸກ​ຍູ້​ລາວ​ໃຫ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ຮຽນຮູ້ພັນ​ທະ​ສັນ​ຍາ, ພິ​ທີ​ການ, ແລະ ພອນ​ຂອງພຣະ​ກິດ​ຕິ​ຄຸນ.

ລາວ​ກໍ​ໄດ້​ເຮັດ. ແຕ່​ລາວ​ຮູ້​ສຶກວ່າ ເຂົາ​ເຈົ້າ​ໄດ້​ແນະ​ນຳ​ລາວ​ໃຫ້​ປ່ຽນ​ແປງ​ຫລາຍ​ສິ່ງ​ຫລາຍຢ່າງ ໃນ​ຊີ​ວິດ​ຂອງ​ລາວ. ລາວ​ເວົ້າ​ວ່າ, “ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ແມ່ນ​ຍາກ​ຫລາຍ​ສຳ​ລັບຂ້ອຍ. ແລະ ຂ້ອຍກໍ​ບໍ່​ຢາກ​ຈ່າຍ​ສ່ວນ​ສິບ, ແລະ ກໍ​ບໍ່​ມີ​ເວ​ລາ​ທີ່​ຈະ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ.” ແລ້ວ​ລາວ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ຫລັງ​ຈາກ​ຂ້ອຍຕາຍ​ໄປແລ້ວ, ຂໍ​ໃຫ້ເຮັດ​ວຽກທີ່​ຈຳ​ເປັນ​ຢູ່​ໃນ​ພຣະ​ວິ​ຫານ​ໃຫ້​ເມຍ​ຂອງ​ຂ້ອຍ ກັບ​ຂ້ອຍ​ແດ່​ເດີ ເພື່ອ​ວ່າ​ພວກ​ຂ້ອຍ​ຊິ​ໄດ້​ຢູ່​ນຳ​ກັນ​ອີກ.”

ໂຊກ​ດີທີ່ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ຊາຍ​ຜູ້ນີ້. ແຕ່ຂ້າ​ພະ​ເຈົ້າ​ກໍສົງ​ໄສ​ຢູ່ວ່າ ຜົນ​ຂອງ​ການ​ເຮັດ​ວຽກ​ຢູ່​ໃນ​ພຣະ​ວິ​ຫານ​ແທນ​ຄົນ​ທີ່​ມີ​ໂອ​ກາດ ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ໃນ​ຊີ​ວິດນີ້ ຈະເປັນ​ຈັ່ງ​ໃດ—ຜູ້​ສາ​ມາດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ ແລະ ຮັບ​ເອົາ​ພອນ​ຂອງ​ພຣະ​ວິ​ຫານ ຂະ​ນະທີ່​ຢູ່​ໃນ​ຊ່ວງມະ​ຕະ​ນີ້—ແຕ່​ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ ປະ​ຕິ​ເສດບໍ່​ຮັບ​ເອົາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ທ່ານ​ໃຫ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ຢູ່​ກັບ​ຄົນ​ທີ່​ເຮົາ​ຮັກ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາວ່າ “ຈົ່ງ​ຕາມ​ເຮົາ​ມາ.”

ບັດ​ນີ້, ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ອ້ອນວອນ​ທ່ານ ຜູ້​ທີ່​ແຍກ​ຕົວ​ອອກ​ຫ່າງ​ຈາກ​ສາດ​ສະ​ໜາ​ຈັກ ແລະ ກັບ​ທ່ານ​ຜູ້ບໍ່​ໄດ້ຕັ້ງ​ໃຈ​ສະ​ແຫວງ​ຫາ ເພື່ອຈະຮູ້​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດໄດ້​ຖືກ​ຟື້ນ​ຟູແລ້ວ. ຂໍ​ໃຫ້​ທ່ານ​ທຳ​ງານ​ທາງວິນ​ຍານ ເພື່ອ​ຈະ​ໄດ້​ຮູ້​ດ້ວຍ​ຕົວ​ເອງ, ແລະ ຂໍ​ໃຫ້​ລົງ​ມື​ເຮັດ​ໃນ​ເວ​ລານີ້. ເວ​ລາ​ມີ​ໜ້ອຍ.

ຂ້າ​ພະ​ເຈົ້າເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່! ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຄວາມ​ສົມ​ບູນ​ແຫ່ງພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໄດ້​ຖືກ​ຟື້ນ​ຟູ​ແລ້ວ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ ດ້ວຍ​ຄວາມ​ຊື່ນ​ຊົມ, ໃນ​ຊີ​ວິດນີ້ ແລະ ຫລັງ​ຈາກ​ຊີ​ວິດ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.