​2018
ຕິດ​ຕໍ່​ຫາ​ນາງ​ໄດ້​ໃນ​ທຸກ​ເວລາ, ທຸກ​ບ່ອນ, ແລະ ທຸກ​ວິ​ທີ​ທາງ
January 2018


ຫລັກ​ທຳ​ຂອງ​ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ມັງກອນ 2018

ຕິດ​ຕໍ່​ຫາ​ນາງ​ໄດ້​ໃນ​ທຸກ​ເວລາ, ທຸກ​ບ່ອນ, ແລະ ທຸກ​ວິ​ທີ​ທາງ

ການ​ຢ້ຽມ​ສອນ​ແມ່ນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕໍ່. ພຣະ​ເຢຊູ​ໄດ້​ປະ​ຕິ​ບັດ​ຕໍ່​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ບ່ອນ. ເຮົາ​ສາ​ມາດ​ເຮັດ​ເຊັ່ນ​ດຽວ​ກັນ.

ການ “ປະ​ຕິ​ບັດ​ຕໍ່” ຄື​ການ​ຮັບ​ໃຊ້, ການ​ບົວ​ລະ​ບັດ, ຫລື ການ​ຊ່ວຍ​ເຫລືອ ທີ່ມີ​ສ່ວນ​ຊ່ວຍ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ການ​ປອບ​ໂຍນ ແລະ ມີ​ຄວາມ​ສຸກ. ການ​ຢ້ຽມ​ສອນ​ແມ່ນ​ກ່ຽວ​ກັບ​ການ​ຫາ​ຊ່ອງ​ທາງ ທີ່​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ທີ່​ເຮົາ​ໄປ​ຢ້ຽມ​ຢາມ. ພຣະ​ເຢຊູ​ຄຣິດ​ໄດ້​ປະ​ຕິ​ບັດ​ຕໍ່​ທຸກ​ຄົນ—ໃນ​ທຸກ​ເວລາ ແລະ ໃນ​ທຸກ​ບ່ອນ. ພຣະ​ອົງ​ໄດ້​ລ້ຽງ​ດູ 5,000 ຄົນ, ໄດ້​ປອບ​ໂຍນ​ນາງ​ມາ​ຣີ ແລະ ນາງ​ມາ​ທາ ຕອນ​ນ້ອງ​ຊາຍ​ຂອງ​ເຂົາ​ເຈົ້າ​ຕາຍ, ແລະ ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ໃຫ້​ແກ່​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ທີ່​ນ້ຳ​ສ້າງ. ພຣະ​ອົງ​ໄດ້​ກະ​ທຳ​ໄປ​ເພາະ​ຄວາມ​ຮັກ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ.

ການ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ, ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຢ້ຽມ​ສອນ ເຮົາ​ສາ​ມາດ​ມາ​ຮູ້​ຈັກ ແລະ ຮັກ​ເອື້ອຍ​ນ້ອງ​ແຕ່​ລະ​ຄົນ​ທີ່​ເຮົາ​ໄປ​ຢ້ຽມ​ຢາມ, ຈື່​ຈຳ​ວ່າ ຄວາມ​ຮັກ​ເປັນ​ຮາກ​ຖານ​ຂອງ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ເມື່ອ​ເຮົາ​ອະ​ທິ​ຖານ​ຂໍ​ການ​ດົນ​ໃຈ ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ຮັບ​ໃຊ້​ນາງ ແລະ ຊ່ວຍ​ນາງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ໃນ​ສັດ​ທາ​ຂອງ​ນາງ, “ເຫລົ່າ​ທູດ​ບໍ່​ສາ​ມາດ​ຖືກ​ກີດ​ກັນ​ໃຫ້​ມາ​ເປັນ​ເພື່ອນ [ຂອງ​ເຮົາ] ​ໄດ້.”1

ນັບ​ແຕ່​ການ​ຈັດ​ຕັ້ງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຂຶ້ນ ໃນ​ປີ 1842 ​ຈົນ​ເຖິງ​ປະ​ຈຸ​ບັນ, ການ​ປະ​ຕິ​ບັດຕໍ່​ຂອງ​ສະ​ຕີ ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຜູ້​ຄົນ. ຍົກ​ຕົວ​ຢ່າງ, ໂຈແອນ ຈອນສັນ, ແມ່ໝ້າຍ​ອາ​ຍຸ 82 ປີ, ແລະ ເພື່ອນ​ຢ້ຽມ​ສອນ​ຂອງ​ລາວ ໄດ້​ໄປ​ຢ້ຽມ​ສອນ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ ຜູ້​ມີ​ອາ​ຍຸ 89 ປີ ​ທີ່​ເປັນ​ໂຣກ​ປອດ​ໄຂ່. ເຂົາ​ເຈົ້າ​ເຫັນ​ໄດ້​ວ່າ ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ ບໍ່​ໄດ້​ຕ້ອງ​ການ​ເຂົາ​ເຈົ້າ​ພຽງ​ແຕ່​ເດືອນ​ລະ​ເທື່ອ​ເທົ່າ​ນັ້ນ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ເລີ່ມ​ຕົ້ນ​ຕິດ​ຕໍ່​ຫາ​ລາວ​ທຸກ​ອາ​ທິດ ດ້ວຍ​ຕົວ​ເອງ ຫລື ໂທ​ໄປ​ຫາ.

ສຳ​ລັບ​ຄູ​ຢ້ຽມ​ສອນ​ຄົນ​ອື່ນໆ, ການ​ສົ່ງ​ຂໍ້​ຄວາມ​ໃນ​ມື​ຖື ຫລື ສົ່ງ​ອີ​ເມວ ໄປ​ໃຫ້​ກຳ​ລັງ​ໃຈ ອາດ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ ທີ່​ຈະ​ເຮັດ ສຳ​ລັບ​ເອື້ອຍ​ນ້ອງ​ໃນ​ເດືອນ​ນັ້ນ. ການ​ຕິດ​ຕໍ່​ເປັນ​ສ່ວນ​ຕົວ ແລະ ການ​ຮັບ​ຟັງ​ດ້ວຍ​ທ່າ​ທາງ​ທີ່​ມີ​ຄວາມ​ຮັກ ເປັນ​ສິ່ງ​ສຳ​ຄັນ​ສຳ​ລັບ​ການ​ຢ້ຽມ​ສອນ. ເທັກ​ໂນ​ໂລ​ຈີ​​ທີ່​ທັນ​ສະ​ໄໝ ແລະ ການ​ໄປ​ຢ້ຽມ​ຢາມ​ດ້ວຍ​ຕົວ​ເອງ ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້ ໃນ​ທຸກ​ເວ​ລາ, ໃນ​ທຸກ​ບ່ອນ, ແລະ ໃນ​ທຸກ​ວິ​ທີ​ທາງ.2 ນັ້ນ​ຄື​ການ​ປະ​ຕິ​ບັດ​ຕໍ່ ຢ່າງ​ທີ່​ພຣະ​ເຢຊູ​ໄດ້​ປະ​ຕິ​ບັດ.

ແຫລ່ງ​ອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 454.

  2. ເບິ່ງ Handbook 2: Administering the Church (2010), 9.5.1.