​2018
ການ​ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ໃຈ
January 2018


ຊາວ​ໜຸ່ມ

ການ​ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ໃຈ

ປະທານ​ມອນສັນ​ອະ​ທິ​ບາຍ​ວ່າ “ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ຄື​ທີ່​ຈະ​ຍົກ​ລະ​ດັບ​ຈາກ​ຄຸນ​ນະ​ພາບ​ທີ່​ປານ​ກາງ ໄປ​ສູ່​ລະ​ດັບ​ຄວາມ​ຊຳ​ນານ, ຈາກ​ຄວາມ​ລົ້ມ​ເຫລວ ໄປ​ສູ່​ຄວາມ​ສຳ​ເລັດ​ຜົນ. ໜ້າ​ທີ່​ຂອງ​ເຮົາ​ຄື​ທີ່​ຈະ​ກາຍ​ເປັນ​ຄົນ​ດີ​ທີ່​ສຸດ.” ຫລາຍ​ຄົນ​ໄດ້​ອຸ​ທິດ​ເດືອນ​ມັງ​ກອນ ໃນ​ການ​ຈັດ​ຕັ້ງ​ເປົ້າ​ໝາຍ ແລະ ການ​ຕັດ​ສິນ​ໃຈ​ຢ່າງ​ແ​ນ່ວ​ແນ່ ເພື່ອ​ພັດ​ທະ​ນາ​ຕົນ: ທີ່​ຈະ​ຍິ້ມ​ຫລາຍ​ກວ່າ​ເກົ່າ, ບໍ​ລິ​ໂພກ​ອາ​ຫານ​ທີ່​ດີ​ກວ່າ​ເກົ່າ, ຫລື ຮຽນ​ຮູ້​ຄວາມ​ຊຳ​ນານ​ຢ່າງ​ໃໝ່. ເຖິງ​ແມ່ນ​ວ່າ​ເປົ້າ​ໝາຍ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ເຈົ້າ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ແຕ່​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ປ່ຽນ​ແປງ ແມ່ນ​ຜ່ານ​ທາງ​ການ​ກັບ​ໃຈ.

ເຖິງ​ແມ່ນ​ວ່າ​ການ​ກັບ​ໃຈ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ, ແຕ່​ມັນ​ເປັນ​ຂອງ​ປະທານ! ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ພຣະ​ເຢຊູ​ຄຣິດ ໂດຍ​ການ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ເຕີບ​ໂຕ ແລະ ກ້າວ​ໜ້າ​ໄດ້. ປະທານ​ມອນສັນ ໄດ້​ກ່າວ​ວ່າ, “ສິ່ງ​ສຳ​ຄັນ​ຕໍ່​ແຜນ [ແຫ່ງ​ຄວາມ​ລອດ] ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ປາດ​ສະ​ຈາກ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ຫລົງ​ທາງ​ໄປ.” ຜ່ານ​ການ​ກັບ​ໃຈ, ເຈົ້າ​ສາ​ມາດ​ຖືກ​ຊຳ​ລະ​ລ້າງ​ໃຫ້​ສະ​ອາດ​ຈາກ​ບາບ​ຂອງ​ເຈົ້າ ແລະ ກ້າວ​ໜ້າ​ໄດ້ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ໃຫ້​ຄິດ​ເບິ່ງ​ວ່າ ມີ​ສິ່ງ​ໃດ​ແດ່ ທີ່​ກີດ​ກັນ​ເຈົ້າ ຈາກ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ​ແມ່ນ​ການ​ໃຊ້​ພາ​ສາ​ຂອງ​ເຈົ້າ​ບໍ? ມັນ​ແມ່ນ​ການ​ປະ​ຕິ​ບັດ​ຕໍ່​ໝູ່​ເພື່ອນ ຫລື ຄອບ​ຄົວ​ຂອງ​ເຈົ້າ​ບໍ? ຫລັງ​ຈາກ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ພັດ​ທະ​ນາ​ຕົນ, ໃຫ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ເທິງ​ສະຫວັນ ແລະ ສະແດງ​ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ ທີ່​ຈະ​ປ່ຽນ​ແປງ. ໃຫ້​ຈື່​ຈຳ​ໄວ້​ວ່າ ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ອ່ອນ​ແອ​ຂອງ​ເຈົ້າ​ໄດ້. ດັ່ງ​ທີ່​ປະທານ​ມອນສັນ​ ໄດ້​ສອນວ່າ, “ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ, ຊຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​ໄວ້, ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ດັດ​ແປງ​ຊີ​ວິດ​ຂອງ​ເຮົາ​ໄດ້.”

ເບິ່ງ “Eight Myths about Repentance” ໃນ lds.org/go/1186 ນຳ​ອີກ.