​2018
ການ​ກັບ​ໃຈ​ເປັນ​ຂອງ​ປະທານ
January 2018


ເດັກ​ນ້ອຍ

ການ​ກັບ​ໃຈ​ເປັນ​ຂອງ​ປະທານ

ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ ບໍ່​ໄດ້​ເປັນ​ຂອງ​ປະ​ທານ ທີ່​ເຈົ້າ​ສາ​ມາດ​ຫລຽວ​ເຫັນ ຫລື ແຕະ​ຕ້ອງ​ໄດ້. ແຕ່​ມັນ​ເປັນ​ຂອງ​ປະ​ທານ ທີ່​ເຈົ້າ​ສາ​ມາດ​ຮູ້​ສຶກ​ໄດ້. ນີ້​ໝາຍ​ຄວາມ​ວ່າ ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ, ເຮົາ​ສາ​ມາດ​ກັບ​ໃຈ ແລະ ຮູ້​ສຶກ​ສະ​ຫງົບ ແລະ ມີ​ຄວາມ​ສຸກ​ຄືນ​ອີກ.

ພຣະ​ບິດາ​ເທິງ​ສະຫວັນ ແລະ ພຣະ​ເຢຊູ ຈະ​ຊ່ວຍ​ເຮົາ​ກັບ​ໃຈ​ສະເໝີ. ໃຫ້​ແຕ້ມ​ຮູບ​ທີ່​ເຂົ້າ​ກັບ​ຂັ້ນ​ຕອນ​ແຕ່​ລະ​ຢ່າງ​ທີ່​ແຕກ​ຕ່າງ​ກັນ​ຂອງ​ການ​ກັບ​ໃຈ.

ເຮົາ​ຮູ້​ສຶກ​ເສຍ​ໃຈ.

ເຮົາ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ເທິງ​ສະຫວັນ, ບອກ​ພຣະ​ອົງ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ, ແລະ ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຮົາ​ເຮັດ​ສິ່ງ​ທີ່​ດີ​ກວ່າ ໃນ​ເທື່ອ​ໜ້າ.

ເຮົາ​ຂໍ​ໂທດ ແລະ ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ.

ເຮົາ​ຮູ້​ສຶກ​ສະ​ຫງົບ ແລະ ຮູ້​ວ່າ ເຮົາ​ໄດ້​ຮັບ​ການ​ອະ​ໄພ​ແລ້ວ.