ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 1–7 ເດືອນ​ມັງ​ກອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ໜ້າ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ


“ວັນ​ທີ 1–7 ເດືອນ​ມັງ​ກອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ໜ້າ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 1–7 ເດືອນ​ມັງ​ກອນ. ໜ້າ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ມໍ​ມອນ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

ວັນ​ທີ 1–7 ເດືອນ​ມັງ​ກອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ໜ້າ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ກ່ອນ​ທ່ານ​ຈະ​ອ່ານ​ເຖິງ 1 ນີ​ໄຟ ບົດ​ທີ 1, ທ່ານ​ຈະ​ເຫັນ​ໄດ້​ວ່າ ພຣະ​ຄຳ​ພີ​ມໍ​ມອນ ບໍ່​ໄດ້​ເປັນ​ໜັງ​ສື​ທີ່​ທຳ​ມະ​ດາ. ໜ້າ​ຄຳ​ນຳ​ຂອງ​ມັນ ບັນ​ຍາຍ​ເບື້ອງ​ຫລັງ ທີ່​ບໍ່​ເໝືອນ​ໜັງ​ສື​ເຫລັ້ມ​ອື່ນໆ—ລວມ​ທັງ​ການ​ຢ້ຽມ​ຢາມ​ຈາກ​ທູດ​ສະ​ຫວັນ, ບັນ​ທຶກ​ຂອງ​ສະ​ໄໝ​ບູ​ຮານ ທີ່​ຖືກ​ຝັງ​ໄວ້​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ ຢູ່​ຄ້ອຍ​ພູ, ແລະ ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ແປ​ບັນ​ທຶກ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ມໍ​ມອນ​ບໍ່​ພຽງ​ແຕ່​ເປັນ​ປະ​ຫວັດ​ສາດ​ເຖິງ​ຄວາມ​ສີ​ວິ​ໄລ​ຂອງ​ຊາວ​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ​ເທົ່າ​ນັ້ນ. ມັນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຊັກ​ຊວນ​ໃຫ້​ທຸກ​ຄົນ​ຍອມ​ຮັບ “ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ” (ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ), ແລະ ພຣະ​ເຈົ້າ​ເອງ​ໄດ້​ຊີ້​ນຳ​ວິ​ທີ​ທີ່​ມັນ​ຖືກ​ຂຽນ, ວິ​ທີ​ທີ່​ມັນ​ຖືກ​ຮັກ​ສາ, ແລະ ວິ​ທີ​ທີ່​ມັນ​ມີ​ໃຫ້​ເຮົາ​ໃຊ້. ປີ​ນີ້, ເມື່ອ​ທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ອະ​ທິ​ຖານ​ກ່ຽວ​ກັບ​ມັນ, ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ, ແລ້ວ​ທ່ານ​ຈະ​ເຊື້ອ​ເຊີນ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ມາ​ສູ່​ຊີ​ວິດ​ຂອງ​ທ່ານ. ແລະ ທ່ານ​ຈະ​ຮູ້​ສຶກ​ຖືກ​ດົນ​ໃຈ​ທີ່​ຈະ​ກ່າວ, ດັ່ງ​ທີ່​ພະ​ຍານ​ສາມ​ຄົນ​ໄດ້​ກ່າວ​ຢູ່​ໃນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ວ່າ, “ມັນ​ເປັນ​ສິ່ງ​ທີ່​ອັດ​ສະ​ຈັນ​ຕໍ່​ສາຍ​ຕາ [ຂອງ​ເຮົາ].”

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໃຫ້​ຂໍ້​ມູນ​ຫລາຍ​ກວ່າ​ພຽງ​ແຕ່​ຊື່​ປຶ້ມ​ເທົ່າ​ນັ້ນ. ໃນ​ບັນ​ດາ​ສິ່ງ​ອື່ນໆ, ມັນ​ຍັງ​ບອກ​ເຖິງ​ຈຸດ​ປະ​ສົງ​ຫລາຍ​ຢ່າງ ຂອງ​ບັນ​ທຶກ​ທີ່​ສັກ​ສິດ​ເຫລັ້ມ​ນີ້. ໃຫ້​ຊອກ​ຫາ​ຈຸດ​ປະ​ສົງ​ເຫລົ່າ​ນີ້​ຢູ່​ໃນ​ໜ້າ​ວິ​ເຄາະ​ສະ​ບັບ. ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ວ່າ: ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ພຣະ​ຄຳ​ພີ​ມໍ​ມອນ? ພຣະ​ຄຳ​ພີ​ມໍ​ມອນ​ແຕກ​ຕ່າງ​ຈາກ​ໜັງ​ສື​ເຫລັ້ມ​ອື່ນໆ​ແນວ​ໃດ?

ດຽວ​ນີ້​ອາດ​ເປັນ​ເວ​ລາ​ທີ່​ດີ ທີ່​ຈະ​ວາງ​ແຜນ​ເປັນ​ການ​ສ່ວນ​ຕົວ ຫລື ເປັນ​ຄອບ​ຄົວ​ສຳ​ລັບ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ປີ​ນີ້. ທ່ານ​ຈະ​ອ່ານ​ເມື່ອ​ໃດ ແລະ ຢູ່​ໃສ? ທ່ານ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ເຂົ້າ​ມາ​ສູ່​ການ​ສຶກ​ສາ​ຂອງ​ທ່ານ​ແນວ​ໃດ? ມີ​ຫຍັງ​ເປັນ​ພິ​ເສດ​ບໍ​ທີ່​ທ່ານ​ຈະ​ຊອກ​ຫາ​ຂະ​ນະ​ທີ່​ທ່ານ​ສຶກ​ສາ? ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຊອກ​ຫາ​ຂໍ້​ພຣະ​ຄຳ​ພີ​ທີ່​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ທ່ານ​ໄດ້​ພົບ​ເຫັນ​ຢູ່​ໃນ​ໜ້າ​ວິ​ເຄາະ​ສະ​ບັບ? ທ່ານ​ອາດ​ບັນ​ທຶກ​ລາຍ​ຊື່​ຂອງ​ຂໍ້​ຕ່າງໆ​ລົງ​ໄວ້​ທີ່​ເສີມ​ສ້າງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເບິ່ງ 2 ນີ​ໄຟ 25:26; ໂມ​ໄຊ​ຢາ 3:5–8; ແອວ​ມາ 5:48; 7:10–13; ຮີ​ລາ​ມັນ 5:12; 3 ນີ​ໄຟ 9:13–18; 11:6–14; ໂມ​ໂຣ​ໄນ 10:32–33 ນຳ​ອີກ.

ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ [ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ], ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ​ເອງ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ” (“The Book of Mormon: What Would Your Life Be Like without It?,” Liahona, Nov. 2017, 62–63).

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ”; “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້, ແມ່ນ​ແຕ່​ຖ້າ​ຫາກ​ທ່ານ​ບໍ່​ເຄີຍ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ ຄື​ກັນ​ກັບ​ພະ​ຍານ​ສາມ​ຄົນ ແລະ ພະ​ຍານ​ແປດ​ຄົນ​ໄດ້​ເຫັນ​ກໍ​ຕາມ. ຂະ​ນະ​ທີ່​ທ່ານ​ອ່ານ ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ.

ສິ່ງ​ໃດ​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ພະ​ຍານ​ເຫລົ່າ​ນີ້​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ—ໂດຍ​ສະ​ເພາະ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ໃຫ້​ວາດ​ພາບ​ເຫັນ​ວ່າ ທ່ານ​ກຳ​ລັງ​ເວົ້າ​ລົມ​ກັບ​ເພື່ອນ​ຄົນ​ໜຶ່ງ ຜູ້​ທີ່​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ມາ​ກ່ອນ. ທ່ານ​ຈະ​ບອກ​ລາວ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ? ທ່ານ​ຈະ​ພະ​ຍາ​ຍາມ​ດົນ​ໃຈ​ເພື່ອນ​ຂອງ​ທ່ານ​ໃຫ້​ອ່ານ​ພຣະ​ຄຳ​ພີ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ທົບ​ທວນ ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ. ທ່ານ​ອາດ​ພົບ​ເຫັນ​ລາຍ​ລະ​ອຽດ​ທີ່​ເປັນ​ປະ​ໂຫຍດ ເພື່ອ​ຈະ​ແບ່ງ​ປັນ​ກັບ​ເພື່ອນ​ຂອງ​ທ່ານ. ວິ​ດີ​ໂອ​ດັ່ງ​ຕໍ່​ໄປ​ນີ້​ອາດ​ໃຫ້​ແນວ​ຄິດ​ແກ່​ທ່ານ​ນຳ​ອີກ:

ໃຫ້​ຄິດ​ທີ່​ຈະ​ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ທ່ານ​ຈະ​ແບ່ງ​ປັນ​ກັບ​ເພື່ອນ​ຄົນ​ໜຶ່ງ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ໃຫ້​ພະ​ຍາ​ຍາມ​ແບ່ງ​ປັນ​ພຣະ​ຄຳ​ພີ​ມໍ​ມອນ​ໂດຍ​ການ​ໃຊ້ ແອັບ​ພຣະ​ຄຳ​ພີ​ມໍ​ມອນ.

ເບິ່ງ Ronald A. Rasband, “This Day,” Liahona, Nov. 2022, 25–28; Gospel Topics, “Book of Mormon,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ການ​ອະ​ທິ​ຖານ​ຄັ້ງ​ທຳ​ອິດ​ຂອງ​ໂຈ​ເຊັບ ສະ​ມິດ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 14.

ຮູບ​ພາບ
ໂຈ​ເຊັບ ສະມິດ ແລະ ພະ​ຍານ​ສາມ​ຄົນ​ກຳ​ລັງ​ອະ​ທິ​ຖານ​ນຳ​ກັນ

ພະ​ຍານ​ສາມ​ຄົນ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ.

ຖ້າ​ຫາກ​ມີ​ຄົນ​ຖາມ​ທ່ານ ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ມາ​ຈາກ​ໃສ, ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ? ທ່ານ​ຈະ​ບັນ​ຍາຍ​ເຖິງ​ການ​ມີ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ພຣະ​ເຈົ້າ​ໃນ​ການ​ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ເຮົາ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຈັກ​ພະ​ຍານ​ຂອງ​ໂຈ​ເຊັບ ສະມິດ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ວິ​ທີ​ທີ່​ເພິ່ນ​ໄດ້​ບັນ​ຍາຍ​ມັນ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ທ່ານ​ຄິດ​ວ່າ ພຣະ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ?

ເບິ່ງ Ulisses Soares, “The Coming Forth of the Book of Mormon,” Liahona, May 2020, 32–35; Saints, vol. 1, The Standard of Truth, 21–30; Gospel Topics Essays, “Book of Mormon Translation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຊ່ວຍ​ໃຫ້​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

  • ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ ແລະ ຈັບ​ບາຍ​ພຣະ​ຄຳ​ພີ​ມໍ​ມອນ. ຊ່ວຍ​ພວກ​ເຂົາ​ຊີ້​ໄປ​ຫາ​ຊື່​ລອງ, ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ອາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ, ຢູ່​ທີ່​ໜ້າ​ວິ​ເຄາະ​ສະ​ບັບ, ວະ​ລີ​ທີ່​ວ່າ “ພຣະ​ເຢ​ຊູ​ຄື ພຣະ​ຄຣິດ, ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ຜູ້​ຊຶ່ງ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ປະ​ຊາ​ຊາດ​ທັງ​ປວງ.” ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ວ່າ ນີ້​ໝາຍ​ຄວາມ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ບອກ​ພວກ​ເຂົາ​ສັ້ນໆ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ. ທ່ານ​ກໍ​ສາ​ມາດ​ຖາມ​ພວກ​ເຂົາ​ກ່ຽວ​ກັບ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ພວກ​ເຂົາ​ມັກ​ຫລາຍ​ນຳ​ອີກ. ການ​ຮ້ອງ​ເພງ “ຈາ​ລຶກ​ທອງ​ຄຳ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71) ສາ​ມາດ​ເຕືອນ​ພວກ​ເຂົາ​ເຖິງ​ເລື່ອງ​ລາວ​ບາງ​ເລື່ອງ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ.

  • ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ແລະ ພາບ​ຢູ່​ຂ້າງ​ລຸ່ມ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ໂຈ​ເຊັບ ສະ​ມິດ ຢູ່​ໃນ ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ: “ພຣະ​ຄຳ​ພີ​ມໍ​ມອນ [ເປັນ] ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ.” ມັນ​ອາດ​ຈະ​ເປັນ​ເລື່ອງ​ມ່ວນ​ທີ່​ຈະ​ສ້າງ ຫລື ແຕ້ມ​ຮູບ​ປະ​ຕູ​ໂຂງ​ໂດຍ​ມີ​ສີ​ລາ​ສຳ​ຄັນ​ຢູ່​ຈຸດ​ກາງ​ສູງ​ສຸດ. ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ສີ​ລາ​ສຳ​ຄັນ​ຖືກ​ຖອນ​ອອກ? ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ເຮົາ​ບໍ່​ມີ​ພຣະ​ຄຳ​ພີ​ມໍ​ມອນ? ພວກ​ທ່ານ​ອາດ​ອ່ານ​ວັກ​ສຸດ​ທ້າຍ​ຂອງ​ຄຳ​ນຳ​ນຳ​ກັນ ເພື່ອ​ພົບ​ເຫັນ​ວ່າ​ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ຕື່ມ​ອີກ​ເມື່ອ​ເຮົາ​ຮັບ​ເອົາ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ເຮົາ​ຈະ​ສາ​ມາດ​ເຮັດ​ໃຫ້​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສັດ​ທາ​ຂອງ​ເຮົາ ໃນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ?

ຮູບ​ພາບ
ປະ​ຕູ​ໂຂງ​ທີ່​ເຮັດ​ດ້ວຍ​ກ້ອນ​ຫີນ ທີ່​ມີ​ສີ​ລາ​ສຳ​ຄັນ​ຍຶດ​ໄວ້

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ.

ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ”; “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ແປດ​ຄົນ

ເຮົາ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

  • ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ເປັນ​ພະ​ຍານ​ໝາຍ​ຄວາມ​ວ່າ​ແນວ​ໃດ, ທ່ານ​ສາ​ມາດ​ບັນ​ຍາຍ​ເຖິງ​ບາງ​ສິ່ງ​ທີ່​ທ່ານ​ໄດ້​ເຫັນ​ທີ່​ພວກ​ເຂົາ​ບໍ່​ໄດ້​ເຫັນ. ແລ້ວ​ໃຫ້​ພວກ​ເຂົາ​ເຮັດ​ເຊັ່ນ​ດຽວ​ໃຫ້​ແກ່​ທ່ານ. ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຜູ້​ຄົນ 11 ຄົນ​ທີ່​ໄດ້​ເຫັນ​ແຜ່ນ​ຄຳ​ຊຶ່ງ​ພຣະ​ຄຳ​ພີ​ມໍ​ມອນ​ຖືກ​ແປ​ມາ​ຈາກ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ​ປະ​ຈັກ​ພະ​ຍານ​ນຳ​ກັນ, ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພະ​ຍານ​ເຫລົ່າ​ນີ້​ຈຶ່ງ​ຢາກ​ໃຫ້​ຄົນ​ອື່ນ​ມາ​ຮັບ​ຮູ້​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ. ເຮົາ​ຢາກ​ບອກ​ໃຜ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ?

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ມອບ​ໃຫ້​ເຮົາ ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂຈ​ເຊັບ​ຮັບ​ເອົາ​ແຜ່ນ​ຈາ​ລຶກ​ຄຳ​ຈາກ​ໂມ​ໂຣ​ໄນ

Moroni Delivers the Golden Plates [ໂມ​ໂຣ​ໄນ​ມອບ​ແຜ່ນ​ຈາ​ລຶກ​ຄຳ], ໂດຍ ແກ​ຣີ ແອວ ຄາບ