ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 8–14 ເດືອນ​ມັງ​ກອນ: “ເຮົາ​ຈະ​ໄປ ແລະ ເຮັດ.” 1 ນີ​ໄຟ 1–5


“ວັນ​ທີ 8–14 ເດືອນ​ມັງ​ກອນ: ‘ເຮົາ​ຈະ​ໄປ ແລະ ເຮັດ.’ 1 ນີ​ໄຟ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 8–14 ເດືອນ​ມັງ​ກອນ. 1 ນີ​ໄຟ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຄອບ​ຄົວ​ຂອງ​ລີ​ໄຮ​ກຳ​ລັງ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

Lehi Traveling Near the Red Sea [ລີ​ໄຮ​ກຳ​ລັງ​ເດີນ​ທາງ​ຢູ່​ໃກ້​ທະ​ເລ​ແດງ], ໂດຍ ແກ​ຣີ ສະ​ມິດ

ວັນ​ທີ 8–14 ເດືອນ​ມັງ​ກອນ: “ເຮົາ​ຈະ​ໄປ ແລະ ເຮັດ”

1 ນີ​ໄຟ 1–5

ພຣະ​ຄຳ​ພີ​ມໍ​ມອນ​ເລີ່ມ​ຕົ້ນ​ດ້ວຍ​ເລື່ອງ​ລາວ​ຂອງ​ຄອບ​ຄົວ​ທີ່​ແທ້​ຈິງ​ຄອບ​ຄົວ​ໜຶ່ງ ທີ່​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ແທ້ໆ. ມັນ​ໄດ້​ເກີດ​ຂຶ້ນ 600 ປີ ກ່ອນ ຄ.ສ., ແຕ່​ອາດ​ມີ​ບາງ​ສິ່ງ​ຢູ່​ໃນ​ເລື່ອງ​ນີ້ ທີ່​ອາດ​ເບິ່ງ​ຄ້າຍ​ຄື​ກັນ​ກັບ​ຄອບ​ຄົວ​ໃນ​ທຸກ​ວັນ​ນີ້. ຄອບ​ຄົວ​ນີ້​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ມີ​ຄວາມ​ຊົ່ວ​ຮ້າຍ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເຂົາ​ເຈົ້າ​ວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ຈະ​ຕິດ​ຕາມ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ນຳ​ພາ​ເຂົາ​ເຈົ້າ​ໄປ​ຫາ​ບ່ອນ​ທີ່​ປອດ​ໄພ. ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ນັ້ນ ບາງ​ເວ​ລາ​ກໍ​ດີ ແລະ ບາງ​ເວ​ລາ​ກໍ​ບໍ່​ດີ; ໄດ້​ຮັບ​ພອນ ແລະ ການ​ມະ​ຫັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່, ແຕ່​ເຂົາ​ເຈົ້າ​ກໍ​ເຄີຍ​ມີ​ການ​ໂຕ້​ຖຽງ ແລະ ການ​ຂັດ​ແຍ້ງ​ກັນ. ໜ້ອຍ​ເທື່ອ​ທີ່​ພຣະ​ຄຳ​ພີ​ຈະ​ກ່າວ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ຄອບ​ຄົວ​ທີ່​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ: ພໍ່​ແມ່​ພະ​ຍາ​ຍາມ​ດົນ​ໃຈ​ຄອບ​ຄົວ​ຂອງ​ຕົນ​ໃຫ້​ມີ​ສັດ​ທາ ແລະ ຫ່ວງ​ໃຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ, ລູກໆ​ຕັດ​ສິນ​ໃຈ​ເອງ​ວ່າ​ຈະ​ເຊື່ອ​ຄຳ​ຂອງ​ພໍ່​ແມ່​ຂອງ​ຕົນ​ຫລື​ບໍ່, ແລະ ອ້າຍ​ນ້ອງ​ກັນ​ມີ​ຄວາມ​ອິດ​ສາ​ບັງ​ບຽດ ແລະ ຄວາມ​ຂັດ​ແຍ້ງ​ກັນ—ແລະ ບາງ​ເທື່ອ​ໄດ້​ໃຫ້​ອະ​ໄພ​ກັນ​ແລະ​ກັນ. ໂດຍ​ລວມ​ແລ້ວ, ມັນ​ມີ​ພະ​ລັງ​ໃນ​ຕົວ​ຢ່າງ​ແຫ່ງ​ສັດ​ທາ​ຂອງ​ຄອບ​ຄົວ​ທີ່​ບໍ່​ສົມ​ບູນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

1 ນີ​ໄຟ 1–5

ພຣະ​ຄຳ​ຂອງ​ພຣະ​ເຈົ້າ “ມີ​ຄຸນ​ຄ່າ​ຫລາຍ” ຕໍ່​ເຮົາ.

ຂ່າວ​ສານ​ໜຶ່ງ​ທີ່​ໂດດ​ເດັ່ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຄື ຄວາມ “ມີ​ຄຸນ​ຄ່າ​ຫລາຍ” ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (1 ນີ​ໄຟ 5:21). ຂະ​ນະ​ທີ່​ທ່ານ​ອ່ານ 1 ນີ​ໄຟ 1–5, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ລີ​ໄຮ​ໂດຍ​ກົງ ຫລື ທາງ​ອ້ອມ​ແນວ​ໃດ (ສຳ​ລັບ​ຕົວ​ຢ່າງ, ໃຫ້​ເບິ່ງ 1:11–15; 3:19–20; 5:10–22). ບົດ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້​ຄົ້ນ​ຄວ້າ​ພຣະ​ຄຳ​ພີ?

ເບິ່ງ “ຈາ​ລຶກ​ທອງ​ຄຳ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 71; “Scriptures Legacy” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

1 ນີ​ໄຟ 2

ເຮົາ​ສາ​ມາດ​ໄດ້​ຮັບ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເມື່ອ​ເຮົາ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ.

ນີ​ໄຟ​ເປັນ​ທີ່​ຮູ້​ຈັກ​ຍ້ອນ​ສັດ​ທາ​ອັນ​ມີ​ພະ​ລັງ​ຂອງ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ເພິ່ນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ໄດ້​ປະ​ຈັກ​ພະ​ຍານ—ຄື​ກັນ​ກັບ​ເຮົາ​ທຸກ​ຄົນ. ທ່ານ​ອ່ານ​ຫຍັງ​ໃນ 1 ນີ​ໄຟ 2 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ນີ​ໄຟ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ວ່າ ຖ້ອຍ​ຄຳ​ຂອງ​ບິ​ດາ​ຂອງ​ເພິ່ນ​ເປັນ​ຄວາມ​ຈິງ? ເປັນ​ຫຍັງ​ເລ​ມັນ​ກັບ​ເລ​ມູ​ເອນ​ຈຶ່ງ​ບໍ່​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ນີ້? (ເບິ່ງ 1 ນີ​ໄຟ 15:2–11 ນຳ​ອີກ). ທ່ານ​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ອ່ອນ​ລົງ​ເມື່ອ​ໃດ?

ເບິ່ງ “The Lord Commands Lehi’s Family to Leave Jerusalem” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

1 ນີ​ໄຟ 3–4

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຈົ້າ​ຈະ​ຕຽມ​ທາງ​ໃຫ້​ເຮົາ​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພວກ​ລູກ​ຊາຍ​ຂອງ​ລີ​ໄຮ​ໃຫ້​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ, ພຣະ​ອົງ​ບໍ່​ໄດ້​ໃຫ້​ຄຳ​ແນະ​ນຳ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ເຖິງ​ວິ​ທີ​ທີ່​ຈະ​ເຮັດ​ມັນ​ໄດ້. ສ່ວນ​ຫລາຍ​ນີ້​ເປັນ​ຄວາມ​ຈິງ​ກັບ​ການ​ຊີ້​ນຳ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ, ແລະ ສິ່ງ​ນີ້​ອາດ​ເຮັດ​ໃຫ້​ຮູ້​ສຶກ​ວ່າ ພຣະ​ອົງ​ຮຽກ​ຮ້ອງ “ເລື່ອງ​ຍາກ” (1 ນີ​ໄຟ 3:5). ສິ່ງ​ໃດ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ນີ​ໄຟ ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ 1 ນີ​ໄຟ 3:7, 15–16?

ຂະ​ນະ​ທີ່​ທ່ານ​ອ່ານ 1 ນີ​ໄຟ 3–4, ໃຫ້​ຊອກ​ຫາ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ທີ່​ນີ​ໄຟ​ໄດ້​ປະ​ເຊີນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ຕຽມ​ທາງ” ໃຫ້​ນີ​ໄຟ​ເພື່ອ “ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ອົງ [ໄດ້​ບັນ​ຊາ]” ແນວ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ນີ​ໄຟ?

ວິ​ທີ​ໜຶ່ງ​ທີ່​ມີ​ພະ​ລັງ​ທີ່​ພຣະ​ເຈົ້າ​ໄດ້​ຕຽມ​ເຮົາ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຄື​ການ​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ໃຫ້​ຄິດ​ທີ່​ຈະ​ອ່ານ​ຂ່າວ​ສານ​ຂອງ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ “What Has Our Savior Done for Us?” (Liahona, May 2021, 75–77). ພຣະ​ເຢ​ຊູ​ຄຣິດ​ໄດ້​ຕຽມ​ທາງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ແນວ​ໃດ? ເມື່ອ​ຮູ້​ວ່າ​ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ທຸກ​ສິ່ງ​ເພື່ອ​ທ່ານ, ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້ “ໄປ ແລະ ເຮັດ” ສິ່ງ​ໃດ?

ເບິ່ງ “Nephi Is Led by the Spirit to Obtain the Plates of Brass” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Obedience,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ໃຊ້​ເລື່ອງ​ເລົ່າ ແລະ ຕົວ​ຢ່າງ​ເພື່ອ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ, ໃຫ້​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ສ່ວນ​ຕົວ​ທີ່​ສາ​ມາດ​ຕື່ມ​ປະ​ຈັກ​ພະ​ຍານ​ຢ່າງ​ທີ​ສອງ​ໃສ່​ກັບ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ທາງ​ໃຫ້​ທ່ານ​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເມື່ອ​ໃດ?

ຮູບ​ພາບ
ລີ​ໄຮ ແລະ ຊາ​ໄຣ​ຢາ​ກຳ​ລັງ​ທັກ​ທາຍ​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ

Their Joy Was Full [ພວກ​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ], ໂດຍ ວາວ​ເຕີ ເຣນ

1 ນີ​ໄຟ 4:1–3; 5:1–8

ການ​ຈື່​ຈຳ​ວຽກ​ງານ​ຂອງ​ພຣະ​ເຈົ້າ ສາ​ມາດ​ເຮັດ​ໃຫ້​ເຮົາ​ມີ​ສັດ​ທາ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ເມື່ອ​ເລ​ມັນ ແລະ ເລ​ມູ​ເອນ ຮູ້​ສຶກ​ຢາກ​ຈົ່ມ ຫລື ຟ້ອງ, ຕາມ​ປົກ​ກະ​ຕິ​ແລ້ວ ເຂົາ​ເຈົ້າ​ມີ​ນີ​ໄຟ ແລະ ລີ​ໄຮ​ຢູ່​ໃກ້ ເພື່ອ​ດົນ​ໃຈ ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ. ເມື່ອ​ທ່ານ​ຮູ້​ສຶກ​ຢາກ​ຈົ່ມ, ການ​ອ່ານ​ຖ້ອຍ​ຄຳ​ຂອງ​ນີ​ໄຟ ແລະ ລີ​ໄຮ​ຈະ​ຊ່ວຍ​ໄດ້​ຫລາຍ. ນີ​ໄຟ ແລະ ລີ​ໄຮ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ຄົນ​ອື່ນ​ສ້າງ​ສັດ​ທາ​ໃນ​ພຣະ​ເຈົ້າ ແນວ​ໃດ​ແດ່? ເບິ່ງ 1 ນີ​ໄຟ 4:1–3; 5:1–8; ເບິ່ງ 1 ນີ​ໄຟ 7:6–21) ນຳ​ອີກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ ເມື່ອ​ທ່ານ​ຄິດ​ຢາກ​ຈົ່ມ ຫລື ຟ້ອງ?

1 ນີ​ໄຟ 4:5–18

“ພຣະ​ວິນ​ຍານ​ໄດ້​ນຳ​ຂ້າ​ພະ​ເຈົ້າ​ໄປ.”

ໃນ 1 ນີ​ໄຟ 4:5–18, ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຂອງ​ນີ​ໄຟ ໃນ​ການ​ຮັບ​ຮູ້ ແລະ ເຮັດ​ຕາມ​ພຣະ​ວິນ​ຍານ? ທ່ານ​ອາດ​ຢາກ​ສຶກ​ສາ​ຂ່າວ​ສານ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ “Revelation for the Church, Revelation for Our Lives” (Liahona, May 2018, 93–96) ເພື່ອ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ການ​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

1 ນີ​ໄຟ 2:16

ເຮົາ​ສາ​ມາດ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ​ໄດ້.

  • ນີ​ໄຟ​ຮູ້​ໄດ້​ແນວ​ໃດ​ວ່າ ສິ່ງ​ທີ່​ບິ​ດາ​ຂອງ​ເພິ່ນ​ສິດ​ສອນ​ເປັນ​ຄວາມ​ຈິງ? ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ຂໍ້​ນີ້​ໃນ 1 ນີ​ໄຟ 2:16, 19. ພວກ​ເຂົາ​ອາດ​ມັກ​ຂຽນ​ການ​ກະ​ທຳ​ຂອງ​ນີ​ໄຟ​ໃສ່​ທ່ອນ​ໄມ້ ຫລື ສິ່ງ​ຂອງ​ຢ່າງ​ອື່ນ​ນຳ​ອີກ ແລະ ແລ້ວ​ສ້າງ​ບາງ​ສິ່ງ​ຂຶ້ນ​ດ້ວຍ​ສິ່ງ​ຂອງ​ເຫລົ່າ​ນັ້ນ. ສິ່ງ​ນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ກະ​ທຳ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ແນວ​ໃດ.

  • ທ່ານ​ສາ​ມາດ​ສະ​ແດງ​ຮູບ ຫລື ສິ່ງ​ຂອງ​ທີ່​ເປັນ​ຕົວ​ແທນ​ໃຫ້​ກັບ​ບາງ​ສິ່ງ​ທີ່​ພວກ​ເຂົາ​ສະ​ແຫວງ​ຫາ​ເພື່ອ​ຈະ​ມີ​ປະ​ຈັກ​ພະ​ຍານ, ດັ່ງ​ເຊັ່ນ​ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ ຫລື ຮູບ​ພາບ​ພຣະ​ເຢ​ຊູ​ຄຣິດ, ພຣະ​ວິ​ຫານ, ຫລື ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຈັບ​ເອົາ​ອັນ​ໜຶ່ງ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ເຖິງ​ສິ່ງ​ນັ້ນ. ທ່ານ​ກໍ​ຍັງ​ສາ​ມາດ​ບອກ​ລູກໆ​ຂອງ​ທ່ານ​ເຖິງ​ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ມີ​ປະ​ຈັກ​ພະ​ຍານ​ຂອງ​ຕົວ​ເອງ?

1 ນີ​ໄຟ 3–4

ພຣະ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

  • ໃຫ້​ຄິດ​ທີ່​ຈະ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ແຫລ່ງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ນີ​ໄຟ​ໃຫ້​ໄດ້​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ແນວ​ໃດ: 1 ນີ​ໄຟ 3–4; ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້; “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70); ແລະ “ບົດ​ທີ 4: ແຜ່ນ​ຈາ​ລຶກ​ທອງ​ເຫລືອງ” (ໃນ ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 8–12).

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ອາດ​ມັກ​ຫລິ້ນ​ລະ​ຄອນ​ກ້ອມ 1 ນີ​ໄຟ 3:2–7. ບາງ​ທີ​ທ່ານ​ອາດ​ທຳ​ທ່າ​ເປັນ​ລີ​ໄຮ ແລະ ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຕອບ​ໃນ​ຄຳ​ເວົ້າ​ຂອງ​ຕົວ​ເອງ ຄື​ກັບ​ວ່າ​ພວກ​ເຂົາ​ເປັນ​ເລ​ມັນ​ກັບ​ເລ​ມູ​ເອນ ຫລື ນີ​ໄຟ. ມີ​ບາງ​ສິ່ງ​ໃດ​ແດ່​ທີ່​ພຣະ​ເຈົ້າ​ໄດ້​ບັນ​ຊາ​ເຮົາ​ໃຫ້​ເຮັດ? (ເບິ່ງ ຮູບ 103–15 ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ຫລື ໂມ​ໄຊ​ຢາ 18:8–10 ສຳ​ລັບ​ແນວ​ຄິດ). ເຮົາ​ຈະ​ສາ​ມາດ​ເປັນ​ຄື​ກັນ​ກັບ​ນີ​ໄຟ​ໄດ້​ແນວ​ໃດ?

1 ນີ​ໄຟ 3:19–21; 5:19–22

ພຣະ​ຄຳ​ພີ​ແມ່ນ​ຊັບ​ສົມ​ບັດ​ອັນ​ຍິ່ງ​ໃຫຍ່.

  • ພຣະ​ຄຳ​ພີ​ມີ​ຄວາມ​ສຳ​ຄັນ​ຫລາຍ​ຕໍ່​ຄອບ​ຄົວ​ຂອງ​ລີ​ໄຮ. ເພື່ອ​ສາ​ທິດ​ສິ່ງ​ນີ້, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊ່ວຍ​ທ່ານ​ເລົ່າ ຫລື ສະ​ແດງ​ຕາມ​ສິ່ງ​ທີ່​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ: ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄກ, ຍອມ​ສະ​ລະ​ຄຳ ແລະ ເງິນ​ຂອງ​ເຂົາ​ເຈົ້າ, ແລະ ລີ້​ຢູ່​ໃນ​ຖ້ຳ​ເພື່ອ​ເອົາ​ຕົວ​ລອດ. ແລ້ວ​ທ່ານ​ສາ​ມາດ​ອ່ານ 1 ນີ​ໄຟ 5:21 ແລະ ເວົ້າ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ພຣະ​ຄຳ​ພີ​ຈຶ່ງ​ມີ​ຄ່າ​ຫລາຍ​ຕໍ່​ຄອບ​ຄົວ​ຂອງ​ລີ​ໄຮ. ເປັນ​ຫຍັງ​ມັນ​ຈຶ່ງ​ມີ​ຄ່າ​ຕໍ່​ເຮົາ? ເຮົາ​ຈະ​ປະ​ຕິ​ບັດ​ຕໍ່​ພຣະ​ຄຳ​ພີ​ຄື​ກັບ​ວ່າ​ເປັນ​ຊັບ​ສົມ​ບັດ​ໄດ້​ແນວ​ໃດ?

ຮູບ​ພາບ
ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ກຳ​ລັງ​ສຶກ​ສາ​ແຜ່ນ​ຈາ​ລຶກ

ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ເຫັນ​ຄຸນ​ຄ່າ​ຂອງ​ພຣະ​ຄຳ​ພີ.

1 ນີ​ໄຟ 4:6

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ພາ​ເຮົາ ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ຫລັງ​ຈາກ​ທົບ​ທວນ​ນຳ​ກັນ​ໃນ 1 ນີ​ໄຟ 3 ເຖິງ​ວິ​ທີ​ທີ່​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ພະ​ຍາ​ຍາມ​​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ໃຫ້​ໄດ້, ໃຫ້​ອ່ານ 1 ນີ​ໄຟ 4:6 ກັບ​ລູກໆ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮູ້​ວ່າ ນີ​ໄຟ​ໄດ້​ເຮັດ​ຫຍັງ ທີ່​ຊ່ວຍ​ໃຫ້​ເພິ່ນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ທີ່​ສຸດ. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ຂຽນ​ບາງ​ສິ່ງ​ທີ່​ພຣະ​ເຈົ້າ​ຢາກ​ໃຫ້​ພວກ​ເຂົາ​ເຮັດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ນີ​ໄຟ​ຢືນ​ຢູ່​ໃກ້​ລາ​ບານ​ທີ່​ເມົາ​ເຫລົ້າ

I Did Obey the Voice of the Spirit [ເຮົາ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ], ໂດຍ ວາວ​ເຕີ ເຣນ