ຈົ່ງ​ຕາມ​ເຮົາ​ມາ 2024
ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ


“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ,ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແມ່ນ​ສຳ​ລັບ​ໃຜ?

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແມ່ນ​ສຳ​ລັບ​ທຸກ​ຄົນ​ທີ່​ຢາກ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ— ເປັນ​ສ່ວນ​ບຸກ​ຄົນ, ເປັນ​ຄອບ​ຄົວ, ແລະ ໃນ​ຫ້ອງ​ຮຽນ​ໃນ​ໂບດ. ຖ້າ​ຫາກ​ແຕ່​ກ່ອນ ທ່ານ​ຍັງ​ບໍ່​ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ປະ​ຈຳ​ເທື່ອ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ​ໄດ້. ຖ້າ​ຫາກ​ທ່ານ​ມີ​ນິ​ໄສ​ທີ່​ດີ​ໃນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຢູ່​ແລ້ວ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ມີ​ປະ​ສົບ​ການ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ໄດ້.

ບຸກ​ຄົນ ແລະ ຄອບ​ຄົວ​ຢູ່​ທີ່​ບ້ານ

ສະ​ຖານ​ທີ່​ໃນ​ອຸ​ດົມ​ຄະ​ຕິ​ສຳ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ກໍ​ຄື​ບ້ານ. ຄູ​ສອນ​ຂອງ​ທ່ານ​ຢູ່​ທີ່​ໂບດ​ສາ​ມາດ​ສະ​ໜັບ​ສະ​ໜູນ​ທ່ານ​ໄດ້, ແລະ ທ່ານ​ສາ​ມາດ​ຮັບ​ການ​ຊຸກ​ຍູ້​ຈາກ​ສະ​ມາ​ຊິກ​ຫວອດ​ຄົນ​ອື່ນໆ​ໄດ້. ແຕ່​ເພື່ອ​ຄວາມ​ຢູ່​ລອດ​ທາງ​ຈິດ​ວິນ​ຍານ, ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ຈຳ​ເປັນ​ຕ້ອງ​ຮັບ​ການ​ບຳ​ລຸງ​ລ້ຽງ​ຈາກ “ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 6:4; ເບິ່ງ Russell M. Nelson, “Opening Remarks,” Liahona, Nov. 2018, 6–8 ນຳ​ອີກ).

ໃຫ້​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ໃນ​ວິ​ທີ​ໃດ​ກໍ​ໄດ້ ທີ່​ຈະ​ເປັນ​ປະ​ໂຫຍດ​ຕໍ່​ທ່ານ. ໂຄງ​ຮ່າງ​ນີ້ ເນັ້ນ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ບາງ​ຢ່າງ​ທີ່​ພົບ​ເຫັນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ແນະ​ນຳ​ແນວ​ຄິດ ແລະ ກິດ​ຈະ​ກຳ​ຕ່າງໆ ເພື່ອ​ຊ່ວຍ​ໃຫ້​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ, ກັບ​ຄອບ​ຄົວ​ຂອງ​ທ່ານ, ຫລື ກັບ​ໝູ່​ເພື່ອນ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ ເພື່ອ​ຊອກ​ຫາ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ. ໃຫ້​ຊອກ​ຫາ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ທ່ານ, ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ.

ຄູ​ສອນ ແລະ ຜູ້​ຮຽນ​ຢູ່​ທີ່​ໂບດ

ຖ້າ​ທ່ານ​ສິດ​ສອນ​ຫ້ອງ​ຮຽນ​ປະ​ຖົມ​ໄວ, ຫ້ອງ​ຮຽນ​ຊາວ​ໜຸ່ມ ຫລື ໂຮງ​ຮຽນ​ວັນ​ອາ​ທິດ​ສຳ​ລັບ​ຜູ້​ໃຫຍ່, ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຫລື ຫ້ອງ​ຮຽນ​ຍິງ​ໜຸ່ມ, ທ່ານ​ຖືກ​ຊຸກ​ຍູ້​ໃຫ້​ໃຊ້​ໂຄງ​ຮ່າງ​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ ແມ່ນ​ຫລັກ​ສູດ​ສຳ​ລັບ​ຫ້ອງ​ຮຽນ​ວັນ​ອາ​ທິດ​ຂອງ​ທ່ານ. ແນວ​ຄິດ​ການ​ຮຽນ​ຮູ້​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ ໄດ້​ຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ. ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ, ໃຫ້​ເລີ່ມ​ຈາກ​ການ​ມີ​ປະ​ສົບ​ການ​ຂອງ​ຕົນ​ເອງ​ກ່ອນ​ໃນ​ພຣະ​ຄຳ​ພີ. ການ​ກະ​ກຽມ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ທ່ານ​ຈະ​ເກີດ​ຂຶ້ນ​ຂະ​ນະ​ທີ່​ທ່ານ​ຄົ້ນ​ຫາ​ພຣະ​ຄຳ​ພີ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃຫ້​ຊອກ​ຫາ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ຊ່ວຍ​ໃຫ້​ທ່ານ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ປຶ້ມ​ຈົ່ງ​ຕາມ​ເຮົາ​ມາ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ລະ​ບຸ​ຄວາມ​ຈິງ​ເຫລົ່າ​ນີ້​ບາງ​ຢ່າງ ແລະ ເຂົ້າ​ໃຈ​ເນື້ອ​ຫາ​ຂອງ​ພຣະ​ຄຳ​ພີ​ໄດ້.

ໃຫ້​ຈື່​ໄວ້​ວ່າ ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ໃນ​ວິ​ທີ​ທີ່​ດີ​ທີ່​ສຸດ, ແມ່ນ​ໃຫ້​ບ້ານ​ເປັນ​ສູນ​ກາງ ແລະ ສະ​ໜັບ​ສະ​ໜູນ​ໂດຍ​ສາດ​ສະ​ໜາ​ຈັກ. ໃນ​ອີກ​ຄຳ​ໜຶ່ງ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລັກ​ຂອງ​ທ່ານ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ຄົນ​ທີ່​ທ່ານ​ສິດ​ສອນ ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ. ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ, ຄວາມ​ຄິດ, ແລະ ຄຳ​ຖາມ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ຂ່າວ​ສານ​ໃນ​ພຣະ​ຄຳ​ພີ. ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ. ນີ້​ແມ່ນ​ສຳ​ຄັນ​ກວ່າ​ການ​ກວມ​ເອົາ​ຈຳ​ນວນ​ບົດ​ຮຽນ​ໃຫ້​ຫລາຍ​ທີ່​ສຸດ.

ປະ​ຖົມ​ໄວ

ການ​ກະ​ກຽມ​ທີ່​ຈະ​ສິດ​ສອນ​ປະ​ຖົມ​ໄວ ເລີ່ມ​ຈາກ​ການ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ການ​ສ່ວນ​ຕົວ ແລະ ກັບ​ຄອບ​ຄົວ​ຂອງ​ທ່ານ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ໃຫ້​ເປີດ​ຮັບ​ເອົາ​ຄວາມ​ປະ​ທັບ​ໃຈ ແລະ ຄວາມ​ເຂົ້າ​ໃຈ​ທາງ​ວິນ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່ຽວ​ກັບ​ເດັກ​ນ້ອຍ​ໃນ​ຫ້ອງ​ຮຽນ​ປະ​ຖົມ​ໄວ​ຂອງ​ທ່ານ. ໃຫ້​ອ້ອນ​ວອນ​ອະ​ທິ​ຖານ, ແລະ ພຣະ​ວິນ​ຍານ​ຈະ​ສາ​ມາດ​ດົນ​ໃຈ​ທ່ານ​ດ້ວຍ​ແນວ​ຄິດ​ຕ່າງໆ​ທີ່​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ສິດ​ສອນ, ທ່ານ​ອາດ​ໄດ້​ຮັບ​ການ​ດົນ​ໃຈ​ເພີ່ມ​ເຕີມ ໂດຍ​ການ​ສຳ​ຫລວດ​ແນວ​ຄິດ​ການ​ສິດ​ສອນ​ຕ່າງໆ​ຢູ່​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້. ແຕ່​ລະ​ໂຄງ​ຮ່າງ​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ ມີ​ພາກ​ທີ່​ຊື່​ວ່່າ “ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ.” ໃຫ້​ຄິດ​ວ່າ​ແນວ​ຄິດ​ເຫລົ່າ​ນີ້​ເປັນ​ຄຳ​ແນະ​ນຳ​ເພື່ອ​ຈຸດ​ປະ​ກາຍ​ການ​ດົນ​ໃຈ​ຂອງ​ທ່ານ. ທ່ານ​ຮູ້​ຈັກ​ເດັກ​ນ້ອຍ​ຢູ່​ໃນ​ຫ້ອງ​ຮຽນ​ປະ​ຖົມ​ໄວ​ຂອງ​ທ່ານ—ແລະ ທ່ານ​ຈະ​ຮູ້​ຈັກ​ພວກ​ເຂົາ​ດີ​ຂຶ້ນ​ກວ່າ​ເກົ່າ ຂະ​ນະ​ທີ່​ທ່ານ​ປະ​ຕິ​ສຳ​ພັນ​ກັບ​ພວກ​ເຂົາ​ໃນ​ຫ້ອງ​ຮຽນ. ພຣະ​ເຈົ້າ​ຮູ້​ຈັກ​ພວກ​ເຂົາ​ເຊັ່ນ​ກັນ, ແລະ ພຣະ​ອົງ​ຈະ​ດົນ​ໃຈ​ທ່ານ​ດ້ວຍ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ສິດ​ສອນ ແລະ ໃນ​ການ​ເປັນ​ພອນ​ແກ່​ພວກ​ເຂົາ.

ມັນ​ເປັນ​ໄປ​ໄດ້​ທີ່​ເດັກ​ນ້ອຍ​ໃນ​ຫ້ອງ​ຮຽນ​ຂອງ​ທ່ານ​ທີ່​ໄດ້​ເຮັດ​ບາງ​ກິດ​ຈະ​ກຳ​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ແລ້ວ. ນັ້ນ​ກໍ​ບໍ່​ເປັນ​ຫຍັງ. ການ​ເຮັດ​ຊໍ້າ​ເປັນ​ສິ່ງ​ທີ່​ດີ. ໃຫ້​ພິ​ຈາ​ລະ​ນາ​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຢູ່​ບ້ານ​ໃຫ້​ກັນ—ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄວນ​ວາງ​ແຜນ​ໃຫ້​ເດັກ​ນ້ອຍ​ມີ​ສ່ວນ​ຮ່ວມ ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ຮຽນ​ຮູ້​ຢູ່​ບ້ານ​ກໍ​ຕາມ. ເດັກ​ນ້ອຍ​ຮຽນ​ຮູ້​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ກວ່າ​ເກົ່າ ເມື່ອ​ຄວາມ​ຈິງ​ເຫລົ່າ​ນີ້​ຖືກ​ສິດ​ສອນ​ຢ່າງ​ຊໍ້າໆ​ຜ່ານ​ທາງ​ກິດ​ຈະ​ກຳ​ຕ່່າງໆ​ທີ່​ຫລາກ​ຫລາຍ. ຖ້າ​ຫາກ​ທ່ານ​ພົບ​ວ່າ ກິດ​ຈະ​ກຳ​ການ​ຮຽນ​ຮູ້​ມີ​ປະ​ສິດ​ທິ​ພາບ​ຕໍ່​ເດັກ​ນ້ອຍ, ໃຫ້​ພິ​ຈາ​ລະ​ນາ​ເຮັດ​ຊ້ຳໆ, ໂດຍ​ສະ​ເພາະ ຖ້າ​ຫາກ​ທ່ານ​ສິດ​ສອນ​ເດັກ​ນ້ອຍໆ. ທ່ານ​ອາດ​ທົບ​ທວນ​ກິດ​ຈະ​ກຳ​ຈາກ​ບົດ​ຮຽນ​ທີ່​ຜ່ານ​ມາ​ໄດ້​ເຊັ່ນ​ກັນ.

ໃນ​ເດືອນ​ທີ່​ມີ​ຫ້າ​ອາ​ທິດ, ຄູ​ສອນ​ປະ​ຖົມ​ໄວ​ຖືກ​ຊຸກ​ຍູ້​ໃຫ້​ປ່ຽນ​ບົດ​ຮຽນ​ຂອງ​ວັນ​ອາ​ທິດ​ທີ​ຫ້າ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ດ້ວຍ​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ຢ່າງ​ໜຶ່ງ ຫລື ຫລາຍ​ກວ່າ​ນັ້ນ ໃນ “ພາກ​ຫ້ອຍ​ທ້າຍ ຂ: ສຳ​ລັບ​ປະ​ຖົມ​ໄວ—ການ​ກະ​ກຽມ​ເດັກ​ນ້ອຍ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ.”

ຫ້ອງ​ຮຽນ​ຊາວ​ໜຸ່ມ ແລະ ຫ້ອງ​ຮຽນ​ໂຮງ​ຮຽນ​ວັນ​ອາ​ທິດ​ສຳ​ລັບ​ຜູ້​ໃຫຍ່

ເຫດ​ຜົນ​ຫລັກ​ຢ່າງ​ໜຶ່ງ​ທີ່​ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ຫ້ອງ​ຮຽນ​ໂຮງ​ຮຽນ​ວັນ​ອາ​ທິດ ແມ່ນ​ເພື່ອ​ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ກັນ​ແລະ​ກັນ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ວິ​ທີ​ທີ່​ລຽບ​ງ່າຍ​ໃນ​ການ​ເຮັດ​ສິ່ງ​ນີ້ ແມ່ນ​ການ​ຖາມ​ຄຳ​ຖາມ​ເຊັ່ນ “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ໃນ​ອາ​ທິດ​ນີ້​ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ?” ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້ ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ທີ່​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ແລ້ວ​ທ່ານ​ກໍ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ມີ​ການ​ສົນ​ທະ​ນາ ອີງ​ຕາມ​ຄຳ​ແນະ​ນຳ​ການ​ສຶກ​ສາ​ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ. ຍົກ​ຕົວ​ຢ່າງ, ແນວ​ຄິດ​ການ​ສຶກ​ສາ​ອາດ​ແນະ​ນຳ​ໃຫ້​ຄົ້ນ​ຄວ້າ ແອວ​ມາ 36 ແລະ ຂຽນ​ຄຳ​ທີ່​ສິດ​ສອນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ການ​ກັບ​ໃຈ. ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ​ແບ່ງ​ປັນ ແລະ ເວົ້າ​ກ່ຽວ​ກັບ​ຄຳ​ທີ່​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ. ຫລື ທ່ານ​ສາ​ມາດ​ໃຊ້​ເວ​ລາ​ເພື່ອ​ເຮັດ​ລາຍ​ການ​ນຳ​ກັນ​ຢູ່​ໃນ​ຫ້ອງ​ຮຽນ.

ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ

ເມື່ອ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ​ຊຸມ​ນຸມ​ໃນ​ວັນ​ອາ​ທິດ, ຈຸດ​ປະ​ສົງ​ຂອງ​ພວກ​ເຂົາ​ແມ່ນ​ຂ້ອນ​ຂ້າງ​ແຕກ​ຕ່າງ​ຈາກ​ຫ້ອງ​ຮຽນ​ໂຮງ​ຮຽນ​ວັນ​ອາ​ທິດ. ນອກ​ເໜືອ​ຈາກ​ການ​ຊ່ວຍ​ເຫລືອ​ກັນ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ, ກຸ່ມ​ເຫລົ່າ​ນີ້​ຍັງ​ຊຸມ​ນຸມ​ກັນ​ເພື່ອ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ການ​ບັນ​ລຸ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ນຳ​ອີກ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.2). ພວກ​ເຂົາ​ເຮັດ​ເຊັ່ນ​ນີ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະ​ທານ​ຫ້ອງ ແລະ ຝ່າຍ​ປະ​ທານ​ກຸ່ມ.

ດ້ວຍ​ເຫດ​ຜົນ​ນີ້, ແຕ່​ລະ​ການ​ປະ​ຊຸມ​ກຸ່ມ ຫລື ຫ້ອງ​ຮຽນ ຄວນ​ເລີ່ມ​ຕົ້ນ​ໂດຍ​ການ​ໃຫ້​ສະ​ມາ​ຊິກ​ຂອງ​ຝ່າຍ​ປະ​ທານ​ກຸ່ມ ຫລື ຝ່າຍ​ປະ​ທານ​ຫ້ອງ ນຳ​ພາ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ, ຍົກ​ຕົວ​ຢ່າງ, ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ຂັດ​ສົນ, ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ຫລື ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

ຫລັງ​ຈາກ​ເວ​ລາ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື​ກັນ​ນີ້​ແລ້ວ, ຜູ້​ສອນ​ຈະ​ນຳ​ພາ​ຫ້ອງ​ຮຽນ ຫລື ກຸ່ມ ໃນ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ນຳ​ກັນ. ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່ ຫລື ສະ​ມາ​ຊິກ​ຂອງ​ຫ້ອງ​ຮຽນ ຫລື ກຸ່ມ ສາ​ມາດ​ຮັບ​ການ​ມອບ​ໝາຍ​ໃຫ້​ສິດ​ສອນ​ໄດ້. ຝ່າຍ​ປະ​ທານ​ຫ້ອງ ຫລື ຝ່າຍ​ປະ​ທານ​ກຸ່ມ, ໂດຍ​ທີ່​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ທີ່​ເປັນ​ຜູ້​ໃຫຍ່, ເປັນ​ຜູ້​ເຮັດ​ການ​ມອບ​ໝາຍ​ເຫລົ່າ​ນີ້.

ຄົນ​ທີ່​ຮັບ​ການ​ມອບ​ໝາຍ​ໃຫ້​ສິດ​ສອນ ຄວນ​ກະ​ກຽມ​ໂດຍ​ການ​ໃຊ້​ຄຳ​ແນະ​ນຳ​ການ​ຮຽນ​ຮູ້​ໃນ​ໂຄງ​ຮ່າງ​ປະ​ຈຳ​ອາ​ທິດ​ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ. ໃນ​ແຕ່​ລະ​ໂຄງ​ຮ່າງ, ໄອ​ຄອນ​ນີ້ ລະ​ບຸ​ກິດ​ຈະ​ກຳ​ໃດ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຊາວ​ໜຸ່ມ​ໂດຍ​ສະ​ເພາະ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ແນະ​ນຳ​ໃດ​ກໍ​ໄດ້​ໃນ​ໂຄງ​ຮ່າງ​ນີ້ ສາ​ມາດ​ຖືກ​ໃຊ້​ເປັນ​ກິດ​ຈະ​ກຳ​ການ​ຮຽນ​ຮູ້​ສຳ​ລັບ​ຊາວ​ໜຸ່ມ​ໄດ້.

ສຳ​ລັບ​ຕົວ​ຢ່າງ​ວາ​ລະ​ການ​ປະ​ຊຸມ​ກຸ່ມ ແລະ ຫ້ອງ​ຮຽນ, ໃຫ້​ເບິ່ງ ພາກ​ຫ້ອຍ​ທ້າຍ ງ.