ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 5–11 ເດືອນ​ສິງ​ຫາ: “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່.” ແອວ​ມາ 39–42


“ວັນ​ທີ 5–11 ເດືອນ​ສິງ​ຫາ: ‘ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່.’ ແອວ​ມາ 39–42,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 5–11 ເດືອນ​ສິງ​ຫາ ແອວ​ມາ 39–42,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອອກ​ມາ​ຈາກ​ອຸບ​ມຸງ

He Is Risen [ພຣະ​ອົງ​ຊົງ​ຟື້ນ], ໂດຍ ແດວ ພາ​ສັນ

ວັນ​ທີ 5–11 ເດືອນ​ສິງ​ຫາ: “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່”

ແອວ​ມາ 39–42

ເມື່ອ​ບາງ​ຄົນ​ທີ່​ເຮົາ​ຮັກ​ໄດ້​ເຮັດ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ, ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕອບ​ຮັບ. ພາກ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້ ແອວ​ມາ 39–42 ມີ​ຄ່າ​ຫລາຍ​ແມ່ນ ມັນ​ເປີດ​ເຜີຍ​ວິ​ທີ​ທີ່​ແອວ​ມາ—ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຜູ້​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ທຸກ​ເພາະ​ບາບ​ຂອງ​ເພິ່ນ​ເອງ​ທີ່​ຕ້ອງ​ກັບ​ໃຈ—ໄດ້​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ. ໂຄ​ຣິ​ອານ​ທັນ ລູກ​ຊາຍ​ຂອງ​ແອວ​ມາ​ໄດ້​ເຮັດ​ບາບ​ເລື່ອງ​ການ​ຮ່ວມ​ເພດ, ແລະ ແອວ​ມາ, ດັ່ງ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ, ໄດ້​ໄວ້​ວາງ​ໃຈ​ໃນ​ພະ​ລັງ​ຂອງ​ຄຳ​ສອນ​ທີ່​ແທ້​ຈິງ ເພື່ອ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ເຫັນ​ມຸມ​ມອງ​ນິ​ລັນ​ດອນ ແລະ ຊຸກ​ຍູ້​ການ​ກັບ​ໃຈ (ເບິ່ງ ແອວ​ມາ 4:19; 31:5). ໃນ​ບົດ​ເຫລົ່າ​ນີ້, ເຮົາ​ສັງ​ເກດ​ເຫັນ​ຄວາມ​ກ້າ​ຫານ​ຂອງ​ແອວ​ມາ ໃນ​ການ​ກ່າວ​ໂທດ​ບາບ ແລະ ຄວາມ​ອ່ອນ​ໂຍນ ແລະ ຄວາມ​ຮັກ​ຂອງ​ເພິ່ນ​ສຳ​ລັບ ໂຄ​ຣິ​ອານ​ທັນ. ແລະ ໃນ​ທີ່​ສຸດ, ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ແອວ​ມາ ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ຈະ​ສະ​ເດັດ​ມາ​ເພື່ອ​ເອົາ​ບາບ​ຂອງ​ໂລກ​ໄປ [ແລະ] ເພື່ອ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ” (ແອວ​ມາ 39:15). ຄວາມ​ຈິງ​ທີ່​ໂຄ​ຣິ​ອານ​ທັນ​ໄດ້​ກັບ​ໃຈ ແລະ ໃນ​ທີ່​ສຸດ​ໄດ້​ກັບ​ຄືນ​ມາ​ສູ່​ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (ເບິ່ງ ແອວ​ມາ 49:30) ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ການ​ໄຖ່ ເມື່ອ​ເຮົາ​ກັງ​ວົນ​ກ່ຽວ​ກັບ​ບາບ​ຂອງ​ເຮົາ​ເອງ ຫລື ບາບ​ຂອງ​ບາງ​ຄົນ​ທີ່​ເຮົາ​ຮັກ (ເບິ່ງ ແອວ​ມາ 42:29).

ເບິ່ງ “Alma Counsels His Sons” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 39

ຮູບ​ພາບ
seminary icon
ເຮົາ​ສາ​ມາດ​ຫລີກ​ລ້ຽງ​ຈາກ​ບາບ​ທາງ​ເພດ​ໄດ້.

ຄຳ​ແນະ​ນຳ​ຂອງ​ແອວ​ມາ​ແກ່​ລູກ​ຊາຍ​ຂອງ​ເພິ່ນ ໂຄ​ຣິ​ອານ​ທັນ ໃນ ແອວ​ມາ 39 ໃຫ້​ໂອ​ກາດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຂອງ​ບາບ​ທາງ​ເພດ, ລວມ​ທັງ​ຮູບ​ພາບ​ລາ​ມົກ. ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ກວ່າ, ມັນ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ການ​ໃຫ້​ອະ​ໄພ ແລະ ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແກ່​ຜູ້​ທີ່​ກັບ​ໃຈ. ຄຳ​ຖາມ ແລະ ກິດ​ຈະ​ກຳ​ເຫລົ່າ​ນີ້​ອາດ​ຊ່ວຍ​ໄດ້:

  • ຄວາມ​ຜິດ​ພາດ​ໃດ​ທີ່​ໄດ້​ນຳ​ພາ​ໂຄ​ຣິ​ອານ​ທັນ​ໃຫ້​ລະ​ເມີດ​ກົດ​ພົມ​ມະ​ຈັນ? (ເບິ່ງ ແອວ​ມາ 39:2–4, 8–9). ຜົນ​ສະ​ທ້ອນ​ຂອງ​ການ​ກະ​ທຳ​ຂອງ​ລາວ​ນັ້ນ​ແມ່ນ​ຫຍັງ? (ເບິ່ງ ຂໍ້​ທີ 5–13). ເຮົາ​ມີ​ຫລັກ​ຖານ​ໃດ​ແດ່​ທີ່​ສະ​ແດງ​ວ່າ ໂຄ​ຣິ​ອານ​ທັນ​ໄດ້​ກັບ​ໃຈ​ແລ້ວ? (ເບິ່ງ ແອວ​ມາ 42:31; 49:30; 48:18). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈາກ​ປະ​ສົບ​ການ​ນີ້?

  • ອ່ານ ໜ້າ​ທີ 19–20 ຂອງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ. ແລ້ວ​ຂຽນ​ຄຳ​ອະ​ທິ​ບາຍ​ຂອງ​ທ່ານ​ເອງ​ກ່ຽວ​ກັບ​ວ່າ ຮູບ​ພາບ​ລາ​ມົກ​ແມ່ນ​ຫຍັງ, ເປັນ​ຫຍັງ​ມັນ​ຈຶ່ງ​ອັນ​ຕະ​ລາຍ, ແລະ ສິ່ງ​ທີ່​ທ່ານ​ຈະ​ເຮັດ​ເມື່ອ​ທ່ານ​ພົບ​ກັບ​ມັນ. (ເບິ່ງ ມັດ​ທາຍ 5:27–28 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:16 ນຳ​ອີກ.)

  • ທ່ານ​ຈະ​ອະ​ທິ​ບາຍ​ກັບ​ໝູ່​ຄົນ​ໜຶ່ງ​ແນວ​ໃດ ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເລືອກ​ທີ່​ຈະ​ຫລີກ​ລ້ຽງ​ຈາກ​ຮູບ​ພາບ​ລາ​ມົກ ແລະ ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ? ມີ​ຄວາມ​ຮູ້​ແຈ້ງ​ຢ່າງ​ໃດ​ແດ່​ທີ່​ທ່ານ​ສາ​ມາດ​ແບ່ງ​ປັັນ​ໄດ້​ຈາກ “ຮ່າງ​ກາຍ​ຂອງ​ເຈົ້າ​ສັກ​ສິດ” ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (ໜ້າ​ທີ 22–29)?

  • ໃຫ້​ຄິດ​ທີ່​ຈະ​ເບິ່ງ​ວິ​ດີ​ໂອ “To Look Upon” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ໃຫ້​ຢຸດ​ວິ​ດີ​ໂອ​ແຕ່​ລະ​ເທື່ອ​ທີ່​ດາ​ວິດ​ສາ​ມາດ​ຕັດ​ສິນ​ໃຈ​ເລືອກ​ທາງ​ທີ່​ແຕກ​ຕ່າງ. ການ​ເລືອກ​ຂອງ​ດາ​ວິດ ຄ້າຍ​ຄື​ກັບ​ການ​ເລືອກ​ທີ່​ທ່ານ​ອາດ​ປະ​ເຊີນ​ແນວ​ໃດ?

ຢຸດ​ບຶດ​ໜຶ່ງ​ເພື່ອ​ໄຕ່​ຕອງ. ເມື່ອ​ເບິ່ງ​ວິ​ດີ​ໂອ, ບໍ່​ວ່າ​ທ່ານ​ຈະ​ກຳ​ລັງ​ສິດ​ສອນ ຫລື ກຳ​ລັງ​ສຶກ​ສາ​ດ້ວຍ​ຕົວ​ເອງ​ກໍ​ຕາມ, ໃຫ້​ຢຸດ​ວິ​ດີ​ໂອ​ເປັນ​ບາງ​ຄັ້ງ​ເພື່ອ​ຖາມ​ວ່າ, “ເຮົາ​ກຳ​ລັງ​ຮຽນ​ຮູ້​ຫຍັງ?” ສິ່ງ​ນີ້​ສາ​ມາດ​ເຊື້ອ​ເຊີນ​ຄວາມ​ຮູ້​ແຈ້ງ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້.

ເບິ່ງ Bradley R. Wilcox, “Worthiness Is Not Flawlessness,” Liahona, Nov. 2021, 61–67; “Pornography” ໃນ​ບ່ອນ​ເກັບ​ກຳ “Life Help” ຂອງ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ແອວ​ມາ 40–41

ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່​ເຮົາ​ຕາຍ?

ໂຄ​ຣິ​ອານ​ທັນ​ມີ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຫລັງ​ຄວາມ​ຕາຍ. ຄວາມ​ກັງ​ວົນ​ຂອງ​ລາວ​ໄດ້​ນຳ​ພາ​ໃຫ້​ແອວ​ມາ​ສິດ​ສອນ​ຫລັກ​ທຳ​ທີ່​ພົບ​ເຫັນ​ໃນ ແອວ​ມາ 40–41. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ເຮັດ​ລາຍ​ການ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ທ່ານ​ພົບ​ເຫັນ​ກ່ຽວ​ກັບ​ສິ່ງ​ຕ່າງໆ​ເຊັ່ນ ໂລກ​ວິນ​ຍານ, ການ​ຟື້ນ​ຄືນ​ຊີ​ວິດ, ແລະ ການ​ພິ​ພາກ​ສາ. ໃຫ້​ຄິດ​ທີ່​ຈະ​ອ່ານ​ບົດ​ເຫລົ່າ​ນີ້​ຈາກ​ມຸມ​ມອງ​ຂອງ​ຄົນ​ບາງ​ຄົນ, ດັ່ງ​ເຊັ່ນ​ໂຄ​ຣິ​ອານ​ທັນ, ທີ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ—ເຖິງ​ແນວ​ໃດ, ມັນ​ກໍ​ເປັນ​ຄວາມ​ຈິງ​ສຳ​ລັບ​ເຮົາ​ທຸກ​ຄົນ.

ແອວ​ມາ 40

ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ເຮົາ​ໄດ້ ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ບາງ​ເທື່ອ​ເຮົາ​ອາດ​ຄິດ​ວ່າ ສາດ​ສະ​ດາ​ຮູ້​ຈັກ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທຸກ​ຂໍ້. ແຕ່​ໃຫ້​ສັງ​ເກດ​ເບິ່ງ​ຄຳ​ຖາມ​ທີ່​ບໍ່​ໄດ້​ຮັບ​ຄຳ​ຕອບ​ທີ່​ແອວ​ມາ​ໄດ້​ມີ​ໃນ ບົດ​ທີ 40. ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ຊອກ​ຫາ​ຄຳ​ຕອບ? ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ ເມື່ອ​ເພິ່ນ​ບໍ່​ມີ​ຄຳ​ຕອບ? ຕົວ​ຢ່າງ​ຂອງ​ແອວ​ມາ​ສາ​ມາດ​ຊ່ວຍ​ທ່ານ​ໄດ້​ແນວ​ໃດ?

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

ການ​ອະ​ທິ​ຖານ​ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ພົບ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.

ແອວ​ມາ 42

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ການ​ໄຖ່​ເປັນ​ໄປ​ໄດ້.

ໂຄ​ຣິ​ອານ​ທັນ​ໄດ້​ເຊື່ອ​ວ່າ​ການ​ລົງ​ໂທດ​ສຳ​ລັບ​ບາບ ບໍ່​ຍຸດ​ຕິ​ທຳ (ເບິ່ງ ແອວ​ມາ 42:1). ໃນ ແອວ​ມາ 42, ແອວ​ມາ​ໄດ້​ຈັດ​ການ​ກັບ​ຄວາມ​ກັງ​ວົນ​ຂອງ​ເພິ່ນ​ແນວ​ໃດ? ທ່ານ​ອາດ​ຈັດ​ຂໍ້​ພຣະ​ຄຳ​ພີ​ໃນ​ບົດ​ນີ້​ເປັນ​ສອງ​ກຸ່ມ: “ພຣະ​ເຈົ້າ​ຊົງ​ຍຸດ​ຕິ​ທຳ” ແລະ “ພຣະ​ເຈົ້າ​ຊົງ​ເມດ​ຕາ.” ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຮັດ​ໃຫ້​ທັງ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເມດ​ຕາ​ເປັນ​ໄປ​ໄດ້​ແນວ​ໃດ? ໃຫ້​ຊອກ​ຫາ​ຄວາມ​ຮູ້​ແຈ້ງ​ເພີ່ມ​ເຕີມ​ໃນ​ວິ​ດີ​ໂອ “The Mediator” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ເບິ່ງ “ປັນ​ຍາ ແລະ ຄວາມ​ຮັກ​ຍິ່ງ​ໃຫຍ່,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 20 ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 39:1, 10–11

ຕົວ​ຢ່າງ​ທີ່​ດີ​ຂອງ​ເຮົາ​ສາ​ມາດ​ນຳ​ພາ​ຄົນ​ອື່ນ​ມາ​ຫາ​ພຣະ​ຄຣິດ​ໄດ້.

  • ຄຳ​ແນະ​ນຳ​ຂອງ​ແອວ​ມາ​ແກ່​ໂຄ​ຣິ​ອານ​ທັນ ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ການ​ເປັນ​ຕົວ​ຢ່າງ​ທີ່​ດີ​ໄດ້. ໃຫ້​ຄິດ​ທີ່​ຈະ​ອ່ານ ແອວ​ມາ 39:1 ນຳ​ກັນ. ຊີບ​ລັນ ອ້າຍ​ຂອງ​ໂຄ​ຣິ​ອານ​ທັນ ເປັນ​ຕົວ​ຢ່າງ​ທີ່​ດີ​ແນວ​ໃດ? ລູກໆ​ຂອງ​ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ຕອບ​ເພີ່ມ​ເຕີມ​ຕໍ່​ຄຳ​ຖາມ​ນີ້​ໃນ ແອວ​ມາ 38:2–4.

  • ພວກ​ທ່ານ​ຍັງ​ສາ​ມາດ​ຫລິ້ນ​ເກມ ຊຶ່ງ​ທ່ານ ແລະ ລູກໆ​ຂອງ​ທ່ານ​ປ່ຽນ​ຜຽນ​ກັນ​ເຮັດ​ຕາມ ຫລື ລອກ​ລຽນ​ແບບ​ກັນ. ໃຊ້​ເກມ​ນີ້​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກະ​ທຳ​ຂອງ​ເຮົາ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ການ​ເລືອກ​ທີ່​ດີ​ໄດ້​ແນວ​ໃດ. ຮ້ອງ​ເພງ “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69) ນຳ​ກັນ, ແລະ ຊ່ວຍ​ລູກໆ​ຂອງ​ທ່ານ​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ເປັນ​ຕົວ​ຢ່າງ​ທີ່​ດີ​ໄດ້.

  • ດ້ວຍ​ໄຟ​ສາຍ ຫລື ຮູບ​ຕາ​ເວັນ, ທ່ານ​ສາ​ມາດ​ປຽບ​ທຽບ​ແສງ​ສະ​ຫວ່າງ​ໃສ່​ກັບ​ພະ​ລັງ​ຂອງ​ຕົວ​ຢ່າງ​ທີ່​ດີ. ທ່ານ ແລະ ລູກໆ​ຂອງ​ທ່ານ​ຍັງ​ສາ​ມາດ​ຊອກ​ຫາ​ຮູບ​ພຣະ​ເຢ​ຊູ​ເຮັດ​ຄວາມ​ດີ ແລະ ເວົ້າ​ກ່ຽວ​ກັບ​ຕົວ​ຢ່າງ​ທີ່​ພຣະ​ອົງ​ຕັ້ງ​ໄວ້​ເພື່ອ​ພວກ​ເຮົາ. ວິ​ດີ​ໂອ “Shine Your Light So Others May See” ແລະ “Lessons I Learned as a Boy” ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ສົນ​ທະ​ນາ​ກ່ຽວ​ກັບ​ວ່າ ຕົວ​ຢ່າງ​ຂອງ​ພວກ​ເຂົາ​ສາ​ມາດ​ນຳ​ພາ​ຜູ້​ຄົນ​ໃຫ້​ມາ​ຫາ​ພຣະ​ຄຣິດ​ໄດ້​ແນວ​ໃດ.

ແອວ​ມາ 39:9–13

ເປັນ​ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ສາ​ມາດ​ກັບ​ໃຈ​ໄດ້ ເມື່ອ​ເຮົາ​ເຮັດ​ຜິດ.

  • ໂດຍ​ທີ່​ບໍ່​ເວົ້າ​ເຖິງ​ລາຍ​ລະ​ອຽດ​ກ່ຽວ​ກັບ​ສະ​ພາບ​ຂອງ​ການ​ບາບ​ຂອງ​ລາວ, ໃຫ້​ອະ​ທິ​ບາຍ​ວ່າ ໂຄ​ຣິ​ອານ​ທັນ​ໄດ້​ຕັດ​ສິນ​ໃຈ​ເລືອກ​ສິ່ງ​ທີ່​ຜິດ​ແນວ​ໃດ. ເຮົາ​ສາ​ມາດ​ເວົ້າ​ຫຍັງ​ເພື່ອ​ຊ່ວຍ​ລາວ? ໃຫ້​ຄິດ​ທີ່​ຈະ​ອ່ານ ແອວ​ມາ 39:9 ໃຫ້​ລູກໆ​ຂອງ​ທ່ານ​ຟັງ, ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ວ່າ ກັບ​ໃຈ ແລະ ປະ​ຖິ້ມ ໝາຍ​ຄວາມ​ວ່າ​ແນວ​ໃດ. ເປັນ​ພະ​ຍານ​ວ່າ ການ​ກັບ​ໃຈ​ສາ​ມາດ​ເປັນ​ໄປ​ໄດ້​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

  • ນີ້​ແມ່ນ​ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຊື່ນ​ຊົມ​ຂອງ​ການ​ກັບ​ໃຈ: ເອົາ​ບາງ​ຢ່າງ​ທີ່​ໜັກ​ໃຫ້​ເດັກ​ນ້ອຍ​ຖື ຂະ​ນະ​ທີ່​ທ່ານ​ເລົ່າ​ເລື່ອງ​ກ່ຽວ​ກັບ​ບາງ​ຄົນ​ທີ່​ເຄີຍ​ເຮັດ​ບາງ​ຢ່າງ​ທີ່​ບໍ່​ຖືກ​ຕ້ອງ ແລະ ຮູ້​ສຶກ​ບໍ່​ດີ. ບອກ​ລູກໆ​ຂອງ​ທ່ານ​ວ່າ ສິ່ງ​ນັ້ນ​ເປັນ​ເໝືອນ​ດັ່ງ​ຄວາມ​ຮູ້​ສຶກ​ທີ່​ບໍ່​ດີ​ທີ່​ເຮົາ​ອາດ​ຮູ້​ສຶກ ເມື່ອ​ເຮົາ​ເຮັດ​ຜິດ. ເອົາ​ສິ່ງ​ທີ່​ໜັກ​ນັ້ນ​ອອກ​ຈາກ​ເດັກ​ນ້ອຍ ຂະ​ນະ​ທີ່​ທ່ານ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເອົາ​ຄວາມ​ຮູ້​ສຶກ​ທີ່​ໜັກ ແລະ ບໍ່​ດີ​ອອກ​ໄປ ແລະ ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ທີ່​ດີ​ກວ່າ​ເກົ່າ​ຂະ​ນະ​ທີ່​ເຮົາ​ກັບ​ໃຈ.

ແອວ​ມາ 40:6–7, 11–14, 21–23

ຫລັງ​ຈາກ​ທີ່​ເຮົາ​ຕາຍ​ໄປ, ວິນ​ຍານ​ຂອງ​ເຮົາ​ກໍ​ໄປ​ສູ່​ໂລກ​ວິນ​ຍານ​ຈົນ​ກວ່າ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ພິ​ພາກ​ສາ.

  • ມັນ​ເປັນ​ເລື່ອງ​ທຳ​ມະ​ຊາດ​ທີ່​ຈະ​ສົງ​ໄສ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຮົາ​ຫລັງ​ຈາກ​ທີ່​ເຮົາ​ຕາຍ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ພົບ​ຄຳ​ຕອບ​ທີ່​ດົນ​ໃຈ? ທ່ານ​ສາ​ມາດ​ຂຽນ ຄວາມ​ຕາຍ, ໂລກ​ວິນ​ຍານ (ທີ່​ສຸ​ຂະ​ເສີມ ແລະ ຄຸກ​ວິນ​ຍານ), ການ​ຟື້ນ​ຄືນ​ຊີ​ວິດ, ແລະ ການ​ພິ​ພາກ​ສາ ໃສ່​ເຈ້ຍ​ແຕ່​ລະ​ໃບ. ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຂົ້າ​ໃຈ​ວ່າ ຄຳ​ເຫລົ່າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ. ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ແອວ​ມາ 40:6–7, 11–14, 21–23 ນຳ​ກັນ, ລູກໆ​ຂອງ​ທ່ານ​ສາ​ມາດ​ວາງ​ຄຳ​ເປັນ​ລຳ​ດັບ ຊຶ່ງ​ປະ​ກົດ​ຂຶ້ນ​ໃນ​ຂໍ້​ເຫລົ່າ​ນີ້.

  • ລູກ​ຜູ້​ໃຫຍ່​ອາດ​ໄດ້​ປະ​ໂຫຍດ​ຈາກ​ການ​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ໂດຍ​ການ​ຄົ້ນ​ຄວ້າ ແອວ​ມາ 40:6–7, 11–14, 21–23. ໃຫ້​ຄິດ​ທີ່​ຈະ​ຖາມ​ລູກໆ​ຂອງ​ທ່ານ​ຄຳ​ຖາມ​ທີ່​ສາ​ມາດ​ໃຫ້​ຄຳ​ຕອບ​ໄດ້​ໃນ​ຂໍ້​ເຫລົ່າ​ນີ້, ເຊັ່ນ “ຮ່າງ​ກາຍ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ?” ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຄົ້ນ​ຫາ​ຄຳ​ຕອບ​ໃນ​ຂໍ້​ທີ່​ເໝາະ​ສົມ.

    ຮູບ​ພາບ
    ນາງ​ມາ​ຣີ ແລະ ພຣະ​ເຢ​ຊູ

    Mary and the Resurrected Lord [ນາງ​ມາ​ຣີ ແລະ ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ], ໂດຍ ແຮ​ຣີ ແອນ​ເດີ​ສັນ

  • ລູກໆ​ຂອງ​ທ່ານ​ຮູ້​ຈັກ​ໃຜ​ບາງ​ຄົນ​ທີ່​ໄດ້​ຕາຍ​ໄປ​ແລ້ວ​ບໍ່? ບາງ​ເທື່ອ​ທ່ານ​ອາດ​ເວົ້າ​ຫຍໍ້​ກ່ຽວ​ກັບ​ຄົນໆ​ນັ້ນ. ເປັນ​ພະ​ຍານ​ວ່າ ມື້​ໃດ​ມື້​ໜຶ່ງ ລາວ—ແລະ ຄົນ​ອື່ນ​ທຸກໆ​ຄົນ—ຈະ​ຟື້ນ​ຄືນ​ຊີ​ວິດ​ຍ້ອນ​ພຣະ​ເຢ​ຊູ​ຄຣິດ. ຖ້າ​ຈຳ​ເປັນ, ໃຫ້​ໃຊ້​ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້ ເພື່ອ​ອະ​ທິ​ບາຍ​ວ່າ ການ​ຟື້ນ​ຄືນ​ຊີ​ວິດ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ແອວ​ມາ ແລະ ໂຄ​ຣິ​ອານ​ທັນ

This My Son [ລູກ​ຂອງ​ພໍ່], ໂດຍ ແອວ​ສະ​ແປດ ເຄດ​ລິນ ຢັງ