ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 19–25 ເດືອນ​ສິງ​ຫາ: “ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ອຳ​ນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.” ແອວ​ມາ 53–63


“ວັນ​ທີ 19–25 ເດືອນ​ສິງ​ຫາ: ‘ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ອຳ​ນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.’ ແອວ​ມາ 53–63,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 19–25 ເດືອນ​ສິງ​ຫາ. ແອວ​ມາ 53–63,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ນັກ​ຮົບ​ໜຸ່ມ​ສອງ​ພັນ​ຄົນ

Two Thousand Young Warriors [ນັກ​ຮົບ​ໜຸ່ມ​ສອງ​ພັນ​ຄົນ], ໂດຍ ອາ​ໂນລ໌ ຟຣີ​ເບີກ

ວັນ​ທີ 19–25 ເດືອນ​ສິງ​ຫາ: “ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ອຳ​ນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ”

ແອວ​ມາ 53–63

ເມື່ອ​ປຽບ​ທຽບ​ກັບ​ກອງ​ທັບ​ຂອງ​ຊາວ​ເລ​ມັນ, “ກອງ​ທັບ​ນ້ອຍ” ຂອງ​ຮີ​ລາ​ມັນ (ແອວ​ມາ 56:33) ຂອງ​ຊາຍ​ໜຸ່ມ​ຊາວ​ນີ​ໄຟ ຄົງ​ບໍ່​ຫວັງ​ທີ່​ຈະ​ເອົາ​ຊະ​ນະ​ໄດ້. ນອກ​ເໜືອ​ໄປ​ຈາກ​ທີ່​ມີ​ຈຳ​ນວນ​ໜ້ອຍ​ແລ້ວ, ທະ​ຫານ​ຂອງ​ຮີ​ລາ​ມັນ “ທຸກ​ຄົນ … ຍັງ​ໜຸ່ມ​ນ້ອຍ​ຫລາຍ,” ແລະ “ພວກ​ເຂົາ​ບໍ່​ເຄີຍ​ຕໍ່​ສູ້​ມາ​ກ່ອນ” (ແອວ​ມາ 56:46–47). ໃນ​ບາງ​ວິ​ທີ, ສະ​ຖາ​ນະ​ການ​ຂອງ​ພວກ​ເຂົາ​ເບິ່ງ​ຄື​ວ່າ​ຄຸ້ນ​ເຄີຍ​ຕໍ່​ເຮົາ​ຜູ້​ທີ່​ບາງ​ຄັ້ງ​ຮູ້​ສຶກ​ວ່າ​ຕົນ​ເອງ​ມີ​ກຳ​ລັງ​ໜ້ອຍ ແລະ ໜັກ​ໃຈ ໃນ​ການ​ຕໍ່​ສູ້​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ເຮົາ​ຕ້ານ​ກັບ​ຊາ​ຕານ ແລະ ອິດ​ທິ​ພົນ​ຂອງ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ໂລກ.

ແຕ່​ກອງ​ທັບ​ຂອງ​ຮີ​ລາ​ມັນ​ໄດ້​ປຽບ​ຊາວ​ເລ​ມັນ ທີ່​ບໍ່​ມີ​ຫຍັງ​ກ່ຽວ​ຂ້ອງ​ກັບ​ຈຳ​ນວນ ຫລື ຄວາມ​ຊຳ​ນານ​ຂອງ​ກອງ​ທັບ. ພວກ​ເຂົາ​ໄດ້​ເລືອກ​ເອົາ​ຮີ​ລາ​ມັນ, ສາດ​ສະ​ດາ, ໃຫ້​ນຳ​ພາ​ພວກ​ເຂົາ (ເບິ່ງ ແອວ​ມາ 53:19); “ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ແມ່​ຂອງ​ພວກ​ເຂົາ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ສົງ​ໄສ, ແລ້ວ​ພຣະ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຂົາ” (ແອວ​ມາ 56:47); ແລະ “ສັດ​ທາ​ຂອງ​ພວກ​ເຂົາ​ມີ​ຫລາຍ​ທີ່​ສຸດ ແລະ ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ.” ຜົນ​ກໍ​ຄື, ພວກ​ເຂົາ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ “ອຳ​ນາດ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ເຈົ້າ” (ແອວ​ມາ 57:26). ສະ​ນັ້ນ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ຕໍ່​ສູ້​ຂອງ​ຊີ​ວິດ, ເຮົາ​ສາ​ມາດ​ມີ​ຄວາມ​ກ້າ​ຫານ​ໄດ້. ກອງ​ທັບ​ຂອງ​ຮີ​ລາ​ມັນ​ສິດ​ສອນ​ເຮົາ​ວ່າ “ມັນ​ມີ​ພຣະ​ເຈົ້າ​ຜູ້​ທ່ຽງ​ທຳ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ສົງ​ໄສ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້​ໂດຍ​ອຳ​ນາດ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ” (ແອວ​ມາ 57:26).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 53:10–22; 56:43–49, 55–56; 57:20–27; 58:39–40

ຮູບ​ພາບ
seminary icon
ການ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ.

ຖ້າ​ຫາກ​ວ່າ​ບໍ່​ແມ່ນ​ຍ້ອນ​ສັດ​ທາ​ຂອງ​ພວກ​ເຂົາ, ທະ​ຫານ​ໜຸ່ມ​ຂອງ​ຮີ​ລາ​ມັນ​ຄົງ​ມີ​ເຫດ​ຜົນ​ດີ​ທີ່​ຈະ​ຮູ້​ສຶກ​ຢ້ານ​ກົວ. ແຕ່​ເປັນ​ເພາະ​ສັດ​ທາ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ມີ​ເຫດ​ຜົນ​ທີ່​ຈະ​ເປັນ​ຄົນ​ກ້າ​ຫານ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ພວກ​ເຂົາ​ໃນ ແອວ​ມາ 53:17–58, ໃຫ້​ຊອກ​ຫາ​ສິ່ງ​ທີ່​ຊ່ວຍ​ທ່ານ​ໃຫ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ທ່ານ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ສຸມ​ໃສ່​ຂໍ້​ດັ່ງ​ຕໍ່​ໄປ​ນີ້: ແອວ​ມາ 53:10–22; 56:43–49, 55–56; 57:20–27; ແລະ 58:39–40. ຕາ​ຕະ​ລາງ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ.

ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ທະ​ຫານ​ໜຸ່ມ​ຂອງ​ຮີ​ລາ​ມັນ:

ເຫດ​ຜົນ​ທີ່​ເປັນ​ໄປ​ໄດ້​ທີ່​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ຄຣິດ​ຈຶ່ງ​ເຂັ້ມ​ແຂງ​ແທ້ໆ:

ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ເພື່ອ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ:

ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ພວກ​ເຂົາ:

ເພື່ອ​ຈະ​ຊະ​ນະ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຂອງ​ເຮົາ, ເຮົາ​ຍັງ​ຕ້ອງ​ການ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ທ່ານ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? ໃຫ້​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ​ຂ່າວ​ສານ​ຂອງ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ“Drawing the Power of Jesus Christ into Our Lives” (Liahona, May 2017, 39–42). ທ່ານ​ອາດ​ປຽບ​ທຽບ​ຄຳ​ແນະ​ນຳ​ຂອງ​ເພິ່ນ​ໃສ່​ກັບ​ສິ່ງ​ທີ່​ທະ​ຫານ​ຂອງ​ຮີ​ລາ​ມັນ​ໄດ້​ເຮັດ.

ຫລັງ​ຈາກ​ສຶກ​ສາ​ສິ່ງ​ເຫລົ່າ​ນີ້​ແລ້ວ, ໃຫ້​ຄິດ​ກ່ຽວ​ກັບ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຂອງ​ທ່ານ​ເອງ. ໃຫ້​ຂຽນ​ສິ່ງ​ທີ່ ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ ເພື່ອ​ໃຊ້​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ?

ເບິ່ງ Neil L. Andersen, “Wounded,” Liahona, Nov. 2018, 83–86; “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72; “Drawing upon the Power of God in Our Lives” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Gospel Topics, “Faith in Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ພາບ
ທະ​ຫານ​ໜຸ່ມ​ກັບ​ແມ່​ຂອງ​ພວກ​ເຂົາ

They Did Not Doubt [ພວກ​ເຂົາ​ບໍ່​ສົງ​ໄສ], ໂດຍ ໂຈ​ເຊັບ ບຣິກ​ກີ

ແອວ​ມາ 58:1–12, 31–3761

ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ບໍ່​ເຄືອງ​ໃຈ​ງ່າຍ.

ຮີ​ລາ​ມັນ ແລະ ເພ​ໂຮ​ຣັນ ມີ​ເຫດ​ຜົນ​ພຽງ​ພໍ​ທີ່​ຈະ​ເຄືອງ​ໃຈ. ຮີ​ລາ​ມັນ​ບໍ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ໃຫ້​ແກ່​ກອງ​ທັບ​ຂອງ​ເພິ່ນ, ແລະ ເພ​ໂຮ​ຣັນ​ກໍ​ຖືກ​ກ່າວ​ຫາ​ແບບ​ຜິດໆ​ໂດຍ​ໂມ​ໂຣ​ໄນ ເລື່ອງ​ການ​ບໍ່​ໃຫ້​ຄວາມ​ຊ່ວຍ​ເຫລືອ (ເບິ່ງ ແອວ​ມາ 58:4–9, 31–32; 60). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ພວກ​ເພິ່ນ ຢູ່​ໃນ ແອວ​ມາ 58:1–12, 31–37 ແລະ ແອວ​ມາ 61? ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ​ພວກ​ເພິ່ນ​ໄດ້​ຕອບ​ຮັບ​ໃນ​ທາງ​ນີ້.

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ລະ​ບຸ​ເພ​ໂຮ​ຣັນ ໃນ​ການ​ເປັນ​ຕົວ​ຢ່າງ​ຂອງ​ຄວາມ​ອ່ອນ​ໂຍນ ແລະ ໄດ້​ສິດ​ສອນ​ວ່າ “ຕົວ​ຢ່າງ​ທີ່​ງົດ​ງາມ ແລະ ມີ​ຄວາມ​ໝາຍ​ຫລາຍ​ທີ່​ສຸດ ຂອງ​ຄວາມ​ອ່ອນ​ໂຍນ ແມ່ນ​ພົບ​ເຫັນ​ຢູ່​ໃນ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ.” (“Meek and Lowly of Heart,” Liahona, May 2018, 32). ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ຄວາມ​ອ່ອນ​ນ້ອມ. ເບິ່ງ, ຕົວ​ຢ່າງ​ເຊັ່ນ, ມັດ​ທາຍ 27:11–26; ລູ​ກາ 22:41–42; ໂຢ​ຮັນ 13:4–17. ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

ແອວ​ມາ:7–14

ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ຍົກ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ຂຶ້ນ.

ໂມ​ໂຣ​ໄນ​ໄດ້​ຂຽນ​ວ່າ ພຣະ​ເຈົ້າ​ຈະ​ໃຫ້​ເພ​ໂຮ​ລັນ​ຮັບ​ຜິດ​ຊອບ​ຖ້າ​ຫາກ​ເພິ່ນ​ລະ​ເລີຍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ກອງ​ທັບ​ຊາວ​ນີ​ໄຟ​ໂດຍ​ເຈດ​ຕະ​ນາ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວ​ມາ 60:7–14 ກ່ຽວ​ກັບ​ການ​ດູ​ແລ​ຜູ້​ຄົນ​ທີ່​ຂັດ​ສົນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຮັບ​ຮູ້ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ?

ແອວ​ມາ 62:39–51

ຖ້າ​ເຮົາ​ຖ່ອມ​ຕົວ, ການ​ທ້າ​ທາຍ​ໃນ​ຊີ​ວິດ​ສາ​ມາດ​ຫັນ​ໃຈ​ເຮົາ​ໄປ​ຫາ​ພຣະ​ເຈົ້າ​ໄດ້.

ໃຫ້​ເອົາ​ໄຂ່​ດິບ ແລະ ມັນ​ຝຣັ່ງ​ວາງ​ລົງ​ໃນ​ນ້ຳ​ຮ້ອນ​ເດືອດ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ສາ​ມາດ​ເລືອກ​ທີ່​ຈະ “ອ່ອນ​ໂຍນ​ລົງ” ຫລື “ແຂງ​ກະ​ດ້າງ” ໂດຍ​ບັນ​ຫາ​ຂອງ​ທ່ານ. ໃນ​ຂະ​ນະ​ທີ່​ກຳ​ລັງ​ຕົ້ມ​ໄຂ່ ແລະ ມັນ​ຝຣັ່ງ​ຢູ່​ນັ້ນ, ໃຫ້​ສຶກ​ສາ ແອວ​ມາ 62:39–51, ແລະ ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ຜູ້​ຄົນ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ຕໍ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຮີ​ລາ​ມັນ ຫລັງ​ຈາກ​ສົງ​ຄາມ​ອັນ​ຍາວ​ນານ​ຂອງ​ພວກ​ເຂົາ​ກັບ​ຊາວ​ເລ​ມັນ. ແລ້ວ​ທ່ານ​ສາ​ມາດ​ປຽບ​ທຽບ​ສິ່ງ​ນີ້​ໃສ່​ກັບ​ວິ​ທີ​ທີ່​ເຂົາ​ເຈົ້າ​​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ຕໍ່​ການ​ສັ່ງ​ສອນ​ຂອງ​ເພິ່ນ​ເມື່ອ 13 ປີ​ກ່ອນ​ໜ້າ​ນັ້ນ (ເບິ່ງ ແອວ​ມາ 45:20–24). ຊາວ​ນີ​ໄຟ​ຖືກ​ກະ​ທົບ​ກະ​ເທືອນ​ຢ່າງ​ແຕກ​ຕ່າງ​ກັນ​ແນວ​ໃດ​ໂດຍ​ຄວາມ​ທຸກ​ອັນ​ດຽວ​ກັນ​ນີ້? ເມື່ອ​ໄຂ່ ແລະ ມັນ​ຝຣັ່ງ​ຕົ້ມ​ສຸກ​ແລ້ວ, ໃຫ້​ແກະ​ເປືອກ​ໄຂ່ ແລະ ຕັດ​ມັນ​ຝຣັ່ງ. ນ້ຳ​ຮ້ອນ​ເດືອດ​ໄດ້​ກະ​ທົບ​ກະ​ເທືອນ​ມັນ​ຢ່າງ​ແຕກ​ຕ່າງ​ກັນ​ແນວ​ໃດ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ເລືອກ​ທີ່​ຈະ​ໂຕ້​ຕອບ​ກັບ​ຄວາມ​ທຸກ? ທ່ານ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ເຈົ້າ​ລະ​ຫວ່າງ​ຄວາມ​ທຸກ​ຂອງ​ທ່ານ​ແນວ​ໃດ?

ນຳ​ໃຊ້​ປະ​ສົບ​ການ​ຢູ່​ທີ່​ບ້ານ. ຖ້າ​ຫາກ​ທ່ານ​ສິດ​ສອນ​ຫ້ອງ​ຮຽນ​ໃນ​ໂບດ, ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຫ້ອງ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຢູ່​ທີ່​ບ້ານ. ຕົວ​ຢ່າງ​ເຊັ່ນ, ຊອກ​ຫາ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ທຸກ ແລະ ຄວາມ​ຖ່ອມ​ຕົວ​ຈາກ​ການ​ຕົ້ມ​ໄຂ່ ແລະ ມັນ​ຝຣັ່ງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 53:20–21; 56:47–48

ເຮົາ​ສາ​ມາດ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ຄື​ກັນ​ກັບ​ທະ​ຫານ​ໜຸ່ມ​ຂອງ​ຮີ​ລາ​ມັນ.

  • ທ່ານ​ສາ​ມາດ​ນຳ​ໃຊ້​ຫລາຍ​ແຫລ່ງ​ເພື່ອ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ທະ​ຫານ​ຂອງ​ຮີ​ລາ​ມັນ, ລວມ​ທັງ​ຮູບ​ພາບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້ “ບົດ​ທີ 34: ຮີ​ລາ​ມັນ ແລະ ນັກ​ຮົບ​ໜຸ່ມ 2,000 ຄົນ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 93–94). ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ເຖິງ​ວິ​ທີ​ທີ່​ພວກ​ເຂົາ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ກອງ​ທັບ​ຂອງ​ຮີ​ລາ​ມັນ​ໄດ້. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ແບ່ງ​ປັນ​ຄຸນ​ສົມ​ບັດ​ບາງ​ຢ່າງ​ຂອງ​ທະ​ຫານ​ໜຸ່ມ​ຈາກ ແອວ​ມາ 53:20–21 ເພື່ອ​ຊ່ວຍ​ພວກ​ເຂົາ​ເລີ່ມ​ຕົ້ນ. ພວກ​ທ່ານ​ຍັງ​ສາ​ມາດ​ຮ້ອງ​ເພງ “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ” ນຳ​ກັນ​ນຳ​ອີກ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50).

ແອວ​ມາ 56:45–48; 57:21

ເຮົາ​ສາ​ມາດ​ຊື່​ສັດ​ຕໍ່​ສິ່ງ​ທີ່​ພໍ່​ແມ່​ຂອງ​ເຮົາ​ສິດ​ສອນ​ໃນ​ຄວາມ​ຊອບ​ທຳ.

  • ທະ​ຫານ​ໜຸ່ມ​ຂອງ​ຮີ​ລາ​ມັນ​ໄດ້​ຫວັງ​ເພິ່ງ​ສັດ​ທາ​ຂອງ​ແມ່​ຂອງ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ຍິ່ງ​ໃຫຍ່. ບາງ​ທີ​ທ່ານ​ສາ​ມາດ​ອ່ານ ແອວ​ມາ 56:46–48 ກັບ​ລູກໆ​ຂອງ​ທ່ານ ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຮັບ​ຟັງ​ສິ່ງ​ທີ່​ແມ່​ຂອງ​ພວກ​ຊາຍ​ໜຸ່ມ​ເຫລົ່າ​ນີ້​ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ສັດ​ທາ. ທ່ານ​ອາດ​ຖາມ​ພວກ​ເຂົາ​ວ່າ​ພວກ​ເຂົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພໍ່​ແມ່​ຂອງ​ພວກ​ເຂົາ—ຫລື ຜູ້​ໃຫຍ່​ທີ່​ຊື່​ສັດ​ຄົນ​ອື່ນໆ—ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຊື່ອ​ຟັງ “ຢ່າງ​ເຄັ່ງ​ຄັດ”? (ແອວ​ມາ 57:21).

  • ທ່ານ​ສາ​ມາດ—ເໜືອນ​ດັ່ງ​ບັນ​ດາ​ແມ່​ຂອງ​ທະ​ຫານ​ໜຸ່ມ—ເຮັດ​ໃຫ້​ແນ່​ໃຈ​ວ່າ​ລູກໆ​ຂອງ​ທ່ານ​ຮູ້​ເຖິງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ. ທາງ​ໜຶ່ງ​ແມ່ນ​ທີ່​ຈະ​ແບ່ງ​ປັນ​ວ່າ​ສັດ​ທາ​ຂອງ​ທ່ານ​ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ພຣະ​ອົງ “ໄດ້​ປົດ​ປ່ອຍ” ທ່ານ​ແນວ​ໃດ ເມື່ອ​ທ່ານ “ບໍ່​ສົງ​ໄສ”?

ຮູບ​ພາບ
ແມ່​ກຳ​ລັງ​ສິດ​ສອນ​ລູກ​ຊາຍ​ຂອງ​ນາງ

Seed of Faith [ເມັດ​ພືດ​ແຫ່ງ​ສັດ​ທາ], ໂດຍ ເຈ ຫວອດ

ແອວ​ມາ 53:10–18

ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ລູກໆ​ຂອງ​ທ່ານ​ອາດ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ເວ​ລາ ຕອນ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ໄດ້​ເຮັດ ແລະ ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ກັບ​ພວກ​ເຂົາ. ພວກ​ເຂົາ​ໄດ້​ຮູ້​ສຶກ​ແນວ​ໃດ ເມື່ອ​ຄຳ​ສັນ​ຍາ​ນັ້ນ​ຖືກ​ຮັກ​ສາ? ທ່ານ​ສາ​ມາດ​ອ່ານ ແອວ​ມາ 53:10–18 ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ວິ​ທີ​ທີ່ ຮີ​ລາ​ມັນ, ຜູ້​ຄົນ​ຂອງ​ອຳ​ໂມນ, ແລະ ພວກ​ລູກ​ຊາຍ​ຂອງ​ຜູ້​ຄົນ​ຂອງ​ອຳ​ໂມນ​ໄດ້​ເຮັດ ແລະ ໄດ້​ຮັກ​ສາ​ຄຳ​ສັນ​ຍາ, ຫລື ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ແນວ​ໃດ. ທ່ານ​ອາດ​ແບ່ງ​ປັນ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ພອນ​ແກ່​ທ່ານ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ.

ແອວ​ມາ 61:3–14

ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ບໍ່​ໃຈ​ຮ້າຍ​ໄດ້.

ໃຫ້​ພິ​ຈາ​ລະ​ນາ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ ເມື່ອ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ​ໄດ້​ເຮັດ​ບາງ​ສິ່ງ​ທີ່​ພວກ​ເຂົາ​ບໍ່​ໄດ້​ເຮັດ. ບອກ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ນີ້ ທີ່​ໄດ້​ເກີດ​ຂື້ນ​ກັບ ເພ​ໂຮ​ຣັນ (ເບິ່ງ ແອວ​ມາ 60–61; ເບິ່ງ “ບົດ​ທີ 35: ແມ່​ທັບ​ໂມ​ໂຣ​ໄນ ແລະ ເພ​ໂຮ​ຣັນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 95–97) ນຳ​ອີກ. ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ວ່າ ເພ​ໂຮ​ຣັນ​ໄດ້​ໂຕ້​ຕອບ​ແນວ​ໃດ, ໃຫ້​ປ່ຽນ​ຜຽນ​ກັນ​ອ່ານ​ຂໍ້​ເຫລົ່າ​ນີ້​ຈາກ ແອວ​ມາ 61:3–14. ເພ​ໂຮ​ຣັນ​ໄດ້​ເຮັດ​ຫຍັງ​ແດ່​ເມື່ອ​ໂມ​ໂຣ​ໄນ​ໄດ້​ກ່າວ​ຫາ​ເພິ່ນ (ເບິ່ງ ແອວ​ມາ 61:2–3, 8–9). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ ຈາກ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? (ເບິ່ງ ລູ​ກາ 23:34).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ນັກ​ຮົບ​ໜຸ່ມ​ສອງ​ພັນ​ຄົນ

It’s True, Sir, All Present and Accounted For [ມັນ​ເປັນ​ຄວາມ​ຈິງ, ທ່ານ​ເອີຍ, ທັງ​ໝົດ​ມີ​ຢູ່​ຄົບ], ໂດຍ ຄະ​ລາກ ແຄວ​ລີ ພຣາຍສ໌.