ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 12–18 ເດືອນ​ສິງ​ຫາ: “ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ.” ແອວ​ມາ 43–52


“ວັນ​ທີ 12–18 ເດືອນ​ສິງ​ຫາ: ‘ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ.’ ແອວ​ມາ 43–52,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 12–18 ເດືອນ​ສິງ​ຫາ. ແອວ​ມາ 43–52,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ໂມ​ໂຣ​ໄນ ແລະ ປ້າຍ​ແຫ່ງ​ເສ​ລີ​ພາບ

For the Blessings of Liberty [ສຳ​ລັບ​ພອນ​ແຫ່ງ​ເສ​ລີ​ພາບ], ໂດຍ ສະ​ກາດ ເອັມ ສະ​ໂນ

ວັນ​ທີ 12–18 ເດືອນ​ສິງ​ຫາ: “ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ”

ແອວ​ມາ 43–52

ເມື່ອ​ເຮົາ​ອ່ານ​ຖ້ອຍ​ຄຳ​ເຫລົ່າ​ນີ້ ຢູ່​ໃນ​ຕອນ​ຕົ້ນ​ຂອງ ແອວ​ມາ ບົດ​ທີ 43—“ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ເວົ້າ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ”—ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​ສົງ​ໄສ​ວ່າ ເປັນ​ຫຍັງ​ມໍ​ມອນ​ຈຶ່ງ​ລວມ​ເລື່ອງ​ລາວ​ກ່ຽວ​ກັບ​ສົງ​ຄາມ​ເຫລົ່າ​ນີ້ ເມື່ອ​ເພິ່ນ​ມີ​ບ່ອນ​ວ່າງ​ທີ່​ຈຳ​ກັດ​ຢູ່​ໃນ​ແຜ່ນ​ຈາ​ລຶກ (ເບິ່ງ ຄຳ​ຂອງ​ມໍ​ມອນ 1:5). ມັນ​ເປັນ​ຄວາມ​ຈິງ​ທີ່​ເຮົາ​ກໍ​ມີ​ສົງ​ຄາມ​ຄື​ກັນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ແຕ່​ມັນ​ມີ​ຄ່າ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເພິ່ນ ທີ່​ເກີນ​ກວ່າ​ຈະ​ບັນ​ຍາຍ​ໄດ້ ເຖິງ​ຍຸດ​ທະ​ວິ​ທີ ແລະ ເລື່ອງ​ເສົ້າ​ຂອງ​ສົງ​ຄາມ. ຖ້ອຍ​ຄຳ​ຂອງ​ເພິ່ນ​ກໍ​ຍັງ​ກະ​ກຽມ​ເຮົາ​ສຳ​ລັບ​ສົງ​ຄາມ ຊຶ່ງ​ໃນ​ນັ້ນ “we are all enlisted [ເຮົາ​ທຸກ​ຄົນ​ຖືກ​ເກນ]” (Hymns, ເລກ​ທີ 250), ສົງ​ຄາມ​ທີ່​ເຮົາ​ຕໍ່​ສູ້​ໃນ​ແຕ່​ລະ​ວັນ​ແມ່ນ​ຕໍ່​ຕ້ານ​ກັບ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ. ສົງ​ຄາມ​ນີ້​ແມ່ນ​ເປັນ​ເລື່ອງ​ຈິງ, ແລະ ຜົນ​ສະ​ທ້ອນ​ຈະ​ກະ​ທົບ​ກະ​ເທືອນ​ຕໍ່​ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ. ເໝືອນ​ດັ່ງ​ຊາວ​ນີ​ໄຟ, ເຮົາ​ກໍ​ໄດ້​ຖືກ​ດົນ​ໃຈ​ດ້ວຍ​ອຸ​ດົມ​ການ​ສັກ​ສິດ—“ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ສາດ​ສະ​ໜາ​ຂອງ​ພວກ​ເຮົາ, ອິດ​ສະ​ລະ​ພາບ​ຂອງ​ພວກ​ເຮົາ, ແລະ ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ, ເມຍ​ຂອງ​ພວກ​ເຮົາ, ແລະ ລູກ​ຂອງ​ພວກ​ເຮົາ”—ສິ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ເອີ້ນ​ວ່າ “ອຸ​ດົມ​ການ​ຂອງ​ຄຣິດ​ສະ​ຕຽນ” (ແອວ​ມາ 46:12, 16).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ແອວ​ມາ 43–52

ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຂອງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 43–52, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ຊາວ​ນີ​ໄຟ​ໄດ້​ເຮັດ ທີ່​ເຮັດ​ໃຫ້​ພວກ​ເຂົາ​ປະ​ສົບ​ຄວາມ​ສຳ​ເລັດ (ຫລື ບໍ່​ສຳ​ເລັດ). ແລ້ວ​ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ສາ​ມາດ​ໃຊ້​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ເພື່ອ​ຊ່ວຍ​ທ່ານ​ເອົາ​ຊະ​ນະ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຂອງ​ທ່ານ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ຢູ່​ຂ້າງ​ລຸ່ມ:

ພ້ອມ​ນີ້, ໃຫ້​ເບິ່ງ​ສິ່ງ​ທີ່​ທ່ານ​ສາ​ມາດ​ຮຽນ​ຮູ້ ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ສັດ​ຕູ​ຂອງ​ຊາວ​ນີ​ໄຟ. ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ຊາ​ຕານ​ອາດ​ໂຈມ​ຕີ​ທ່ານ ໃນ​ວິ​ທີ​ທາງ​ທີ່​ຄ້າຍ​ຄື​ກັນ​ເຫລົ່າ​ນີ້:

  • ແອວ​ມາ 43:8: ເຊ​ຣາ​ເຮັມ​ນາ​ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ລາວ​ຄຽດ​ແຄ້ນ ເພື່ອ​ວ່າ​ລາວ​ຈະ​ມີ​ອຳ​ນາດ​ເໜືອ​ພວກ​ເຂົາ. (ຊາ​ຕານ​ອາດ​ລໍ້​ລວງ​ເຮົາ​ໃຫ້​ກະ​ທຳ​ດ້ວຍ​ຄວາມ​ໃຈ​ຮ້າຍ.)

  • ແອວ​ມາ 43:29:

  • ແອວ​ມາ 46:10:

  • ແອວ​ມາ 47:10–19:

ເບິ່ງ Russell M. Nelson, “Embrace the Future with Faith,” Liahona, Nov. 2020, 73–76; “ສູງ​ຂຶ້ນ​ໄປ​ເທິງ​ພູ​ເຂົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 32 ນຳ​ອີກ.

ຮູບ​ພາບ
ຊາວ​ນີ​ໄຟ​ກຳ​ລັງ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ

ມິ​ເນີ​ວາ ໄທ​ເກີດ (1888–1976), Defense of a Nephite City [ການ​ປົກ​ປ້ອງ​ເມືອງ​ນີ​ໄຟ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 36 × 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິ​ກຳ ຢັງ, 1969.

ແອວ​ມາ 46:11–28; 48:7–17

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ.”

ທ່ານ​ຢາກ​ເຮັດ​ໃຫ້​ອຳ​ນາດ​ຂອງ​ຜູ້​ປໍ​ລະ​ປັກ​ມີ​ໜ້ອຍ​ລົງ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ? ວິ​ທີ​ໜຶ່ງ​ແມ່ນ​ການ​ເຮັດ​ຕາມ​ຄຳ​ແນະ​ນຳ ຢູ່​ໃນ ແອວ​ມາ 48:17 ທີ່​ຈະ​ກາຍ​ເປັນ “ເໝືອນ​ດັ່ງ​ໂມ​ໂຣ​ໄນ.” ໃຫ້​ຂຽນ​ຖ້ອຍ​ຄຳ​ທີ່​ບັນ​ຍາຍ​ເຖິງ​ໂມ​ໂຣ​ໄນ ຂະ​ນະ​ທີ່​ທ່ານ​ອ່ານ ແອວ​ມາ 46:11–28; 48:7–17. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ໂມ​ໂຣ​ໄນ ກ່ຽວ​ກັບ “[ການ] ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ”? (ແອວ​ມາ 46:27).

ທ່ານ​ອາດ​ສຶກ​ສາ​ວິ​ທີ​ທີ່​ໂມ​ໂຣ​ໄນ​ໄດ້​ດົນ​ໃຈ​ຄົນ​ອື່ນ​ໃນ “ອຸ​ດົມ​ການ​ຂອງ​ຄຣິດ​ສະ​ຕຽນ” ແນວ​ໃດ​ນຳ​ອີກ (ເບິ່ງ ແອວ​ມາ 46:11–22). ທ່ານ​ຈະ​ບັນ​ຍາຍ​ອຸ​ດົມ​ການ​ນັ້ນ​ວ່າ​ແນວ​ໃດ? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ເຂົ້າ​ຮ່ວມ​ໃນ​ອຸ​ດົມ​ການ​ນັ້ນ? ທ່ານ​ຈະ​ສາ​ມາດ​ດົນ​ໃຈ​ຄົນ​ອື່ນ​ໃຫ້​ເຂົ້າ​ຮ່ວມ​ຄື​ກັນ​ໄດ້​ແນວ​ໃດ?

ສິ່ງ​ໜຶ່ງ​ທີ່​ໂມ​ໂຣ​ໄນ​ໄດ້​ເຮັດ​ເພື່ອ​ດົນ​ໃຈ​ຄົນ​ອື່ນ​ແມ່ນ​ເຮັດ​ປ້າຍ​ແຫ່ງ​ເສ​ລີ​ພາບ, ຊຶ່ງ​ໄດ້​ເນັ້ນ​ຫລັກ​ທຳ​ເພື່ອ​ດົນ​ໃຈ​ຊາວ​ນີ​ໄຟ (ເບິ່ງ ຂໍ້​ທີ 12). ມີ​ຫລັກ​ທຳ​ໃດ​ແດ່​ທີ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ກຳ​ລັງ​ເນັ້ນ​ໜັກ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ? ທ່ານ​ອາດ​ຊອກ​ຫາ​ຫລັກ​ທຳ​ຢູ່​ໃນ ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (ປຶ້ມ​ນ້ອຍ, 2022), “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຄຳ​ຂວັນ​ຂອງ ຍິງ​ໜຸ່ມ ແລະ ຄຳ​ຂວັນ​ຂອງ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຫລື ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ລ່າ​ສຸດ. ທ່ານ​ສາ​ມາດ​ສະ​ຫລຸບ​ສິ່ງ​ທີ່​ພວກ​ເພິ່ນ​ກຳ​ລັງ​ສິດ​ສອນ ເປັນ​ການ​ຖະ​ແຫລງ​ທີ່​ລຽບ​ງ່າຍ​ເພື່ອ​ສ້າງ​ປ້າຍ​ແຫ່ງ​ເສ​ລີ​ພາບ​ຂອງ​ທ່ານ​ເອງ—ເປັນ​ບາງ​ສິ່ງ​ທີ່​ເຕືອນ​ໃຈ​ທ່ານ​ໃຫ້​ຈິງ​ໃຈ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ເບິ່ງ Gospel Topic, “Faith in Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແອວ​ມາ 47

ຊາ​ຕານ​ລໍ້​ລວງ ແລະ ຫລອກ​ລວງ ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ.

ຊາ​ຕານ​ຮູ້​ວ່າ ທ່ານ​ຈະ​ບໍ່​ເຮັດ​ບາບ​ທີ່​ໃຫຍ່​ໂຕ ຫລື ເຊື່ອ​ຄວາມ​ຕົວະ​ທີ່​ຊັດ​ເຈນ. ສະ​ນັ້ນ, ມັນ​ຈຶ່ງ​ໃຊ້​ຄວາມ​ຕົວະ​ທີ່​ນຽບ​ນຽນ ແລະ ການ​ລໍ້​ລວງ​ແບບ​ນ້ອຍໆ—ຫລາຍ​ເທົ່າ​ທີ່​ມັນ​ຄິດ​ວ່າ​ທ່ານ​ຈະ​ຮັບ​ໄດ້—ເພື່ອ​ນຳ​ພາ​ທ່ານ​ໄປ​ຈາກ​ຄວາມ​ປອດ​ໄພ​ຂອງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຊອບ​ທຳ.

ໃຫ້​ຊອກ​ຫາ​ແບບ​ແຜນ​ນີ້​ຢູ່​ໃນ ແອວ​ມາ 47, ແລະ ໄຕ່​ຕອງ​ວິ​ທີ​ທີ່​ຊາ​ຕານ​ອາດ​ພະ​ຍາ​ຍາມ​ຫລອກ​ລວງ​ທ່ານ. ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮູ້​ເຫລົ່າ​ນີ້​ຈາກ​ແອວ​ເດີ ຣໍ​ເບີດ ດີ ແຮວສ໌:

“ອະ​ມາ​ລີ​ໄຄ​ຢາ​ຜູ້​ທໍ​ລະ​ຍົດ​ຍົວະ​ຍົງ​ໃຫ້​ລີ​ຮອນ​ໄທ ‘ລົງ​ມາ’ ແລະ ພົບ​ກັບ​ລາວ​ໃນ​ຮ່ອມ​ພູ. ແຕ່​ເມື່ອ​ລີ​ຮອນ​ໄທ​ໄປ​ຈາກ​ທີ່​ໝັ້ນ​ຄົງ​ຂອງ​ພູ​ສູງ​ນັ້ນ, ເພິ່ນ​ກໍ​ຖືກ​ວາງ​ຢາ​ພິດ ‘ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ’ ຈົນ​ວ່າ​ເພິ່ນ​ຕາຍ, ແລະ ກອງ​ທັບ​ຂອງ​ເພິ່ນ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ອະ​ມາ​ລີ​ໄຄ​ຢາ (ເບິ່ງ ແອວ​ມາ 47). ໂດຍ​ການ​ໂຕ້​ຖຽງ ແລະ ການ​ກ່າວ​ຫາ, ຄົນ​ບາງ​ຄົນ​ຈະ​ລໍ້​ລວງ​ໃຫ້​ເຮົາ​ອອກ​ໄປ​ຈາກ​ທີ່​ໝັ້ນ​ຄົງ​ຂອງ​ພູ​ສູງ. ທີ່​ໝັ້ນ​ຄົງ​ຂອງ​ພູ​ສູງ​ເປັນ​ບ່ອນ​ທີ່​ມີ​ແສງ​ສະ​ຫວ່າງ. … ມັນ​ເປັນ​ບ່ອນ​ທີ່​ປອດ​ໄພ” (“Christian Courage: The Price of Discipleship,” Liahona, Nov. 2008, 74).

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ວິ​ດີ​ໂອ “Temptation Fades as We Seek Christ in Every Thought” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຕ້ານ​ທານ​ກັບ​ການ​ລໍ້​ລວງ?

ເບິ່ງ ເນ​ເຫ​ມີ​ຢາ 6:3; 2 ນີ​ໄຟ 26:22; 28:21–22 ນຳ​ອີກ.

ແອວ​ມາ 50–51

ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນຳ​ຄວາມ​ປອດ​ໄພ​ມາ​ໃຫ້.

ເຖິງ​ແມ່ນ​ວ່າ​ຊາວ​ນີ​ໄຟ​ມີ​ເຄື່ອງ​ປ້ອງ​ກັນ ແລະ ມີ​ການ​ເສີມ​ກຳ​ລັງ​ກໍ​ຕາມ, ແຕ່​ບໍ່​ດົນ​ຊາວ​ເລ​ມັນ​ກໍ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ຂອງ​ພວກ​ເຂົາ (ເບິ່ງ ແອວ​ມາ 51:26–27). ສິ່ງ​ນັ້ນ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ໃຫ້​ຊອກ​ຫາ​ຄຳ​ຕອບ ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້ (ເບິ່ງ ໂດຍ​ສະ​ເພາະ ແອວ​ມາ 51:1–12). ໄຕ່​ຕອງ​ເຖິງ​ຄຳ​ເຕືອນ​ຢູ່​ໃນ​ເລື່ອງ​ນີ້​ສຳ​ລັບ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ແອວ​ມາ 43:17–21; 48:7–8; 49:1–5; 50:1–6.

ເຮົາ​ສາ​ມາດ​ພົບ​ການ​ປົກ​ປ້ອງ​ທາງ​ວິນ​ຍານ​ໄດ້ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ໃຫ້​ຄິດ​ທີ່​ຈະ​ໃຊ້ “ບົດ​ທີ 31: ແມ່​ທັບ​ໂມ​ໂຣ​ໄນ​ເອົາ​ຊະ​ນະ​ເຊ​ຣາ​ເຮັມ​ນາ” (ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 85–88) ເພື່ອ​ບອກ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ເຄື່ອງ​ປ້ອງ​ກັນ​ຂອງ​ຊາວ​ນີ​ໄຟ​ໃນ ແອວ​ມາ 43:19, ທ່ານ​ສາ​ມາດ​ປຽບ​ທຽບ​ເຄື່ອງ​ປ້ອງ​ກັນ​ທີ່​ປົກ​ປ້ອງ​ຮ່າງ​ກາຍ​ຂອງ​ເຮົາ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ ເພື່ອ​ປົກ​ປ້ອງ​ວິນ​ຍານ​ຂອງ​ເຮົາ. ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ເດັກ​ນ້ອຍ​ຄົນ​ໜຶ່ງ ແລະ ຕື່ມ​ເຄື່ອງ​ປ້ອງ​ກັນ​ໃສ່​ໃນ​ຮູບ ສຳ​ລັບ​ທຸກ​ສິ່ງ​ທີ່​ລູກໆ​ຂອງ​ທ່ານ​ສາ​ມາດ​ບອກ​ຊື່​ໄດ້ ທີ່​ປົກ​ປ້ອງ​ເຮົາ​ທາງ​ວິນ​ຍານ.

  • ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ເຖິງ​ການ​ເສີມ​ກຳ​ລັງ​ທີ່​ຊາວ​ນີ​ໄຟ​ໄດ້​ສ້າງ​ຂຶ້ນ​ມາ: ແອວ​ມາ 48:7–9; 49:1–9; 50:1–6. ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ​ແລ້ວ, ລູກໆ​ຂອງ​ທ່ານ​ອາດ​ມັກ​ການ​ສ້າງ​ປ້ອມ​ຈາກ​ສິ່ງ​ຂອງ​ດັ່ງ​ເຊັ່ນ ຕັ່ງ ແລະ ຜ້າ​ຫົ່ມ. ວິ​ດີ​ໂອ “Elder Stevenson on Fortifying Families” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ສາ​ມາດ​ຊ່ວຍ​ທ່ານ​ສົນ​ທະ​ນາ​ວິ​ທີ​ທີ່​ຈະ​ເສີມ​ສ້າງ​ບ້ານ​ເຮືອນ​ຂອງ​ທ່ານ​ທາງ​ວິນ​ຍານ​ໄດ້.

ແອວ​ມາ 46:11–16; 48:11–13, 16–17

ເຮົາ​ສາ​ມາດ​ເປັນ​ຄົນ “ໝັ້ນ​ຄົງ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ” ຄື​ກັນ​ກັບ​ແມ່​ທັບ​ໂມ​ໂຣ​ໄນ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ນີ້ ທີ່​ເລົ່າ​ເລື່ອງ​ລາວ​ຂອງ​ປ້າຍ​ແຫ່ງ​ເສ​ລີ​ພາບ (ເບິ່ງ ແອວ​ມາ 46:11–16; “ບົດ​ທີ 32: ແມ່​ທັບ​ໂມ​ໂຣ​ໄນ ແລະ ປ້າຍ​ແຫ່ງ​ເສ​ລີ​ພາບ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 89–90). ໂມ​ໂຣ​ໄນ​ຢາກ​ໃຫ້​ຜູ້​ຄົນ​ຈື່​ຈຳ​ຫຍັງ​ແດ່ (ເບິ່ງ ຂໍ້​ທີ 12)? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຈື່​ຈຳ​ຫຍັງ​ແດ່? ບາງ​ທີ​ລູກໆ​ຂອງ​ທ່ານ​ສາ​ມາດ​ອອກ​ແບບ “ປ້າຍ​ແຫ່ງ​ເສ​ລີ​ພາບ” ຂອງ​ພວກ​ເຂົາ​ເອງ ດ້ວຍ​ວະ​ລີ ຫລື ຮູບ​ພາບ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຈື່​ຈຳ​ສິ່ງ​ເຫລົ່າ​ນີ້.

  • ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ການ​ເປັນ​ຄົນ “ໝັ້ນ​ຄົງ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ” ຄື​ກັນ​ກັບ​ໂມ​ໂຣ​ໄນ (ເບິ່ງ ແອວ​ມາ 48:13), ທ່ານ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ຊອກ​ຫາ ແລະ ຈັບ​ບາຍ​ບາງ​ສິ່ງ​ທີ່​ແຂງ​ແກ່ນ. ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ສັດ​ທາ​ທີ່​ຈະ “ໝັ້ນ​ຄົງ”? ອ່ານ ແອວ​ມາ 48:11–12 ນຳ​ກັນ ເພື່ອ​ຊອກ​ຫາ​ສິ່ງ​ທີ່​ເຮັດ​ໃຫ້​ໂມ​ໂຣ​ໄນ​ໝັ້ນ​ຄົງ​ໃນ​ສັດ​ທາ​ຂອງ​ເພິ່ນ​ຢູ່​ໃນ​ພຣະ​ຄຣິດ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70)ນຳ​ກັນ ນຳ​ອີກ. ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ “ໝັ້ນ​ຄົງ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ”?

ແອວ​ມາ 47:4–19

ຊາ​ຕານ​ລໍ້​ລວງ ແລະ ຫລອກ​ລວງ​ເຮົາ ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ.

ອ່ານ​ຂໍ້​ທີ່​ເລືອກ​ມາ​ຈາກ ແອວ​ມາ 47:4–19 ນຳ​ກັນ. ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ຖ້າ​ຫາກ​ອະ​ມາ​ລີ​ໄຄ ໄດ້​ບອກ​ລີ​ຮອນ​ໄທ ສິ່ງ​ທີ່​ລາວ​ໄດ້​ວາງ​ແຜນ​ຈະ​ເຮັດ​ຕັ້ງ​ແຕ່​ຕົ້ນ? ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຊາ​ຕານ​ພະ​ຍາ​ຍາມ​ຈະ​ຫລອກ​ລວງ​ເຮົາ?

ຊ່ວຍ​ລູກໆ​ຂອງ​ທ່ານ​ສ້າງ​ຄວາມ​ໝັ້ນ​ໃຈ. ເດັກ​ນ້ອຍ​ບາງ​ຄົນ​ອາດ​ຮູ້​ສຶກ​ວ່າ​ບໍ່​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ດ້ວຍ​ຕົວ​ເອງ. ວິ​ທີ​ໜຶ່ງ​ໃນ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຂົາ​ແມ່ນ​ຈະ​ຍ້ອງ​ຍໍ​ພວກ​ເຂົາ ເມື່ອ​ພວກ​ເຂົາ​ເຂົ້າ​ຮ່ວມ​ໃນ​ການ​ຮຽນ​ຮູ້. ທ່ານ​ສາ​ມາດ​ນຳ​ໃຊ້​ຄຳ​ແນະ​ນຳ​ນີ້​ກັບ​ກິດ​ຈະ​ກຳ​ໃນ​ໂຄງ​ຮ່າງ​ນີ້​ໃນ​ບ່ອນ​ໃດ​ແດ່?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຖື​ປ້າຍ​ແຫ່ງ​ເສ​ລີ​ພາບ

Title of Liberty [ປ້າຍ​ແຫ່ງ​ເສ​ລີ​ພາບ], ໂດຍ ແລ​ຣີ ຄອນ​ແຣດ ວິນ​ບອກ

© 2018 by Larry Conrad Winborg