ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ


“ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ເວົ້າ​ກັບ​ຜູ້​ຍິງ​ຢູ່​ທີ່​ນ້ຳ​ສ້າງ

ໂດຍ​ທີ່​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຕົວ​ຢ່າງ​ຂອງ​ເຮົາ, ຄວາມ​ຮັກ​ກາຍ​ເປັນ​ແຮງ​ຈູງ​ໃຈ​ສຳ​ລັບ​ການ​ສິດ​ສອນ​ຂອງ​ເຮົາ.

ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ

ທຸກ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຂອງ​ພຣະ​ອົງ​ໄດ້​ເປັນ​ແຮງ​ຈູງ​ໃຈ​ໂດຍ​ຄວາມ​ຮັກ. ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ, ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ດຽວ​ກັນ​ນີ້ (ເບິ່ງ ໂຢ​ຮັນ 13:34–35; ໂມ​ໂຣ​ໄນ 7:47–48; 8:26). ເມື່ອ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ໃຈ​ຂອງ​ເຮົາ, ເຮົາ​ຈະ​ສະ​ແຫວງ​ຫາ​ໃນ​ທຸກ​ວິ​ທີ​ທາງ​ເພື່ອ​ຊ່ວຍ​ໃຫ້​ຄົນ​ອື່ນ​ຮຽນ​ຮູ້​ເຖິງ​ພຣະ​ຄຣິດ ແລະ ມາ​ຫາ​ພຣະ​ອົງ. ຄວາມ​ຮັກ​ກາຍ​ເປັນ​ແຮງ​ຈູງ​ໃຈ​ສຳ​ລັບ​ການ​ສິດ​ສອນ​ຂອງ​ເຮົາ.

ເພື່ອ​ຮັກ​ຜູ້​ທີ່​ທ່ານ​ສິດ​ສອນ

  • ເຫັນ​ຜູ້​ຮຽນ​ແບບ​ທີ່​ພຣະ​ເຈົ້າ​ເຫັນ​ເຂົາ​ເຈົ້າ.

  • ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ເຂົາ​ເຈົ້າ—ເຂົ້າ​ໃຈ​ສະ​ຖາ​ນະ​ການ, ຄວາມ​ຕ້ອງ​ການ, ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ.

  • ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ​ໂດຍ​ກ່າວ​ຊື່.

  • ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ ບ່ອນ​ທີ່​ທຸກ​ຄົນ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮູ້​ວ່າ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເຂົາ​ເຈົ້າ​ນັ້ນ​ມີ​ຄຸນ​ຄ່າ.

  • ຊອກ​ຫາ​ວິ​ທີ​ທີ່​ເໝາະ​ສົມ​ໃນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຫັນ​ສັກ​ກະ​ຍະ​ພາບ​ອັນ​ສູງ​ສົ່ງ​ໃນ​ທຸກ​ຄົນ​ທີ່​ພຣະ​ອົງ​ສິດ​ສອນ

ຜູ້​ຄົນ​ສ່ວນ​ຫລາຍ​ໃນ​ເມືອງ​ເຢ​ຣິ​ໂກ​ຄິດ​ວ່າ​ພວກ​ເຂົາ​ຮູ້​ທຸກ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ການ​ທີ່​ຈະ​ຮູ້​ຈັກ​ກ່ຽວ​ກັບ​ຊັກ​ຂ່າຍ. ລາວ​ເປັນ​ຄົນ​ເກັບ​ພາ​ສີ—ນາຍ​ດ່ານ​ພາ​ສີ, ຕາມ​ຈິງ​ແລ້ວ—ລາວ​ເປັນ​ຄົນ​ຮັ່ງ​ມີ. ແນ່​ນອນ, ພວກ​ເຂົາ​ຄິດ​ວ່າ ລາວ​ຄົງ​ເປັນ​ຄົນ​ບໍ່​ຊື່​ສັດ ແລະ ສໍ້​ລາດ​ບັງ​ຫລວງ. ແຕ່​ພຣະ​ເຢ​ຊູ​ໄດ້​ເບິ່ງ​ທີ່​ໃຈ​ຂອງ​ຊັກ​ຂ່າຍ ແລະ ໄດ້​ເຫັນ “ລູກ​ຊາຍ​ຂອງ​ອັບ​ຣາ​ຮາມ” ທີ່​ມີ​ກຽດ (ເບິ່ງ ລູ​ກາ 19:1–10). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຫັນ​ຜູ້​ຄົນ​ບໍ່​ພຽງ​ແຕ່​ການ​ປະ​ກົດ​ພາຍ​ນອກ​ຂອງ​ເຂົາ​ເທົ່າ​ນັ້ນ ແຕ່​ຜູ້​ທີ່​ເຂົາ​ເປັນ​ຢູ່—ແລະ ຜູ້​ທີ່​ເຂົາ​ສາ​ມາດ​ກາຍ​ເປັນ. ໃນ​ຄົນ​ຫາ​ປາ​ທີ່​ບໍ່​ຖືກ​ຂັດ​ເກົາ​ດັ່ງ​ເຊັ່ນ ຊີ​ໂມນ, ອັນ​ເດ​ອາ, ຢາ​ໂກ​ໂບ, ແລະ ໂຢ​ຮັນ, ພຣະ​ອົງ​ໄດ້​ເຫັນ​ຜູ້​ນຳ​ໃນ​ອະ​ນາ​ຄົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ໃນ​ຕົວ​ໂຊ​ໂລ​ຜູ້​ຂົ່ມ​ເຫັງ​ທີ່​ໜ້າ​ຢ້ານ​ກົວ, ພຣະ​ອົງ​ກ່າວ​ວ່າ “ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້ ໃຫ້​ຮັບ​ໃຊ້​ເຮົາ,” ຜູ້​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຢູ່​ຕໍ່​ໜ້າ​ກະ​ສັດ ແລະ ປະ​ຊາ​ຊາດ (ເບິ່ງ ກິດ​ຈະ​ການ 9:10–15). ແລະ ໃນ​ຕົວ​ທ່ານ ແລະ ທຸກ​ຄົນ​ທີ່​ທ່ານ​ສິດ​ສອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຫັນ​ບຸດ ຫລື ທິ​ດາ​ຂອງ​ພຣະ​ເຈົ້າ ດ້ວຍ​ສັກ​ກະ​ຍະ​ພາບ​ທີ່​ບໍ່​ມີ​ຂອບ​ເຂດ.

ໃນ​ບັນ​ດາ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ, ເປັນ​ໄປ​ໄດ້​ທີ່​ທ່ານ​ຈະ​ມີ​ບາງ​ຄົນ​ທີ່​ເບິ່ງ​ຄື​ວ່າ​ຊື່​ສັດ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ບາງ​ຄົນ​ທີ່​ເບິ່ງ​ຄື​ວ່າ​ບໍ່​ສົນ​ໃຈ ຫລື ແມ່ນ​ແຕ່​ກະ​ບົດ. ຈົ່ງ​ລະ​ວັງ​ບໍ່​ໃຫ້​ສົມ​ມຸດ​ຕິ​ຖານ​ອີງ​ຕາມ​ພຽງ​ແຕ່​ສິ່ງ​ທີ່​ທ່ານ​ເຫັນ​ເທົ່າ​ນັ້ນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ເຫັນ​ບາງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຫັນ​ໃນ​ແຕ່​ລະ​ຄົນ—ແລະ ຊ່ວຍ​ໃຫ້​ທ່ານ​ເລີ່ມ​ຕົ້ນ​ທີ່​ຈະ​ຮັກ​ເຂົາ​ເຈົ້າ​ແບບ​ພຣະ​ອົງ​ຮັກ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ຄິດ​ກ່ຽວ​ກັບ​ແຕ່​ລະ​ຄົນ​ທີ່​ທ່ານ​ສິດ​ສອນ, ແລະ ໄຕ່​ຕອງ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຮູ້​ສຶກ​ກ່ຽວ​ກັບ​ແຕ່​ລະ​ຄົນ​ແນວ​ໃດ. ພວກ​ພຣະ​ອົງ​ເຫັນ​ຫຍັງ​ໃນ​ຕົວ​ເຂົາ​ເຈົ້າ? ຄວາມ​ຄິດ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ສິດ​ສອນ​ບຸກ​ຄົນ​ນັ້ນ​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: 1 ຊາ​ມູ​ເອນ 16:7; ເພງ​ສັນ​ລະ​ເສີນ 8:4–5; ໂຣມ 8:16–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–14

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຈັກ​ເຮົາ ແລະ ເຂົ້າ​ໃຈ​ສະ​ຖາ​ນະ​ການ, ຄວາມ​ຕ້ອງ​ການ, ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ

ຍິງ​ຊາວ​ຊາ​ມາ​ເຣຍ​ບໍ່​ໄດ້​ມາ​ທີ່​ນ້ຳ​ສ້າງ​ເພື່ອ​ຟັງ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ. ນາງ​ໄດ້​ມາ​ຕັກ​ນ້ຳ. ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັບ​ຮູ້​ວ່າ ຄວາມ​ກະ​ຫາຍ​ຂອງ​ນາງ​ແມ່ນ​ເກີນ​ກວ່າ​ທາງ​ຝ່າຍ​ຮ່າງ​ກາຍ. ພຣະ​ອົງ​ຮູ້​ວ່າ​ນາງ​ມີ​ອະ​ດີດ​ທີ່​ມີ​ບັນ​ຫາ​ກັບ​ຄວາມ​ສຳ​ພັນ​ທີ່​ບໍ່​ໝັ້ນ​ຄົງ. ດັ່ງ​ນັ້ນ ພຣະ​ເຢ​ຊູ​ຈຶ່ງ​ໄດ້​ເອົາ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຮ່າງ​ກາຍ​ທີ່​ນາງ​ສົນ​ໃຈ​ໃນ​ເວ​ລາ​ນັ້ນ—ນ້ຳ​ທີ່​ຊ່ວຍ​ຊີ​ວິດ—ແລະ ເຊື່ອມ​ຕໍ່​ມັນ​ເຂົ້າ​ກັບ​ຄວາມ​ຕ້ອງ​ການ​ທາງ​ຝ່າຍ​ວິນ​ຍານ​ທີ່​ເລິກ​ເຊິ່ງ​ກວ່າ​ຂອງ​ນາງ​ສຳ​ລັບ “ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ” ແລະ “ຊີ​ວິດ​ອັນ​ເປັນ​ນິດ.” ໃນ​ທ້າຍ​ການ​ສົນ​ທະ​ນາ​ຂອງ​ພຣະ​ອົງ​ກັບ​ນາງ, ນາງ​ໄດ້​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ໂດຍ​ໄດ້​ຮັບ​ການ​ດົນ​ໃຈ​ບາງ​ສ່ວນ​ຈາກ​ການ​ທີ່​ພຣະ​ອົງ​ຮູ້​ຈັກ​ນາງ​ດີ​ປານ​ໃດ. “[ພຣະ​ອົງ] ໄດ້​ບອກ​ຂ້ອຍ​ເຖິງ​ທຸກໆ​ສິ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ມາ​ແລ້ວ,” ນາງ​ເວົ້າ. “ຜູ້​ນີ້​ບໍ່​ແມ່ນ​ພຣະ​ຄຣິດ​ບໍ?” (ເບິ່ງ ໂຢ​ຮັນ 4:6–29).

ການ​ເປັນ​ຄູ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ​ແມ່ນ​ລວມ​ທັງ​ການ​ທຳ​ຄວາມ​ຮູ້​ຈັກ​ກັບ​ຄົນ​ທີ່​ທ່ານ​ສິດ​ສອນ ແລະ ພະ​ຍາ​ຍາມ​ເຂົ້າ​ໃຈ​ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ. ທ່ານ​ສາ​ມາດ​ໃຫ້​ຄວາມ​ສົນ​ໃຈ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ທ່ານ​ສາ​ມາດ​ຫາ​ວິ​ທີ​ທີ່​ຈະ​ເຂົ້າ​ໃຈ​ພື້ນ​ຖານ, ພອນ​ສະ​ຫວັນ, ຄວາມ​ສົນ​ໃຈ, ແລະ ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ທ່ານ​ສາ​ມາດ​ຊອກ​ຫາ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ໄດ້​ດີ​ທີ່​ສຸດ. ທ່ານ​ສາ​ມາດ​ຖາມ​ຄຳ​ຖາມ, ຟັງ​ຢ່າງ​ລະ​ມັດ​ລະ​ວັງ, ແລະ ສັງ​ເກດ. ເໜືອ​ສິ່ງ​ອື່ນ​ໃດ, ທ່ານ​ສາ​ມາດ​ອະ​ທິ​ຖານ​ເພື່ອ​ຄວາມ​ເຂົ້າ​ໃຈ​ທີ່​ພຽງ​ແຕ່​ພຣະ​ວິນ​ຍານ​ເທົ່າ​ນັ້ນ​ທີ່​ສາ​ມາດ​ປະ​ທານ​ໃຫ້. ເມື່ອ​ທ່ານ​ຮູ້​ຈັກ​ຄົນ​ດີ​ຂຶ້ນ​ເທົ່າ​ໃດ, ທ່ານ​ກໍ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພົບ​ຄວາມ​ໝາຍ​ສ່ວນ​ຕົວ ແລະ ພະ​ລັງ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ດີ​ກວ່າ​ເກົ່າ. ເມື່ອ​ທ່ານ​ເຂົ້າ​ໃຈ​ຄວາມ​ກະ​ຫາຍ​ຂອງ​ບຸກ​ຄົນ, ແລ້ວ​ພຣະ​ວິນ​ຍານ​ຈະ​ສາ​ມາດ​ສິດ​ສອນ​ທ່ານ​ໃຫ້​ຮູ້​ຈັກ​ວິ​ທີ​ຊ່ວຍ​ກຳ​ຈັດ​ຄວາມ​ກະ​ຫາຍ​ດ້ວຍ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ? ແມ່ນ​ຫຍັງ​ທີ່​ສຳ​ຄັນ​ສຳ​ລັບ​ເຂົາ​ເຈົ້າ? ແມ່ນ​ຫຍັງ​ຄື​ຄວາມ​ເຂັ້ມ​ແຂງ​ຂອງ​ເຂົາ​ເຈົ້າ? ເຂົາ​ເຈົ້າ​ດີ້ນ​ລົນ​ກັບ​ຫຍັງ? ທ່ານ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເຂົ້າ​ໃຈ​ເຂົາ​ເຈົ້າ​ດີ​ຂຶ້ນ​ກວ່າ​ເກົ່າ?

ຈາກ​ພຣະ​ຄຳ​ພີ: ເພງ​ສັນ​ລະ​ເສີນ 139:1–5; ມັດ​ທາຍ 6:25–32; ມາ​ຣະ​ໂກ 10:17–21; ໂຢ​ຮັນ 10:14; 3 ນີ​ໄຟ 17:1–9

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ພຣະ​ອົງ​ສິດ​ສອນ

ລອງ​ນຶກ​ວາດ​ພາບ​ເບິ່ງ​ວ່າ ຊີ​ໂມນ ເປ​ໂຕ​ຄົງ​ຮູ້​ສຶກ​ແນວ​ໃດ ເມື່ອ​ເພິ່ນ​ໄດ້​ຍິນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ​ກັບ​ເພິ່ນ​ວ່າ, “ຊີ​ໂມນ, ຊີ​ໂມນ​ເອີຍ, ເບິ່ງ​ແມ, ຊາ​ຕານ​ໄດ້​ຂໍ​ອະ​ນຸ​ຍາດ​ທົດ​ລອງ​ພວກ​ເຈົ້າ, … ແຕ່​ເຮົາ​ໄດ້​ອະ​ທິ​ຖານ​ສຳ​ລັບ​ເຈົ້າ, ເພື່ອ [ສັດ​ທາ] ຂອງ​ເຈົ້າ​ຈະ​ບໍ່​ຂາດ​ໄປ” (ລູ​ກາ 22:31–32). ມັນ​ຈະ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ທ່ານ ທີ່​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ສຳ​ລັບ​ທ່ານ? ຜູ້​ຄົນ​ໃນ​ອາ​ເມ​ຣິ​ກາ​ສະ​ໄໝ​ບູ​ຮານ​ເຄີຍ​ມີ​ປະ​ສົບ​ການ​ແບບ​ນີ້, ແລະ ພວກ​ເຂົາ​ໄດ້​ບັນ​ຍາຍ​ມັນ​ໄວ້​ໃນ​ທາງ​ນີ້: “ບໍ່​ມີ​ຜູ້​ໃດ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ສຸກ ຊຶ່ງ​ເຕັມ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ເວ​ລາ​ທີ່​ພວກ​ເຮົາ​ໄດ້​ຍິນ [ພຣະ​ເຢ​ຊູ] ອະ​ທິ​ຖານ​ຕໍ່​ພຣະ​ບິ​ດາ​ເພື່ອ​ພວກ​ເຮົາ” (3 ນີ​ໄຟ 17:17).

ທ່ານ​ກໍ​ຍັງ​ສາ​ມາດ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ຕົວ​ທ່ານ ເມື່ອ ທ່ານ ອະ​ທິ​ຖານ​ສຳ​ລັບ​ບາງ​ຄົນ—ຢ່າງ​ສະ​ໝ່ຳ​ສະ​ເໝີ, ໂດຍ​ກ່າວ​ຊື່. ການ​ອະ​ທິ​ຖານ​ຂອງ​ທ່ານ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຮູ້​ສຶກ​ກ່ຽວ​ກັບ​ບຸກ​ຄົນ​ນັ້ນ​ແນວ​ໃດ? ມັນ​ມີ​ຜົນ​ກະ​ທົບ​ຕໍ່​ການ​ກະ​ທຳ​ຂອງ​ທ່ານ​ແນວ​ໃດ? ແນ່​ນອນ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ຂອງ​ຄູ​ສອນ ຜູ້​ປາດ​ຖະ​ໜາ​ທີ່​ຈະ​ຊ່ວຍ​ຜູ້​ຮຽນ. ແລະ ໃນ​ຫລາຍໆ​ກໍ​ລະ​ນີ, ວິ​ທີ​ໜຶ່ງ​ທີ່​ພຣະ​ອົງ​ຕອບ​ຄຳ​ອະ​ທິ​ຖານ​ເຫລົ່າ​ນັ້ນ ແມ່ນ​ໂດຍ​ການ​ສຳ​ພັດ​ໃຈ​ຂອງ​ຄູ​ສອນ ແລະ ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ເຮັດ ຫລື ເວົ້າ​ບາງ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຮຽນ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ, ມີ​ຄົນ​ໃດ​ບໍ​ທີ່​ທ່ານ​ຮູ້​ສຶກ​ວ່າ ທ່ານ​ຕ້ອງ​ໄດ້​ອະ​ທິ​ຖານ​ພິ​ເສດ​ສຳ​ລັບ​ເຂົາ​ເຈົ້າ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ອະ​ທິ​ຖານ​ກ່ຽວ​ກັບ​ຫຍັງ​ເພື່ອ​ເຂົາ​ເຈົ້າ? ພອນ​ຢ່າງ​ໃດ​ແດ່​ຈະ​ມີ​ມາ​ເມື່ອ​ທ່ານ​ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ອະ​ທິ​ຖານ​ເພື່ອ​ກັນ​ແລະ​ກັນ?

ຈາກ​ພຣະ​ຄຳ​ພີ: ໂຢ​ຮັນ 17; ແອວ​ມາ 31:24–36; 3 ນີ​ໄຟ 18:15–24; 19:19–23, 27–34

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ຮອງ​ວ່າ​ທຸກ​ຄົນ​ຈະ​ຮູ້​ສຶກ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ມີ​ຄຸນ​ຄ່າ

ທັດ​ສະ​ນະ​ຄະ​ຕິ​ທົ່ວ​ໄປ​ຂອງ​ຜູ້​ນຳ​ທາງ​ສາດ​ສະ​ໜາ​ໃນ​ສະ​ໄໝ​ຂອງ​ພຣະ​ເຢ​ຊູ​ແມ່ນ​ວ່າ ຄວນ​ຫລີກ​ລ້ຽງ​ຄົນ​ບາບ. ດ້ວຍ​ເຫດ​ນີ້, ເມື່ອ​ຜູ້​ນຳ​ເຫລົ່າ​ນີ້​ເຫັນ​ພຣະ​ເຢ​ຊູ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ບາບ, ພວກ​ເຂົາ​ຈຶ່ງ​ຕົກ​ຕະ​ລຶງ. ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຄົນ​ເຊັ່ນ​ນັ້ນ​ຈະ​ເປັນ​ຄູ​ສອນ​ຝ່າຍ​ວິນ​ຍານ​ໄດ້​ແນວ​ໃດ?

ແນ່​ນອນ, ພຣະ​ເຢ​ຊູ​ມີ​ວິ​ທີ​ເຂົ້າ​ຫາ​ທີ່​ແຕກ​ຕ່າງ. ພຣະ​ອົງ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ປິ່ນ​ປົວ​ຜູ້​ທີ່​ເຈັບ​ປ່ວຍ​ທາງ​ວິນ​ຍານ (ເບິ່ງ ມາ​ຣະ​ໂກ 2:15–17; ລູ​ກາ 4:17–18). ພຣະ​ອົງ​ໄດ້​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຄົນ​ອ້ອມ​ຂ້າງ ຫລື ຜູ້​ທີ່​ມີ​ບັນ​ຫາ​ໃນ​ອະ​ດີດ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ແລະ ພຣະ​ອົງ​ໄດ້​ປະ​ຕິ​ສຳ​ພັນ​ກັບ​ຜູ້​ທີ່​ເຮັດ​ບາບ. ພຣະ​ອົງ​ຍົກ​ຍ້ອງ​ສັດ​ທາ​ຂອງ​ທະ​ຫານ​ໂຣມ (ເບິ່ງ ມັດ​ທາຍ 8:5–13). ພຣະ​ອົງ​ໄດ້​ເອີ້ນ​ຄົນ​ເກັບ​ພາ​ສີ​ທີ່​ບໍ່​ໜ້າ​ໄວ້​ວາງ​ໃຈ​ໃຫ້​ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ສາ​ນຸ​ສິດ​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພຣະ​ອົງ (ເບິ່ງ ມາ​ຣະ​ໂກ 2:14). ເມື່ອ​ຜູ້​ຍິງ​ຄົນ​ໜຶ່ງ​ຖືກ​ກ່າວ​ຫາ​ຖານ​ຫລິ້ນ​ຊູ້, ພຣະ​ອົງ​ໄດ້​ເຮັດ​ໃຫ້​ນາງ​ຮູ້​ສຶກ​ປອດ​ໄພ ແລະ ດົນ​ໃຈ​ນາງ​ໃຫ້​ກັບ​ໃຈ ແລະ ດຳ​ລົງ​ຊີ​ວິດ​ທີ່​ດີ​ກວ່າ (ເບິ່ງ ໂຢ​ຮັນ 8:1–11).

ແຕ່​ພຣະ​ເຢ​ຊູ​ໄດ້​ເຮັດ​ຫລາຍ​ກວ່າ​ນັ້ນ. ພຣະ​ອົງ​ໄດ້​ສົ່ງ​ເສີມ​ທັດ​ສະ​ນະ​ຄະ​ຕິ​ຂອງ​ການ​ຍອມ​ຮັບ ແລະ ຄວາມ​ຮັກ​ດຽວ​ກັນ​ນີ້​ໃນ​ບັນ​ດາ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ. ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ຢູ່​ໃນ​ໃຈ​ຂອງ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ຢ່າງ​ແນ່​ນອນ ເມື່ອ​ເຖິງ​ເວ​ລາ​ທີ່​ເຂົາ​ເຈົ້າ​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄປ​ສູ່​ທຸກ​ຄົນ. ມັນ​ສະ​ທ້ອນ​ໃຫ້​ເຫັນ​ໃນ​ຄຳ​ເວົ້າ​ຂອງ​ເປ​ໂຕ​ທີ່​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ເຫັນ​ຄັກ​ແນ່​ແລ້ວ​ວ່າ ພຣະ​ເຈົ້າ​ເຮັດ​ກັບ​ທຸກ​ຄົນ​ໂດຍ​ບໍ່​ເລືອກ​ໜ້າ” (ກິດ​ຈະ​ການ 10:34).

ອາດ​ເປັນ​ໄປ​ໄດ້​ທີ່​ເກືອບ​ທຸກ​ຄົນ​ທີ່​ທ່ານ​ຖືກ​ເອີ້ນ​ໃຫ້​ສິດ​ສອນ ກຳ​ລັງ​ດີ້ນ​ລົນ​ໃນ​ທາງ​ໃດ​ທາງ​ໜຶ່ງ​ກັບ​ການ​ຮູ້​ສຶກ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ມີ​ຄຸນ​ຄ່າ. ໂດຍ​ວິ​ທີ​ທີ່​ທ່ານ​ຮັກ ແລະ ເຄົາ​ລົບ​ນັບ​ຖື​ເຂົາ​ເຈົ້າ, ທ່ານ​ຈະ​ສາ​ມາດ​ສື່​ສານ​ວ່າ ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຖືກ​ຮັບ​ຕ້ອນ​ເທົ່າ​ນັ້ນ ແຕ່ ເປັນ​ທີ່​ຕ້ອງ​ການ ນຳ​ອີກ. ທ່ານ​ສາ​ມາດ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ບໍ່​ເຂົ້າ​ຮ່ວມ, ຜູ້​ທີ່​ດີ້ນ​ລົນ, ຫລື ຜູ້​ທີ່​ເບິ່ງ​ຄື​ວ່າ​ບໍ່​ສົນ​ໃຈ, ໂດຍ​ທີ່​ອົດ​ທົນ​ຖ້າ​ຫາກ​ຄວາມ​ກ້າວ​ໜ້າ​ເບິ່ງ​ຄື​ວ່າ​ຊ້າໆ. ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ທຸກ​ຄົນ​ຮູ້​ສຶກ​ປອດ​ໄພ ແລະ ສະ​ບາຍ​ໃຈ​ທີ່​ຈະ​ແບ່ງ​ປັນ​ຂໍ້​ກັງ​ວົນ​ຂອງ​ເຂົາ​ເຈົ້າ​ກັບ​ເພື່ອນ​ຜູ້​ທີ່​ເຊື່ອ​ດ້ວຍ​ກັນ. ແລະ ທ່ານ​ກໍ​ສາ​ມາດ​ເຮັດ​ໄດ້​ຫລາຍ​ກວ່າ​ນັ້ນ. ທ່ານ​ສາ​ມາດ​ດົນ​ໃຈ​ຜູ້​ຮຽນ​ທຸກ​ຄົນ​ໃຫ້​ຊ່ວຍ​ທ່ານ​ສ້າງ​ສະ​ພາບ​ແວດ​ລ້ອມ ບ່ອນ​ທີ່​ຄຳ​ສອນ​ຖືກ​ສິດ​ສອນ​ໃນ​ວິນ​ຍານ​ຂອງ​ຄວາມ​ເຄົາ​ລົບ​ນັບ​ຖື, ການ​ເປັນ​ພາກ​ສ່ວນ, ແລະ ຄວາມ​ຮັກ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ຄົນ​ຮູ້​ສຶກ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ມີ​ຄຸນ​ຄ່າ? ແມ່ນ​ຫຍັງ​ທີ່​ດົນ​ໃຈ​ຄົນ​ໃຫ້​ເຄົາ​ລົບ​ນັບ​ຖື ແລະ ເຫັນ​ຄຸນ​ຄ່າ​ຄົນ​ອື່ນ? ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ, ທ່ານ​ຖືກ​ກະ​ຕຸ້ນ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ສາ​ມາດ​ຮູ້​ສຶກ​ຖືກ​ຮັບ​ຕ້ອນ ແລະ ເປັນ​ທີ່​ຕ້ອງ​ການ?

ຈາກ​ພຣະ​ຄຳ​ພີ: ໂຢ​ຮັນ 4; 2 ນີ​ໄຟ 26:27–28, 33; ແອວ​ມາ 1:26; 3 ນີ​ໄຟ 18:22–25

ຮູບ​ພາບ
ພໍ່​ກຳ​ລັງ​ສິດ​ສອນ​ລູກໆ

ຄູ​ສອນ​ສາ​ມາດ​ຊ່ວຍ​ໃຫ້​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ​ຮູ້​ສຶກ​ເປັນ​ທີ່​ຮັກ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ຜູ້​ທີ່​ພຣະ​ອົງ​ໄດ້​ສິດ​ສອນ.

ໃນ​ທ້າຍ​ຂອງ​ມື້​ທີ່​ດີ​ເລີດ ແລະ ເຊີດ​ຊູ​ໃຈ​ຂອງ​ການ​ສິດ​ສອນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ບັນ​ດາ​ຊາວ​ນີ​ໄຟ, ພຣະ​ເຢ​ຊູ​ໄດ້​ສັງ​ເກດ​ເຫັນ​ວ່າ ມັນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ຈະ​ຈາກ​ໄປ. ພຣະ​ອົງ​ມີ​ຜູ້​ຄົນ​ອື່ນໆ​ທີ່​ຈະ​ໄປ​ຢ້ຽມ​ຢາມ. “ເຈົ້າ​ຈົ່ງ​ກັບ​ໄປ​ບ້ານ​ຂອງ​ເຈົ້າ,” ພຣະ​ອົງ​ໄດ້​ກ່າວ, “ແລະ ຈົ່ງ​ຕຽມ​ຈິດ​ໃຈ​ໄວ້​ສຳ​ລັບ​ມື້​ອື່ນ.” ແຕ່​ຜູ້​ຄົນ​ຍັງ​ນັ່ງ​ຢູ່ “ຫລັ່ງ​ນ້ຳ​ຕາ,” ຫລຽວ​ເບິ່ງ “ພຣະ​ອົງ​ຄື​ກັບ​ວ່າ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ອີກ​ໜ້ອຍ​ໜຶ່ງ.” ໂດຍ​ທີ່​ຮູ້​ເຖິງ​ຄວາມ​ຕ້ອງ​ການ​ທີ່​ບໍ່​ໄດ້​ເວົ້າ​ອອກ​ມາ​ຂອງ​ພວກ​ເຂົາ ແລະ “ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ,” ພຣະ​ເຢ​ຊູ​ຈຶ່ງ​ໄດ້​ຢູ່​ນຳ​ຕື່ມ​ອີກ​ໜ້ອຍ​ໜຶ່ງ (3 ນີ​ໄຟ 17:3, 5–6). ພຣະ​ອົງ​ໄດ້​ໃຫ້​ພອນ​ແກ່​ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປັນ​ທຸກ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ຄຸ​ເຂົ່າ ແລະ ອະ​ທິ​ຖານ​ກັບ​ພວກ​ເຂົາ. ພຣະ​ອົງ​ໄດ້​ກັນ​ແສງ​ກັບ​ພວກ​ເຂົາ, ແລະ ພຣະ​ອົງ​ໄດ້​ປິ​ຕິ​ຍິນ​ດີ​ກັບ​ພວກ​ເຂົາ.

ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ພຣະ​ຄໍາ ແລະ ການ​ກະ​ທຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດ້ວຍ​ການ​ອະ​ທິ​ຖານ​ໃນ 3 ນີ​ໄຟ 17. ໄຕ່​ຕອງ​ຄວາມ​ຮັກ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ຜູ້​ທີ່​ພຣະ​ອົງ​ໄດ້​ສິດ​ສອນ. ຊອກ​ຫາ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຢູ່​ໃນ​ບ່ອນ​ອື່ນໆ​ໃນ​ພຣະ​ຄຳ​ພີ. ແລ້ວ​ໃຫ້​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ. ທ່ານ​ຈະ​ສະ​ແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເໝາະ​ສົມ​ໄດ້​ແນວ​ໃດ? ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ທ່ານ. ຖ້າ​ຫາກ​ທ່ານ​ພົບ​ເຫັນ​ວ່າ​ມັນ​ຍາກ​ທີ່​ຈະ​ຮູ້​ສຶກ ຫລື ສະ​ແດງ​ຄວາມ​ຮັກ​ຕໍ່​ຜູ້​ທີ່​ທ່ານ​ສິດ​ສອນ, ໃຫ້​ເລີ່ມ​ຕົ້ນ​ໂດຍ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ແລ້ວ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ [ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ], ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ” (ໂມ​ໂຣ​ໂນ 7:48). ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄວາມ​ກັງ​ວົນ​ຂອງ​ທ່ານ​ສຳ​ລັບ​ການ​ສິດ​ສອນ​ບົດ​ຮຽນ ບໍ່​ຄວນ​ລົບ​ກວນ​ທ່ານ​ຈາກ​ການ​ສະ​ແດງ​ຄວາມ​ຮັກ​ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານ. ສ່ວນ​ຫລາຍ​ວິ​ທີ​ທີ່​ທ່ານ​ປະ​ຕິ​ບັດ​ຕໍ່​ຜູ້​ຄົນ​ກໍ​ມີ​ຄວາມ​ສຳ​ຄັນ​ເທົ່າໆ​ກັບ​ສິ່ງ​ທີ່​ທ່ານ​ສິດ​ສອນ​ເຂົາ​ເຈົ້າ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ຈັກ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ທ່ານ​ແນວ​ໃດ? ພໍ່​ແມ່ ຫລື ຄູ​ສອນ​ຄົນ​ອື່ນ​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? ຄົນ​ທີ່​ທ່ານ​ສິດ​ສອນ​ຮູ້​ບໍ​ວ່າ​ທ່ານ​ຮັກ​ເຂົາ​ເຈົ້າ? ເຂົາ​ເຈົ້າ​ຮູ້​ບໍ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຂົາ​ເຈົ້າ?

ຈາກ​ພຣະ​ຄຳ​ພີ: ມາ​ຣະ​ໂກ 6:31–42; ໂຢ​ຮັນ 13:3–16, 34–35; 15:12–13; 1 ໂກ​ຣິນ​ໂທ 13:1–7; 1 ໂຢ​ຮັນ 4:7–11

ບາງ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້

  • ຖ້າ​ຫາກ​ທ່ານ​ກຳ​ລັງ​ສິດ​ສອນ​ຫ້ອງ​ຮຽນ, ໃຫ້​ຮຽນ​ຮູ້​ຊື່​ຂອງ​ຜູ້​ຮຽນ ແລະ ໃຊ້​ມັນ​ໃນ​ເວ​ລາ​ທີ່​ທ່ານ​ສິດ​ສອນ.

  • ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເມື່ອ​ຜູ້​ຮຽນ​ປະ​ກອບ​ສ່ວນ.

  • ປະ​ຕິ​ສຳ​ພັນ​ກັບ​ຜູ້​ຮຽນ ກ່ອນ ແລະ ຫລັງ​ຈາກ​ທ່ານ​ສິດ​ສອນ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ພັດ​ທະ​ນາ​ບັນ​ຍາ​ກາດ​ແຫ່ງ​ຄວາມ​ຮັກ ແລະ ຄວາມ​ເຄົາ​ລົບ​ນັບ​ຖື​ກັນ​ແລະ​ກັນ.

  • ຟັງ​ຢ່າງ​ຕັ້ງ​ໃຈ—ເມື່ອ​ທ່ານ​ກຳ​ລັງ​ສິດ​ສອນ ແລະ ໃນ​ເວ​ລາ​ອື່ນໆ.

  • ປະ​ຕິ​ບັດ​ການ​ຮັບ​ໃຊ້​ສຳ​ລັບ​ຜູ້​ທີ່​ທ່ານ​ສິດ​ສອນ.

  • ເຕັມ​ໃຈ​ທີ່​ຈະ​ປັບ​ປ່ຽນ​ແຜນ​ການ​ສິດ​ສອນ ເພື່ອ​ໃຊ້​ເວ​ລາ​ຫລາຍ​ຂຶ້ນ​ກັບ​ຫລັກ​ທຳ​ທີ່​ມີ​ຄວາມ​ໝາຍ​ຕໍ່​ຜູ້​ທີ່​ທ່ານ​ສິດ​ສອນ.