ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ສິດ​ສອນ​ໂດຍ​ພຣະ​ວິນ​ຍານ


“ສິດ​ສອນ​ໂດຍ​ພຣະ​ວິນ​ຍານ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ສິດ​ສອນ​ໂດຍ​ພຣະ​ວິນ​ຍານ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຢູ​ດາຍ

ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ໄດ້​ໃຊ້​ເວ​ລາ​ເພື່ອ​ກະ​ກຽມ​ທາງ​ວິນ​ຍານ​ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ເຮົາ​ກໍ​ຄວນ​ກະ​ກຽມ​ຕົວ​ເອງ​ເພື່ອ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ.

ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບັນ​ຊາ​ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ພວກ​ເພິ່ນ​ວ່າ, “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຖືກ​ສົ່ງ​ໄປ​ໃຫ້ ໃນ​ການ​ເປັນ​ພະ​ຍານ​ເຖິງ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ກ່າວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:8; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:15–17; 50:17–22 ນຳ​ອີກ). ຄຳ​ສັນ​ຍາ​ດຽວ​ກັນ​ນີ້​ກໍ​ໃຊ້​ໄດ້​ກັບ​ທຸກ​ຄົນ​ທີ່​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ທ່ານ. ຂະ​ນະ​ທີ່​ທ່ານ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ກັບ​ທ່ານ​ເພື່ອ​ຊີ້​ນຳ​ທ່ານ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຕໍ່​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ຜູ້​ທີ່​ທ່ານ​ສິດ​ສອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2). ທ່ານ​ບໍ່​ໄດ້​ຢູ່​ຄົນ​ດຽວ​ເມື່ອ​ທ່ານ​ສິດ​ສອນ, ເພາະ “ຈົ່ງ​ເວົ້າ​ຕາມ​ຖ້ອຍ​ຄຳ​ທີ່​ພຣະ​ເຈົ້າ​ໂຜດ​ໃຫ້​ເຈົ້າ​ເວົ້າ ເພາະ​ວ່າ​ບໍ່​ແມ່ນ​ເຈົ້າ​ເອງ​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ມາ​ຣະ​ໂກ 13:11).

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ຄູ​ສອນ​ທີ່​ແທ້​ຈິງ. ບໍ່​ມີ​ຄູ​ສອນ​ທີ່​ເປັນ​ມະ​ນຸດ​ຄົນ​ໃດ, ບໍ່​ມີ​ທັກ​ສະ ຫລື ປະ​ສົບ​ການ​ໃດ, ທີ່​ສາ​ມາດ​ມາ​ແທນ​ທີ່​ບົດ​ບາດ​ຂອງ​ພຣະ​ອົງ ໃນ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ, ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ, ແລະ ການ​ປ່ຽນ​ແປງ​ຫົວ​ໃຈ. ແຕ່​ຄູ​ສອນ​ທຸກ​ຄົນ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ການ​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ຮຽນ​ຮູ້​ໂດຍ​ພຣະ​ວິນ​ຍານ​ໄດ້.

ເພື່ອ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ

  • ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ.

  • ພ້ອມ​ສະ​ເໝີ​ທີ່​ຈະ​ຕອບ​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຮຽນ.

  • ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ໂອ​ກາດ​ສຳ​ລັບ​ຜູ້​ຮຽນ​ເພື່ອ​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ຊ່ວຍ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ.

  • ສະ​ແດງ​ປະ​ຈັກ​ພະ​ຍານ​ເລື້ອຍໆ, ແລະ ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ຄວາມ​ຮູ້​ສຶກ, ປະ​ສົບ​ການ, ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ​ເພື່ອ​ສິດ​ສອນ

ເພື່ອ​ກະ​ກຽມ​ສຳ​ລັບ​ພາ​ລະ​ກິດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ເວ​ລາ 40 ມື້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ “ເພື່ອ​ໄປ​ຢູ່​ກັບ​ພຣະ​ເຈົ້າ” (ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 4:1 [ໃນ ມັດ​ທາຍ 4:1, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ]). ແຕ່​ການ​ກະ​ກຽມ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ດົນ​ນານ​ກ່ອນ​ນັ້ນ. ເມື່ອ​ຊາ​ຕານ​ໄດ້​ລໍ້​ລວງ​ພຣະ​ອົງ, ພຣະ​ອົງ​ສາ​ມາດ​ໃຊ້ “ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ” ພຣະ​ອົງ​ໄດ້​ສະ​ສົມ​ໄວ້​ສຳ​ລັບ “ຊົ່ວ​ໂມງ​ນັ້ນ” ເມື່ອ​ພຣະ​ອົງ​ຕ້ອງ​ການ​ມັນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:85). ໃຫ້​ຄິດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເອງ​ທີ່​ຈະ​ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ​ເພື່ອ​ສິດ​ສອນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ມັດ​ທາຍ 4:1–11 ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ການ​ກະ​ກຽມ​ທາງ​ວິນ​ຍານ​ຂອງ​ທ່ານ?

ພຣະ​ວິນ​ຍານ​ເປັນ​ຄູ​ສອນ​ທີ່​ແທ້​ຈິງ ແລະ ເປັນ​ແຫລ່ງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ. ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ພະ​ລັງ​ຮຽກ​ຮ້ອງ​ບໍ່​ພຽງ​ແຕ່​ການ​ກະ​ກຽມ​ບົດ​ຮຽນ​ເທົ່າ​ນັ້ນ ແຕ່​ຕ້ອງ​ກະ​ກຽມ​ຕົວ​ທ່ານ​ເອງ​ທາງ​ວິນ​ຍານ​ນຳ​ອີກ ກ່ອນ​ທ່ານ​ເລີ່ມ​ຕົ້ນ​ສິດ​ສອນ. ຖ້າ​ຫາກ​ທ່ານ​ກະ​ກຽມ​ທາງ​ວິນ​ຍານ, ທ່ານ​ຈະ​ສາ​ມາດ​ໄດ້​ຍິນ​ດີ​ຂຶ້ນ​ກວ່າ​ເກົ່າ ແລະ ເຮັດ​ຕາມ​ການ​ຊົງ​ນຳ​ຂອງ​ພຣະ​ວິນ​ຍານ​ໄດ້​ດີ​ກວ່າ​ເກົ່າ ຂະ​ນະ​ທີ່​ທ່ານ​ສິດ​ສອນ. ວິ​ທີ​ທີ່​ຈະ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເຂົ້າ​ມາ​ໃນ​ການ​ສິດ​ສອນ​ຂອງ​ທ່ານ ຄື​ການ​ເຊື້ອ​ເຊີນ​ໃຫ້​ພຣະ​ອົງ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ. ສິ່ງ​ນີ້​ແມ່ນ​ລວມ​ທັງ​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ. ແລະ ເພາະ​ວ່າ​ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ​ເຮັດ​ສິ່ງ​ນີ້​ໄດ້​ຢ່າງ​ສົມ​ບູນ, ມັນ​ຈຶ່ງ​ໝາຍ​ເຖິງ​ການ​ກັບ​ໃຈ​ໃນ​ແຕ່​ລະ​ວັນ​ນຳ​ອີກ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ການ​ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ​ເພື່ອ​ສິດ​ສອນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່​ເພື່ອ​ປັບ​ປຸງ​ວິ​ທີ​ທີ່​ທ່ານ​ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ? ທ່ານ​ຄິດ​ວ່າ​ການ​ກະ​ກຽມ​ທາງ​ວິນ​ຍານ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ການ​ສິດ​ສອນ​ຂອງ​ທ່ານ​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: ເອ​ຊະ​ຣາ 7:10; ລູ​ກາ 6:12; ແອວ​ມາ 17:2–3, 9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:21; 42:13–14

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພ້ອມ​ສະ​ເໝີ​ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ

ຢາ​ອີ​ໂຣ, ຫົວ​ໜ້າ​ທຳ​ມະ​ສາ​ລາ, ໄດ້​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ, ອ້ອນ​ວອນ​ໃຫ້​ພຣະ​ອົງ​ຊ່ວຍ​ລູກ​ສາວ​ຂອງ​ລາວ​ທີ່​ໃກ້​ຈະ​ສິ້ນ​ໃຈ​ຕາຍ. ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກຳ​ລັງ​ເດີນ​ຜ່ານ​ປະ​ຊາ​ຊົນ​ທີ່​ໜາ​ແໜ້ນ​ໃນ​ຖະ​ໜົນ ມຸ້ງ​ໜ້າ​ໄປ​ຫາ​ເຮືອນ​ຂອງ​ຢາ​ອີ​ໂຣ ແຕ່​ໃນ​ທັນ​ໃດ ພຣະ​ເຢ​ຊູ​ໄດ້​ຢຸດ. “ແມ່ນ​ຜູ້​ໃດ​ບາຍ​ເຮົາ?” ພຣະ​ອົງ​ໄດ້​ຖາມ. ເບິ່ງ​ຄື​ວ່າ​ມັນ​ເປັນ​ຄຳ​ຖາມ​ແປກໆ—ໃນ​ກຸ່ມ​ຜູ້​ຄົນ, ທີ່ ບໍ່​ໄດ້ ບາຍ​ພຣະ​ອົງ? ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ຮູ້​ວ່າ ຢູ່​ໃນ​ຝູງ​ຊົນ​ນັ້ນ, ມີ​ບາງ​ຄົນ​ໄດ້​ເຂົ້າ​ມາ​ຫາ​ພຣະ​ອົງ ດ້ວຍ​ຄວາມ​ຕ້ອງ​ການ​ສະ​ເພາະ ແລະ ດ້ວຍ​ສັດ​ທາ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ທີ່​ພຣະ​ອົງ​ມອບ​ໃຫ້. ຍັງ​ມີ​ເວ​ລາ​ທີ່​ຈະ​ໄປ​ຢ້ຽມ​ລູກ​ສາວ​ຂອງ​ຢາ​ອີ​ໂຣ​ຢູ່. ແຕ່​ກ່ອນ​ອື່ນ​ພຣະ​ອົງ​ໄດ້​ກ່າວ​ກັບ​ຜູ້​ຍິງ​ທີ່​ໄດ້​ບາຍ​ເຄື່ອງ​ນຸ່ງ​ຂອງ​ພຣະ​ອົງ​ວ່າ, “ລູກ​ຍິງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີ້ນ” (ເບິ່ງ ລູ​ກາ 8:41–48).

ໃນ​ຖາ​ນະ​ຄູ​ສອນ, ບາງ​ເທື່ອ​ທ່ານ​ອາດ​ພົບ​ເຫັນ​ຕົນ​ເອງ​ຮີບ​ຮ້ອນ​ທີ່​ຈະ​ກ່າວ​ເຖິງ​ບາງ​ສິ່ງ​ທີ່​ທ່ານ​ໄດ້​ກະ​ກຽມ​ເພື່ອ​ສິດ​ສອນ. ເຖິງ​ແມ່ນ​ວ່າ​ສິ່ງ​ນັ້ນ​ອາດ​ສຳ​ຄັນ, ແຕ່​ໃຫ້​ແນ່​ໃຈ​ວ່າ ໃນ​ຄວາມ​ຮີບ​ຮ້ອນ​ຂອງ​ທ່ານ ທ່ານ​ບໍ່​ໄດ້​ຕັ້ງ​ໃຈ​ຮີບ​ຮ້ອນ​ຜ່ານ​ຂ້າມ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ຂອງ​ຄົນ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ນອກ​ເໜືອ​ໄປ​ຈາກ​ການ​ຊີ້​ນຳ​ທາງ​ວິນ​ຍານ​ທີ່​ທ່ານ​ສະ​ແຫວງ​ຫາ ຂະ​ນະ​ທີ່​ທ່ານ ກະ​ກຽມ ທີ່​ຈະ​ສິດ​ສອນ, ໃຫ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ ຂະ​ນະ ທີ່​ທ່ານ​ກຳ​ລັງ​ສິດ​ສອນ. ພະ​ຍາ​ຍາມ​ຮູ້​ສຶກ​ເຖິງ​ຄວາມ​ຕ້ອງ​ການ, ຄຳ​ຖາມ, ແລະ ຄວາມ​ສົນ​ໃຈ​ຂອງ​ຜູ້​ຮຽນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຫລິງ​ເຫັນ​ວິ​ທີ​ທີ່​ຜູ້​ຮຽນ​ໄດ້​ຮັບ ຫລື ເຂົ້າ​ໃຈ​ບາງ​ສິ່ງ​ທີ່​ທ່ານ​ໄດ້​ສິດ​ສອນ. ພຣະ​ອົງ​ອາດ​ກະ​ຕຸ້ນ​ທ່ານ, ເປັນ​ບາງ​ຄັ້ງ, ເພື່ອ​ໃຫ້​ປ່ຽນ​ແຜນ​ການ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຮູ້​ສຶກ​ປະ​ທັບ​ໃຈ​ໃຫ້​ໃຊ້​ເວ​ລາ​ຫລາຍ​ກວ່າ​ທີ່​ທ່ານ​ຕັ້ງ​ໃຈ​ກັບ​ຫົວ​ຂໍ້​ໃດ​ໜຶ່ງ ຫລື ເກັບ​ການ​ສົນ​ທະ​ນາ​ນັ້ນ​ໄວ້​ທີ​ຫລັງ ເພື່ອ​ກ່າວ​ເຖິງ​ບາງ​ສິ່ງ​ທີ່​ສຳ​ຄັນ​ກວ່າ​ຕໍ່​ຜູ້​ຮຽນ​ໃນ​ເວ​ລາ​ນັ້ນ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ທ່ານ​ເຄີຍ​ຮູ້​ສຶກ​ວ່າ​ພໍ່​ແມ່ ຫລື ຄູ​ສອນ​ຄົນ​ອື່ນ​ຮູ້​ຈັກ​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ຮຽນ​ເມື່ອ​ໃດ? ຜູ້​ທີ່​ທ່ານ​ສິດ​ສອນ​ຮູ້​ບໍ​ວ່າ ທ່ານ​ສົນ​ໃຈ​ກັບ​ການ​ຮຽນ​ຮູ້​ຂອງ​ເຂົາ​ເຈົ້າ​ຫລາຍ​ກວ່າ​ການ​ສິດ​ສອນ​ບົດ​ຮຽນ​ໃຫ້​ຈົບ? ທ່ານ​ຈະ​ສາ​ມາດ​ສື່​ສານ​ຄວາມ​ສົນ​ໃຈ​ຂອງ​ທ່ານ​ໃຫ້​ດີ​ຂຶ້ນ​ໄດ້​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: 1 ເປ​ໂຕ 3:15; ແອວ​ມາ 32:1–9; 40:1; 41:1; 42:1

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຫ້​ໂອ​ກາດ​ຜູ້​ຄົນ​ທີ່​ຈະ​ໄດ້​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ມັນ​ເປັນ​ເລື່ອງ​ຍາກ​ສຳ​ລັບ​ຫລາຍ​ຄົນ​ໃນ​ສະ​ໄໝ​ຂອງ​ພຣະ​ເຢ​ຊູ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ພຣະ​ອົງ​ເປັນ​ໃຜ​ກັນ​ແທ້, ແຕ່​ກໍ​ມີ​ຄວາມ​ຄິດ​ເຫັນ​ຢ່າງ​ຫລວງ​ຫລາຍ. “ບາງ​ຄົນ​ເວົ້າ​ວ່າ​ທ່ານ​ເປັນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ,” ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ລາຍ​ງານ, “ຄົນ​ອື່ນ​ເວົ້າ​ວ່າ​ທ່ານ​ເປັນ​ເອ​ລີ​ຢາ; ສ່ວນ​ຄົນ​ອື່ນ​ອີກ​ວ່າ​ທ່ານ​ເປັນ​ເຢ​ເຣ​ມີ​ຢາ, ຫລື ເປັນ [ສາດ​ສະ​ດາ].” ແຕ່​ແລ້ວ​ພຣະ​ເຢ​ຊູ​ໄດ້​ຖາມ​ຄຳ​ຖາມ​ທີ່​ເຊື້ອ​ເຊີນ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ປະ​ຖິ້ມ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ ແລະ ໃຫ້​ເບິ່ງ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ຕົນ​ເອງ: “ແລ້ວ​ພວກ​ເຈົ້າ​ເດ ວ່າ​ເຮົາ​ເປັນ​ຜູ້​ໃດ?” ພຣະ​ອົງ​ຢາກ​ໃຫ້​ພວກ​ເພິ່ນ​ພົບ​ເຫັນ​ຄຳ​ຕອບ​ຂອງ​ຕົນ​ເອງ ບໍ່​ແມ່ນ​ຈາກ “ມະ​ນຸດ” ແຕ່​ໂດຍ​ກົງ​ຈາກ “ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.” ການ​ເປັນ​ພະ​ຍານ​ແບບ​ນີ້—ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ທີ່​ເຮັດ​ໃຫ້​ເປ​ໂຕ​ປະ​ກາດ​ວ່າ, “ພຣະ​ອົງ​ເປັນ​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່” (ເບິ່ງ ມັດ​ທາຍ 16:13–17).

ເພື່ອ​ຈະ​ຢູ່​ລອດ​ທາງ​ວິນ​ຍານ​ໃນ​ຍຸກ​ສຸດ​ທ້າຍ, ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຈະ​ຕ້ອງ​ການ​ພະ​ຍານ​ທາງ​ວິນ​ຍານ​ເຖິງ​ຄວາມ​ຈິງ. ທ່ານ​ບໍ່​ສາ​ມາດ​ມອບ​ມັນ​ໃຫ້​ເຂົາ​ເຈົ້າ, ແຕ່​ທ່ານ​ສາ​ມາດ​ເຊື້ອ​ເຊີນ, ຊຸກ​ຍູ້, ດົນ​ໃຈ, ແລະ ສິດ​ສອນ​ເຂົາ​ເຈົ້າ​ໃຫ້​ສະ​ແຫວງ​ຫາ​ມັນ. ທ່ານ​ສາ​ມາດ​ເຮັດ​ໃຫ້​ແຈ້ງ​ຊັດ—ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານ—ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສຳ​ຄັນ​ຕໍ່​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຂະ​ໜາດ​ໃດ. ໃຫ້​ພິ​ຈາ​ລະ​ນາ, ຍົກ​ຕົວ​ຢ່າງ, ສະ​ພາບ​ແວດ​ລ້ອມ​ຂອງ​ການ​ຮຽນ​ຮູ້​ທີ່​ທ່ານ​ສ້າງ ແລະ ຊຸກ​ຍູ້. ບາງ​ສິ່ງ​ບາງ​ຢ່າງ​ທີ່​ລຽບ​ງ່າຍ​ດັ່ງ​ເຊັ່ນ​ການ​ລຽນ​ຕັ່ງ​ຢູ່​ໃນ​ຫ້ອງ ຫລື ວິ​ທີ​ທີ່​ທ່ານ​ທັກ​ທາຍ ແລະ ປະ​ຕິ​ສຳ​ພັນ​ກັບ​ຜູ້​ຮຽນ ຈະ​ສ້າງ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ສຳ​ລັບ​ປະ​ສົບ​ການ​ທີ່​ຜູ້​ຮຽນ​ຈະ​ມີ. ທ່ານ​ກໍ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ກະ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ​ນຳ​ອີກ​ເພື່ອ​ຮຽນ​ຮູ້, ຄື​ກັນ​ກັບ​ທີ່​ທ່ານ​ໄດ້​ກະ​ກຽມ​ທາງ​ວິນ​ຍານ​ເພື່ອ​ສິດ​ສອນ. ຂໍ​ໃຫ້​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຮູ້​ສຶກ​ທີ່​ເຂົາ​ເຈົ້າ​ເອົາ​ມາ​ນຳ. ແລະ ທ່ານ​ສາ​ມາດ​ຈັດ​ຫາ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ພຣະ​ວິນ​ຍານ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພະ​ຍານ​ນັ້ນ​ຈະ​ກາຍ​ເປັນ “ສີ​ລາ” ສຳ​ລັບ​ພວກ​ເຂົາ, “ປະ​ຕູ​ແຫ່ງ​ແດນ​ມໍ​ຣະ​ນາ​ຈະ​ເອົາ​ຊະ​ນະ [ພວກ​ເຂົາ] ບໍ່​ໄດ້” (ມັດ​ທາຍ 16:18).

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ທ່ານ​ໄດ້​ສັງ​ເກດ​ເຫັນ​ຫຍັງ​ແດ່​ທີ່​ມີ​ສ່ວນ​ຊ່ວຍ​ໃຫ້​ກັບ​ສະ​ພາບ​ແວດ​ລ້ອມ​ທາງ​ວິນ​ຍານ​ສໍາ​ລັບ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພຣະ​ວິນ​ຍານ​ລົດ​ນ້ອຍ​ລົງ? ແມ່ນ​ຫຍັງ​ທີ່​ຊ່ວຍ​ໃຫ້​ຜູ້​ຄົນ​ທີ່​ທ່ານ​ສິດ​ສອນ​ຮຽນ​ຮູ້​ຈາກ​ພຣະ​ວິນ​ຍານ? ຄິດ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ບ່ອນ​ທີ່​ທ່ານ​ສິດ​ສອນ​ເລື້ອຍໆ. ທ່ານ​ຮູ້​ສຶກ​ແນວ​ໃດ​ຕອນ​ທ່ານ​ຢູ່​ທີ່​ນັ້ນ? ທ່ານ​ຈະ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ພຣະ​ວິນ​ຍານ​ມາ​ສະ​ຖິດ​ຢູ່​ທີ່​ນັ້ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ໄດ້​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: ລູ​ກາ 24:31–32; ໂຢ​ຮັນ 14:26; 16:13–15; ໂມ​ໂຣ​ໄນ 10:4–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:16–17; 50:13–24

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຄອບ​ຄົວ​ໜຶ່ງ

ຂະ​ນະ​ທີ່​ເຮົາ​ສິດ​ສອນ, ເຮົາ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ຜູ້​ຮຽນ​ສະ​ແຫວງ​ຫາ​ພະ​ຍານ​ທາງ​ວິນ​ຍານ​ເຖິງ​ຄວາມ​ຈິງ​ດ້ວຍ​ຕົວ​ເຂົາ​ເຈົ້າ​ເອງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ໃຫ້​ຄົນ​ອື່ນ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ສ່ວນ​ຕົວ

ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ສື່​ສານ​ກັບ​ເຮົາ—ແລະ ພຣະ​ອົງ​ຢາກ​ໃຫ້​ເຮົາ​ຮູ້​ວ່າ ພຣະ​ອົງ​ກຳ​ລັງ​ສື່​ສານ​ກັບ​ເຮົາ. ໃນ​ປີ 1829, ນາຍ​ຄູ​ຄົນ​ໜຶ່ງ​ຊື່ ອໍ​ລີ​ເວີ ຄາວ​ເດີ​ຣີ ອາ​ຍຸ 22 ປີ ໄດ້​ຍິນ​ກ່ຽວ​ກັບ​ຄຳ​ສອນ​ທີ່​ກ້າ​ຫານ ແລະ ໜ້າ​ຕື່ນ​ເຕັ້ນ ວ່າ​ທຸກ​ຄົນ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ແຕ່​ເພິ່ນ​ມີ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ກັບ​ຫລາຍ​ຄົນ​ໃນ​ພວກ​ເຮົາ​ມີ: “ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ກ່າວ​ກັບ​ເຮົາ​ແທ້ໆ​ບໍ? ແລະ ເຮົາ​ຈະ​ຮູ້​ຈັກ​ສິ່ງ​ທີ່​ພຣະ​ອົງ​ກຳ​ລັງ​ກ່າວ​ໄດ້​ແນວ​ໃດ?” ເພື່ອ​ຕອບ​ຄຳ​ຖາມ​ເຫລົ່າ​ນີ້, ພຣະ​ເຢ​ຊູ​ຄຣິດ​ໄດ້​ເຊື້ອ​ເຊີນ​ໃຫ້​ອໍ​ລີ​ເວີ​ຄິດ​ຄືນ​ຫລັງ​ເຖິງ​ເວ​ລາ​ສ່ວນ​ຕົວ​ຕອນ​ສະ​ແຫວງ​ຫາ​ທາງ​ວິນ​ຍານ. “ເຮົາ​ບໍ່​ໄດ້​ກ່າວ​ໃຫ້​ຄວາມ​ສະ​ຫງົບ​ແກ່​ຈິດ​ໃຈ​ຂອງ​ເຈົ້າ​ບໍ?” ພຣະ​ອົງ​ໄດ້​ຖາມ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:21–24). ຕໍ່​ມາ, ພຣະ​ອົງ​ໄດ້​ສິດ​ສອນ​ອໍ​ລີ​ເວີ​ກ່ຽວ​ກັບ​ວິ​ທີ​ອື່ນ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ກ່າວ​ກັບ​ເພິ່ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2–3; 9:7–9; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12–14 ນຳ​ອີກ).

ການ​ຢູ່​ໃນ​ໂລກ​ທີ່​ມັກ​ຈະ​ລືມ​ສິ່ງ​ທີ່​ເປັນ​ຝ່າຍ​ວິນ​ຍານ, ເຮົາ​ທຸກ​ຄົນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ. ເຮົາ​ອາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໂດຍ​ບໍ່​ຮູ້​ສຶກ​ຕົວ. ແລະ ເຮົາ​ທຸກ​ຄົນ​ສາ​ມາດ​ຮຽນ​ຮູ້​ຕື່ມ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ສະ​ແຫວງ​ຫາ​ພຣະ​ວິນ​ຍານ, ຮັບ​ຮູ້​ອິດ​ທິ​ພົນ​ຂອງ​ພຣະ​ອົງ, ແລະ ກະ​ທຳ​ຕາມ​ການ​ກະ​ຕຸ້ນ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ເຮົາ. ຂະ​ນະ​ທີ່​ທ່ານ​ສິດ​ສອນ, ຈົ່ງ​ຊ່ວຍ​ໃຫ້​ຜູ້​ຮຽນ​ຄົ້ນ​ພົບ​ວິ​ທີ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ສື່​ສານ—ແລະ ວິ​ທີ​ທີ່​ພຣະ​ອົງ​ໄດ້​ສື່​ສານ​ກັບ​ເຂົາ​ເຈົ້າ. ໜຶ່ງ​ໃນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ທ່ານ​ສາ​ມາດ​ມອບ​ໃຫ້​ໃນ​ຖາ​ນະ​ຄູ​ສອນ​ຄື ການ​ຊ່ວຍ​ໃຫ້​ຜູ້​ທີ່​ທ່ານ​ສິດ​ສອນ​ກ້າວ​ໜ້າ ໃນ​ການ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຕະ​ຫລອດ​ຊີ​ວິດ​ນີ້.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ເປັນ​ຫຍັງ​ການ​ຮຽນ​ຮູ້​ທີ່​ຈະ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈຶ່ງ​ສຳ​ຄັນ? ມີ​ໃຜ​ເຄີຍ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ວິ​ທີ​ສະ​ແຫວງ​ຫາ ແລະ ຮັບ​ຮູ້​ການ​ເປີດ​ເຜີຍ​ບໍ? ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້​ໃຫ້​ຄົນ​ທີ່​ທ່ານ​ສິດ​ສອນ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ການ​ເປີດ​ເຜີຍ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: ຄາ​ລາ​ເຕຍ 5:22–23; ແອວ​ມາ 5:45–47; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61; 121:33; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:8–20

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ຕໍ່​ຜູ້​ທີ່​ພຣະ​ອົງ​ສິດ​ສອນ

ໃນ​ຊ່ວງ​ເວ​ລາ​ທີ່​ລະ​ອຽດ​ອ່ອນ​ເປັນ​ພິ​ເສດ​ຂອງ​ການ​ສິດ​ສອນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ພຣະ​ເຢ​ຊູ​ໄດ້​ພະ​ຍາ​ຍາມ​ປອບ​ໂຍນ​ນາງ​ມາ​ທາ​ເພື່ອນ​ຂອງ​ພຣະ​ອົງ, ຜູ້​ທີ່​ນ້ອງ​ຊາຍ​ໄດ້​ເສຍ​ຊີ​ວິດ. ພຣະ​ອົງ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ທີ່​ລຽບ​ງ່າຍ​ກັບ​ນາງ ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ ທີ່​ວ່າ: “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ” (ໂຢ​ຮັນ 11:23). ພະ​ຍານ​ຂອງ​ພຣະ​ອົງ​ໄດ້​ກະ​ຕຸ້ນ​ນາງ​ມາ​ທາ​ໃຫ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ນາງ​ເອງ​ວ່າ: “ຂ້າ​ນ້ອຍ​ຮູ້​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ ໃນ​ການ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ວັນ​ສຸດ​ທ້າຍ” (ໂຢ​ຮັນ 11:24). ໃຫ້​ສັງ​ເກດ​ວິ​ທີ​ທີ່​ແບບ​ແຜນ​ນີ້​ຊ້ຳ​ກັນ​ແນວ​ໃດ ໂຢ​ຮັນ 11:25–27. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ເປັນ​ຫຍັງ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈຶ່ງ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ສິດ​ສອນ?

ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ສາ​ມາດ​ມີ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຕໍ່​ຜູ້​ທີ່​ທ່ານ​ສິດ​ສອນ​ໄດ້. ມັນ​ບໍ່​ຈຳ​ເປັນ​ຕ້ອງ​ຄົມ​ຄາຍ ຫລື ຍືດ​ຍາວ. ແລະ ມັນ​ບໍ່​ຈຳ​ເປັນ​ຕ້ອງ​ເລີ່ມ​ຕົ້ນ​ດ້ວຍ “ຂ້ອຍ​ຢາກ​ສະ​ແດງ​ປະ​ຈັກ​ພະ​ຍານ.” ພຽງ​ແຕ່​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ຮູ້ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ​ຈະ​ມີ​ພະ​ລັງ​ຫລາຍ​ທີ່​ສຸດ ເມື່ອ​ມັນ​ກົງ​ໄປ​ກົງ​ມາ ແລະ ຈິງ​ໃຈ. ສະ​ແດງ​ປະ​ຈັກ​ພະ​ຍານ​ເລື້ອຍໆ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ​ແລະ ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ທ່ານ, ແລະ ຊຸກ​ຍູ້​ໃຫ້​ຄົນ​ທີ່​ທ່ານ​ສິດ​ສອນ​ເຮັດ​ເຊັ່ນ​ດຽວ​ກັນ. ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ ບາງ​ເທື່ອ​ພະ​ຍານ​ທີ່​ມີ​ພະ​ລັງ​ທີ່​ສຸດ​ບໍ່​ໄດ້​ເກີດ​ຈາກ​ຄູ​ສອນ ແຕ່​ໂດຍ​ເພື່ອນ​ຮ່ວມ​ຮຽນ​ດ້ວຍ​ກັນ.

ຄຳ​ຖາມ​ເພື່ອ​ໄຕ່​ຕອງ: ຊອກ​ຫາ​ຕົວ​ຢ່າງ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສະ​ແດງ​ໃຫ້​ເຫັນ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຂອງ​ບາງ​ຄົນ​ທີ່​ສະ​ແດງ​ປະ​ຈັກ​ພະ​ຍານ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ເຫລົ່າ​ນັ້ນ? ທ່ານ​ເຄີຍ​ໄດ້​ຮັບ​ພອນ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ເມື່ອ​ໃດ? ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ມີ​ອິດ​ທິ​ພົນ​ຕໍ່​ຜູ້​ທີ່​ທ່ານ​ສິດ​ສອນ​ແນວ​ໃດ? ມັນ​ມີ​ອິດ​ທິ​ພົນ​ຕໍ່​ທ່ານ​ແນວ​ໃດ?

ຈາກ​ພຣະ​ຄຳ​ພີ: ກິດ​ຈະ​ການ 2:32–38; ໂມ​ໄຊ​ຢາ 5:1–3; ແອວ​ມາ 5:45–48; 18:24–42; 22:12–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:13–14; 62:3

ບາງ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້

  • ຂໍ​ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ສິ່ງ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສິດ​ສອນ​ເຂົາ​ເຈົ້າ ຂະ​ນະ​ທີ່​ເຂົາ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

  • ກະ​ກຽມ​ລ່ວງ​ໜ້າ​ທີ່​ຈະ​ຮັບ​ເອົາ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ​ຂະ​ນະ​ທີ່​ສິດ​ສອນ.

  • ຂຽນ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ທີ່​ເກີດ​ຂຶ້ນ​ຂະ​ນະ​ທີ່​ທ່ານ​ກະ​ກຽມ.

  • ໃຫ້​ໂອ​ກາດ​ເປັນ​ບາງ​ຄັ້ງ​ແກ່​ສະ​ມາ​ຊິກ​ໃນ​ຫ້ອງ​ເພື່ອ​ໄຕ່​ຕອງ​ຢ່າງ​ງຽບໆ ເຖິງ​ສິ່ງ​ທີ່​ພຣະ​ວິນ​ຍານ​ກຳ​ລັງ​ສິດ​ສອນ​ເຂົາ​ເຈົ້າ.

  • ໃຊ້​ເພງ ແລະ ຮູບ​ພາບ​ທີ່​ສັກ​ສິດ​ເພື່ອ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ.

  • ຮັບ​ຟັງ​ການ​ກະ​ຕຸ້ນ​ຂະ​ນະ​ທີ່​ທ່ານ​ວາງ​ແຜນ ແລະ ສິດ​ສອນ, ແລະ ເຕັມ​ໃຈ​ທີ່​ຈະ​ປັບ​ປ່ຽນ​ແຜນ​ການ​ຂອງ​ທ່ານ.

  • ໃຫ້​ໂອ​ກາດ​ແກ່​ຜູ້​ຮຽນ​ທຸກ​ຄົນ​ທີ່​ຈະ​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຮຽນ​ຮູ້.

  • ຊ່ວຍ​ໃຫ້​ຄົນ​ອື່ນ​ຮັບ​ຮູ້​ຕອນ​ທີ່​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ.

  • ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ທີ່​ທ່ານ​ກຳ​ລັງ​ສິດ​ສອນ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນັ້ນ.

  • ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ຈະ​ສິດ​ສອນ​ໃນ​ຊ່ວງ​ເວ​ລາ​ທີ່​ເປັນ​ແບບ​ທຳ​ມະ​ຊາດ ແລະ ເປັນ​ກັນ​ເອງ.