ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ
ສຳ​ລັບ​ຜູ້​ນຳ—ການ​ຊ່ວຍ​ໃຫ້​ຄູ​ສອນ​ປະ​ສົບ​ຜົນ​ສຳ​ເລັດ


“ສຳ​ລັບ​ຜູ້​ນຳ—ການ​ຊ່ວຍ​ໃຫ້​ຄູ​ສອນ​ປະ​ສົບ​ຜົນ​ສຳ​ເລັດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ສຳ​ລັບ​ຜູ້​ນຳ—ການ​ຊ່ວຍ​ໃຫ້​ຄູ​ສອນ​ປະ​ສົບ​ຜົນ​ສຳ​ເລັດ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຮູບ​ພາບ
ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ

ສຳ​ລັບ​ຜູ້​ນຳ—ການ​ຊ່ວຍ​ໃຫ້​ຄູ​ສອນ​ປະ​ສົບ​ຜົນ​ສຳ​ເລັດ

ການ​ປະ​ຕິ​ສຳ​ພັນ​ແບບ​ສອງ​ຕໍ່​ສອງ

ສ່ວນ​ຫລາຍ​ແລ້ວ​ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ສະ​ເພາະ​ຂອງ​ຄູ​ສອນ​ແມ່ນ​ຜ່ານ​ທາງ​ການ​ປະ​ຕິ​ສຳ​ພັນ​ແບບ​ສອງ​ຕໍ່​ສອງ. ຍົກ​ຕົວ​ຢ່າງ, ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ສາ​ມາດ​ສົນ​ທະ​ນາ​ຈັກ​ບຶດ​ໜຶ່ງ​ກັບ​ຄູ​ສອນ​ກ່ອນ ຫລື ຫລັງ​ຈາກ​ຫ້ອງ​ຮຽນ ເພື່ອ​ສົນ​ທະ​ນາ​ຫລັກ​ທຳ​ຂອງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ສາ​ມາດ​ກະ​ກຽມ​ສຳ​ລັບ​ການ​ສົນ​ທະ​ນານີ້​ໂດຍ​ການ​ເບິ່ງ​ຄູ​ສອນ​ສິດ​ສອນ. ສະ​ແຫວງ​ຫາ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ເຂັ້ມ​ແຂງ​ຂອງ​ຄູ​ສອນ​ໃຫ້​ດີ​ກວ່າ​ເກົ່າ ແລະ ຄົ້ນ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ.

ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ຄູ​ສອນ​ກໍ​ສຳ​ຄັນ​ເທົ່າໆ​ກັບ​ການ​ລະ​ບຸ​ໂອ​ກາດ​ສຳ​ລັບ​ການ​ປັງ​ປຸງ. ມັນ​ຈະ​ເປັນ​ປະ​ໂຫຍດ​ທີ່​ຈະ​ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ​ກັບ​ຄູ​ສອນ​ໂດຍ​ການ​ຂໍ​ໃຫ້​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ດ້ວຍ​ຕົວ​ເອງ​ວ່າ ອັນ​ໃດ​ຈະ​ເປັນ​ໄປ​ດ້ວຍ​ດີ ແລະ ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ຮູ້​ສຶກ​ວ່າ​ສາ​ມາດ​ກ້າວ​ໜ້າ.

ຂະ​ນະ​ທີ່​ທ່ານ​ພົບ​ກັບ​ຄູ​ສອນ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຂົາ​ເຈົ້າ ແລະ ຊຸກ​ຍູ້​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ຮູ້​ບຸນ​ຄຸນ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ.

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ

ແຕ່​ລະ​ຫວອດ​ຄວນ​ຈັດ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ເປັນ​ໄຕ​ມາດ ຊຶ່ງ​ໃນ​ນັ້ນ​ຄູ​ສອນ​ສາ​ມາດ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ. ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ກໍ​ສາ​ມາດ​ຈັດ​ຂຶ້ນ​ສຳ​ລັບ​ພໍ່​ແມ່​ນຳ​ອີກ (ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 13.5, ChurchofJesusChrist.org).

ການ​ປະ​ຊຸມ​ເຫລົ່າ​ນີ້​ຄວນ​ຖືກ​ຈັດ​ຂຶ້ນ​ເມື່ອ​ໃດ?

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສາ​ມາດ​ຈັດ​ຂຶ້ນ​ລະ​ຫວ່າງ​ຫ້ອງ​ຮຽນ 50 ນາ​ທີ ໃນ​ວັນ​ອາ​ທິດ.

  • ຄູ​ສອນ​ຫ້ອງ​ຖາ​ນະ​ປະ​ໂລ​ຫິດ, ຄູ​ສອນ​ຫ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ຄູ​ສອນ​ຫ້ອງ​ກຸ່ມ​ຍິງ​ໜຸ່ມ ສາ​ມາດ​ໄປ​ຮ່ວມ ໃນ​ວັນ​ອາ​ທິດ​ທຳ​ອິດ ຫລື ທີ​ສາມ, ຕາມ​ທີ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ກຳ​ນົດ.

  • ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ ສາ​ມາດ​ໄປ​ຮ່ວມ​ໃນ​ວັນ​ອາ​ທິດ​ທີ​ສອງ ຫລື ທີ​ສີ່, ຕາມ​ທີ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ກຳ​ນົດ.

  • ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ສາ​ມາດ​ໄປ​ຮ່ວມ​ໃນ​ວັນ​ອາ​ທິດ​ໃດ​ກໍ​ໄດ້, ຕາມ​ທີ່​ຝ່າຍ​ປະ​ທານ​ຊັ້ນ​ປະ​ຖົມ​ໄວ ແລະ ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ຫວອດ​ກຳ​ນົດ. ຖ້າ​ປາດ​ຖະ​ໜາ, ບັນ​ດາ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ສາ​ມາດ​ຊຸມ​ນຸມ​ກັນ​ຕ່າງ​ຫາກ ຈາກ​ຄູ​ສອນ​ຄົນ​ອື່ນໆ ເພື່ອ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ແງ່​ມຸມ​ສະ​ເພາະ​ເລື່ອງ​ການ​ສິດ​ສອນ​ເດັກ​ນ້ອຍ. ສິ່ງນີ້​ສາ​ມາດ​ເກີດ​ຂຶ້ນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ຮ້ອງ​ເພງ 20 ນາ​ທີ, ກ່ອນ ຫລື ຫລັງ​ຈາກ​ການ​ປະ​ຊຸມ​ວັນ​ອາ​ທິດ​ຕາມ​ປົກ​ກະ​ຕິ, ຫລື ໃນ​ວັນ​ອື່ນ​ຂອງ​ອາ​ທິດ. ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສາ​ມາດ​ຈັດ​ຂຶ້ນ​ຫລາຍ​ກວ່າ​ໜຶ່ງ​ເທື່ອ​ໃນ​ແຕ່​ລະ​ໄຕ​ມາດ​ສຳ​ລັບ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ ເພື່ອ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ບໍ່​ໄດ້​ປະ​ຫ້ອງ​ຮຽນ​ໄປ ໃນ​ອາ​ທິດ​ດຽວ​ກັນ. (ໝາຍ​ເຫດ: ຕາມ​ຄວາມ​ຕ້ອງ​ການ, ຝ່າຍ​ປະ​ທານ​ຊັ້ນ​ປະ​ຖົມ​ໄວ​ຈະ​ມອບ​ໝາຍ​ຄູ​ສອນ​ແທນ, ສົມ​ທົບ​ຫ້ອງ​ຮຽນ, ຫລື ຈັດ​ການ​ໃນ​ແບບ​ອື່ນ ເພື່ອ​ໃຫ້​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ.)

  • ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່​ສາ​ມາດ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ໃດ​ກໍ​ໄດ້, ຕາມ​ທີ່​ສະ​ພາ​ຫວອດ​ກຳ​ນົດ.

ໃຜ​ຄວນ​ເຂົ້າ​ຮ່ວມ?

ທຸກ​ຄົນ​ທີ່​ສິດ​ສອນ​ກຸ່ມ ແລະ ຫ້ອງ​ຮຽນ ຢູ່​ໃນ​ຫວອດ​ຄວນ​ເຂົ້າ​ຮ່ວມ, ພ້ອມ​ດ້ວຍ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ຫລື ຜູ້​ນຳ​ອົງ​ການ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ເໜືອ​ກຸ່ມ ຫລື ຫ້ອງ​ຮຽນ. ຖ້າ​ຈຳ​ເປັນ, ຜູ້​ເຂົ້າ​ຮ່ວມ​ສາ​ມາດ​ແຍກ​ອອກ​ເປັນ​ຫລາຍ​ກຸ່ມ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ສິດ​ສອນ. ຍົກ​ຕົວ​ຢ່າງ, ຄູ​ສອນ​ຂອງ​ກຸ່ມ​ຊາວ​ໜຸ່ມ ຫລື ຂອງ​ເດັກ​ນ້ອຍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປະ​ຊຸມ​ແຍກ​ຕ່າງ​ຫາກ​ເປັນ​ບາງ​ຄັ້ງ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາ​ສະ​ເພາະ​ກັບ​ການ​ສິດ​ສອນ​ຊາວ​ໜຸ່ມ ຫລື ເດັກ​ນ້ອຍ.

ສ່ວນ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່, ສະ​ພາ​ຫວອດ​ຈະ​ກຳ​ນົດ​ວ່າ​ຈະ​ເຊື້ອ​ເຊີນ​ພໍ່​ແມ່ບາງ​ຄົນ​ໂດຍ​ສະ​ເພາະ ຫລື ເປີດ​ການ​ເຂົ້າ​ຮ່ວມ​ສຳ​ລັບ​ທຸກ​ຄົນ​ທີ່​ຢາກ​ເຂົ້າ​ຮ່ວມ.

ໃຜ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ເຫລົ່າ​ນີ້?

ສະ​ພາ​ຫວອດ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ, ຈະ​ດູ​ແລ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ. ເຂົາ​ເຈົ້າ​ຈະ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຄູ​ສອນ ແລະ ຜູ້​ຮຽນ ອີງ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ໃນ​ຫ້ອງ​ຮຽນ ແລະ ໃນ​ການ​ປະ​ຊຸມ. ເຂົາ​ເຈົ້າ​ຈະ​ທຳ​ງານ​ດ້ວຍ​ກັນ​ເພື່ອ​ກຳ​ນົດ​ຫລັກ​ທຳ ແລະ ແນວ​ທາງ​ປະ​ຕິ​ບັດ​ໃດ ຈາກ​ປຶ້ມ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ອັນ​ທີ່​ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່​ເຂົາ​ເຈົ້າ​ເຫັນ​ໄດ້​ດີ​ທີ່​ສຸດ.

ຕາມ​ປົກ​ກະ​ຕິ​ແລ້ວ, ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຈະ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ມາ​ຊິກ​ຫວອດ​ຄົນ​ອື່ນໆ​ກໍ​ສາ​ມາດ​ຖືກ​ມອບ​ໝາຍ​ໃຫ້​ນຳ​ພາ​ການ​ປະ​ຊຸມ​ເປັນ​ບາງ​ຄັ້ງ. ຝ່າຍ​ປະ​ທານ​ກຸ່ມ ແລະ ຝ່າຍ​ປະ​ທານ​ອົງ​ການ​ຈະ​ສົ່ງ​ເສີມ​ຫລັກ​ທຳ ແລະ ແນວ​ທາງ​ປະ​ຕິ​ບັດ​ທີ່​ໄດ້​ສົນ​ທະ​ນາ​ໃນ​ການ​ປະ​ຊຸມ​ກັບ​ຄູ​ສອນ​ຂອງ​ເຂົາ​ເຈົ້າ.

ແມ່ນ​ຫຍັງ​ຄວນ​ເກີດ​ຂຶ້ນ​ໃນ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ?

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ຄວນ​ເຮັດ​ຕາມ​ຮູບ​ແບບ​ດັ່ງ​ຕໍ່​ໄປ​ນີ້:

  • ແບ່ງ​ປັນ ແລະ ປຶກ​ສາ​ຫາ​ລື​ນຳ​ກັນ. ເຊື້ອ​ເຊີນ​ໃຫ້​ຄູ​ສອນ​ແບ່ງ​ປັນ​ປະ​ສົບ​ການ ການ​ສິດ​ສອນ​ເມື່ອບໍ່​ດົນ​ມານີ້, ຖາມ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສິດ​ສອນ, ແລະ ແບ່ງ​ປັນ​ແນວ​ຄິດ​ໃນ​ການ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຕ່າງໆ. ການ​ປະ​ຊຸມ​ສ່ວນ​ນີ້​ສາ​ມາດ​ລວມ​ທັງ​ການ​ທົບ​ທວນ​ຫລັກ​ທຳ​ທີ່​ໄດ້​ສົນ​ທະ​ນາ​ໃນ​ການ​ປະ​ຊຸມ​ເທື່ອ​ກ່ອນ.

  • ຮຽນ​ຮູ້​ນຳ​ກັນ. ເຊື້ອ​ເຊີນ​ໃຫ້​ຄູ​ສອນ​ສົນ​ທະ​ນາ​ຫລັກ​ທຳ​ຂໍ້​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້ ທີ່​ນຳ​ສະ​ເໜີ​ຢູ່​ໃນ​ແຫລ່ງ​ຊ່ວຍ​ນີ້: ເນັ້ນ​ໃສ່​ພຣະ​ເຢ​ຊູ​ຄຣິດ, ຮັກ​ຄົນ​ທີ່​ທ່ານ​ສິດ​ສອນ, ສິດ​ສອນ​ໂດຍ​ພຣະ​ວິນ​ຍານ, ສິດ​ສອນ​ຄຳ​ສອນ, ແລະ ເຊື້ອ​ເຊີນ​ການ​ຮຽນ​ຮູ້​ທີ່​ພາກ​ພຽນ. ຈະ​ກ່າວ​ເຖິງ​ຫລັກ​ທຳ​ໃນ​ລຳ​ດັບ​ໃດ​ກໍ​ໄດ້, ແລະ ເວັ້ນ​ເສຍ​ແຕ່​ຖືກ​ຊີ້​ນຳ​ໂດຍ​ສະ​ພາ​ຫວອດ, ຜູ້​ເຂົ້າ​ຮ່ວມ​ໃນ​ການ​ປະ​ຊຸມ​ສາ​ມາດ​ເລືອກ​ຫລັກ​ທຳ​ຂໍ້​ຕໍ່​ໄປ​ເພື່ອ​ສົນ​ທະ​ນາ. ທ່ານ​ສາ​ມາດ​ໃຊ້​ເວ​ລາ​ຫລາຍ​ກວ່າ​ໜຶ່ງ​ເທື່ອ​ໃນ​ການ​ປະ​ຊຸມ​ກ່ຽວ​ກັບ​ຫລັກ​ທຳ​ໃດ​ໜຶ່ງ​ຖ້າ​ຈຳ​ເປັນ.

  • ວາງ​ແຜນ ແລະ ເຊື້ອ​ເຊີນ. ຊ່ວຍ​ຄູ​ສອນ​ວາງ​ແຜນ​ວິ​ທີ​ທີ່​ເຂົາ​ເຈົ້າ​ຈະ​ນຳ​ໃຊ້​ຫລັກ​ທຳ​ທີ່​ເຂົາ​ເຈົ້າ​ໄດ້​ສົນ​ທະ​ນາ. ຕາມ​ຄວາມ​ເໝາະ​ສົມ, ທ່ານ​ສາ​ມາດ​ຝຶກ​ທັກ​ສະ​ທີ່​ທ່ານ​ໄດ້​ສົນ​ທະ​ນາ​ນຳ​ອີກ. ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ບັນ​ທຶກ ແລະ ປະ​ຕິ​ບັດ​ຕາມ​ຄວາມ​ປະ​ທັບ​ໃຈ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ຫລັກ​ທຳ​ໃນ​ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ—ລວມ​ທັງ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ສິດ​ສອນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ເລີ່ມ​ຕົ້ນ​ສຶກ​ສາ​ຫລັກ​ທຳ​ຂໍ້​ຕໍ່​ໄປ​ທີ່​ຈະ​ສົນ​ທະ​ນາ.

ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້, ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ຄວນ​ເປັນ​ແບບ​ຫລັກ​ທຳ​ຖືກ​ສົນ​ທະ​ນາ.

ຮູບ​ພາບ
ຍິງ​ໜຸ່ມ​ໂອບ​ກອດ​ກັນ

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສາ​ມາດ​ຊ່ວຍ​ໃຫ້​ຄູ​ສອນ​ເຂົ້າ​ໃຈ​ດີ​ກວ່າ​ເກົ່າ ແລະ ນຳ​ໃຊ້​ຫລັກ​ທຳ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ການ​ປະ​ຖົມ​ນິ​ເທດ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃໝ່

ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ “ພົບ​ກັບ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃໝ່” ໃນ​ອົງ​ການ​ຂອງ​ທ່ານ ແລະ “ຊ່ວຍ​ໃຫ້​ເຂົາ​ເຈົ້າ​ກະ​ກຽມ​ສຳ​ລັບ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ” (General Handbook, 17.3, ChurchofJesusChrist.org). ການ​ປະ​ຊຸມ​ເຫລົ່າ​ນີ້​ເປັນ​ໂອ​ກາດ​ແນະ​ນຳ​ຄູ​ສອນ​ຕໍ່​ການ​ເອີ້ນ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ ແລະ ດົນ​ໃຈ​ເຂົາ​ເຈົ້າ​ດ້ວຍ​ວິ​ໄສ​ທັດ​ເຖິງ​ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ໃນ​ຖາ​ນະ​ຜູ້​ນຳ, ທ່ານ​ສາ​ມາດ​ຊ່ວຍ​ໃຫ້​ຄູ​ສອນ​ໃໝ່​ກະ​ກຽມ​ທີ່​ຈະ​ຮັບ​ໃຊ້ ໂດຍ​ການ​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

  • ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:78).

  • ມອບ​ປຶ້ມ​ແຫລ່ງ​ຊ່ວຍ​ນີ້​ໃຫ້​ຄູ​ສອນ​ໃໝ່, ແລະ ຊຸກ​ຍູ້​ໃຫ້​ເຂົາ​ເຈົ້າ​ຊອກ​ຫາ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ຫລັກ​ທຳ​ຂອງ​ມັນ​ໃນ​ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ.

  • ແບ່ງ​ປັນ​ກັບ​ຄູ​ສອນ​ໃໝ່​ອັນ​ໃດ​ກໍ​ຕາມ​ກ່ຽວ​ກັບ​ອົງ​ການ​ຂອງ​ທ່ານ ທີ່​ຈະ​ເປັນ​ປະ​ໂຫຍດ​ສຳ​ລັບ​ເຂົາ​ເຈົ້າ​ທີ່​ຈະ​ຮູ້​ຈັກ.

  • ຕາມ​ຄວາມ​ຕ້ອງ​ການ, ໃຫ້​ບອກ​ຄູ​ສອນ​ໃໝ່​ວ່າ​ເຂົາ​ເຈົ້າ​ຈະ​ສອນ​ຫ້ອງ​ໃດ ແລະ ຄວນ​ເລີ່ມ​ບົດ​ຮຽນ​ໃດ. ໃຫ້​ຂໍ້​ມູນ​ໃດໆ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ກ່ຽວ​ກັບ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ ແລະ ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ.

  • ອະ​ທິ​ບາຍ​ໃຫ້​ຄູ​ສອນ​ໃໝ່​ຮູ້​ວ່າ ທ່ານ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ. ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ຫ້ອງ​ຮຽນ ແລະ ເຂົ້າ​ເຖິງ​ແຫລ່ງ​ການ​ສິດ​ສອນ​ຖ້າ​ຈຳ​ເປັນ.

  • ສະ​ເໜີ​ທີ່​ຈະ​ສັງ​ເກດ​ຫ້ອງ​ຮຽນ​ຂອງ​ຄູ​ສອນ​ເປັນ​ບາງ​ຄັ້ງ, ແລະ ໃຫ້​ຄຳ​ຕິ​ຊົມ​ຕາມ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ.

  • ເຊື້ອ​ເຊີນ​ໃຫ້​ຄູ​ສອນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ໃນ​ແຕ່​ລະ​ໄຕ​ມາດ.