ສິ່ງ​ຊ່ວຍ​ສຶກ​ສາ
ດັດ​ຊະ​ນີ​ແຜນ​ທີ່​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ


ດັດ​ຊະ​ນີ​ແຜນ​ທີ່​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ

ດັດ​ຊະ​ນີ​ແຜນ​ທີ່ ສາ​ມາດ​ຊ່ວຍ​ທ່ານ​ຊອກ​ຫາ​ສະຖານ​ທີ່​ແຕ່​ລະ​ແຫ່ງ ຢູ່​ໃນ​ແຜນ​ທີ່. ແຕ່​ລະ​ສະຖານ​ທີ່​ແມ່ນ​ຮ່ວມ​ດ້ວຍ​ເລກ​ແຜນ​ທີ່ ຊຶ່ງ​ຕິດ​ຕາມ​ດ້ວຍ​ຂໍ້​ອ້າງ​ອີງ​ໃນ​ເສັ້ນ​ຕັດ​ກັນ ຢູ່​ເທິງ​ແຜນ​ທີ່ ທີ່​ປະ​ກອບ​ດ້ວຍ​ຕົວ​ອັກ​ສອນ ແລະ ຕົວ​ເລກ. ຍົກ​ຕົວ​ຢ່າງ, ສະຖານ​ທີ່​ສຳລັບ ຄ້າຍ ຮອລ໌ ແມ່ນ 6:ຂ1—ນັ້ນ​ຄື, ແຜນ​ທີ່ 6, ໃນ​ມຸມສາກ ຂ1. ທ່ານ​ສາ​ມາດ​ຊອກ​ຫາ​ມຸມ​ສາກ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ໄດ້ ຢູ່​ໃນ​ແຜນ​ທີ່ ໂດຍ​ການ​ປະ​ສານ​ສົ້ນ​ເທິງ ແລະ ທາງ​ຂ້າງ​ຂອງ​ແຜນ​ທີ່​ເຂົ້າ​ກັນ. ຊື່​ອື່ນ​ອີກ​ຂອງ​ສະຖານ​ທີ່ ໄດ້​ຖືກ​ລະບຸ​ໄວ້​ຢູ່​ໃນ​ວົງ​ເລັບ; ຍົກ​ຕົວ​ຢ່າງ, ຄັນ​ໂຊ ບລັບສ໌ (ເຄນສະວຽວ).