ສິ່ງ​ຊ່ວຍ​ສຶກ​ສາ
6. ການ​ເດີນ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ


6. ການ​ເດີນ​ທາງ​ຂອງ​ສາດ​ສະ​ໜາ​ຈັກ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ

ຮູບ​ພາບ
ແຜນ​ທີ່​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ 6

ການາດາ

ນິວຢອກ

ເຂດ​ອໍເຣກອນ

ເຂດ​ຂອງ​ຊາວ​ອິນ​ເດຍ​ແດງ

ເຟແອດ

ເມືອງນິວຢອກ

ແມ່ນ້ຳ​ສະເນັກ

ຄ້າຍ​ຮອລ໌

ຄ້າຍ​ບຣີດເຈີ

ແມ່ນ້ຳ​ພະແລັດ​ເໜືອ

ມະຫາ​ສະໝຸດ ປາຊີຟິກ

ຄ້າຍ​ລາຣາມີ

ວິນເຕີ​ຄວດເຕີສ໌

ໄອໂອວາ

ເພັນໂຊ​ເວເນຍ

4 ກຸມພາ, 1846 ການ​ເດີນ​ທາງ​ຂອງ​ກຳ​ປັ່ນ ບຣຸກລິນ ເລີ່ມຕົ້ນ

ຄັນໂຊ ບລັບສ໌

ອິລິນອຍ

ອິນດີ​ອານາ

ເຄີດແລນ

ແຊນແຟຣນ​ຊິສະໂກ

ທາງ​ແຄລິ​ໂຟເນຍ

ທະເລ​ສາບ ເກຣດ​ເຊົາເລັກ

ເມືອງ​ເຊົາເລັກ

ແມ່ນ້ຳ​ພະແລັດ​ໃຕ້

ນາວູ

ຟີລາ​ແດວເຟຍ

ຄ້າຍ​ລີເວັນເວີດ

ຟາແວັດ

ໂອ​ໄຮ​ໂອ

ວໍຊິງຕັນ​ດີຊີ

ມະຫາ​ສະໝຸດ ແອັດແລນຕິກ

ສັກກຣາ​ເມັນໂຕ

ຄວິນສີ

ລີເບີຕີ

ແຄລິ​ໂຟເນຍ

ແມັກສິໂກ

ປວຍບະໂລ

ແມ່ນ້ຳ​ອາແຄນຊໍ

ອິນດີ​ເພັນເດັນສ໌

ກຳປັ່ນ ບຣຸກລິນ ໄດ້​ໄປ​ເຖິງ ເຢີບາ ບວຍນາ (ແຊນແຟຣນ​ຊິສະໂກ) 31 ກໍລະກົດ, 1846

ລອສ໌ ແອນໂຈເລັສ໌

ມີ​ເຊີຣີ

ແຊນຕາເຟ

ແມ່ນ້ຳ​ການາດາ

ເຂດ​ຂອງ​ຊາວ​ອິນ​ເດຍ​ແດງ

ແຊນເບີນາດີໂນ

ເຂດເຜີຍແຜ່​ແຊນລຸຍເຣ

ແມ່ນ້ຳກີລາ

ຣຽວ ກຣານເດ

ແມ່ນ້ຳ​ເພໂກສ໌

ແຊນດີ​ເອໂກ

ທູສັນ

ເຄື່ອງ​ໝາຍ​ໃຊ້​ແທນ

ເສັ້ນ​ທາງ​ຂອງ​ກອງ​ທັບ​ມໍມອນ

ເສັ້ນ​ທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ

ເສັນ​ທາງ​ຂອງ​ກຳ​ປັ່ນ ບຣຸກລິນ

ກິ​ໂລ​ແມັດ

0 150 300 450 600

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

3

4

5

6

7

8

9

10

11

12

13

14

15

  1. ເຟແອດ ສາດສະດາ​ໂຈເຊັບ ສະມິດ ໄດ້​ໜີ​ຈາກ​ເມືອງ​ເຟແອດ ໄປ​ຫາ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ໃນ​ເດືອນ​ມັງກອນ ປີ 1831. ສາຂາ​ສາມ​ແຫ່ງ​ໃນ​ນິວຢອກ (ເຟແອດ, ໂຄນສະວຽວ, ແລະ ແມນເຈດ​ສະເຕີ) ໄດ້​ຕິດ​ຕາມ​ໄປ ໃນ​ເດືອນ​ເມສາ ແລະ ເດືອນ​ພຶດສະພາ ປີ 1831 ພາຍ​ໃຕ້​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ໄປ​ເຕົ້າ​ໂຮມ​ກັນ (ເບິ່ງ ຄພ 37–38).

  2. ເຄີດແລນ ສູນ​ກາງ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ແມ່ນ​ຕັ້ງ​ຢູ່​ໃນ​ເມືອງ​ເຄີດແລນ ຈາກ​ປີ 1831 ເຖິງ​ປີ 1838.

  3. ອິນດີ​ເພັນເດັນສ໌ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຈ້ງ​ບອກ​ອິນດີ​ເພັນເດັນສ໌ (ໃນເຂດ​ແຈ໊ກສັນ, ລັດ​ມີ​ເຊີຣີ) ໃຫ້​ເປັນ​ສູນ​ກາງ​ຂອງ​ຊີໂອນ ໃນ​ເດືອນ​ກໍລະກົດ ປີ 1831 (ເບິ່ງ ຄພ 57:3). ກຸ່ມ​ອັນ​ຕະພານ​ໄດ້​ບັງ​ຄັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃຫ້​ອອກ​ຈາກ​ເຂດ​ແຈ໊ກສັນ ໃນ​ເດືອນ​ພະຈິກ ປີ 1833.

  4. ລີເບີຕີ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈາກ​ເຂດ​ແຈ໊ກສັນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ຄະເລ ຈາກ​ປີ 1833 ເຖິງ​ປີ 1836, ເມື່ອ​ເຂົາ​ເຈົ້າ​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ໜີ​ໄປ​ອີກ. ສາດ​ສະ​ດາ​ໂຈເຊັບ ສະມິດ ແລະ ຫ້າ​ຄົນ​ອື່ນ​ອີກ ໄດ້​ຖືກ​ຈັບ​ເຂົ້າ​ຄຸກ​ຢ່າງ​ບໍ່​ຍຸດ​ຕິ​ທຳ ຢູ່​ບ່ອນ​ນີ້ ຈາກ​ເດືອນ​ທັນວາ ປີ 1838 ເຖິງ​ເດືອນ​ເມສາ ປີ 1839.

  5. ຟາແວັດ ໄດ້​ຕັ້ງ​ສະຖານ​ທີ່​ພັກ​ເຊົາ​ຢູ່​ບ່ອນ​ນີ້​ສຳລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈາກ​ປີ 1836–1838. ມັນ​ເປັນ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປີ 1838. ໃນ​ປີ 1838–1839 ໄພ່​ພົນ​ຂອງ​ພຣະ​ເຈົ້າ ໄດ້​ຖືກ​ບັງຄັບ​ໃຫ້​ໜີ​ໄປ​ຫາ​ລັດ​ອິ​ລິ​ນອຍ.

  6. ນາວູ ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1839–1846. ຫລັງ​ຈາກ​ການ​ສັງ​ຫານ​ສາດ​ສະ​ດາ ແລະ ໄຮຣຳ ອ້າຍ​ຂອງ​ເພິ່ນ, ໄພ່​ພົນ​ຂອງ​ພຣະ​ເຈົ້າ ໄດ້​ຍ້າຍ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ.

  7. ຄັນໂຊ ບລັບສ໌ ຜູ້​ບຸກ​ເບີກ​ໄດ້​ມາ​ເຖິງ​ບ່ອນ​ນີ້ ໃນ​ເດືອນ​ມິຖຸນາ ປີ 1846. ສະມາ​ຊິກ​ໃນ​ກອງ​ທັບ​ມໍມອນ ໄດ້​ຈາກ​ໄປ ໃນ​ວັນທີ 21 ເດືອນ​ກໍລະກົດ, 1846, ພາຍ​ໃຕ້​ການ​ນຳ​ພາ​ຂອງ ເຈມສ໌ ອາເລນ.

  8. ວິນເຕີຄວດເຕີສ໌ ສະຖານ​ທີ່​ພັກ​ເຊົາ​ຊົ່ວຄາວ​ແຫ່ງ​ສຳຄັນ, ຈາກ​ປີ 1846–1848. ຂະບວນ​ລໍ້ກວຽນ​ແວນກາດ ພາຍ​ໃຕ້​ການ​ນຳພາ​ຂອງ​ປະທານ​ບຣິກຳ ຢັງ ໄດ້​ອອກ​ເດີນ​ທາງ​ໄປ​ຫາ​ພາກ​ຕາ​ເວັນ​ຕົກ ໃນ​ເດືອນ​ເມສາ ປີ 1847.

  9. ຄ້າຍ​ລີ​ເວັນ​ເວີດ ກອງທັບ​ມໍມອນ​ໄດ້ມາ​ຮ່ວມ​ກັນ​ຢູ່​ບ່ອນ​ນີ້ ກ່ອນ​ເລີ່ມ​ຕົ້ນ​ອອກ​ເດີນ​ທາງ​ໄປ​ພາກ​ຕາ​ເວັນ​ຕົກ ໃນ​ເດືອນ​ສິງຫາ ປີ 1846.

  10. ແຊນຕາເຟ ຟີລິບ ຄຸກ ໄດ້​ເປັນ​ຜູ້​ບັນ​ຊາ​ການ​ກອງ​ທັບ​ມໍມອນ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຈາກ​ບ່ອນ​ນີ້ ໃນ​ວັນທີ 19 ເດືອນ​ຕຸລາ, 1846.

  11. ປວຍ​ບະ​ໂລ ທະ​ຫານ​ສາມ​ຄົນ​ທີ່​ເຈັບ​ປ່ວຍ​ຂອງ​ກອງ​ທັບ​ມໍມອນ ໄດ້​ຖືກ​ສັ່ງ​ໃຫ້​ໄປ​ເມືອງ​ປວຍ​ບະ​ໂລ ເພື່ອ​ຮັບ​ການ​ປິ່ນ​ປົວ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ພັກ​ເຊົາ​ຢູ່​ໃນ​ລະ​ດູ​ໜາວ ຈາກ​ປີ 1846–1847 ຢູ່​ນຳ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈາກ​ລັດ​ມິດ​ຊີ​ຊິບ​ປີ. ຂະ​ບວນ​ເຫລົ່າ​ນີ້ ໄດ້​ມາ​ເຖິງ​ຫ່ອມ​ພູ​ເຊົາ​ເລັກ​ໃນ​ເດືອນ​ກໍລະກົດ ປີ 1847.

  12. ແຊນ​ດີ​ເອ​ໂກ ກອງ​ທັບ​ມໍມອນ​ໄດ້​ສຳ​ເລັດ​ການ​ເດີນ​ທາງ 3,200 ກິ​ໂລ​ມັດ ເມື່ອ​ມາ​ເຖິງ​ເມືອງ​ນີ້ ໃນ​ວັນທີ 29 ເດືອນ​ມັງກອນ, 1847.

  13. ລອສ໌ ແອນໂຈເລັສ໌ ກອງ​ທັບ​ມໍມອນ​ໄດ້​ຖືກ​ປົດ​ຈາກ​ໜ້າ​ທີ່​ຢູ່​ເມືອງ​ນີ້ ໃນ​ວັນທີ 16 ເດືອນ​ກໍລະກົດ, 1847.

  14. ສັກ​ກຣາ​ເມັນ​ໂຕ ອະ​ດີດ​ທະ​ຫານ​ມໍມອນ​ບາງ​ຄົນ​ໄດ້​ທຳ​ງານ​ຢູ່​ເມືອງ​ນີ້ ແລະ ຢູ່​ໂຮງ​ສີ​ຊັດ​ເທີ ທີ່​ຫ່າງ​ໄກ​ທາງ​ທິດ​ຕາ​ເວັນ​ອອກ ແຄມ​ແມ່​ນ້ຳ​ອາ​ເມ​ຣິ​ກັນ. ເຂົາ​ເຈົ້າ​ກໍ​ຢູ່​ທີ່​ນັ້ນ ຕອນ​ມີ​ການ​ຄົ້ນ​ພົບ​ຄຳ ໃນ​ເດືອນ​ມັງກອນ ປີ 1848.

  15. ເມືອງ​ເຊົາ​ເລັກ ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1847 ເຖິງ​ປະ​ຈຸ​ບັນ. ທ່ານ​ບຣິກຳ ຢັງ ໄດ້​ມາ​ເຖິງ​ຮ່ອມ​ພູ​ເມືອງ​ເຊົາ​ເລັກ ໃນ​ວັນທີ 24 ເດືອນ​ກໍລະກົດ, 1847.