ສິ່ງ​ຊ່ວຍ​ສຶກ​ສາ
3. ນິວຢອກ, ເພັນໂຊ​ເວເນຍ, ແລະ ເຂດ​ໂອ​ໄຮ​ໂອ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ


3. ນິວຢອກ, ເພັນໂຊ​ເວເນຍ, ແລະ ເຂດ​ໂອ​ໄຮ​ໂອ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ

ຮູບ​ພາບ
ແຜນ​ທີ່​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ 3

ໂທຣອນໂທ

ທະເລ​ສາບ​ອອນແທ​ຣິໂອ

ໂຣເຈສ໌ເຕີ

ທະເລ​ສາບ​ຮູໂຣນ

ຕະຄອງ​ເອຣີ

ພາໄມຣາ

ເມນດອນ

ບັບຟາໂລ

ເຟແອດ

ແມນເຈດ​ສະເຕີ

ຊ້າວເບນບຣີຈ໌

ແພຣີ​ສະເບີກ

ຟຣີດົມ

ທະເລ​ສາບ ຟິງເກີ

ໂຄນສະວຽວ

ນິວຢອກ

ບ້ານ​ຂອງ​ໂຈເຊັບ ໄນ້ ຜູ້ພໍ່

ທະເລ​ສາບ​ເອຣີ

ການາດາ

ບ້ານ​ຂອງ​ໂຈເຊັບ ສະມິດ ຜູ້ລູກ

ສະ​ຫະ​ລັດ​ອາ​ເມ​ຣິ​ກາ

ທອມສັນ

ແມ່ນ້ຳ​ຊັສຄູ​ຮັນນາ

ຮາມ​ໂມ​ນີ

ຄລີບແລນ

ເຄີດແລນ

ເພັນໂຊ​ເວເນຍ

ໂອ​ໄຮ​ໂອ

ອາມເຮີດ

ອໍເຮັນຈ໌

ໄຮຣຳ

ກິ​ໂລ​ແມັດ

0 50 100 150 200

ກ ຂ ຄ ງ ຈ ສ ຊ ຍ

1 2 3 4

1

2

3

4

5

6

7

8

9

10

  1. ຊ້າວເບນບຣີຈ໌ ໂຈເຊັບ ສະມິດ ຜູ້ລູກ ແລະ ເອມມາ ເຮວ ໄດ້​ແຕ່ງ​ງານ​ກັນ​ຢູ່​ບ່ອນ​ນີ້ ໃນ​ວັນທີ 18 ເດືອນ​ມັງກອນ, 1827 (ເບິ່ງ ຈສ—ປ 1:57).

  2. ໂຄນສະວຽວ ສາຂາ​ແຫ່ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ທີ່​ບ້ານ​ຂອງ​ໂຈເຊັບ ໄນ້ ຜູ້ພໍ່, ໃນ​ເມືອງ​ໂຄນ​ສະວຽວ, ໃນ​ປີ 1830.

  3. ບ້ານ​ຂອງ​ໂຈເຊັບ ສະມິດ ຜູ້ລູກ ໃນ ຮາມ​ໂມ​ນີ ພາກ​ສ່ວນ​ໃຫຍ່​ຂອງ​ການ​ແປ​ພຣະ​ຄຳ​ພີ​ມໍມອນ ໄດ້​ເຮັດ​ສຳ​ເລັດ​ຢູ່​ບ່ອນ​ນີ້. ຖານະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ໃກ້ໆ​ທີ່​ນັ້ນ ໃນ​ປີ 1829 (ເບິ່ງ ຄພ 13; 128:20; ຈສ—ປ 1:71–72).

  4. ເຟແອດ ພະຍານ​ສາມ​ຄົນ​ໄດ້​ເຫັນແຜ່ນ​ຈາລຶກ​ຄຳ ແລະ ທູດ​ໂມ​ໂຣ​ໄນ​ຢູ່​ບ່ອນ​ນີ້ (ຄພ 17). ການ​ແປ​ພຣະ​ຄຳ​ພີ​ມໍມອນ​ໄດ້​ສຳ​ເລັດ​ຢູ່​ບ່ອນ​ນີ້ ໃນ​ເດືອນ​ມິຖຸນາ 1829. ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ບ່ອນ​ນີ້ ໃນ​ວັນທີ 6 ເດືອນ​ເມສາ, 1830 (ເບິ່ງ ຄພ 20–21).

  5. ເມນດອນ ເຮືອນ​ຫລັງ​ທຳ​ອິດ​ຂອງ​ບຣິກຳ ຢັງ ແລະ ຮີເບີ ຊີ ຄິມ​ໂບ.

  6. ເຄີດແລນ ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ຖືກ​ສົ່ງ​ໄປ​ຫາ​ຊາວ​ເລມັນ ໄດ້​ຢຸດ​ຢູ່​ບ່ອນ​ນີ້ ໃນ​ປີ 1830 ແລະ ໄດ້​ໃຫ້​ບັບຕິ​ສະມາ​ແກ່​ຊິດນີ ຣິກດອນ ແລະ ຄົນ​ອື່ນໆ​ໃນ​ເຂດ​ເມືອງ​ເຄດ​ແລນ. ມັນ​ເປັນ​ສູນ​ກາງ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ປີ 1831 ເຖິງ​ປີ 1838. ພຣະ​ວິຫານ​ແຫ່ງ​ທຳ​ອິດ​ຂອງ​ຍຸກ​ສະ​ໄໝນີ້ ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ເມືອງ​ເຄີດແລນ ແລະ ໄດ້​ຖືກ​ອຸທິດ ໃນ​ວັນທີ 27 ເດືອນ​ມີນາ, 1836 (ເບິ່ງ ຄພ 109).

  7. ຕະຄອງເອຣີ ສາຂາ​ສາມ​ແຫ່ງ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ລັດນິວຢອກ (ໂຄນສະວຽວ, ເຟແອດ, ແລະ ແມນເຈດ​ສະເຕີ) ໄດ້​ອົບ​ພະຍົບ​ໄປ​ທາງ​ຕະຄອງ​ເອຣີ ແລະ ທະເລ​ສາບ​ເອຣີ ເຖິງ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ໃນ​ເດືອນ​ເມສາ ແລະ ເດືອນ​ພຶດສະພາ ປີ 1831.

  8. ໄຮຣຳ ໂຈເຊັບ ແລະ ເອມມາ ໄດ້​ອາ​ໄສ​ຢູ່​ບ່ອນ​ນີ້ ຈາກ​ເດືອນ​ກັນຍາ ປີ 1831 ເຖິງ​ເດືອນ​ກັນຍາ ປີ 1832. ໂຈເຊັບ ແລະ ຊິດນີ ຣິກດອນ ໄດ້​ທຳ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈເຊັບ ສະມິດ (ປຈສ). ການ​ເປີດ​ເຜີຍ​ທີ່​ໄດ້​ຮັບ​ຢູ່​ບ່ອນ​ນີ້: ຄພ 1; 65–71; 73; 76–77; 79–81; 99; 133.

  9. ອາມ​ເຮີດ ໂຈເຊັບ ສະມິດ ໄດ້​ຖືກ​ສະໜັບ​ສະໜູນ​ເປັນ​ປະທານ​ຂອງ​ຖານະ​ປະ​ໂລຫິດ​ສູງ ໃນ​ວັນທີ 25 ເດືອນ​ມັງກອນ, 1832 (ເບິ່ງ ຄພ 75).

  10. ໂທຣອນໂທ ບ້ານ​ຂອງ​ຈອນ ເທເລີ, ປະທານ​ຄົນທີ​ສາມ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ແມຣີ ຟຽວດິງ ສະມິດ, ພັນ​ລະ​ຍາ​ຂອງ​ໄຮຣຳ ສະມິດ.