ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 1 ຕີ​ໂມ​ທຽວ 3


ປຈສ, 1 ຕີ​ໂມ​ທຽວ 3:15–16. ປຽບ​ທຽບ​ໃສ່​ກັບ 1 ຕີ​ໂມ​ທຽວ 3:15–16

ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ ເທິງ​ຫລັກ​ທຳ​ທີ່​ສຳ​ຄັນ ວ່າ​ພຣະ​ເຢຊູ​ໄດ້​ກາຍ​ເປັນ​ມະນຸດ, ໄດ້​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ໄດ້​ກັບ​ຄືນ​ໄປ​ຫາ​ພຣະ​ບິດາ​ຂອງ​ພຣະ​ອົງ. ໝາຍ​ເຫດ: ການ​ປ່ຽນ​ທີ່​ເລິກ​ຊຶ້ງ​ຢູ່​ໃນ​ຂໍ້​ດັ່ງ​ຕໍ່​ໄປ​ນີ້ ເນັ້ນ​ໜັກ​ວ່າ “ເສົາ ແລະ ຮາກ​ແຫ່ງ​ຄວາມ​ຈິງ” ຄື​ພຣະ​ເຢຊູ​ຄຣິດ.

15 ແຕ່​ຖ້າ​ຫາກ​ເຮົາ​ມາ​ຊ້າ, ທ່ານ​ກໍ​ຈະ​ໄດ້​ຮູ້​ວ່າ ທ່ານ​ຄວນ​ປະ​ຕິ​ບັດ​ຢ່າງ​ໃດ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ, ຄື​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່.

16 ເສົາ ແລະ ຮາກ​ແຫ່ງ​ຄວາມ​ຈິງ (ແລະ ທາງ​ຂອງ​ພຣະ​ເຈົ້າ​ອັນ​ຍິ່ງ​ໃຫຍ່ ແລະ ລຶກ​ລັບ,) ຄື, ພຣະ​ເຈົ້າ​ໄດ້​ປະກົດ​ໃນ​ສະພາບ​ມະນຸດ, ໄດ້​ຖືກ​ສະແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບ​ທຳ​ໂດຍ​ພຣະ​ວິນ​ຍານ, ໄດ້​ສະແດງ​ພຣະ​ອົງ​ໃຫ້​ແກ່​ເຫລົ່າ​ທູດ, ໄດ້​ມີ​ຜູ້​ປະ​ກາດ​ເລື່ອງ​ພຣະ​ອົງ​ໃນ​ທ່າມ​ກາງ​ຄົນ​ຕ່າງ​ຊາດ, ໄດ້​ມີ​ຜູ້​ເຊື່ອ​ຖື​ພຣະ​ອົງ​ທົ່ວ​ທັງ​ໂລກ, ແລະ ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະ​ຫງ່າ​ລາ​ສີ.