ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 1 ຕີ​ໂມ​ທຽວ 6


ປຈສ, 1 ຕີ​ໂມ​ທຽວ 6:15–16. ປຽບ​ທຽບ​ໃສ່​ກັບ 1 ຕີ​ໂມ​ທຽວ 6:15–16

ຜູ້​ທີ່​ມີ​ຄວາມ​ສະ​ຫວ່າງ​ຂອງ​ຄວາມ​ເປັນ​ອະ​ມະ​ຕະ (ພຣະ​ກິດ​ຕິ​ຄຸນ) ຢູ່​ກັບ​ຕົນ ສາ​ມາດ​ເຫັນ​ພຣະ​ເຢຊູ.

15 ຊຶ່ງ​ໃນ​ເວລາ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ປະກົດ, ຜູ້​ໄດ້​ຮັບ​ພອນ ແລະ ມີ​ລິດ​ອຳນາດ​ສູງ​ສຸດ​ແຕ່​ພຣະ​ອົງ​ດຽວ, ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງ​ປວງ, ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ເໜືອ​ເຈົ້າ​ນາຍ​ທັງ​ປວງ, ຂໍ​ພຣະ​ກຽດ ແລະ ອຳນາດ​ອັນ​ເປັນ​ນິດ​ຈົ່ງ​ມີ​ແກ່​ພຣະ​ອົງ;

16 ຜູ້​ທີ່​ມະນຸດ​ບໍ່​ເຄີຍ​ເຫັນ​ຈັກ​ເທື່ອ, ຫລື ສາ​ມາດ​ຫລຽວ​ເຫັນ, ພຣະ​ອົງ​ຜູ້​ທີ່​ມະນຸດ​ບໍ່​ສາ​ມາດ​ເຂົ້າ​ໃກ້, ພຽງ​ແຕ່​ຜູ້​ທີ່​ມີ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຫວັງ​ແຫ່ງ​ຄວາມ​ເປັນ​ອະ​ມະ​ຕະ​ສະ​ຖິດ​ຢູ່​ກັບ​ເຂົາ​ເທົ່າ​ນັ້ນ ທີ່​ສາ​ມາດ​ເຫັນ.