ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ອົບ​ພະຍົບ 33


ປຈສ, ອົບ​ພະຍົບ 33:20, 23. ປຽບ​ທຽບ​ໃສ່​ກັບ ອົບ​ພະຍົບ 33:20, 23

ບໍ່​ມີ​ມະນຸດ​ທີ່​ບາບ​ໜາ​ຄົນ​ໃດ ຈະ​ສາ​ມາດ​ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ.

20 ແລະ ພຣະ​ອົງ​ໄດ້​ກ່າວກັບ​ໂມເຊວ່າ ເຈົ້າ​ບໍ່​ສາ​ມາດ​ເຫັນ​ໜ້າ​ເຮົາໃນ​ເວລາ​ນີ້, ຢ້ານ​ວ່າ​ຄວາມ​ໂມ​ໂຫ​ຂອງ​ເຮົາ ຈະ​ເກີດ​ນຳ​ເຈົ້າ​ຄື​ກັນ, ແລະ ເຮົາ​ທຳ​ລາຍ​ເຈົ້າ ແລະ ຜູ້​ຄົນ​ຂອງ​ເຈົ້າ; ເພາະ​ບໍ່​ມີ​ຄົນ​ໃດໃນ​ບັນ​ດາ​ພວກ​ເຂົາທີ່​ເຫັນ​ໜ້າ​ເຮົາໃນ​ເວລາ​ນີ້, ແລະ ມີ​ຊີ​ວິດ​ຢູ່, ເພາະ​ພວກ​ເຂົາ​ມີ​ບາບ​ຫລາຍ​ທີ່​ສຸດ. ແລະ ບໍ່​ມີ​ໃນ​ເວລາ​ໃດ ທີ່​ມະນຸດ​ບາບ​ໜາ​ເຄີຍ​ເຫັນ​ໜ້າ​ເຮົາ, ແລະ ກໍ​ບໍ່​ມີ​ໃນ​ເວລາ​ໃດ ທີ່​ມະນຸດ​ບາບ​ໜາ​ຈະ​ເຫັນ​ໜ້າ​ເຮົາ ແລະ ມີ​ຊີ​ວິດ​ຢູ່.

23 ແລະ ເຮົາ​ຈະ​ເອົາ​ມື​ຂອງ​ເຮົາ​ອອກ, ແລະ ເຈົ້າ​ຈະ​ເຫັນ​ຫລັງ​ຂອງ​ເຮົາ, ແຕ່​ຈະ​ບໍ່​ເຫັນ​ໜ້າ​ເຮົາ, ໃນ​ເວລາ​ໃດ​ກໍ​ຕາມ; ເພາະ​ເຮົາ​ໂມ​ໂຫ​ໃຫ້​ຊາວ​ອິດສະ​ຣາເອນ ຜູ້​ຄົນ​ຂອງ​ເຮົາ.