ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ອົບ​ພະຍົບ 4


ປຈສ, ອົບ​ພະຍົບ 4:21. ປຽບ​ທຽບ​ໃສ່​ກັບ ອົບ​ພະຍົບ 4:21; 7:3, 13; 9:12; 10:1, 20, 27; 11:10; 14:4, 8, 17; ພຣະ​ບັນຍັດ​ສອງ 2:30

ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຮັບ​ຜິດ​ຊອບ​ສຳ​ລັບ​ໃຈ​ທີ່​ແຂງ​ກະ​ດ້າງ​ຂອງ​ຟາ​ຣາ​ໂອ. ເບິ່ງ ປຈສ, ອົບພະຍົບ 7:3, 13; 9:12; 10:1, 20, 27; 11:10; 14:4, 8, 17 ນຳອີກ; ຂໍ້​ອ້າງ​ອີງ​ແຕ່​ລະ​ຂໍ້, ເມື່ອ​ແປ​ຢ່າງ​ຖືກ​ຕ້ອງ, ສະແດງ​ໃຫ້​ເຫັນ​ວ່າ ຟາ​ຣາ​ໂອ​ເອງ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ.

21 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ວ່າ ເມື່ອ​ເຈົ້າ​ກັບ​ໄປ​ປະເທດ​ເອຢິບ, ຈົ່ງ​ເບິ່ງ​ວ່າ​ເຈົ້າ​ເຮັດ​ການ​ມະຫັດ​ສະຈັນ​ທັງ​ປວງ​ຢູ່​ຕໍ່​ໜ້າ​ຟາ​ຣາ​ໂອ, ຊຶ່ງ​ເຮົາ​ໄດ້​ວາງ​ໄວ້​ໃນ​ມື​ຂອງ​ເຈົ້າ, ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຮຸ່ງ​ເຮືອງ; ແຕ່ຟາ​ຣາ​ໂອຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ, ແລະ ລາວຈະບໍ່​ປ່ອຍ​ໃຫ້​ຜູ້​ຄົນ​ໄປ.

ປຈສ, ອົບ​ພະຍົບ 4:24–27. ປຽບ​ທຽບ ໃສ່​ກັບ ອົບ​ພະຍົບ 4:24–27

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຂູ່​ວ່າ ຈະ​ຂ້າ​ໂມເຊ ເພາະ​ເພິ່ນ​ບໍ່​ໄດ້​ເຮັດ​ພິ​ທີ​ຕັດ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ, ນາງ​ສິບໂປຣາ ເມຍ​ຂອງ​ເພິ່ນ ໄດ້​ເຮັດ​ພິ​ທີ​ຕັດ​ແທນ​ເພິ່ນ. ໂມ​ໄຊ​ສາ​ລະ​ພາບ​ບາບ​ຂອງ​ເພິ່ນ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກົດ​ຕໍ່​ເພິ່ນ ໃນ​ບ່ອນ​ພັກ​ແຮມ ໃນ​ລະຫວ່າງການ​ເດີນ​ທາງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ພຣະ​ພິ​ໂລດ​ໃຫ້​ໂມເຊ, ແລະ ໄດ້​ໝາຍ​ທີ່​ຈະ​ຂ້າ​ເພິ່ນ; ເພາະ​ເພິ່ນ​ບໍ່​ໄດ້​ເຮັດ​ພິ​ທີ​ຕັດ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ.

25 ແລ້ວ​ສິບ​ໂປ​ຣາ ໄດ້​ຈັບ​ເອົາ​ຫີນ​ຄົມ ແລະ ເຮັດ​ພິ​ທີ​ຕັດ ໃຫ້​ລູກ​ຊາຍ​ຂອງ​ຕົນ, ແລະ ໄດ້​ເອົາກ້ອນ​ຫີນ ໄປ​ແປະ​ໄວ້​ໃກ້​ຕີນ​ຂອງ​ເພິ່ນ, ແລະ ໄດ້​ເວົ້າ​ວ່າ, ເຈົ້າ​ແມ່ນ ຜົວ​ທີ່​ຂ້ອຍ​ໄດ້​ມາ​ດ້ວຍ​ເລືອດ​ແທ້ໆ.

26 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄວ້​ຊີ​ວິດ​ຂອງ​ໂມເຊ ແລະ ປ່ອຍ​ເພິ່ນ​ໄປ, ຍ້ອນ​ສິບໂປຣາ, ເມຍ​ຂອງ​ເພິ່ນ, ໄດ້​ເຮັດ​ພິ​ທີ​ຕັດ​ໃຫ້​ລູກ​ຊາຍ. ແລະ ນາງ​ໄດ້​ເວົ້າ​ວ່າ, ເຈົ້າ​ແມ່ນ​ຜົວ​ທີ່​ຂ້ອຍ​ໄດ້​ມາ​ດ້ວຍ​ເລືອດ. ແລະ ໂມເຊ​ໄດ້​ອັບ​ອາຍ, ແລະ ໄດ້​ຫລົບ​ໜ້າ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ກ່າວ​ວ່າ, ຂ້າ​ນ້ອຍ​ໄດ້​ເຮັດ​ບາບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

27 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ອາໂຣນ​ວ່າ, ຈົ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ເພິ່ນ​ໄດ້​ໄປ​ພົບ​ເພິ່ນ, ທີ່​ພູ​ເຂົາ​ຂອງ​ພຣະ​ເຈົ້າ; ບ່ອນ​ທີ່​ພຣະ​ເຈົ້າ​ໄດ້​ປະກົດ​ຕໍ່​ເພິ່ນ; ແລະ ອາໂຣນ ໄດ້​ກອດ​ຈູບ​ເພິ່ນ.