ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ອົບ​ພະຍົບ 34


ປຈສ, ອົບ​ພະຍົບ 34: 1–2, 14. ປຽບ​ທຽບ​ໃສ່​ກັບ ອົບ​ພະຍົບ 34:1–2, 14; ຄພ 84:21–26

ອີກ​ເທື່ອ​ໜຶ່ງ ພຣະ​ເຈົ້າ​ຂຽນ​ກົດ​ໃສ່​ໃນ​ແຜ່ນ​ຫີນ ທີ່​ໂມເຊ​ໄດ້​ຕຽມ​ມາ ແຕ່​ໄດ້​ເອົາ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ພິ​ທີ​ການ​ຂອງ​ມັນ​ໄປ ຈາກ​ລູກ​ຫລານ​ຂອງ​ອິດສະ​ຣາເອນ. ພຣະ​ອົງ​ໄດ້​ປະທານ​ພຣະ​ບັນ​ຍັດ​ຝ່າຍ​ໂລກ​ໃຫ້​ພວກ​ເຂົາ​ແທນ.

1 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ວ່າ, ຈົ່ງ​ຕັດ​ຫີນ​ສອງ​ແຜ່ນອື່ນ​ອີກ ໃຫ້​ຄື​ເທື່ອ​ທຳ​ອິດ, ແລະ ເຮົາ​ຈະ​ຂຽນ​ຖ້ອຍ​ຄຳ ແລະ ກົດ​ໃສ່ໃນ​ນັ້ນ​ຄື​ກັນ, ຕາມ​ທີ່​ມັນ​ໄດ້​ຖືກ​ຂຽນ​ໄວ້​ໃນຫີນ​ແຜ່ນ​ທຳ​ອິດ​ທີ່​ເຈົ້າ​ໄດ້​ເຮັດ​ແຕກ; ແຕ່​ຈະ​ບໍ່​ເໝືອນ​ແຜ່ນ​ທຳ​ອິດ, ເພາະ​ເຮົາ​ຈະ​ເອົາ​ຖານະ​ປະ​ໂລ​ຫິດ​ໄປ​ຈາກ​ພວກ​ເຂົາ; ສະນັ້ນ ລະບຽບ​ທີ່​ສັກ​ສິດ​ຂອງ​ເຮົາ, ແລະ ພິ​ທີ​ການ​ໃນ​ນັ້ນ, ຈະ​ບໍ່​ນຳ​ໜ້າ​ພວກ​ເຂົາ​ໄປ; ເພາະ​ການ​ປະ​ທັບ​ຢູ່​ຂອງ​ເຮົາ​ຈະ​ບໍ່​ດຳ​ເນີນ​ໄປ​ໃນ​ທ່າມ​ກາງ​ພວກ​ເຂົາ, ຢ້ານ​ວ່າ​ເຮົາ​ຈະ​ທຳ​ລາຍ​ພວກ​ເຂົາ.

2 ແຕ່​ເຮົາ​ຈະ​ມອບ​ກົດ​ໃຫ້​ແກ່​ພວກ​ເຂົາ​ດັ່ງ​ເທື່ອ​ທຳ​ອິດ, ແຕ່​ມັນ​ຈະ​ເປັນ​ຕາມ​ກົດ​ຂອງ​ບັນ​ຍັດ​ຝ່າຍ​ໂລກ; ເພາະ​ເຮົາ​ໄດ້​ສາບານ​ໃນ​ຄວາມ​ຄຽດ​ແຄ້ນ​ຂອງ​ເຮົາ, ວ່າ​ພວກ​ເຂົາ​ຈະ​ບໍ່​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ເຮົາ, ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ເຮົາ, ໃນ​ວັນ​ເວລາ​ແຫ່ງ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ. ສະ​ນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ, ແລະ ຈົ່ງ​ຕຽມ​ພ້ອມ​ໃນ​ມື້​ອື່ນ​ເຊົ້າ, ແລະ ຂຶ້ນ​ມາ​ເທິງ​ພູ​ຊີ​ນາຍ​ໃນ​ຕອນ​ເຊົ້າ, ແລະ ໄປ​ພົບ​ເຮົາ​ຢູ່​ທີ່​ນັ້ນ, ເທິງ​ຈອມ​ພູ.

ພຣະ​ເຢ​ໂຮ​ວາ​ເປັນ​ພຣະ​ນາມ​ໜຶ່ງ​ອີກ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ຊຶ່ງ​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ເດີມ​ຮູ້​ຈັກ.

14 ເພາະ​ເຈົ້າ​ຈະ​ບໍ່​ນະມັດ​ສະການ​ພຣະ​ອື່ນ​ອີກ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊຶ່ງ​ມີ​ພຣະ​ນາມ​ວ່າ ພຣະ​ເຢ​ໂຮ​ວາ, ເປັນ​ພຣະ​ເຈົ້າ​ທີ່​ຫວງ​ແຫນ.