ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເຮັບເຣີ 7


ປຈ​ສ, ເຮັບເຣີ 7:3. ປຽບ​ທຽບ​ໃສ່​ກັບ ເຮັບເຣີ 7:3

ເມນ​ຄີ​ເສ​ເດັກ​ເປັນ​ປະ​ໂລ​ຫິດ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ທຸກ​ຄົນ​ທີ່​ຮັບ​ເອົາ​ຖານະ​ປະ​ໂລ​ຫິດ​ນີ້ ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

3 ເພາະ​ເມນ​ຄີ​ເສ​ເດັກ​ຜູ້​ນີ້ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະ​ໂລ​ຫິດ​ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ລະບຽບ​ນັ້ນປາດ​ສະ​ຈາກ​ບິດາ, ປາດ​ສະ​ຈາກ​ມານດາ, ປາດ​ສະ​ຈາກ​ເຊື້ອ​ວົງ, ທັງ​ບໍ່​ມີ​ການ​ເລີ່ມ​ຕົ້ນ​ຂອງ​ມື້, ຫລື ການ​ສິ້ນ​ສຸດ​ຂອງ​ຊີ​ວິດ. ແລະ ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ຖານະ​ປະ​ໂລ​ຫິດ​ນີ້ ຈະ​ເປັນ​ເໝືອນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ໂດຍຍັງ​ຢູ່ເປັນ​ປະ​ໂລ​ຫິດ​ສືບ​ໄປ.

ປຈສ, ເຮັບເຣີ 7:19–21. ປຽບ​ທຽບ​ໃສ່​ກັບ ເຮັບເຣີ 7:19–21

ກົດ​ໄດ້​ຕຽມ​ຜູ້​ຄົນ​ຂອງ​ພຣະ​ເຢຊູ ຜູ້​ຊຶ່ງ “ເປັນ​ຜູ້​ຮັບ​ປະ​ກັນ​ພັນທະ​ສັນ​ຍາ​ອັນ​ດີ​ກວ່າ.”

19 ເພາະ​ກົດໄດ້​ຖືກ​ປະ​ຕິ​ບັດ​ປາດ​ສະ​ຈາກ​ຄຳ​ສາບານ ແລະ ບໍ່​ໄດ້​ເຮັດ​ໃຫ້​ສິ່ງ​ໃດ​ສຳ​ເລັດ, ພຽງ​ແຕ່​ມີ​ຄວາມ​ຫວັງ​ອັນ​ດີ​ກວ່າ​ໄດ້​ເພີ່ມ​ເຕີມ​ເຂົ້າ​ມາ; ໂດຍ​ຄວາມ​ຫວັງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະ​ເຈົ້າ​ໄດ້.

20 ຕາບ​ໃດ​ທີ່ມະຫາ​ປະ​ໂລ​ຫິດ​ນີ້ມີ​ຄຳ​ສາບານ, ດັ່ງ​ນັ້ນ ພຣະ​ເຢຊູ​ຈຶ່ງ​ກາຍ​ເປັນ​ຜູ້​ຮັບ​ປະ​ກັນ​ພັນທະ​ສັນ​ຍາ​ອັນ​ດີ​ກວ່າ.

21 (ເພາະ​ປະ​ໂລ​ຫິດ​ຄົນ​ອື່ນໆ​ຮັບ​ຕຳ​ແໜ່ງ​ໂດຍ​ບໍ່​ມີ​ຄຳ​ສາບານ​ເລີຍ; ແຕ່​ພຣະ​ອົງ​ເປັນ​ປະ​ໂລ​ຫິດ​ໂດຍ​ທາງ​ຄຳ​ສາບານ ເມື່ອ​ພຣະ​ເຈົ້າ​ກ່າວ​ກັບ​ພຣະ​ອົງ​ວ່າ, ພຣະ​ຜູ້​ເປັນ​ເຈົ້າ​ສາບານ​ໄວ້​ແລ້ວ ແລະ ຈະ​ບໍ່​ປ່ຽນ​ພຣະ​ໄທ​ວ່າ ທ່ານ​ເປັນ​ປະ​ໂລ​ຫິດ​ຕະຫລອດ​ໄປ ຕາມ​ລະບຽບ​ຂອງ​ເມນ​ຄີ​ເສ​ເດັກ;)

ປຈສ, ເຮັບເຣີ 7:25–26. ປຽບ​ທຽບ​ໃສ່​ກັບ ເຮັບເຣີ 7:26–27

ພຣະ​ເຢຊູ​ຖວາຍ​ພຣະ​ອົງ​ເອງ ເປັນ​ເຄື່ອງ​ບູຊາ​ທີ່​ບໍ​ລິ​ສຸດ ເພື່ອ​ບາບ​ຂອງ​ພວກ​ເຮົາ.

25 ມະຫາ​ປະ​ໂລ​ຫິດ​ຢ່າງ​ນີ້​ແຫລະ​ທີ່​ເໝາະ​ສົມ​ສຳ​ລັບ​ພວກ​ເຮົາ, ຄື​ເປັນ​ຜູ້​ສັກ​ສິດ, ບໍ່​ມີ​ພິດ​ໄພ, ບໍ່​ໝົ່ນ​ໝອງ, ແຍກ​ຈາກ​ຄົນ​ບາບ​ທັງ​ປວງ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຜູ້ປົກ​ຄອງ​ເໜືອ​ສະຫວັນ;

26 ບໍ່​ເໝືອນດັ່ງ​ມະຫາ​ປະ​ໂລ​ຫິດ​ຄົນ​ອື່ນໆ ຜູ້ຖວາຍ​ເຄື່ອງ​ບູຊາທຸກໆ​ວັນ, ຜູ້​ຊຶ່ງ​ທຳ​ອິດ​ຖວາຍ​ເພື່ອ​ການ​ບາບຂອງ​ຕົນເອງ, ແລະ ແລ້ວ​ຖວາຍ​ເພື່ອການ​ບາບ​ຂອງ​ຜູ້​ຄົນ; ເພາະພຣະ​ອົງ​ບໍ່​ຈຳ​ເປັນ​ຕ້ອງ​ຖວາຍ​ເພື່ອ​ການ​ບາບ​ຂອງ​ພຣະ​ອົງ​ເອງ, ເພາະ​ພຣະ​ອົງ​ບໍ່​ມີ​ບາບ; ແຕ່​ເພື່ອ​ການ​ບາບ​ຂອງ​ຜູ້​ຄົນ. ແລະ ພຣະ​ອົງ​ໄດ້​ກະ​ທຳ​ໄປ​ເທື່ອ​ດຽວ, ເມື່ອ​ພຣະ​ອົງ​ຖວາຍ​ພຣະ​ອົງ​ເອງ.