ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເຮັບເຣີ 1


ປຈສ, ເຮັບເຣີ 1:6–7. ປຽບ​ທຽບ​ໃສ່​ກັບ ເຮັບເຣີ 1:6–7

ເຫລົ່າ​ທູດ​ສະຫວັນ​ເປັນ​ວິນ​ຍານ​ຂອງ​ຜູ້​ຮັບ​ໃຊ້.

6 ແລະ ອີກ​ເທື່ອ​ໜຶ່ງ, ເມື່ອ​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ກົກ​ເຂົ້າ​ມາ​ໃນ​ໂລກ, ພຣະ​ອົງ​ໄດ້​ກ່າວ​ວ່າ, ແລະ ໃຫ້​ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ​ທຸກ​ອົງ​ນະມັດ​ສະການ​ພຣະ​ອົງ, ຜູ້​ເຮັດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ແປວ​ໄຟ​ອັນ​ຮ້ອນ​ກ້າ.

7 ແລະ ກ່ຽວ​ກັບ​ເຫລົ່າ​ທູດ ພຣະ​ອົງ​ໄດ້​ກ່າວ​ວ່າ ເຫລົ່າ​ທູດ​ເປັນ​ວິນ​ຍານ​ຂອງ​ຜູ້​ຮັບ​ໃຊ້.