ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເພງ​ສັນ​ລະ​ເສີນ 11


ປຈສ, ເພງ​ສັນ​ລະ​ເສີນ 11:1–5. ປຽບ​ທຽບ​ໃສ່​ກັບ ເພງ​ສັນ​ລະ​ເສີນ 11:1–5

ໃນ​ຍຸກ​ສຸດ​ທ້າຍ ຄົນ​ຊອບ​ທຳ​ຈະ​ໜີ​ໄປ​ລີ້​ທີ່​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ, ພຣະ​ອົງ​ຈະ​ທຳ​ລາຍ​ຄົນ​ຊົ່ວ ແລະ ໄຖ່​ຄົນ​ຊອບ​ທຳ.

1 ໃນ​ມື້​ນັ້ນ ພຣະ​ອົງ​ຈະ​ສະ​ເດັດ​ມາ, ໂອ້ ພຣະຜູ້​ເປັນເຈົ້າ; ແລະ ຂ້າ​ນ້ອຍ​ຈະ​ໄວ້​ວາງ​ໃຈໃນ​ພຣະ​ອົງ. ພຣະ​ອົງ​ຈະ​ບອກ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພາະ​ຫູ​ຂອງ​ຂ້າ​ນ້ອຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ; ພຣະ​ອົງ​ຈະ​ກ່າວ​ແກ່​ທຸກ​ຄົນ​ວ່າ, ຈົ່ງ​ໜີ​ໄປ​ລີ້​ທີ່​ພູ​ເຂົາຂອງ​ເຮົາ; ແລະ ຄົນ​ຊອບ​ທຳ​ຈະ​ໜີ​ໄປ​ລີ້​ເໝືອນ​ດັ່ງນົກ ທີ່​ຖືກ​ປ່ອຍ​ອອກ​ຈາກ​ແຮ້ວ​ຂອງ​ນາຍ​ພານ.

2 ເພາະ​ຄົນ​ຊົ່ວ​ໄດ້​ກົ່ງ​ໜ້າ​ທະ​ນູ; ເບິ່ງ​ເຖີດ, ພວກ​ເຂົາ​ພ້ອມ​ທີ່​ຈະ​ຍິງ​ລູກ​ສອນ, ໄປ​ໃສ່​ຄົນ​ຊອບ​ທຳ​ຈາກ​ບ່ອນ​ມືດ, ເພື່ອ​ທຳ​ລາຍ​ຮາກ​ຖານ​ຂອງ​ພວກ​ເຂົາ.

3 ແຕ່ ຮາກ​ຖານ​ຂອງຄົນ​ຊົ່ວ​ຈະຖືກ​ທຳ​ລາຍ, ແລະ ພວກ​ເຂົາສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່?

4 ເພາະພຣະ​ຜູ້​ເປັນ​ເຈົ້າ, ເມື່ອ​ພຣະ​ອົງ​ສະ​ເດັດ​ມາຍັງ​ພຣະ​ວິຫານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ປະ​ທັບ​ເທິງພຣະ​ບັນ​ລັງຂອງ​ພຣະ​ເຈົ້າຢູ່​ເທິງ​ຟ້າ​ສະຫວັນ, ພຣະ​ອົງຈະເຝົ້າ​ເບິ່ງຄົນ​ຊົ່ວ.

5 ພຣະ​ອົງຈະເຝົ້າ​ເບິ່ງ​ລູກ​ຫລານ​ມະນຸດ, ແລະ ພຣະ​ອົງ​ຈະ​ໄຖ່​ຄົນ​ຊອບ​ທຳ, ແລະ ພວກ​ເຂົາ​ຈະ​ຖືກ​ທົດ​ສອບ. ພຣະ​ຜູ້​ເປັນ​ເຈົ້າຮັກຄົນ​ຊອບ​ທຳ, ແຕ່​ພຣະ​ອົງ​ກຽດ​ຊັງ​ຄົນ​ທີ່​ເຮັດ​ການ​ໂຫດ​ຮ້າຍ.