ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເພງ​ສັນ​ລະ​ເສີນ 24


ປຈສ, ເພງ​ສັນ​ລະ​ເສີນ 24:7–10. ປຽບ​ທຽບ​ໃສ່​ກັບ ເພງ​ສັນ​ລະ​ເສີນ 24:7–10

ພຣະ​ເຈົ້າ​ແຫ່ງ​ຄວາມ​ມີ​ໄຊ​ຈະ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ ເວລາ​ພຣະ​ອົງ​ສະ​ເດັດ​ມາ.

7 ຈົ່ງ​ເງີຍ​ໜ້າ​ຂຶ້ນ, ໂອ້ ເຈົ້າຫລາຍ​ລຸ້ນ​ຄົນ​ຂອງ​ຢາໂຄບ; ແລະ ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເຖີດ; ແລະ ພຣະ​ຜູ້​ເປັນ​ເຈົ້າ​ມີ​ລິດ​ທາ​ນຸ​ພາບ ແລະ ເຂັ້ມ​ແຂງ; ພຣະ​ຜູ້​ເປັນ​ເຈົ້າ​ມີ​ໄຊ​ໃນ​ສະ​ໜາມ​ຮົບ, ຜູ້​ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ມີ​ໄຊ, ຈະ​ສະຖາ​ປະນາ​ເຈົ້າ​ຕະຫລອດ​ການ.

8 ແລະ ພຣະ​ອົງ​ຈະ​ເປີດ​ປະຕູ​ສະຫວັນ; ແລະ ຈະ​ສະ​ເດັດ​ລົງ​ມາ​ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ; ເພື່ອ​ເຮັດ​ໃຫ້​ເຈົ້າ​ມີ​ນາມ​ອັນ​ເປັນ​ນິດ; ເພື່ອ​ສະຖາ​ປະນາ​ເຈົ້າ​ໄວ້​ເທິງ​ດານ​ຫີນ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ.

9 ຈົ່ງ​ເງີຍ​ໜ້າ​ຂຶ້ນ, ໂອ້ ເຈົ້າຫລາຍ​ລຸ້ນ​ຄົນ​ຂອງ​ຢາໂຄບ; ຈົ່ງເງີຍ​ໜ້າ​ຂຶ້ນເຖີດ, ເຈົ້າຫລາຍ​ລຸ້ນ​ຄົນອັນ​ເປັນ​ນິດ, ແລະ ຈອມ​ໂຍທາ, ແລະ ມະຫາ​ກະສັດ​ຂອງ​ບັນ​ດາ​ກະສັດ​ທັງ​ຫລາຍ;

10 ແມ່ນ​ແຕ່ພຣະ​ເຈົ້າ​ແຫ່ງ​ຄວາມ​ມີ​ໄຊ​ຈະ​ສະ​ເດັດມາ​ຫາ​ເຈົ້າ; ແລະ ຈະ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ຈະ​ສະຖາ​ປະນາ​ພວກ​ເຂົາ​ໃນ​ຄວາມ​ຊອບ​ທຳ. ເສລາ.