ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເພງ​ສັນ​ລະ​ເສີນ 14


ປຈສ, ເພງ​ສັນ​ລະ​ເສີນ 14:1–7. ປຽບ​ທຽບ​ໃສ່​ກັບ ເພງ​ສັນ​ລະ​ເສີນ 14:1–7

ຜູ້​ຂຽນ​ເພງ​ສັນ​ລະ​ເສີນ​ເຫັນ​ຄວາມ​ຈິງ​ທີ່​ສູນ​ເສຍ​ໄປ​ໃນ​ຍຸກ​ສຸດ​ທ້າຍ ແລະ ຄອງ​ຄອຍ​ການ​ສ້າງ​ຕັ້ງ​ຂອງ​ຊີໂອນ.

1 ຄົນ​ໂງ່​ກ່າວ​ໃນ​ໃຈ​ຂອງ​ເຂົາ​ວ່າ ບໍ່​ມີ​ມະນຸດ​ຄົນ​ໃດ​ໄດ້​ເຫັນ​ພຣະ​ເຈົ້າ. ເພາະ​ພຣະ​ອົງ​ບໍ່​ສະແດງ​ຕົນ​ເອງ​ຕໍ່​ເຮົາ, ສະນັ້ນ​ຈຶ່ງບໍ່​ມີ​ພຣະ​ເຈົ້າ. ຈົ່ງ​ເບິ່ງ, ພວກ​ເຂົາ​ເສື່ອມ​ຊາມ; ພວກ​ເຂົາ​ໄດ້​ເຮັດ​ວຽກ​ງານ​ທີ່​ໜ້າ​ກຽດ​ຊັງ, ແລະ ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຂົາ​ທີ່​ເຮັດ​ສິ່ງ​ດີ.

2 ເພາະພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫລຽວ​ລົງ​ມາ​ຈາກ​ສະຫວັນ​ເບິ່ງ​ລູກ​ຫລານ​ມະນຸດ, ແລະ ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ ເຈົ້າ​ຈົ່ງ​ຊອກ​ຫາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ ວ່າມີຄົນ​ໃດ​ແດ່​ທີ່​ເຂົ້າ​ໃຈ​ພຣະ​ເຈົ້າ. ແລະ ລາວ​ໄດ້​ເປີດ​ປາກ​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, ຈົ່ງ​ເບິ່ງ, ຄົນ​ທັງ​ປວງ​ເຫລົ່າ​ນີ້ ກ່າວ​ວ່າ​ພວກ​ເຂົາ​ເປັນ​ຂອງ​ພຣະ​ອົງ.

3 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ, ແລະ ກ່າວ​ວ່າ, ພວກ​ເຂົາ​ທັງ​ໝົດ​ໄດ້​ຫລົງ​ທາງ​ໄປ​ແລ້ວ, ພວກ​ເຂົາ​ໄດ້​ພາ​ກັນ​ເປັນ​ຄົນ​ສົກ​ກະ​ປົກ, ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນຄົນ​ໃດ​ໃນບັນ​ດາ​ພວກ​ເຂົາທີ່ເຮັດ​ຄວາມ​ດີ, ບໍ່​ເລີຍ, ບໍ່​ມີ​ແມ່ນ​ແຕ່​ຈັກ​ຄົນ.

4 ທັງ​ໝົດ​ທີ່​ພວກ​ເຂົາ​ມີ​ເພື່ອ​ເປັນ​ຄູ​ສອນ​ຂອງ​ພວກ​ເຂົາ​ແມ່ນຜູ້​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ, ແລະ ຄູ​ສອນ​ຂອງ​ພວກ​ເຂົາບໍ່​ມີ​ຄວາມ​ຮູ້. ພວກ​ເຂົາ​ເປັນຄົນ​ທີ່​ລ້າງ​ຜານ​ຜູ້​ຄົນ​ຂອງ​ເຮົາ. ພວກ​ເຂົາ​ກິນ​ອາຫານ ແລະ ບໍ່​ເຄີຍ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ເທື່ອ.

5 ພວກ​ເຂົາຢູ່ໃນ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່​ຫລວງ, ເພາະ​ພຣະ​ເຈົ້າປະ​ທັບ​ຢູ່ໃນ​ລຸ້ນ​ຄົນ​ທີ່​ຊອບ​ທຳ. ພຣະ​ອົງ​ເປັນ​ຜູ້​ປຶກ​ສາ​ຂອງ​ຄົນ​ຍາກ​ຈົນ, ເພາະ​ພວກ​ເຂົາ​ອັບ​ອາຍ​ເນື່ອງ​ດ້ວຍ​ຄົນ​ຊົ່ວ, ແລະ ໜີ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ເປັນ​ບ່ອນ​ຫລົບ​ໄພ​ຂອງ​ພວກ​ເຂົາ.

6 ພວກ​ເຂົາ​ອັບ​ອາຍໃນ​ຄຳ​ປຶກ​ສາ​ຂອງ​ຄົນ​ຍາກ​ຈົນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບ່ອນ​ຫລົບ​ໄພ​ຂອງ​ພວກ​ເຂົາ.

7 ໂອ້ ເພື່ອ​ວ່າຊີໂອນ​ຈະ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຈາກ​ສະຫວັນ, ຄວາມ​ລອດ​ຂອງ​ອິດສະ​ຣາເອນ. ໂອ້ ພຣະຜູ້​ເປັນເຈົ້າ, ເມື່ອ​ໃດ​ພຣະ​ອົງ​ຈະ​ສ້າງ​ຕັ້ງ​ຊີໂອນ​ຂຶ້ນ? ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ການ​ເປັນ​ຊະ​ເລີຍ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ, ຢາໂຄບ​ຈະ​ປິ​ຕິ​ຍິນ​ດີ, ອິດສະ​ຣາເອນ​ຈະ​ຍິນ​ດີ.