ພຣະ​ຄຳ​ພີ
ອັບ​ຣາ​ຮາມ 4


ບົດ​ທີ 4

ບັນ​ດາ​ພຣະ​ເຈົ້າ​ວາງ​ແຜນ​ສ້າງ​ແຜ່ນ​ດິນ​ໂລກ ແລະ ຊີ​ວິດ​ທັງ​ປວງ​ຢູ່​ເທິງ​ນັ້ນ—​ອະ​ທິ​ບາຍ​ເຖິງ​ແຜນ​ຂອງ​ພວກ​ພຣະ​ອົງ​ສຳ​ລັບ​ການ​ສ້າງ​ໃນ​ຫົກ​ວັນ.

1 ແລະ ຈາກ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຮົາ​ລົງ​ໄປ. ແລະ ພວກ​ພຣະ​ອົງ​ໄດ້​ລົງ​ໄປ​ໃນ ການ​ເລີ່ມ​ຕົ້ນ, ແລະ ພວກ​ພຣະ​ອົງ, ນັ້ນ​ຄື​ບັນ​ດາ​ພຣະ​ເຈົ້າ, ໄດ້ ວາງ​ລະບຽບ ແລະ ປະກອບ​ຟ້າ​ສະຫວັນ ແລະ ແຜ່ນ​ດິນ​ໂລກ.

2 ແລະ ແຜ່ນ​ດິນ​ໂລກ, ຫລັງ​ຈາກ​ມັນ​ໄດ້​ຖືກ​ປະກອບ​ແລ້ວ, ວ່າງ​ເປົ່າ ແລະ ຮ້າງ, ເພາະ​ວ່າ​ມັນ​ບໍ່​ມີ​ສິ່ງ​ອື່ນ​ໃດ​ນອກ​ຈາກ​ແຜ່ນ​ດິນ​ໂລກ; ແລະ ຄວາມ​ມືດ​ຫຸ້ມ​ຫໍ່​ມະຫາ​ສະ​ໝຸດ​ອັນ​ກວ້າງ​ໃຫຍ່​ໄພ​ສານ; ແລະ ພຣະ​ວິນ​ຍານ​ຂອງ​ບັນ​ດາ​ພຣະ​ເຈົ້າ​ໄດ້ ວົນ​ວຽນ​ຢູ່​ເທິງ​ໜ້າ​ນ້ຳ.

3 ແລະ ພວກ​ພຣະ​ອົງ (ບັນ​ດາ​ພຣະ​ເຈົ້າ) ໄດ້​ກ່າວ​ວ່າ: ໃຫ້​ມີ​ຄວາມ​ສະ​ຫວ່າງ​ສ່ອງ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ກໍ​ສ່ອງ​ຂຶ້ນ.

4 ແລະ ພວກ​ພຣະ​ອົງ (ບັນ​ດາ​ພຣະ​ເຈົ້າ) ໄດ້​ເຂົ້າ​ໃຈ​ຄວາມ​ສະ​ຫວ່າງ, ເພາະ​ວ່າ​ມັນ​ເຈີດ​ຈ້າ; ແລະ ພວກ​ພຣະ​ອົງ​ໄດ້​ແຍກ​ຄວາມ​ສະ​ຫວ່າງ, ຫລື ເຮັດ​ໃຫ້​ມັນ​ແຍກ​ອອກ​ຈາກ​ຄວາມ​ມືດ.

5 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ເອີ້ນ​ຄວາມ​ສະ​ຫວ່າງ​ນັ້ນ​ວ່າ ກາງ​ເວັນ, ແລະ ຄວາມ​ມືດ​ນັ້ນ​ພວກ​ພຣະ​ອົງ​ໄດ້​ເອີ້ນ​ມັນ​ວ່າ ກາງ​ຄືນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ພວກ​ພຣະ​ອົງ​ໄດ້​ເອີ້ນ​ມັນ​ວ່າ ກາງ​ຄືນ; ແລະ ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ ພວກ​ພຣະ​ອົງ​ໄດ້​ເອີ້ນ​ມັນ​ວ່າ ກາງ​ເວັນ; ແລະ ນີ້​ເປັນ​ຈຸດ​ທຳ​ອິດ, ຫລື ການ​ເລີ່ມ​ຕົ້ນ, ຂອງ​ສິ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ເອີ້ນ​ວ່າ​ກາງ​ເວັນ ແລະ ກາງ​ຄືນ.

6 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ອີກ​ວ່າ: ໃຫ້ ມີ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ຢູ່​ທ່າມ​ກາງ​ນ້ຳ, ແລະ ມັນ​ຈະ​ແຍກ​ຜືນ​ນ້ຳ​ອອກ​ຈາກ​ຜືນ​ນ້ຳ.

7 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ, ເພື່ອ​ວ່າ​ມັນ​ຈະ​ໄດ້​ແຍກ​ຜືນ​ນ້ຳ​ທີ່​ຢູ່​ໃຕ້​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ຈາກ​ຜືນ​ນ້ຳ​ທີ່​ຢູ່​ເທິງ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ; ແລະ ກໍ​ເປັນ​ດັ່ງ​ນັ້ນ, ແມ່ນ​ແຕ່​ພວກ​ພຣະ​ອົງ​ໄດ້​ບັນ​ຊາ.

8 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ເອີ້ນ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ, ວ່າ ຟ້າ​ສະຫວັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ຖືກ​ເອີ້ນ​ວ່າ​ກາງ​ຄືນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ ຖືກ​ເອີ້ນ​ວ່າ​ກາງ​ເວັນ; ແລະ ນີ້​ເປັນ​ຊ່ວງ ເວລາ​ທີ​ສອງ​ທີ່​ຖືກ​ເອີ້ນ​ວ່າ​ກາງ​ຄືນ ແລະ ກາງ​ເວັນ.

9 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ບັນ​ຊາ, ໂດຍ​ກ່າວ​ວ່າ: ໃຫ້ ນ້ຳ​ທີ່​ຢູ່​ລຸ່ມ​ຟ້າ​ສະຫວັນ ມາ​ໂຮມ​ກັນ​ຢູ່​ບ່ອນ ດຽວ, ແລະ ໃຫ້​ພື້ນ​ດິນ​ປະກົດ​ຂຶ້ນ; ແລະ ກໍ​ເປັນ​ດັ່ງ​ນັ້ນ​ດັ່ງ​ທີ່​ມັນ​ຖືກ​ບັນ​ຊາ;

10 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ປະ​ກາດ​ພື້ນ​ດິນ​ແຫ້ງ, ວ່າ​ເປັນ​ແຜ່ນ​ດິນ; ແລະ ນ້ຳ​ທີ່​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ, ພວກ​ພຣະ​ອົງ​ໄດ້​ປະ​ກາດ​ວ່າ, ມະຫາ​ສະ​ໝຸດ; ແລະ ບັນ​ດາ​ພຣະ​ເຈົ້າ​ເຫັນ​ວ່າ ມັນ​ໄດ້​ເຊື່ອ​ຟັງ.

11 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຮົາ​ຕຽມ​ແຜ່ນ​ດິນ​ໂລກ​ເພື່ອ​ໃຫ້​ເກີດ ພືດ​ພັນ​ທຸກ​ຊະ​ນິດ; ທັງ​ແນວ​ເມັດ ແລະ ແນວ​ເປັນ​ໝາກ, ຕາມ​ຊະ​ນິດ​ຂອງ​ມັນ; ຕົ້ນ​ໄມ້​ເກີດ​ໝາກ, ຊຶ່ງ​ເມັດ​ຂອງ​ມັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ແລະ ກໍ​ເປັນ​ດັ່ງ​ນັ້ນ ແມ່ນ​ແຕ່​ດັ່ງ​ທີ່​ມັນ​ຖືກ​ບັນ​ຊາ.

12 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຈັດ​ລະບຽບ​ແຜ່ນ​ດິນ​ໂລກ​ເພື່ອ​ໃຫ້​ເກີດ​ພືດ​ພັນ​ທຸກ​ຊະ​ນິດ​ຈາກ​ເມັດ​ຂອງ​ມັນ​ເອງ, ແນວ​ເປັນ​ເມັດ​ກໍ​ຈາກ​ເມັດ​ຂອງ​ມັນ, ແລະ ແນວ​ເປັນ​ໝາກ​ກໍ​ຈາກ​ໝາກ​ຂອງ​ມັນ, ອອກ​ເມັດ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ແຜ່ນ​ດິນ​ໂລກ​ຈະ​ເກີດ​ຕົ້ນ​ໄມ້​ຕາມ​ເມັດ​ຂອງ​ມັນ, ອອກ​ໝາກ, ຊຶ່ງ​ເມັດ​ຂອງ​ມັນ​ຈະ​ເກີດ​ພຽງ​ແຕ່​ຕົ້ນ​ໄມ້​ຊະ​ນິດ​ດຽວ​ກັນ​ນັ້ນ, ຕາມ​ຊະ​ນິດ​ຂອງ​ມັນ; ແລະ ບັນ​ດາ​ພຣະ​ເຈົ້າ​ເຫັນ​ວ່າ​ມັນ​ໄດ້​ເຊື່ອ​ຟັງ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ພຣະ​ອົງ​ໄດ້​ນັບ​ຈຳນວນ​ວັນ; ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ພວກ​ພຣະ​ອົງ​ເອີ້ນ​ວ່າ​ກາງ​ຄືນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ​ພວກ​ພຣະ​ອົງ​ໄດ້​ເອີ້ນ​ມັນ​ວ່າ​ກາງ​ເວັນ; ແລະ ມັນ​ເປັນ​ຊ່ວງ​ເວລາ​ທີ​ສາມ.

14 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຈັດ​ລະບຽບ ຄວາມ​ສະ​ຫວ່າງ​ໃນ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ແຫ່ງ​ຟ້າ​ສະຫວັນ, ແລະ ເຮັດ​ໃຫ້​ມັນ​ແຍກ​ກາງ​ເວັນ​ອອກ​ຈາກ​ກາງ​ຄືນ; ແລະ ໄດ້​ຈັດ​ລະບຽບ​ມັນ​ເພື່ອ​ໃຫ້​ເປັນ​ເຄື່ອງ​ໝາຍ ແລະ ສຳ​ລັບ​ລະ​ດູ​ການ, ແລະ ສຳ​ລັບ​ວັນ ແລະ ສຳ​ລັບ​ປີ;

15 ແລະ ໄດ້​ຈັດ​ລະບຽບ​ມັນ​ເພື່ອ​ເປັນ​ຄວາມ​ສະ​ຫວ່າງ​ໃນ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ແຫ່ງ​ຟ້າ​ສະຫວັນ​ເພື່ອ​ໃຫ້​ສ່ອງ​ແສງ​ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ; ແລະ ກໍ​ເປັນ​ດັ່ງ​ນັ້ນ.

16 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຈັດ​ລະບຽບ​ແສງ​ທີ່​ເຈີດ​ຈ້າ​ສອງ​ດວງ, ແສງ​ທີ່​ເຈີດ​ຈ້າ ຫລາຍ​ກວ່າ​ໃຫ້​ປົກ​ຄອງ​ກາງ​ເວັນ, ແລະ ແສງ​ທີ່​ເຈີດ​ຈ້າ​ໜ້ອຍ​ກວ່າ​ໃຫ້​ປົກ​ຄອງ​ກາງ​ຄືນ; ພ້ອມ​ກັບ​ແສງ​ທີ່​ເຈີດ​ຈ້າ​ໜ້ອຍ​ກວ່າ ພວກ​ພຣະ​ອົງ​ໄດ້​ວາງ​ໝູ່​ດວງ​ດາວ​ນຳ​ອີກ;

17 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ວາງ​ມັນ​ໄວ້​ຢູ່​ໃນ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ແຫ່ງ​ຟ້າ​ສະຫວັນ, ເພື່ອ​ໃຫ້​ສ່ອງ​ແສງ​ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ, ແລະ ເພື່ອ​ປົກ​ຄອງ​ກາງ​ເວັນ ແລະ ກາງ​ຄືນ, ແລະ ເພື່ອ​ເຮັດ​ໃຫ້​ແຍກ​ຄວາມ​ສະ​ຫວ່າງ​ຈາກ​ຄວາມ​ມືດ.

18 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ເຝົ້າ​ເບິ່ງ​ສິ່ງ​ເຫລົ່າ​ນັ້ນ ຊຶ່ງ​ພຣະ​ອົງ​ໄດ້​ບັນ​ຊາ​ຈົນ​ວ່າ​ມັນ​ເຊື່ອ​ຟັງ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ເປັນ​ກາງ​ຄືນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ ເປັນ​ກາງ​ເວັນ; ແລະ ມັນ​ເປັນ​ຊ່ວງ​ເວລາ​ທີ​ສີ່.

20 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຮົາ​ຕຽມ​ຜືນ​ນ້ຳ​ເພື່ອ​ໃຫ້​ເກີດ​ສັດ​ຫລາຍ​ຈຳ​ພວກ​ເກີດ​ຢູ່​ໃນ​ນ້ຳ​ເຕັມ​ຢູ່​ຢ່າງ​ຫລວງ​ຫລາຍ; ແລະ ຝູງ​ນົກ, ເພື່ອ​ມັນ​ຈະ​ໄດ້​ບິນ​ໄປ​ມາ​ໃນ​ຄວາມ​ກວ້າງ​ໃຫຍ່​ໄພ​ສານ​ແຫ່ງ​ຟ້າ​ສະຫວັນ.

21 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຕຽມ​ຜືນ​ນ້ຳ​ເພື່ອ​ໃຫ້​ມີ ປາ​ວານ​ຂະ​ໜາດ​ໃຫຍ່, ແລະ ສັດ​ທຸກ​ຊະ​ນິດ​ທີ່​ເຄື່ອນ​ຍ້າຍ, ຊຶ່ງ​ຈະ​ເຕັມ​ຢູ່​ຢ່າງ​ອຸ​ດົມ​ສົມ​ບູນ​ໃນ​ຜືນ​ນ້ຳ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ນົກ​ທຸກ​ຕົວ ຕາມ​ຊະ​ນິດ​ຂອງ​ມັນ. ແລະ ບັນ​ດາ​ພຣະ​ເຈົ້າ​ເຫັນ​ວ່າ​ມັນ​ໄດ້​ເຊື່ອ​ຟັງ, ແລະ ວ່າ​ແຜນ​ຂອງ​ພວກ​ພຣະ​ອົງ​ນັ້ນ​ດີ.

22 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ອວຍ​ພອນ​ມັນ, ແລະ ເຮັດ​ໃຫ້​ມັນ​ພາ​ກັນ​ອອກ​ແມ່​ແຜ່​ລູກ​ຫລາຍ​ຢູ່​ເຕັມ ມະຫາ​ສະ​ໝຸດ; ແລະ ເຮັດ​ໃຫ້​ຝູງ​ນົກ​ແຜ່​ຜາຍ​ຂະ​ຫຍາຍ​ພັນ​ຫລາຍ​ຂຶ້ນ​ຢູ່​ໃນ​ແຜ່ນ​ດິນ​ໂລກ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ຖືກ​ເອີ້ນ​ວ່າ​ກາງ​ຄືນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ ຖືກ​ເອີ້ນ​ວ່າ​ກາງ​ເວັນ; ແລະ ມັນ​ເປັນ​ຊ່ວງ​ເວລາ​ທີ​ຫ້າ.

24 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຕຽມ​ແຜ່ນ​ດິນ​ໂລກ​ເພື່ອ​ໃຫ້​ມີ​ສັດ​ຈຳ​ພວກ​ຕ່າງໆ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ, ສັດ​ບ້ານ, ແລະ ສັດ​ຍ່າງ​ຍ້າຍ​ເລືອ​ຄານ, ແລະ ສັດ​ປ່າ​ເກີດ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ກໍ​ເປັນ​ດັ່ງ​ນັ້ນ, ດັ່ງ​ທີ່​ພວກ​ພຣະ​ອົງ​ໄດ້​ກ່າວ.

25 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ຈັດ​ລະບຽບ​ແຜ່ນ​ດິນ​ໂລກ​ເພື່ອ​ໃຫ້​ມີ​ສັດ​ປ່າ​ເກີດ​ຂຶ້ນ​ຕາມ​ຊະ​ນິດ​ຂອງ​ມັນ, ແລະ ສັດ​ບ້ານ​ຕາມ​ຊະ​ນິດ​ຂອງ​ມັນ, ແລະ ທຸກ​ຊະ​ນິດ​ທີ່​ຍ່າງ​ຍ້າຍ​ເລືອ​ຄານ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ຊະ​ນິດ​ຂອງ​ມັນ; ແລະ ບັນ​ດາ​ພຣະ​ເຈົ້າ​ເຫັນ​ວ່າ​ມັນ​ໄດ້​ເຊື່ອ​ຟັງ.

26 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້ ປຶກ​ສາ​ຫາ​ລື​ກັນ ແລະ ໄດ້​ກ່າວ​ວ່າ: ໃຫ້​ພວກ​ເຮົາ​ລົງ​ໄປ ແລະ ປະກອບ ມະນຸດ​ໃຫ້​ເປັນ ຮູບ​ລັກ​ສະ​ນະ​ທີ່​ຄ້າຍ​ຄື​ພວກ​ເຮົາ, ຕາມ​ລັກ​ສະ​ນະ​ຂອງ​ພວກ​ເຮົາ; ແລະ ພວກ​ເຮົາ​ຈະ​ໃຫ້​ພວກ​ເຂົາ​ມີ​ອຳນາດ​ເໜືອ​ປາ​ໃນ​ນ້ຳ, ແລະ ເໜືອ​ນົກ​ໃນ​ອາ​ກາດ, ແລະ ເໜືອ​ສັດ​ທັງ​ໝົດ, ແລະ ເໜືອ​ທັງ​ແຜ່ນ​ດິນ​ໂລກ, ແລະ ເໜືອ​ສັດ​ຍ່າງ​ຍ້າຍ​ເລືອ​ຄານ​ທຸກ​ຊະ​ນິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

27 ດັ່ງ​ນັ້ນ ບັນ​ດາ​ພຣະ​ເຈົ້າ​ຈຶ່ງ​ໄດ້​ລົງ​ໄປ​ຈັດ​ລະບຽບ​ມະນຸດ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພວກ​ພຣະ​ອົງ​ເອງ, ໃນ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ບັນ​ດາ​ພຣະ​ເຈົ້າ ພວກ​ພຣະ​ອົງ​ໄດ້​ປະກອບ​ພວກ​ເຂົາ, ຊາຍ ແລະ ຍິງ​ພວກ​ພຣະ​ອົງ​ໄດ້​ປະກອບ​ພວກ​ເຂົາ.

28 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ອວຍ​ພອນ​ພວກ​ເຂົາ. ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ມີ​ລູກ​ເຕົ້າ​ໃຫ້​ແຜ່​ຂະ​ຫຍາຍ, ແລະ ປົກ​ຄອງ​ມັນ, ແລະ ມີ​ອຳນາດ​ເໜືອ​ປາ​ໃນ​ນ້ຳ, ແລະ ເໜືອ​ນົກ​ໃນ​ອາ​ກາດ, ສັດ​ທຸກ​ຊະ​ນິດ​ທີ່​ເຄື່ອນ​ຍ້າຍ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

29 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ມອບ​ພືດ​ເປັນ​ເມັດ​ທຸກ​ຊະ​ນິດ, ທີ່​ຈະ​ເກີດ​ຢູ່​ເທິງ​ພື້ນ​ແຜ່ນ​ດິນ​ໂລກ, ແລະ ຕົ້ນ​ໄມ້​ທັງ​ໝົດ ແລະ ໝາກ​ຂອງ​ມັນ​ໃຫ້​ແກ່​ພວກ​ເຂົາ; ມັນ​ຈະ​ເປັນ ອາຫານ​ຂອງ​ພວກ​ເຂົາ.

30 ແລະ ສຳ​ລັບ​ສັດ​ປ່າ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ແລະ ສຳ​ລັບ​ນົກ​ຢູ່​ໃນ​ອາ​ກາດ, ແລະ ສຳ​ລັບ​ສັດ​ຍ່າງ​ຍ້າຍ​ເລືອ​ຄານ​ທຸກ​ຊະ​ນິດ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ມອບ​ຊີ​ວິດ​ໃຫ້​ແກ່​ມັນ, ແລະ ພ້ອມ​ນີ້​ພວກ​ເຮົາ​ໃຫ້​ຫຍ້າ​ກັບ​ພືດ​ແກ່​ພວກ​ມັນ​ເພື່ອ​ເປັນ​ອາຫານ, ແລະ ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ຖືກ​ຈັດ​ລະບຽບ​ໄວ້​ດັ່ງ​ນີ້.

31 ແລະ ບັນ​ດາ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ກ່າວ, ແລະ ຈັດ​ລະບຽບ​ມັນ; ແລະ ຈົ່ງ​ເບິ່ງ, ມັນ​ຈະ​ເຊື່ອ​ຟັງ​ຢ່າງ​ເຄັ່ງ​ຄັດ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ຄ່ຳ​ເຖິງ​ຕອນ​ເຊົ້າ ຖືກ​ເອີ້ນ​ວ່າ​ກາງ​ຄືນ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ ຖືກ​ເອີ້ນ​ວ່າ​ກາງ​ເວັນ; ແລະ ພວກ​ພຣະ​ອົງ​ໄດ້​ນັບ​ເປັນ​ຊ່ວງ​ເວລາ ທີ​ຫົກ.