ສິ່ງ​ຊ່ວຍ​ສຶກ​ສາ
ສະຫວັນ


ສະຫວັນ

ຄຳ​ວ່າ​ສະຫວັນ​ມີ​ຄວາມ​ໝາຍ​ຕົ້ນ​ຕໍ​ຢູ່​ສອງ​ຢ່າງ​ໃນ​ພຣະ​ຄຳ​ພີ. (1) ມັນ​ເປັນ​ບ່ອນ​ທີ່​ພຣະ​ເຈົ້າ​ອາ​ໄສ​ຢູ່ ແລະ ເປັນ​ບ້ານ​ໃນ​ອະ​ນາ​ຄົດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ (ປຖກ 28:12; ພສສ 11:4; ມທ 6:9). (2) ມັນ​ຢູ່​ອ້ອມ​ຮອບ​ແຜ່ນ​ດິນ​ໂລກ (ປຖກ 1:1, 17; ອພຍ 24:10). ສະຫວັນ​ບໍ່​ແມ່ນ ທີ່​ສຸຂະເສີມ, ຊຶ່ງ​ເປັນ​ສະຖານ​ທີ່​ຊົ່ວ​ຄາວ ບ່ອນ​ທີ່​ວິນ​ຍານ​ທີ່​ຊື່​ສັດ​ຂອງ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່ ແລະ ໄດ້​ຕາຍ​ໄປ​ຢູ່​ໃນ​ແຜ່ນ​ດິນ​ໂລກ. ພຣະ​ເຢຊູ​ໄດ້​ໄປ​ຢ້ຽມ​ຢາມ​ທີ່​ສຸ​ຂະ​ເສີມ​ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ​ຢູ່​ເທິງ​ໄມ້​ກາງ​ແຂນ, ແຕ່​ໃນ​ມື້​ທີ​ສາມ, ພຣະ​ອົງ​ໄດ້​ບອກ​ນາງ​ມາຣີ​ວ່າ ພຣະ​ອົງ​ຍັງ​ບໍ່​ໄດ້​ກັບ​ໄປ​ຫາ​ພຣະ​ບິດາ​ເທື່ອ (ລກ 23:39–44; ຢຮ 20:17; ຄພ 138:11–37).