ນີ​ໄຟ​ສະ​ບັບທີ​ສາມໜັງສື​ນີ​ໄຟ​ລູກ​ຊາຍ​ຂອງ​ນີ​ໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ

ບົດ​ທີ 27

ພຣະ​ເຢຊູ​ບັນຊາ​ໃຫ້​ພວກ​ເຂົາ​ເອີ້ນ​ສາດສະໜາ​ຈັກ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ—ພາ​ລະ​ກິດ ແລະ ການ​ເສຍ​ສະລະ​ຊົດ​ໃຊ້ຂອງ​ພຣະ​ອົງປະກອບ​ເປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ—ມະນຸດ​ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍ​ລິ​ສຸດ​ໂດຍ​ພຣະ​ວິນ​ຍານ​ບໍລິສຸດ—ພວກ​ເຂົາ​ຄວນ​ເປັນ​ດັ່ງທີ່ພຣະ​ເຢຊູ​ເປັນ. ປະມານ ຄ.ສ. 34–35.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ໃນ​ໄລຍະ​ເວລາ​ທີ່​ສາ​ນຸສິດ​ຂອງ​ພຣະ​ເຢຊູ​ກຳລັງ​ເດີນທາງ​ໄປ​ສິດສອນ​ເລື່ອງ​ທີ່​ພວກ​ເພິ່ນ​ໄດ້​ຍິນ ແລະ ໄດ້​ເຫັນ​ມານັ້ນ, ແລະ ໄດ້​ໃຫ້​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສານຸສິດ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ອະທິຖານ ແລະ ຖື​ສິນ​ອົດ​ເຂົ້າ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

 ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ປະກົດ​ຕົວ​ຕໍ່ພວກ​ເພິ່ນ​ອີກ, ເພາະ​ພວກ​ເພິ່ນ​ໄດ້​ອະທິຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ພຣະ​ເຢຊູ​ໄດ້​ສະ​ເດັດ​ມາ​ຢືນ​ຢູ່​ທ່າມກາງ​ພວກ​ເພິ່ນ, ແລະ ຖາມ​ພວກ​ເພິ່ນ​ວ່າ: ເຈົ້າ​ຕ້ອງ​ການ​ອັນ​ໃດ​ຈາກ​ເຮົາ?

 ແລະ ພວກ​ເພິ່ນ​ໄດ້​ກ່າວ​ກັບພຣະ​ອົງ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ໃຫ້​ພຣະ​ອົງ​ບອກ​ພວກ​ຂ້າ​ນ້ອຍ​ວ່າພວກ​ຂ້ານ້ອຍ​ຄວນ​ເອີ້ນຊື່​ຂອງ​ສາດສະໜາ​ຈັກ​ນີ້ວ່າ​ແນວ​ໃດ ເພາະວ່າ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນດາ​ຜູ້ຄົນ​ກ່ຽວ​ກັບ​ເລື່ອງ​ນີ້.

 ແລະ ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເພິ່ນວ່າ: ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າວ່າ, ເປັນ​ດ້ວຍ​ເຫດ​ໃດ​ຜູ້​ຄົນ​ຈຶ່ງ​ຈົ່ມ ແລະ ໂຕ້​ຖຽງ​ກັນ​ເພາະ​ເລື່ອງ​ນີ້?

 ພວກ​ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ບໍ, ຊຶ່ງມັນບອກ​ໄວ້​ວ່າ ເຈົ້າຕ້ອງ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ນາມ​ຂອງ​ເຮົາ? ເພາະ​ໂດຍ​ນາມ​ນີ້​ເຈົ້າຈະ​ຖືກ​ເອີ້ນ​ໃນ​ວັນ​ສຸດ​ທ້າຍ;

 ແລະ ຜູ້​ໃດ​ທີ່​ຮັບ​ນາມຂອງ​ເຮົາ, ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້ນັ້ນຈະ​ລອດ​ໃນ​ວັນ​ສຸດ​ທ້າຍ.

 ດັ່ງນັ້ນ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເຮັດ, ຈົ່ງ​ເຮັດ​ໃນ​ນາມ​ຂອງ​ເຮົາ; ດັ່ງນັ້ນ ເຈົ້າ​ຈົ່ງ​ເອີ້ນ​ສາດສະໜາ​ຈັກ​ຕາມ​ນາມ​ຂອງ​ເຮົາ; ແລະ ເຈົ້າ​ຈົ່ງ​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເພື່ອ​ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ສາດສະໜາ​ຈັກ​ເພື່ອ​ເຫັນ​ແກ່​ເຮົາ.

 ແລະ ມັນ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ເຮົາ​ໄດ້​ແນວ​ໃດຖ້າ​ຫາກ​ມັນ​ບໍ່​ມີ​ຊື່​ຕາມ​ນາມຂອງ​ເຮົາ? ເພາະ​ຖ້າ​ຫາກ​ສາດສະໜາ​ຈັກ​ມີ​ຊື່​ຕາມ​ຊື່​ຂອງ​ໂມ​ເຊ, ແລ້ວມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ໂມ​ເຊ; ຫລື ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ຊື່​ຂອງ​ມະນຸດ, ມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ມະນຸດ; ແຕ່​ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ນາມ​ຂອງ​ເຮົາ, ມັນ​ກໍ​ຈະ​ເປັນ​ສາດສະໜາ​ຈັກ​ຂອງ​ເຮົາຖ້າ​ຫາກ​ເປັນ​ໄປ​ວ່າ​ມັນ​ຖືກ​ສ້າງ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.

 ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ເຈົ້າ​ຖືກ​ສ້າງ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ; ສະນັ້ນ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເອີ້ນ ເຈົ້າ​ຈົ່ງ​ເອີ້ນ​ຕາມ​ນາມ​ຂອງ​ເຮົາ; ດັ່ງນັ້ນ ຖ້າ​ຫາກ​ເຈົ້າ​ເອີ້ນ​ຫາ​ພຣະ​ບິດາ​ເພື່ອ​ສາດສະໜາ​ຈັກ, ແລະ ຖ້າ​ຫາກ​ມັນ​ເປັນ​ໄປ​ໃນ​ນາມ​ຂອງ​ເຮົາ ພຣະ​ບິດາ​ຈະ​ຮັບ​ຟັງ​ເຈົ້າ;

 10 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ສາດສະ​ໜາ​ຈັກ​ຖືກ​ສ້າງ​ຂຶ້ນ​ເທິງພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລ້ວພຣະ​ບິດາ​ຈະ​ສະ​ແດງ​ວຽກ​ງານ​ຂອງ​ພຣະ​ອົງ​ອອກ​ມາ​ໃນ​ນັ້ນ.

 11 ແຕ່​ຖ້າ​ຫາກມັນ​ບໍ່​ໄດ້​ຖືກ​ສ້າງ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ມັນ​ຖືກ​ສ້າງ​ເທິງວຽກ​ງານ​ຂອງ​ມະນຸດ, ຫລື ເທິງວຽກ​ງານ​ຂອງ​ມານ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ ພວກ​ເຂົາ​ຈະ​ມີ​ຄວາມສຸກ​ໃນ​ວຽກ​ງານ​ຂອງ​ພວກ​ເຂົາ​ພຽງ​ຊົ່ວ​ໄລຍະ​ໜຶ່ງ​ເທົ່າ​ນັ້ນ, ແລະ ໃນ​ບໍ່​ຊ້າ​ເວລາ​ສຸດ​ທ້າຍຍ່ອມ​ມາ​ເຖິງ, ແລະ ພວກ​ເຂົາ​ຈະ​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ໃນ​ໄຟ, ຊຶ່ງຈາກ​ບ່ອນ​ນັ້ນຈະ​ບໍ່​ມີ​ທາງ​ຫວນ​ກັບ​ຄືນໄດ້.

 12 ເພາະວ່າ​ວຽກ​ງານ​ຂອງ​ພວກ​ເຂົາຈະ​ຕິດຕາມ​ພວກ​ເຂົາ, ເປັນ​ຍ້ອນ​ວຽກງານ​ຂອງ​ພວກ​ເຂົາ​ທີ່​ພວກ​ເຂົາ​ຖືກ​ໂຄ່ນ​ລົງ; ດັ່ງນັ້ນ ຈົ່ງ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.

 13 ຈົ່ງ​ເບິ່ງ ເຮົາ​ໄດ້ມອບພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້ແກ່​ເຈົ້າ, ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນຊຶ່ງ​ເຮົາ​ໄດ້ມອບ​ໃຫ້​ແກ່​ເຈົ້າ—ຄື​ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະທຳ​ຕາມ​ນ້ຳພຣະ​ໄທ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ເພາະວ່າ​ພຣະ​ບິດາ​ຂອງ​ເຮົາໄດ້​ສົ່ງ​ເຮົາ​ມາ.

 14 ແລະ ພຣະ​ບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊັກ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະນຸດ​ສັນນັ້ນ ມະ​ນຸດ​ກໍ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ພຣະ​ບິ​ດາ​ສັນນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ວຽກງານ​ດີ ຫລື ວຽກງານ​ຊົ່ວ—

 15 ແລະ ເປັນ​ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ຖືກ​ຍົກ​ຂຶ້ນ; ສະນັ້ນ ຕາມ​ອຳນາດ​ຂອງ​ພຣະ​ບິດາ, ເຮົາ​ຈຶ່ງ​ຈະ​ຊັກ​ນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ພິພາກສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

 16 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ ຜູ້ນັ້ນຈະ​ເຕັມ​ປ່ຽມ; ແລະ ຖ້າ​ຫາກ​ເຂົາ​ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຈົ່ງ​ເບິ່ງ, ເຮົາ​ຈະ​ຖື​ວ່າ​ເຂົາ​ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ໃນ​ມື້ນັ້ນທີ່​ເຮົາ​ຈະ​ຢືນ​ຂຶ້ນ​ເພື່ອ​ພິພາກສາ​ໂລກ.

 17 ແລະ ຜູ້​ທີ່​ບໍ່​ອົດທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້ນັ້ນກໍ​ຈະ​ເປັນ​ຜູ້​ທີ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ໃນ​ໄຟ, ຊຶ່ງຈາກ​ບ່ອນ​ນັ້ນ​ເຂົາ​ຈະ​ກັບ​ຄືນ​ມາ​ອີກ​ບໍ່​ໄດ້, ເພາະ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ບິດາ.

 18 ແລະ ນີ້​ຄື​ພຣະ​ຄຳ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ລູກ​ຫລານ​ມະນຸດ. ແລະ ເພາະ​ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ໄດ້​ເຮັດ​ໃຫ້​ພຣະ​ຄຳ ຊຶ່ງພຣະ​ອົງ​ໄດ້​ກ່າວ​ໄວ້​ສຳ​ເລັດ, ແລະ ພຣະ​ອົງ​ບໍ່​ໄດ້​ເວົ້າຕົວະ, ແຕ່​ໄດ້​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ສຳ​ເລັດ​ທັງ​ໝົດ.

 19 ແລະ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່ສາມາດ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະ​ອົງ​ໄດ້; ດັ່ງນັ້ນ ຈະ​ບໍ່​ມີ​ສິ່ງ​ໃດ​ສາມາດ​ເຂົ້າ​ໄປ​ໃນ​ທີ່​ພັກ​ຂອງ​ພຣະ​ອົງ​ໄດ້ ນອກ​ຈາກ​ຜູ້​ທີ່​ໄດ້​ຊຳລະ​ລ້າງ​ອາພອນ​ຂອງ​ເຂົາ​ໃຫ້​ຂາວ​ສະອາດ​ແລ້ວ​ດ້ວຍ​ໂລຫິດ​ຂອງ​ເຮົາ, ເພາະ​ສັດທາ ແລະ ການ​ກັບ​ໃຈຈາກ​ບາບ​ທັງ​ໝົດ ແລະ ຄວາມ​ຊື່ສັດ​ຈົນ​ເຖິງ​ທີ່​ສຸດ​ຂອງ​ເຂົາ.

 20 ບັດ​ນີ້ ນີ້​ຄື​ພຣະ​ບັນຍັດ: ຈົ່ງ​ກັບ​ໃຈ, ເຈົ້າທັງຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ, ເພື່ອ​ເຈົ້າຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍລິສຸດ​ໂດຍການ​ຮັບ​ພຣະ​ວິນ​ຍານ​ບໍລິສຸດ, ເພື່ອ​ເຈົ້າຈະ​ຢືນຢູ່​ໂດຍ​ບໍ່​ມີ​ມົນທິນຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.

 21 ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ນີ້​ຄື​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ເຈົ້າ​ຄວນ​ຈະ​ກະທຳ​ໃນ​ສາດສະໜາ​ຈັກ​ຂອງ​ເຮົາ; ເພາະ​ວຽກ​ງານ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ເຮັດ​ຕາມ​ເໝືອນ​ກັນ; ເພາະ​ສິ່ງ​ໃດ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ເຖິງ​ແມ່ນ​ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ກະທຳ.

 22 ດັ່ງນັ້ນ, ຖ້າ​ຫາກ​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນີ້ ເຈົ້າຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຈົ້າຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

 23 ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ເຫັນ ແລະ ໄດ້​ຍິນ​ມານັ້ນ, ນອກ​ຈາກ​ເລື່ອງ​ທີ່​ຖືກ​ຫ້າມ​ໄວ້​ເທົ່າ​ນັ້ນ.

 24 ຈົ່ງ​ຂຽນ​ວຽກ​ງານ​ຂອງ​ຜູ້ຄົນ​ພວກ​ນີ້​ໄວ້, ຊຶ່ງມັນ​ຈະ​ເກີດ​ຂຶ້ນ, ດັ່ງ​ທີ່​ມີ​ຂຽນ​ໄວ້​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ແລ້ວ.

 25 ເພາະ​ຈົ່ງ​ເບິ່ງ, ຈາກ​ບັນດາ​ໜັງສື​ທີ່​ມີ​ຂຽນ​ໄວ້ ແລະ ທີ່​ຈະ​ຂຽນ, ຜູ້ຄົນ​ພວກ​ນີ້​ຈະ​ໄດ້​ຮັບ​ການ​ພິພາກສາ, ເພາະ​ຕາມ​ໜັງສື​ເຫລົ່ານັ້ນວຽກ​ງານ​ຂອງ​ພວກ​ເຂົາ​ຈຶ່ງ​ຈະ​ໄດ້​ເປັນ​ທີ່​ຮູ້ຈັກ​ແກ່ມ​ວນມະນຸດ.

 26 ແລະ ຈົ່ງ​ເບິ່ງ, ທຸກ​ສິ່ງ​ໄດ້​ຖືກ​ຂຽນ​ໄວ້​ໂດຍ​ພຣະ​ບິດາ; ດັ່ງນັ້ນ​ໂລກ​ຈະ​ໄດ້​ຮັບ​ການ​ພິພາກສາ​ຈາກໜັງສື​ທີ່​ຈະ​ຂຽນ.

 27 ແລະ ຈົ່ງ​ຮູ້​ໄວ້​ວ່າ​ເຈົ້າຈະ​ເປັນ​ຜູ້​ພິພາກສາຂອງຜູ້ຄົນ​ພວກ​ນີ້, ຕາມ​ການ​ພິພາກສາຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຊຶ່ງ​ຈະຍຸດ​ຕິ​ທຳ. ດັ່ງນັ້ນ ເຈົ້າຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ ເຖິງ​ແມ່ນດັ່ງ​ທີ່​ເຮົາ​ເປັນ.

 28 ແລະ ບັດ​ນີ້​ເຮົາ​ໄປ​ເຝົ້າ​ພຣະ​ບິດາ. ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ຈາກ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເຈົ້າ​ຈະ​ໄດ້​ຮັບ.

 29 ດັ່ງນັ້ນ, ຈົ່ງ​ຂໍ, ແລ້ວ​ເຈົ້າຈະ​ໄດ້​ຮັບ; ຈົ່ງ​ເຄາະ, ແລ້ວ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້; ເພາະວ່າ​ທຸກ​ຄົນ​ທີ່​ຂໍ ກໍ​ຈະ​ໄດ້ຮັບ; ແລະ ທຸກ​ຄົນ​ທີ່​ເຄາະ ກໍ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້.

 30 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຄວາມສຸກ​ຂອງ​ເຮົາ​ໃຫຍ່​ຍິ່ງ​ຈົນ​ເຕັມ​ບໍລິບູນ​ເພາະ​ເຈົ້າ, ແລະ ເພາະຄົນ​ລຸ້ນນີ້; ແທ້​ຈິງ​ແລ້ວ, ເຖິງ​ແມ່ນພຣະ​ບິດາກໍ​ປິ​ຕິ​ຍິນ​ດີ ແລະ ເຫລົ່າ​ທູດ​ທີ່ສັກສິດ​ທັງ​ຫລາຍ​ນຳ​ອີກ, ເພາະ​ເຈົ້າ ແລະ ຄົນລຸ້ນນີ້; ເພາະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ເສຍ​ໄປ.

 31 ຈົ່ງ​ເບິ່ງ, ເຮົາ​ຢາກ​ໃຫ້​ເຈົ້າ​ເຂົ້າ​ໃຈ; ເພາະ​ເຮົາ​ໝາຍ​ເຖິງ​ຜູ້​ຄົນ​ລຸ້ນນີ້ທີ່​ມີ​ຊີວິດ​ຢູ່ຕອນນີ້; ແລະ ບໍ່​ມີ​ຜູ້ໃດ​ໃນ​ພວກ​ເຂົາ​ເສຍ​ໄປ; ແລະ ເຮົາມີ​ຄວາມສຸກຫລາຍ​ແທ້ໆ​ນຳ​ພວກ​ເຂົາ.

 32 ແຕ່​ຈົ່ງ​ເບິ່ງ, ມັນ​ເຮັດ​ໃຫ້​ເຮົາ​ເສົ້າ​ສະຫລົດ​ໃຈ​ເພາະຄົນ​ລຸ້ນທີສີ່​ນັບ​ຈາກ​ຄົນ​ລຸ້ນນີ້​ໄປ​ຈະ​ຖືກ​ມານຈັບ​ໄປ​ເປັນ​ຊະ​ເລີຍ​ເຖິງ​ແມ່ນດັ່ງ​ບຸດແຫ່ງ​ຄວາມ​ຈິບຫາຍ; ເພາະວ່າ​ພວກ​ເຂົາ​ຈະ​ຂາຍ​ເຮົາ​ເພື່ອ​ເງິນ ແລະ ເພື່ອ​ຄຳ, ແລະ ເພື່ອ​ສິ່ງ​ທີ່​ມອດ ແລະ ຂີ້​ໝ້ຽງ​ກັດ​ກິນ ແລະ ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້, ແລະ ໃນ​ມື້​ນັ້ນ​ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ຈົນ​ເຖິງ​ຂັ້ນ​ທີ່​ນຳ​ເອົາ​ວຽກ​ງານ​ຂອງ​ພວກ​ເຂົາ​ກັບ​ມາ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ.

 33 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ໄດ້​ຈົບ​ຂໍ້ຄວາມ​ນີ້​ແລ້ວ ພຣະ​ອົງ​ໄດ້​ກ່າວ​ກັບ​ສານຸສິດ​ຂອງ​ພຣະ​ອົງ​ວ່າ: ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ຄັບ; ເພາະ​ປະຕູ​ຄັບ, ແລະ​ ທາງ​ແຄບ​ນັ້ນ​ແຫລະ​ທີ່​ນຳ​ໄປ​ສູ່​ຊີວິດ, ແລະ ມີ​ໜ້ອຍ​ຄົນ​ທີ່​ຈະ​ພົບ​ເຫັນມັນ; ແຕ່​ວ່າ​ປະຕູ ແລະ ທາງ​ທີ່​ນຳ​ໄປ​ຫາ​ຄວາມ​ຕາຍນັ້ນກວ້າງຂວາງ​ຫລາຍ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ເດີນ​ໄປ​ທາງນັ້ນ, ຈົນ​ວ່າ​ຕາ​ເວັນ​ຄ້ອຍ​ຄ່ຳ, ແລ້ວ​ພວກ​ເຂົາ​ກໍ​ບໍ່​ອາດ​ສາມາດ​ເຮັດ​ຫຍັງ​ໄດ້.