ສິ່ງ​ຊ່ວຍ​ສຶກ​ສາ
ຖື​ສິນ​ອົດ​ເຂົ້າ, ການ​ຖື​ສິນ​ອົດ​ເຂົ້າ


ຖື​ສິນ​ອົດ​ເຂົ້າ, ການ​ຖື​ສິນ​ອົດ​ເຂົ້າ

ການ​ບໍ່​ກິນ ຫລື ດື່ມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ສຳ​ລັບ​ຈຸດ​ປະສົງ​ຂອງ​ການ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ທູນ​ຂໍ​ພອນ​ຈາກ​ພຣະ​ອົງ. ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ ຫລື ກຸ່ມ​ໃດ​ກຸ່ມ​ໜຶ່ງ​ຖື​ສິນ​ອົດ​ເຂົ້າ, ເຂົາ​ເຈົ້າ​ຄວນ​ຈະ​ອະ​ທິ​ຖານ​ຂໍ​ໃຫ້​ຕົນ​ເຂົ້າ​ໃຈ​ເຖິງ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ ແລະ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ນຳ​ອີກ. ການ​ຖື​ສິນ​ອົດ​ເຂົ້າ​ໄດ້​ຖືກ​ກະ​ທຳ​ກັນ​ມາ​ຕະຫລອດ​ໂດຍ​ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ.

ສາດ​ສະ​ໜາ​ຈັກ​ທຸກ​ວັນ​ນີ້, ວັນ​ຊະ​ບາ​ໂຕ​ມື້​ໜຶ່ງ​ຂອງ​ແຕ່​ລະ​ເດືອນ ໄດ້​ຖືກ​ຈັດ​ໄວ້​ເພື່ອ​ຈຸດ​ປະສົງ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ. ໃນ​ຊ່ວງ​ໄລ​ຍະ​ເວລາ​ນີ້, ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ບໍ່​ກິນ​ເຂົ້າ ແລະ ດື່ມ​ນ້ຳ ເປັນ​ເວລາ​ຊາວ​ສີ່​ຊົ່ວ​ໂມງ. ແລ້ວ​ເຂົາ​ເຈົ້າ​ຈະ​ບໍ​ລິ​ຈາກ​ເງິນ​ທີ່​ເຂົາ​ເຈົ້າ​ໃຊ້​ສຳ​ລັບ​ອາຫານ​ໃນ​ມື້​ນັ້ນ​ໃຫ້​ສາດ​ສະ​ໜາ​ຈັກ. ເງິນ​ສ່ວນ​ນີ້​ເອີ້ນ​ວ່າ ເງິນ​ຖື​ສິນ​ອົດ​ເຂົ້າ. ສາດ​ສະ​ໜາ​ຈັກ​ໃຊ້​ເງິນ​ຖື​ສິນ​ອົດ​ເຂົ້າ ເພື່ອ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ.