ສິ່ງ​ຊ່ວຍ​ສຶກ​ສາ
ບັບຕິ​ສະມາ, ໃຫ້​ບັບຕິ​ສະມາ


ບັບຕິ​ສະມາ, ໃຫ້​ບັບຕິ​ສະມາ

ຈາກ​ພາ​ສາ​ກຣີກ ໝາຍ​ເຖິງ “ຈຸ່ມ” ຫລື “ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ.” ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ໂດຍ​ຜູ້​ໜຶ່ງ​ທີ່​ມີ​ສິດ​ອຳນາດ ເປັນ​ພິ​ທີ​ການ​ເບື້ອງ​ຕົ້ນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຈຳ​ເປັນ​ຕໍ່​ການ​ກາຍ​ເປັນ ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ແລະ ການ​ກັບ​ໃຈ​ຕ້ອງ​ມາ​ກ່ອນ​ການ​ບັບຕິ​ສະມາ. ມັນ​ຕ້ອງ​ຕິດ​ຕາມ​ໂດຍ​ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ກ່ອນ​ຈະ​ສົມ​ບູນ (2 ນຟ 31:13–14). ບັບຕິ​ສະມາ​ໂດຍ​ນ້ຳ ແລະ ພຣະ​ວິນ​ຍານ ແມ່ນ ຈຳ​ເປັນ​ສຳ​ລັບ​ບຸກ​ຄົນ ກ່ອນ​ເຂົາ​ຈະ​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ອາດາມ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ບັບຕິ​ສະມາ (ມຊ 6:64–65). ພຣະ​ເຢຊູ​ກໍ​ໄດ້​ຮັບ​ບັບຕິ​ສະມາ​ຄື​ກັນ ເພື່ອ​ໃຫ້​ສຳ​ເລັດ​ຕາມ​ຄວາມ​ຊອບ​ທຳ​ທຸກ​ຢ່າງ ແລະ ເພື່ອ​ສະແດງ​ວິ​ທີ​ໃຫ້​ແກ່​ມະນຸດ​ຊາດ​ທັງປວງ (ມທ 3:13–17; 2 ນຟ 31:5–12).

ເພາະ​ວ່າ​ທຸກ​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ບໍ່​ມີ​ໂອ​ກາດ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຕອນ​ເປັນ​ມະຕະ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ເຮັດ​ພິ​ທີ​ບັບຕິ​ສະມາ​ແທນ​ຄົນ​ທີ່​ໄດ້​ຕາຍ​ໄປ​ແລ້ວ. ສະນັ້ນ, ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ໃນ​ໂລກ​ວິນ​ຍານ​ຈະ​ເໝາະ​ສົມ​ເພື່ອ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ຈຳ​ເປັນ

ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ

ການ​ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ

ສິດ​ອຳນາດ​ທີ່​ຖືກ​ຕ້ອງ

ເງື່ອນ​ໄຂ​ສຳ​ລັບ​ການ​ບັບຕິ​ສະມາ

ພັນທະ​ສັນ​ຍາ​ທີ່​ໄດ້​ເຮັດ​ຜ່ານ​ການ​ບັບຕິ​ສະມາ

ການ​ບັບຕິ​ສະມາ​ແທນ​ຄົນ​ຕາຍ

ການ​ບັບຕິ​ສະມາ​ບໍ່​ແມ່ນ​ສຳ​ລັບ​ເດັກ​ແດງ​ທາ​ລົກ